ປັບປຸງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ

19:52 | 12/06/2018

ຕອນບ່າຍວັນທີ 12 ມິຖຸນາ, ສະພາແຫ່ງຊາດຫວຽດນາມໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຢູ່ຂັ້ນມະຫາວິທະຍາໄລ ແລະ ຮັບຟັງການອະພິປາຍຂອງທ່ານ ຟຸ່ງຊວນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ກ່ຽວກັບຄຳເຫັນຂອງສະມາຊິກສະພາແຫ່ງຊາດ.

ປັບປຸງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ

ທ່ານ ຈ້ຽວເທ໋ຮຸ່ງ, ສະມາຊິກສະພາແຫ່ງຊາດແຂວງເລີມດົງ ກ່າວຄຳເຫັນທີ່ກອງປະຊຸມ.

ກົດໝາຍວ່າດ້ວຍການສຶກສາຢູ່ຂັ້ນມະຫາວິທະຍາໄລ ໄດ້ຮັບການຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 13 ເມື່ອປີ 2012 ນັ້ນແມ່ນກົດໝາຍສະບັບທຳອິດ ທີ່ດັດປັບກ່ຽວກັບການສຶກສາຢູ່ຂັ້ນມະຫາວິທະຍາໄລ. ຜ່ານໄລຍະ 5 ປີແຫ່ງການປະຕິບັດ, ກົດໝາຍວ່າດ້ວຍການສຶກສາຢູ່ຂັ້ນມະຫາວິທະຍາໄລ ປີ 2012 ໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນເປັນພິເສດໃນວິວັດການພັດທະນາຂອງການສຶກສາຢູ່ຂັ້ນມະຫາວິທະຍາໄລ ຫວຽດນາມ ໃນສະໄໝເຊື່ອມໂຍງເຂົ້າກັບສາກົນ, ສ້າງການຫັນປ່ຽນຕັ້ງໜ້າຫຼາຍຢ່າງໃນລະບົບການສຶກສາເວົ້າລວມ ແລະ ການສຶກສາຂັ້ນມະຫາວິທະຍາໄລເວົ້າສະເພາະ. ເມື່ອປຶກສາຫາລືຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ກົດໝາຍວ່າດ້ວຍການສຶກສາຢູ່ຂັ້ນມະຫາວິທະຍາໄລ ຕ້ອງໄດ້ຮັບການປັບປຸງ ເພື່ອສາມາດໄປທັນ ແລະ ປັບຕົວຢ່າງເໝາະສົມກັບການປ່ຽນແປງຂອງວິທະຍາສາດເຕັກໂນໂລຢີ, ຊີວິດດ້ານວັດທະນະທຳ, ການເມືອງ, ເສດຖະກິດ - ສັງຄົມ ໃນທົ່ວໂລກ. ທ່ານ ຈ້ຽວເທ໋ຮຸ່ງ, ສະມາຊິກສະພາແຫ່ງຊາດແຂວງເລີມດົງ, ຖືວ່າ: ເລື່ອງປ່ຽນແປງໃໝ່ການສຶກສາຢູ່ຂັ້ນມະຫາວິທະຍາໄລ ຈະຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ມີລະດັບຄວາມຮູ້ສູງ ຮັບໃຊ້ໄດ້ຕາມຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ວັນທີ 12 ມິຖຸນາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ນີ້ແມ່ນເນື້ອໃນໜຶ່ງທີ່ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງເປັນຈຳນວນຫຼວງຫຼາຍ.

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມ, ວັນທີ 13 ມິຖຸນາ, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ແລະ ຮັບຟັງການອະພິປາຍຂອງອົງການກວດກາລັດຖະບານ ກ່ຽວກັບຄຳເຫັນຂອງສະມາຊິກສະພາແຫ່ງຊາດ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.