ຫວຽດ​ນາມ ເພີ່ມທະວີການພົວພັນດ້ານປ້ອງກັນຊາດກັບ ສິງກະໂປ

09:39 | 09/11/2020

ຍ​ສ​ໝ - ທີ່ກອງ​ປະ​ຊຸມ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ລະ​ຫ​ວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ , ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ຄວາມໝັ້ນຄົງ, ສິດເສລີໃນ, ການເດີນເຮືອການບິນ, ການແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.

ຫວຽດ ນາມ ເພ ມທະວ ການພ ວພ ນດ ານປ ອງກ ນຊາດກ ບ ສ ງກະໂປ ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ
ຫວຽດ ນາມ ເພ ມທະວ ການພ ວພ ນດ ານປ ອງກ ນຊາດກ ບ ສ ງກະໂປ ການນຳປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວກ່ຽວກັບສະຖານະການພາຍຸຢູ່ພາກກາງຫວຽດນາມ
ຫວຽດ ນາມ ເພ ມທະວ ການພ ວພ ນດ ານປ ອງກ ນຊາດກ ບ ສ ງກະໂປ
ທ່ານ ພົນ​ໂທ ຫງວຽ​ນ​ຈີ​ວິ້ງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານ​ Ng Eng Hen ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ (ພາບ: TTXVN)

ໂດຍ​ຕອບ​ສະ​ໜອງ​ຄຳ​ເຊື້ອ​ເຊີນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ, ອາ​ທິດ​ຜ່ານ​ມາ, ທ່ານ ພົນ​ໂທ ຫງວຽ​ນ​ຈີ​ວິ້ງ, ​ກຳ​ມະ​ການ​ສູນ​ການ​ພັກ, ກຳ​ມະ​ການ​ປະ​ຈຳ​ການ​ຄະ​ນະ​ພັກ​ທະ​ຫານ​ສູນ​ກາງ, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ເທດ​ຮ່ວມ​ຂອງ ກອງປະຊຸມເຈລະຈານະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ​ຄັ້ງ​ທີ 11 ຢູ່​ສິງ​ກະ​ໂປ.

ທີ່ການ​ຕ້ອນ​ຮັບ​ຄະ​ນະ​ມາ​ເຂົ້າ​ຢ້ຽມ​ຂ່ຳ​ນັບ, ທ່ານ​ Ng Eng Hen ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ອາ​ຊຽນ​ທຳ​ອິດ​ທີ່​ສົ່ງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ມາ​ຢ້ຽມ​ຢາມ ສິງ​ປະ​ໂປ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ Covid – 19 ແລະ ເລື່ອງ​ສອງ​ປະ​ເທດ​ຈັດ​ຕັ້ງ​ສຳ​ເລັດ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ມີ​ຄວາມ​ໝາຍ​ສຳ​ຄັນ, ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ​ເວົ້າ​ລວມ ແລະ ກອງ​ທັບ​ສອງ​ປະ​ເທດເວົ້າ​ສະ​ເພາະ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ສິງກະໂປ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ໃຫ້ສຳເລັດຜົນ. ທ່ານ ພົນໂທ ຫງວຽນຈີ໊ວິ້ງ ປາດຖະໜາຢາກເພີ່ມທະວີການພົວພັນດ້ານປ້ອງກັນຊາດກັບ ສິງກະໂປ ໃຫ້ແທດຈິງກວ່າອີກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.

ທີ່ກອງ​ປະ​ຊຸມ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ລະ​ຫ​ວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ , ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ຄວາມໝັ້ນຄົງ, ສິດເສລີໃນ, ການເດີນເຮືອການບິນ, ການແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍ, ສອງຝ່າຍໄດ້ເຫັນດີຕໍ່ການມີໄຫວພິບ ແລະ ປະດິດຄິດສ້າງໃນການຮັກສາ ແລະ ຈັດຕັ້ງບັນດາກົນໄກເຈລະຈາທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນການເຈລະຈາດ້ານນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຄົ້ນຄວ້າຈັດຕັ້ງການແລກປ່ຽນບົດຮຽນ, ປະສົບການ, ວິຊາສະເພາະດ້ວຍຮູບການທີ່ເໝາະສົມ; ສອງຝ່າຍເຫັນຈະສືບຕໍ່ລົງນາມໃນສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງ ຫວຽດນາມ - ສິງກະໂປ ແທນໃຫ້ ສັນຍາທີ່ສອງຝ່າຍໄດ້ລົງນາມໃນປີ 2009 ແລະ ມອບໃຫ້ບັນດາອົງການມີໜ້າທີ່ຮັບຜິດຊອບສືບຕໍ່ກວດກາເນື້ອໃນຄືນ ແລະ ປະຕິບັດສຳເລັດລະບຽບການ ເພື່ອລົງນາມໃນເວລາທີ່ເໝາະສົມ.

ຫວຽດ ນາມ ເພ ມທະວ ການພ ວພ ນດ ານປ ອງກ ນຊາດກ ບ ສ ງກະໂປ ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ

ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.

ຫວຽດ ນາມ ເພ ມທະວ ການພ ວພ ນດ ານປ ອງກ ນຊາດກ ບ ສ ງກະໂປ ການນຳປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວກ່ຽວກັບສະຖານະການພາຍຸຢູ່ພາກກາງຫວຽດນາມ

ຍສໝ - ໂດຍໄດ້ຮັບຂ່າວບັນດາແຂວງພາກກາງຫວຽດນາມ ຖືກຮັບຜົນສະທ້ອນຢ່າງໜັກໜວ່ງເນື່ອງຈາກພາຍຸ, ການນຳ ປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວມາຍັງບັນດາການນຳປະເທດຫວຽດນາມ.

ຫວຽດ ນາມ ເພ ມທະວ ການພ ວພ ນດ ານປ ອງກ ນຊາດກ ບ ສ ງກະໂປ ສິງກະໂປ ເປີດປະຕູໃຫ້ນັກທ່ອງທ່ຽວຫວຽດນາມ ເລີ່ມແຕ່ວັນທີ 8 ຕຸລານີ້

ຍສໝ - ສິງກະໂປ ໄດ້ປະເມີນຄວາມສ່ຽງຕໍ່ການຕິດເຊື້ອພະຍາດ ຈາກປະເທດຫວຽດນາມ ແລະ ປະເທດອົດສະຕາລີແມ່ນຍັງຕໍ່າ, ແລະ ສັງເກດວ່າໃນ 28 ວັນທີ່ຜ່ານມາ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອພະຍາດ COVID-19 ຢູ່ໃນຊຸມຊົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.