ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027

16:19 | 16/10/2026

ຍສໝ - ແຕ່ວັນທີ 13-14/10, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດໃໝ່ Bloomberg (NEF) ຄັ້ງທີ 8 ທີ່ນິວເດລີ (ອິນເດຍ). ນອກຂອບເວທີປາໄສ, ທ່ານນາງຮອງລັດຖະມົນຕີ ໄດ້ແລກປ່ຽນກັບຄະນະຜູ້ນຳກຸ່ມບໍລິສັດ Bloomberg ກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນ, ການໂຄສະນາພາບພົດ ແລະ ສະພາບແວດລ້ອມການລົງທຶນຂອງຫວຽດນາມ ໃນປີ APEC 2027.

APEC 2027: ຫວຽດນາມຜັນຂະຫຍາຍ 3 ລະດັບການປະສານສົມທົບໃນວຽກງານຈັດຕັ້ງ APEC 2027 ສ້າງແຮງຂັບເຄື່ອນໃຫ້ການພັດທະນາການທ່ອງທ່ຽວ MICE ຂອງຫວຽດນາມ

ເວທີປາໄສເສດຖະກິດໃໝ່ Bloomberg ປີ 2026 ມີຫົວຂໍ້ “ໂລກກຳລັງປ່ຽນແປງ: ກຳນົດບັນດາປັດໄຈຂັບເຄື່ອນອຳນາດໃໝ່”, ດຶງດູດຜູ້ແທນກວ່າ 500 ຄົນ ເຊິ່ງເປັນຜູ້ນຳລັດຖະບານ, ທຸລະກິດ, ນັກລົງທຶນ, ຜູ້ກໍ່ຕັ້ງບໍລິສັດເຕັກໂນໂລຊີ ແລະ ບັນດາຜູ້ຊ່ຽວຊານສາກົນ. ທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສເປີດເວທີປາໄສ.

ບັນດາວາລະປຶກສາຫາລືໄດ້ສຸມໃສ່ວິເຄາະການຜັນແປດ້ານພູມສາດການເມືອງ, ຄວາມສ່ຽງ ແລະ ໂອກາດຂອງເສດຖະກິດໂລກ, ພ້ອມທັງເຮັດໃຫ້ເຫັນແຈ້ງບົດບາດຂອງເຕັກໂນໂລຊີ, ພະລັງງານ, ແຮ່ທາດສຳຄັນ ແລະ ລະບົບຊຳລະເງິນສາກົນ ຕໍ່ການພັດທະນາໃນອະນາຄົດ.

ຜູ້ແທນຫຼາຍທ່ານເຫັນວ່າ ປັນຍາປະດິດ (AI) ແລະ ການຄ້າບໍລິການ ກຳລັງກາຍເປັນບັນດາແຮງຂັບເຄື່ອນສຳຄັນຂອງການເຕີບໂຕທົ່ວໂລກ. ໃນສະພາບທີ່ສະພາບແວດລ້ອມສາກົນນັບມື້ນັບຄາດຄະເນໄດ້ຍາກ, ບັນດາລະບົບເສດຖະກິດຈຳເປັນຕ້ອງຍົກສູງຄວາມສາມາດໃນການປັບຕົວ, ເສີມຂະຫຍາຍຄວາມສາມາດເປັນເຈົ້າຕົນເອງທາງຍຸດທະສາດ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືທີ່ໜ້າເຊື່ອຖື.

ບັນດາຜູ້ຕາງໜ້າທຸລະກິດຍັງໄດ້ແລກປ່ຽນກ່ຽວກັບທ່າອ່ຽງການປັບໂຄງສ້າງໃໝ່ ແລະ ການຫັນຕ່ອງໂສ້ສະໜອງໃຫ້ມີຄວາມຫຼາກຫຼາຍ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ດຳເນີນບັນດາແຜນການລົງທຶນໄລຍະຍາວ.

ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027
ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພົບປະກັບທ່ານ Michael Bloomberg, ຜູ້ກໍ່ຕັ້ງກຸ່ມບໍລິສັດ Bloomberg, ນອກຂອບເວທີປາໄສເສດຖະກິດໃໝ່ Bloomberg ປີ 2026 ທີ່ອິນເດຍ.

ຫວຽດນາມໃຫ້ຄວາມສຳຄັນແກ່ການຄ້າພະຫຸພາຄີ, ດຶງດູດການລົງທຶນຄຸນນະພາບສູງ

ໃນລາຍການຂອງເວທີປາໄສ, ທ່ານນາງ ຫງວຽນ ມິງ ຮັ່ງ ໄດ້ເຂົ້າຮ່ວມວາລະຮັບປະທານອາຫານເຊົ້າພ້ອມປະຊຸມເຮັດວຽກລະດັບສູງ ແລະ ກ່າວຄຳປາໄສໃນການສົນທະນາໂຕະມົນ ກ່ຽວກັບອະນາຄົດຂອງການຄ້າ, ຕ່ອງໂສ້ສະໜອງ ແລະ ການລົງທຶນທົ່ວໂລກ.

ການສົນທະນາໂຕະມົນດັ່ງກ່າວ ມີທ່ານ Piyush Goyal, ລັດຖະມົນຕີການຄ້າ ແລະ ອຸດສາຫະກຳອິນເດຍ ແລະ ທ່ານນາງ Gina Raimondo, ອະດີດລັດຖະມົນຕີການຄ້າສະຫະລັດອາເມລິກາ ຮ່ວມເປັນປະທານ.

ຜູ້ເຂົ້າຮ່ວມປະກອບມີ ທ່ານ Michael R. Bloomberg, ຜູ້ກໍ່ຕັ້ງກຸ່ມບໍລິສັດ Bloomberg; ທ່ານ Gan Kim Yong, ຮອງນາຍົກລັດຖະມົນຕີສິງກະໂປ; ບັນດາເຈົ້າໜ້າທີ່ຂັ້ນສູງຈາກຫຼາຍປະເທດ ພ້ອມດ້ວຍຜູ້ຕາງໜ້າບັນດາກຸ່ມບໍລິສັດທີ່ດຳເນີນທຸລະກິດໃນຂົງເຂດການເງິນ, ຢາປົວພະຍາດ, ເຫຼັກກ້າ ແລະ ການຜະລິດອຸດສາຫະກຳ.

ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຜົນກະທົບຂອງພາສີອາກອນ, ສິ່ງກີດຂວາງທີ່ບໍ່ແມ່ນພາສີ, ການເຄື່ອນຍ້າຍຂອງກະແສການຄ້າ ແລະ ທ່າອ່ຽງການຫັນຕ່ອງໂສ້ສະໜອງໃຫ້ມີຄວາມຫຼາກຫຼາຍ. ການຜັນແປທີ່ຄາດຄະເນໄດ້ຍາກຂອງນະໂຍບາຍການຄ້າ ແລະ ແຮງກົດດັນຕໍ່ລະບົບການຄ້າທີ່ອີງໃສ່ກົດລະບຽບ ກໍເປັນບັນດາເນື້ອໃນທີ່ໄດ້ຮັບຄວາມສົນໃຈ.

ກ່າວຄຳປາໄສໃນການສົນທະນາໂຕະມົນ, ທ່ານນາງ ຫງວຽນ ມິງ ຮັ່ງ ເຫັນວ່າ ການແຂ່ງຂັນດ້ານພູມສາດການເມືອງ ກຳລັງສົ່ງຜົນກະທົບຢ່າງຈະແຈ້ງນັບມື້ນັບຫຼາຍຂຶ້ນຕໍ່ການຄ້າ, ການລົງທຶນ ແລະ ຕ່ອງໂສ້ສະໜອງທົ່ວໂລກ. ໃນນັ້ນ, ຕ່ອງໂສ້ສະໜອງບໍ່ພຽງແຕ່ຮັບໃຊ້ກິດຈະກຳທາງເສດຖະກິດເທົ່ານັ້ນ ແຕ່ຍັງກາຍເປັນປັດໄຈທາງຍຸດທະສາດຕໍ່ຄວາມໝັ້ນຄົງທາງເສດຖະກິດຂອງບັນດາປະເທດ.

ພ້ອມກັນນັ້ນ, AI, ເຕັກໂນໂລຊີ ແລະ ການຫັນປ່ຽນເປັນດິຈິຕອນ ກຳລັງສ້າງການປ່ຽນແປງຢ່າງເລິກເຊິ່ງຕໍ່ວິທີການຈັດຕັ້ງການຄ້າ ແລະ ການລົງທຶນສາກົນ.

ຕາມທ່ານນາງຮອງລັດຖະມົນຕີ ແລ້ວ, ບັນດາປະເທດພວມພັດທະນາທີ່ມີລະດັບການເປີດກວ້າງທາງເສດຖະກິດສູງ ຕ້ອງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເມື່ອສະພາບແວດລ້ອມສາກົນມີການຜັນແປ. ດ້ວຍເຫດນັ້ນ, ຫວຽດນາມຈຶ່ງສືບຕໍ່ສະໜັບສະໜູນລະບົບການຄ້າພະຫຸພາຄີທີ່ເປີດກວ້າງ ແລະ ອີງໃສ່ກົດລະບຽບ.

ທ່ານນາງຮອງລັດຖະມົນຕີເນັ້ນໜັກວ່າ ການຫັນຕ່ອງໂສ້ສະໜອງໃຫ້ມີຄວາມຫຼາກຫຼາຍ ແລະ ການປັບປຸງບັນດາກົດລະບຽບການຄ້າສາກົນ ຈຳເປັນຕ້ອງດຳເນີນໄປຕາມທິດທາງທີ່ກວມລວມທຸກຝ່າຍ, ຮັບປະກັນຜົນປະໂຫຍດໃຫ້ແກ່ທຸກປະເທດ, ໂດຍສະເພາະບັນດາປະເທດພວມພັດທະນາ.

ໃນການແນະນຳສະພາບເສດຖະກິດຫວຽດນາມ, ທ່ານນາງ ຫງວຽນ ມິງ ຮັ່ງ ໃຫ້ຮູ້ວ່າ ໃນ 9 ເດືອນຕົ້ນປີ 2026, ການເຕີບໂຕຂອງ GDP ບັນລຸຫຼາຍກວ່າ 9%, ມູນຄ່າການຄ້າລວມເກືອບ 890 ຕື້ໂດລາສະຫະລັດ, ທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຈົດທະບຽນ ສູງກວ່າ 50 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 75% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.

ຕາມທ່ານນາງຮອງລັດຖະມົນຕີ ແລ້ວ, ບັນດາຜົນສຳເລັດນີ້ສະທ້ອນເຖິງບົດບາດໃນການສ້າງຄວາມໝັ້ນຄົງທາງຍຸດທະສາດຂອງຫວຽດນາມ ໃນຕ່ອງໂສ້ສະໜອງທົ່ວໂລກ.

ໃນໄລຍະພັດທະນາໃໝ່, ຫວຽດນາມມີທິດທາງປ່ຽນຈຸດສຸມການດຶງດູດ FDI ຈາກປະລິມານໄປສູ່ຄຸນນະພາບ. ແທນທີ່ຈະສຸມໃສ່ການຜະລິດ ແລະ ປະກອບຊິ້ນສ່ວນເປັນຫຼັກ, ຫວຽດນາມໃຫ້ຄວາມສຳຄັນແກ່ບັນດາໂຄງການທີ່ມີມູນຄ່າເພີ່ມສູງ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ ແລະ ເພີ່ມທະວີການເຊື່ອມໂຍງລະຫວ່າງທຸລະກິດພາຍໃນປະເທດກັບພາກສ່ວນ FDI.

ທ່ານນາງຮອງລັດຖະມົນຕີຍັງຢືນຢັນວ່າ ຫວຽດນາມມີຄວາມເດັດຂາດໃນການຄວບຄຸມແຫຼ່ງກຳເນີດສິນຄ້າ, ປ້ອງກັນການສໍ້ໂກງແຫຼ່ງກຳເນີດສິນຄ້າ ແລະ ການຂົນຖ່າຍສິນຄ້າຜ່ານແດນຢ່າງຜິດກົດໝາຍ.

ເພີ່ມທະວີການຮ່ວມມືດ້ານສື່ມວນຊົນໃນປີ APEC 2027

ນອກຂອບເວທີປາໄສເສດຖະກິດໃໝ່ Bloomberg, ທ່ານນາງ ຫງວຽນ ມິງ ຮັ່ງ ໄດ້ມີການພົບປະກັບບັນດາຜູ້ນຳຂັ້ນສູງຂອງອິນເດຍ, ຜູ້ຕາງໜ້າບາງປະເທດໃນພາກພື້ນ ແລະ ຄະນະນຳຂອງຫຼາຍທຸລະກິດ.

ບັນດາການແລກປ່ຽນໄດ້ສຸມໃສ່ການເຮັດໃຫ້ສາຍພົວພັນຮ່ວມມືໃນຫຼາຍຂົງເຂດນັບມື້ນັບເລິກເຊິ່ງຂຶ້ນ, ຊອກຫາໂອກາດຮ່ວມມືໃໝ່ ແລະ ຊຸກຍູ້ການຂະຫຍາຍການລົງທຶນຢູ່ຫວຽດນາມ.

ສິ່ງທີ່ໜ້າສົນໃຈແມ່ນ ໃນການແລກປ່ຽນກັບທ່ານ Michael R. Bloomberg ຜູ້ກໍ່ຕັ້ງກຸ່ມບໍລິສັດ ແລະ ການພົບປະເຮັດວຽກກັບຄະນະນຳຂັ້ນສູງຂອງກຸ່ມບໍລິສັດ Bloomberg, ທ່ານນາງ ຫງວຽນ ມິງ ຮັ່ງ ໄດ້ສະແດງຄວາມຂອບໃຈຕໍ່ກຸ່ມບໍລິສັດທີ່ໄດ້ເຊີນຫວຽດນາມເຂົ້າຮ່ວມເວທີປາໄສ.

ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ Bloomberg, ໂດຍສະເພາະໃນຂົງເຂດສື່ມວນຊົນ, ການແນະນຳພາບພົດຂອງປະເທດ ແລະ ການໂຄສະນາສະພາບແວດລ້ອມການລົງທຶນຂອງຫວຽດນາມ ເນື່ອງໃນໂອກາດ APEC 2027.

ສ່ວນຝ່າຍ Bloomberg, ຄະນະນຳກຸ່ມບໍລິສັດໄດ້ຕີລາຄາສູງຕໍ່ບົດບາດ ແລະ ທ່າແຮງການພັດທະນາເສດຖະກິດຂອງຫວຽດນາມ, ພ້ອມທັງຢືນຢັນວ່າ ຈະປະສານສົມທົບຢ່າງໃກ້ຊິດໃນການປະຕິບັດບັນດາກິດຈະກຳດ້ານສື່ມວນຊົນ ເພື່ອຮັບໃຊ້ປີ APEC 2027.

ກິດຈະກຳແລກປ່ຽນໃນເວທີປາໄສຄັ້ງນີ້ ໄດ້ປະກອບສ່ວນຂະຫຍາຍການເຊື່ອມຕໍ່ລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືຈາກພາກລັດຖະບານ, ທຸລະກິດ ແລະ ນັກລົງທຶນສາກົນ, ພ້ອມທັງສ້າງໂອກາດເພີ່ມເຕີມໃນການແນະນຳທ່າແຮງການຮ່ວມມື ແລະ ການລົງທຶນຂອງຫວຽດນາມໃນໄລຍະພັດທະນາໃໝ່.

APEC 2027 ກ້າວເຂົ້າສູ່ໄລຍະກະກຽມທີ່ສຳຄັນ APEC 2027 ກ້າວເຂົ້າສູ່ໄລຍະກະກຽມທີ່ສຳຄັນ
ຍສໝ - ຕອນບ່າຍວັນທີ 22/9 ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນມິງຫວູ, ລັດຖະມົນຕີຊ່ວຍວ່າການຜູ້ປະຈຳ, ຫົວໜ້າຄະນະເລຂາແຫ່ງຊາດ APEC 2027 ໄດ້ເປັນປະທານກອງປະຊຸມກວດຄືນຄວາມຄືບໜ້າ, ຊຸກຍູ້ບັນດາໜ້າທີ່ກະກຽມສຳລັບປີ APEC 2027, ໃນນັ້ນ ເນັ້ນໜັກຂໍ້ຮຽກຮ້ອງໃຫ້ຜັນຂະຫຍາຍວຽກງານສື່ສານແຕ່ຫົວທີ, ສ້າງສານແຫ່ງຊາດທີ່ສອດຄ່ອງຕະຫຼອດ ແລະ ເພີ່ມທະວີການປະສານງານລະຫວ່າງບັນດາອົງການທີ່ກ່ຽວຂ້ອງ.
APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ
ຍສໝ - ວັນທີ 1-2/10 ທີ່ ຮ່າໂນ້ຍ, ກອງເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດຫວຽດນາມ ປະສານສົມທົບກັບກະຊວງການຕ່າງປະເທດສະຫະລັດອາເມລິກາ ຈັດກອງສຳມະນາ “ການກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດດ້ານການຈັດຕັ້ງ ແລະ ການປະສານສົມທົບ”, ສຸມໃສ່ແລກປ່ຽນບົດຮຽນການບໍລິຫານ, ປັບປຸງກົນໄກການປະສານສົມທົບ ແລະ ຍົກສູງຄວາມສາມາດໃນການກະກຽມສຳລັບປີ APEC ຫວຽດນາມ 2027.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ