ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ

14:03 | 16/09/2026

ຍສໝ - ວັນທີ 15/9/2026, ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026 - 2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈັດຂຶ້ນສຳເລັດຜົນ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ພົບປະ ແລະ ເຮັດວຽກກັບຕົວແທນຄະນະບໍລິຫານຊຸດໃໝ່.

ທ່ານ ຟານແອັງເຊີນ ໄດ້ຮັບເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031 6 ໜ້າທີ່ຈຸດສຸມຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄລຍະ 2026 - 2031
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ອວຍພອນທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII.

ທີ່ກອງປະຊຸມ, ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ລາຍງານເຖິງທ່ານ ເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບບັນດາຜົນສຳເລັດພົ້ນເດັ່ນໃນອາຍຸການຜ່ານມາ ແລະ ຜົນຂອງກອງປະຊຸມໃຫຍ່. ຕາມນັ້ນແລ້ວ, ວຽກງານການຕ່າງປະເທດປະຊາຊົນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການປ່ຽນແປງໃໝ່ດ້ານແນວຄິດ, ເນື້ອໃນ ແລະ ຮູບແບບການເຄື່ອນໄຫວ, ປະກອບສ່ວນສ້າງ ແລະ ຍົກສູງກຽດສັກສີ, ຖານະຂອງຫວຽດນາມໃນເວທີສາກົນ. ພ້ອມກັນນັ້ນ, ທ່ານ ຟານແອັງເຊີນ ຍັງໄດ້ລາຍງານຕໍ່ທ່ານ ເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບບັນດາທິດທາງ, ທັດສະນະ ແລະ ໜ້າທີ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.

ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຖ່າຍຮູບຮ່ວມກັບຄະນະບໍລິຫານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມການພົບປະ.

ພາຍຫຼັງຮັບຟັງບົດລາຍງານ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕີລາຄາສູງບັນດາຜົນສຳເລັດທີ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ ບົດບາດເປັນອົງການແກນຫຼັກ, ວິຊາສະເພາະ, ເສົາຄ້ຳ ໃນວຽກງານການຕ່າງປະເທດປະຊາຊົນ ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບການກຳນົດຈາກພັກ ແລະ ລັດແລ້ວ, ດັ່ງນັ້ນ ໃນໄລຍະຕໍ່ໄປ ບັນດາແນວທາງນີ້ ຈຳເປັນຕ້ອງຖືກນຳໄປປະຕິບັດໃຫ້ເປັນຈິງໂດຍໄວ ເພື່ອຍົກສູງປະສິດທິຜົນຕົວຈິງ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ບັນດາຄະນະພັກ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປະສານສົມທົບ, ສະເໜີແນະຕໍ່ພັກ ແລະ ລັດ ໃຫ້ປັບປຸງກົນໄກ, ລະບຽບການດ້ານການຕ່າງປະເທດປະຊາຊົນໃຫ້ສົມບູນ; ພ້ອມກັນນັ້ນ ສ້າງເງື່ອນໄຂໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ເຂົ້າຮ່ວມບັນດາກົນໄກປະສານງານລະດັບຊາດ ທີ່ສອດຄ່ອງກັບພາລະບົດບາດ ແລະ ໜ້າທີ່. ຄຽງຄູ່ກັບນັ້ນ, ໃນສະພາບການໃໝ່ຂອງໂລກ ແລະ ປະເທດ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີແນະບາງໜ້າທີ່ ແລະ ທິດທາງໃຫ້ແກ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ. ນັ້ນຄື ຕ້ອງຫັນປ່ຽນການຮັບຮູ້, ແຜນການ ແລະ ທິດທາງ ໃຫ້ກາຍເປັນບັນດາຜົນສຳເລັດທີ່ເປັນຮູບປະທຳ. “ກຳລັງຂອງປະຊາຊົນແມ່ນບໍ່ມີສິ່ງໃດຕ້ານທານໄດ້ ແລະ ພວກເຮົາຕ້ອງເປັນເຈົ້າການນຳໃຊ້, ຕັ້ງໜ້າສົ່ງເສີມກຳລັງນັ້ນ”, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກ.

ດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ
ຍສໝ - ໃນວາລະທີໜຶ່ງ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ທ່ານ ຟານແອັງເຊີນ ໄດ້ຮັບເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031 ທ່ານ ຟານແອັງເຊີນ ໄດ້ຮັບເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031
ຍສໝ - ວັນທີ 14/9 ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສຳເລັດລົງຢ່າງຈົບງາມ. ທ່ານ ຟານແອັງເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI, ໄດ້ຮັບຄວາມໄວ້ວາງໃຈເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ