ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ

09:28 | 04/11/2020

ຍສໝ - ຕອນບ່າຍວັນທີ 2 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບທ່ານ Park Byeong-seug - ປະທານສະພາແຫ່ງຊາດສ.ເກົາຫຼີ ເນື່ອງໃນໂອກາດທີ່ຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug
ສ.ເກົາຫຼີ ສົ່ງເສີມບັນດາຜະລິດຕະພັນໃໝ່ ຢູ່ຫວຽດນາມ

ຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຢ່າງສຸດອົກສຸດໃຈ ໃຫ້ແກ່ທ່ານ Park Byeong-Seug - ປະທານສະພາແຫ່ງຊາດສ.ເກົາຫຼີ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສ.ເກົາຫຼີ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ; ຂໍສະແດງຄວາມອວຍພອນກັບທ່ານ Park Byeong-Seug ທີ່ໄດ້ ເລືອກຕັ້ງເປັນປະທານສະພາແຫ່ງຊາດ ສ.ເກົາຫລີ ຊຸດທີ 21.

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ. (ພາບ: baochinhphu)

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໃຫ້ຮູ້ວ່າ, ສະພາແຫ່ງຊາດຫວຽດນາມ ຍິນດີຮ່ວມກັບທ່ານປະທານສະພາແຫ່ງຊາດ Park Byeong-Seug ແລະ ສະພາແຫ່ງຊາດສ.ເກົາຫຼີ ເພື່ອເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ປະກອບສ່ວນເຂົ້າຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ກໍ່ໄດ້ຕີລາຄາສູງການມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ຂອງທ່ານ Park Byeong-Seug ປະທານສະພາແຫ່ງຊາດສ.ເກົາຫຼີ ແລະ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ສ.ເກົາຫຼີ, ບໍ່ຫົວຊາສະພາບການຂອງການລະບາດຂອງ COVID-19. ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານສ.ເກົາຫຼີ ທີ່ໄດ້ມອບເງິນຊ່ວຍເຫຼືອຈຳນວນ 300.000 ໂດລາ ໃຫ້ແກ່ຄະນະກຳມະການຊີ້ນຳຂັ້ນສູນກາງ ກ່ຽວກັບການປ້ອງກັນ ແລະ ຄວບຄຸມໄພພິບັດ ເພື່ອຊ່ວຍເຫຼືອປະຊາຊົນຢູ່ພາກກາງຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ.

ສ່ວນທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug ໄດ້ຕີລາຄາວ່າ, ການພົວພັນລະຫວ່າງສອງປະເທດ ພາຍຫຼັງການສ້າງຕັ້ງການພົວພັນທາງການທູດໃນປີ 1992 ເຊິ່ງໄດ້ບັນລຸບັນດາໝາກຜົນຢ່າງຕັ້ງໜ້າ. ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດໄດ້ພັດທະນາຢ່າງແຮງ ດ້ວຍການຮັກສາເປັນປົກກະຕິການຢ້ຽມຢາມຂັ້ນສູງ ໂດຍຜູ້ນຳສະພາແຫ່ງຊາດຂອງສອງປະເທດ.

ທ່ານ Park Byeong-Seug ກ່າວວ່າ, ໃນສະພາບການປະຈຸບັນຂອງການລະບາດຂອງ COVID-19, ສອງປະເທດ ຍັງມີການແລກປ່ຽນກັນຫຼາຍຢ່າງ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ລວມທັງອຳນວຍຄວາມສະດວກໃຫ້ຜູ້ຊ່ຽວຊານ ແລະ ວິສາຫະກິດຂອງສອງປະເທດ ໄດ້ປະຕິບັດການໄປມາຫາສູ່ກັນ ແມ່ນມີຄວາມສຳຄັນຫຼາຍ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug

ຍ​ສ​ໝ - ທ່ານປະທານສະພາແຫ່ງຊາດສາ​ທາ​ລະ​ນະ​ລັດ ເກົາຫຼີ​ Park Byeong Seung ຢືນຢັນວ່າສາ​ທາ​ລະ​ນະ​ລັດ ເກົາຫຼີ​​ ຍາມ​ໃດ​ກ​ໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ກັບ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ ຫວຽດ​ນາມ ທີ່​ທີ່​ຕັ້ງ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ສາ​ທາ​ລະ​ນະ​ລັດ ເກົາຫຼີ​ ຢູ່​ພາກ​ພື້ນ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ: ຢູ່ ຫວຽດນາມ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ ຍາມໃດກໍ່ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍ

ຍສໝ - ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມການລົງນາມໃນເອກະສານສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດຂອງແມ່ຍິງ ແລະ ມອບສິດໃຫ້ແມ່ຍິງຫລາຍສະບັບ.

ສ.ເກົາຫຼີ ຖືສໍາຄັນການພົວພັນກັບ ຫວຽດນາມ

ຍສໝ - ສ.ເກົາຫຼີ ແລະ ຫວຽດນາມແມ່ນສອງແບບຢ່າງ ທີ່ປະສົບຜົນສຳເລັດໃນການຄວບຄຸມການຕິດເຊື້ອພະຍາດລະບົບຫາຍໃຈ COVID-19, ສອງປະເທດແມ່ນຄູ່ຮ່ວມມືທີ່ສຳຄັນໃນຫຼາຍຂົງເຂດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.