ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືທາງຍຸດທະສາດ

15:27 | 17/11/2026

ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ (ກຳປູເຈຍ), ໃນຂອບເຂດກອງປະຊຸມສຸດຍອດປະເທດໃຊ້ພາສາຝຣັ່ງ ຄັ້ງທີ 20, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ປຶກສາຫາລືວຽກງານກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີເປັນເອກະພາບກ່ຽວກັບທິດທາງການປະສານງານໃນໄລຍະຕໍ່ໜ້າ.

ຊຸດເຊື້ອຍາວ ຫວຽດນາມ ເຊື່ອມສານມິດຕະພາບຫວຽດນາມ - ລາວ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ - ລາວ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນນັກຮົບພລີຊີບຢູ່ແຂວງເງະອານ

ໃນການພົບປະ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ສະແດງຄວາມດີໃຈທີ່ໄດ້ພົບປະກັບບັນດາຜູ້ນຳລາວ ແລະ ກຳປູເຈຍອີກຄັ້ງ; ພ້ອມທັງຂອບໃຈ ແລະ ຕີລາຄາສູງປະເທດເຈົ້າພາບກຳປູເຈຍ ທີ່ໄດ້ສ້າງເງື່ອນໄຂໃຫ້ຜູ້ນຳສູງສຸດຂອງສາມພັກໄດ້ພົບປະ, ແລກປ່ຽນກ່ຽວກັບການຮ່ວມມືສາມຝ່າຍ ແລະ ບັນດາບັນຫາທີ່ມີຄວາມສົນໃຈຮ່ວມກັນ.

ທ່ານ ໂຕ ເລິມ ໄດ້ຕີລາຄາສູງການຮັກສາກົນໄກການພົບປະ ແລະ ແລກປ່ຽນຢ່າງເປັນປະຈຳລະຫວ່າງຜູ້ນຳສາມພັກ, ສາມປະເທດ, ຜ່ານນັ້ນປະກອບສ່ວນເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຄວາມສາມັກຄີລະຫວ່າງຫວຽດນາມ - ລາວ - ກຳປູເຈຍ.

ທ່ານ ຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ໂຕ ເລິມ ແລະ ທ່ານ ທອງລຸນ ສີສຸລິດ ທີ່ເດີນທາງມາກຳປູເຈຍເພື່ອເຂົ້າຮ່ວມກອງປະຊຸມສຸດຍອດປະເທດໃຊ້ພາສາຝຣັ່ງ ຄັ້ງທີ 20. ທ່ານໄດ້ຕີລາຄາສູງການເຂົ້າຮ່ວມຂອງຜູ້ນຳທັງສອງທ່ານ, ຖືວ່ານີ້ເປັນການສະແດງອອກເຖິງຄວາມສາມັກຄີ ແລະ ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນແລະກັນລະຫວ່າງສາມປະເທດ, ພ້ອມທັງປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ.

ສ່ວນຝ່າຍລາວ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ສະແດງຄວາມດີໃຈທີ່ໄດ້ພົບປະຜູ້ນຳຫວຽດນາມ ແລະ ກຳປູເຈຍອີກຄັ້ງ, ພ້ອມທັງເນັ້ນໜັກເຖິງຄວາມໝາຍຂອງການພົບປະຄັ້ງນີ້ ຕໍ່ການເພີ່ມທະວີການຮ່ວມມື ແລະ ເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງລະຫວ່າງສາມພັກ, ສາມປະເທດ.

ເສີມສ້າງສາຍພົວພັນສາມັກຄີລະຫວ່າງສາມພັກ, ສາມປະເທດ

ໃນບັນຍາກາດແຫ່ງມິດຕະພາບ, ຜູ້ນຳທັງສາມທ່ານໄດ້ແຈ້ງຂໍ້ມູນ ແລະ ແລກປ່ຽນກ່ຽວກັບສະພາບການ ກໍຄືບັນດາບາດກ້າວພັດທະນາໃໝ່ຂອງແຕ່ລະພັກ, ແຕ່ລະປະເທດ.

ທ່ານ ໂຕ ເລິມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍສຳຄັນ ທີ່ລາວ ແລະ ກຳປູເຈຍຍາດມາໄດ້ໃນບັນດາຂົງເຂດ.

ໃນນັ້ນ, ກຳປູເຈຍໄດ້ຈັດກອງປະຊຸມລະຫວ່າງລັດຖະສະພາລະດັບປະທານສະພາ ຄັ້ງທີ 2 (ISC-2) ໃນເດືອນສິງຫາ 2026 ແລະ ກອງປະຊຸມສາກົນວ່າດ້ວຍການຕ້ານການຫຼອກລວງທາງອອນລາຍ ປີ 2026 (ICCOS) ໃນເດືອນກັນຍາ 2026 ຢ່າງສຳເລັດຜົນ. ລາວກໍໄດ້ຈັດກອງປະຊຸມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງສຳເລັດຜົນເຊັ່ນກັນ.

ທ່ານ ໂຕ ເລິມ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ ແລະ ກຳນົດໃຫ້ສາຍພົວພັນກັບກຳປູເຈຍ ແລະ ລາວ ເປັນບຸລິມະສິດສູງສຸດໃນນະໂຍບາຍການຕ່າງປະເທດ. ຫວຽດນາມສືບຕໍ່ສະໜັບສະໜູນຢ່າງແຂງແຮງຕໍ່ພາລະກິດກໍ່ສ້າງ ແລະ ພັດທະນາປະເທດກຳປູເຈຍ ພາຍໃຕ້ການນຳພາຂອງພັກປະຊາຊົນກຳປູເຈຍ, ພ້ອມທັງສະໜັບສະໜູນຢ່າງຮອບດ້ານຕໍ່ພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຮຸນ ແຊນ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດດ້ານການພັດທະນາອັນສຳຄັນ ແລະ ຮອບດ້ານຂອງຫວຽດນາມໃນໄລຍະຜ່ານມາ. ຜູ້ນຳທັງສອງທ່ານເນັ້ນໜັກວ່າ ການພັດທະນາຂອງຫວຽດນາມຍັງນຳມາຊຶ່ງຜົນສຳເລັດ, ບົດຮຽນ ແລະ ໂອກາດການພັດທະນາໃຫ້ແກ່ລາວ ແລະ ກຳປູເຈຍ.

ທ່ານ ຮຸນ ແຊນ ຢືນຢັນວ່າ ກຳປູເຈຍຍາມໃດກໍໃຫ້ຄວາມສຳຄັນ ແລະ ປາຖະໜາສືບຕໍ່ພັດທະນາສາຍພົວພັນກັບຫວຽດນາມ ແລະ ລາວ. ຕາມທ່ານແລ້ວ, ຄວາມສາມັກຄີ ແລະ ຄວາມຜູກພັນລະຫວ່າງສາມພັກ, ສາມປະເທດ ແມ່ນປັດໄຈສຳຄັນທີ່ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາ.

ທ່ານ ທອງລຸນ ສີສຸລິດ ໄດ້ຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ການຮ່ວມມືທີ່ມີປະສິດທິຜົນຂອງຫວຽດນາມ ແລະ ກຳປູເຈຍ; ພ້ອມທັງຢືນຢັນວ່າ ລາວຍາມໃດກໍໃຫ້ຄວາມສຳຄັນ ແລະ ໃຫ້ບຸລິມະສິດສູງຕໍ່ການພັດທະນາສາຍພົວພັນກັບສອງປະເທດເພື່ອນບ້ານ.

ຜູ້ນຳທັງສາມທ່ານເຫັນດີເປັນເອກະພາບ ແລະ ຢືນຢັນວ່າ ການຮ່ວມມືລະຫວ່າງສາມພັກ ມີບົດບາດກຳນົດທິດທາງຢ່າງຕໍ່ເນື່ອງໃນພາບລວມຂອງສາຍພົວພັນສາມປະເທດ. ການພົບປະລະຫວ່າງຜູ້ນຳສູງສຸດຂອງສາມພັກ ມີຄວາມໝາຍທາງຍຸດທະສາດ, ຈຶ່ງຈຳເປັນຕ້ອງສືບຕໍ່ຮັກສາ ແລະ ສົ່ງເສີມປະສິດທິຜົນ.

ບັນດາຜູ້ນຳຍັງໄດ້ສະແດງຄວາມດີໃຈຕໍ່ບັນດາບາດກ້າວພັດທະນາໃນສາຍພົວພັນຫວຽດນາມ - ລາວ - ກຳປູເຈຍ ໃນໄລຍະຜ່ານມາ. ໃນນັ້ນ, ສາຍພົວພັນທາງການເມືອງມີບົດບາດເປັນແກນຫຼັກ, ກຳນົດທິດທາງ ແລະ ນຳພາ; ການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ປະກອບສ່ວນຮັກສາສະພາບແວດລ້ອມທີ່ໝັ້ນຄົງເພື່ອການພັດທະນາ; ການຮ່ວມມືດ້ານເສດຖະກິດສ້າງບາດກ້າວບຸກທະລຸໃນການເຊື່ອມຕໍ່ໂຄງລ່າງພື້ນຖານ ແລະ ການຄ້າ, ສ່ວນການສຶກສາ ແລະ ການຝຶກອົບຮົມ ແມ່ນຂົວເຊື່ອມໂຍງຄົນຮຸ່ນໜຸ່ມ.

ພ້ອມກັນນັ້ນ, ກິດຈະກຳໂຄສະນາ ແລະ ສຶກສາອົບຮົມກ່ຽວກັບມູນເຊື້ອຄວາມສາມັກຄີ ແລະ ຄວາມຜູກພັນລະຫວ່າງສາມພັກ, ສາມປະເທດ ກໍນັບມື້ນັບໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ ແລະ ແຜ່ຂະຫຍາຍໄປສູ່ປະຊາຊົນຫຼາຍຊັ້ນຄົນ.

ໃຫ້ບຸລິມະສິດແກ່ການເຊື່ອມໂຍງເສດຖະກິດ, ການປ້ອງກັນຊາດ ແລະ ການແລກປ່ຽນລະຫວ່າງປະຊາຊົນ

ໃນການແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຕໍ່ໜ້າ, ຜູ້ນຳທັງສາມທ່ານເຫັນດີເປັນເອກະພາບວ່າ ຈຳເປັນຕ້ອງຍູ້ແຮງການເຊື່ອມໂຍງລະຫວ່າງສາມລະບົບເສດຖະກິດ, ໂດຍສະເພາະໃນການພັດທະນາໂຄງລ່າງພື້ນຖານດ້ານຄົມມະນາຄົມ, ການເຊື່ອມຕໍ່ທ່າເຮືອທະເລ, ລະບົບໂລຈິສຕິກ, ພະລັງງານ ແລະ ການຄ້າຊາຍແດນ.

ບັນດາຂົງເຂດດັ່ງກ່າວຖືກກຳນົດເປັນທິດທາງການຮ່ວມມືທີ່ສຳຄັນ ເພື່ອຂຸດຄົ້ນທ່າແຮງ ແລະ ຈຸດແຂງສະເພາະຂອງແຕ່ລະປະເທດ ລວມທັງຄວາມສາມາດໃນການເກື້ອກູນຊຶ່ງກັນແລະກັນຢ່າງມີປະສິດທິຜົນ, ຜ່ານນັ້ນຍົກສູງຄວາມສາມາດເພິ່ງພາຕົນເອງ, ຄວາມເປັນເຈົ້າຕົນເອງ, ຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດແຂ່ງຂັນຂອງແຕ່ລະປະເທດ.

ທັງສາມຝ່າຍສືບຕໍ່ຢືນຢັນຄວາມຕັດສິນໃຈໃນການຮັກສາ ແລະ ສົ່ງເສີມມູນເຊື້ອຄວາມສາມັກຄີ ແລະ ຄວາມຜູກພັນ, ຖືວ່ານີ້ແມ່ນບັນຫາທີ່ມີຄວາມໝາຍທາງຍຸດທະສາດຕໍ່ສາຍພົວພັນລະຫວ່າງສາມພັກ, ສາມປະເທດ.

ບົນຈິດໃຈດັ່ງກ່າວ, ບັນດາຜູ້ນຳໄດ້ເຫັນດີເປັນເອກະພາບໃຫ້ຮັກສາກົນໄກການພົບປະ ແລະ ແລກປ່ຽນລະດັບສູງຢ່າງເປັນປະຈຳ, ລວມທັງການພົບປະລະຫວ່າງຜູ້ນຳສູງສຸດຂອງສາມພັກ, ສາມລັດຖະບານ ແລະ ສາມລັດຖະສະພາ.

ພ້ອມກັນນັ້ນ, ສາມປະເທດຈະສຸມໃສ່ຈັດຕັ້ງປະຕິບັດບັນດາຂໍ້ສະຫຼຸບທີ່ບັນລຸໄດ້ໃນການພົບປະລະຫວ່າງຜູ້ນຳສູງສຸດຂອງສາມພັກໃນເດືອນກຸມພາ 2026 ຢ່າງມີປະສິດທິຜົນ, ເພີ່ມທະວີການຕິດຕາມ ແລະ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງການຮ່ວມມື, ຮັບປະກັນໃຫ້ບັນລຸຜົນຢ່າງເປັນຮູບປະທຳ ແລະ ມີປະໂຫຍດຕົວຈິງ.

ໃນຂົງເຂດປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ຜູ້ນຳທັງສາມທ່ານເຫັນດີເປັນເອກະພາບໃຫ້ສືບຕໍ່ຖືວ່ານີ້ແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນຂອງສາຍພົວພັນສາມປະເທດ.

ຕາມນັ້ນ, ກຳລັງປະກອບອາວຸດ ແລະ ບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງ ຈະເພີ່ມທະວີການປະສານງານໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມສະຫງົບຮຽບຮ້ອຍ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ, ພ້ອມທັງຕໍ່ສູ້ປ້ອງກັນ ແລະ ປາບປາມອາຊະຍາກຳຂ້າມຊາດ.

ສາມປະເທດຍັງເຫັນດີເປັນເອກະພາບໃຫ້ຮັກສາ ແລະ ສົ່ງເສີມປະສິດທິຜົນຂອງກົນໄກການຝຶກຊ້ອມຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຮູບແບບໃໝ່.

ນອກຈາກນັ້ນ, ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ ແລະ ການພັດທະນາຊັບພະຍາກອນມະນຸດ ຈະສືບຕໍ່ໄດ້ຮັບຄວາມສຳຄັນ. ບັນດາກິດຈະກຳແລກປ່ຽນລະຫວ່າງອົງການການເມືອງ - ສັງຄົມ, ບັນດາທ້ອງຖິ່ນ ແລະ ຄົນຮຸ່ນໜຸ່ມຂອງສາມປະເທດ ຈະໄດ້ຮັບການຂະຫຍາຍ, ປະກອບສ່ວນເສີມສ້າງຮາກຖານທາງສັງຄົມໃຫ້ແກ່ສາຍພົວພັນການຮ່ວມມືໃນໄລຍະຍາວ.

ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ຜູ້ນຳທັງສາມທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ແກ້ໄຂຄວາມເຫັນຕ່າງ ແລະ ຂໍ້ຂັດແຍ່ງດ້ວຍວິທີການສັນຕິ ໃຫ້ສອດຄ່ອງກັບກົດໝາຍສາກົນ.

ຫວຽດນາມ, ລາວ ແລະ ກຳປູເຈຍ ເຫັນດີເປັນເອກະພາບໃຫ້ເພີ່ມທະວີການປະສານງານ ແລະ ສະໜັບສະໜູນຊຶ່ງກັນແລະກັນຢູ່ບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະອາຊຽນ (ASEAN) ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ. ສາມປະເທດສືບຕໍ່ສົ່ງເສີມບົດບາດເປັນໃຈກາງຂອງອາຊຽນ, ປະສານງານຮັບມືກັບບັນດາສິ່ງທ້າທາຍຮ່ວມກັນ, ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ.

ໃນຕອນທ້າຍຂອງການພົບປະ, ຜູ້ນຳທັງສາມທ່ານໄດ້ເຫັນດີເປັນເອກະພາບໃຫ້ປະສານງານກັນກະກຽມຢ່າງຮອບຄອບສຳລັບການພົບປະລະຫວ່າງຜູ້ນຳສູງສຸດຂອງສາມພັກ ຄັ້ງທີ 5, ຊຶ່ງຄາດວ່າຈະຈັດຂຶ້ນຢູ່ລາວໃນປີ 2027.

ນີ້ຈະເປັນໂອກາດໃຫ້ທັງສາມຝ່າຍສືບຕໍ່ທົບທວນ ແລະ ປະເມີນຜົນການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ບັນລຸມາ, ເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງຍຸດທະສາດ ແລະ ກຳນົດບັນດາບຸລິມະສິດການຮ່ວມມືໃໝ່ລະຫວ່າງສາມພັກ, ສາມປະເທດ ໃນໄລຍະຕໍ່ໄປ.

ສະມາຄົມມິດຕະພາບຫວຽດນາມ - ລາວ ສົ່ງຄຳອວຍພອນເຖິງການນຳສະມາຄົມຝ່າຍລາວ ສະມາຄົມມິດຕະພາບຫວຽດນາມ - ລາວ ສົ່ງຄຳອວຍພອນເຖິງການນຳສະມາຄົມຝ່າຍລາວ
ຍສໝ - ວັນທີ 9 ພະຈິກ, ທ່ານ ຫງວຽນ ດັກ ວິງ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານນາງ ສູນທອນ ໄຊຍະຈັກ ໃນໂອກາດຮັບໜ້າທີ່ເປັນປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ພ້ອມທັງສະແດງຄວາມປາຖະໜາໃຫ້ສອງສະມາຄົມສືບຕໍ່ປະສານສົມທົບກັນໃນບັນດາກິດຈະກຳມິດຕະພາບ.
ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການເຊື່ອມໂຍງສາມລະບົບເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການເຊື່ອມໂຍງສາມລະບົບເສດຖະກິດ
ຍສໝ - ວັນທີ 16 ພະຈິກ, ຢູ່ພະນົມເປັນ (ກຳປູເຈຍ), ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ເຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີຕໍ່ບັນດາທິດທາງໃນການເພີ່ມທະວີຄວາມສາມັກຄີ, ການເຊື່ອມໂຍງທາງເສດຖະກິດ ແລະ ການປະສານງານເພື່ອຮັບປະກັນວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ