| ມອບຂອງຂວັນ 700 ຊຸດ ເພື່ອຊ່ວຍເຫຼືອຊຸມຊົນຊາວຫວຽດນາມຢູ່ ສ.ເກົາຫຼີ ນັກສຶກສາຫວຽດນາມຢູ່ ສ.ເກົາຫຼີ ໄດ້ຮັບການຊ່ວຍເຫຼືອເພື່ອຍົກສູງຄວາມສາມາດໃນການຊອກຫາວຽກເຮັດ |
![]() |
| ງານດັ່ງກ່າວມີທ່ານນາງ ຫງວຽນ ທິ ຖາຍ ບິ່ງ, ທີ່ປຶກສາອັກຄະລັດຖະທູດ; ທ່ານນາງ Hong Nomi, ຫົວໜ້າເມືອງ Manse; ທ່ານນາງ Song Ok-ju, ສະມາຊິກສະພາແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າອຳນາດການປົກຄອງ, ຊຸມຊົນຊາວຫວຽດນາມ ແລະ ປະຊາຊົນທ້ອງຖິ່ນເຂົ້າຮ່ວມ. ບັນດາຜູ້ແທນໄດ້ທົດລອງເຮັດແໜມມ້ວນສົດ; ຜູ້ເຂົ້າຮ່ວມງານໄດ້ຊິມອາຫານດັ້ງເດີມ, ຮ່ວມຟ້ອນໄມ້ໄຜ່ ແລະ ຮຽນຮູ້ຂະນົບທຳນຽມປະເພນີຫວຽດນາມ. ທ່ານນາງ Hong Nomi ໄດ້ເນັ້ນໜັກເຖິງບົດບາດຂອງງານບຸນໃນການເພີ່ມທະວີການແລກປ່ຽນ, ສ້າງຕົວເມືອງທີ່ເປີດກວ້າງ ແລະ ຍອມຮັບຄວາມຫຼາກຫຼາຍ ພ້ອມທັງຊຸກຍູ້ກິດຈະກຳການຄ້າໃນທ້ອງຖິ່ນ. ທ່ານນາງ ຫງວຽນ ທິ ຖາຍ ບິ່ງ, ທີ່ປຶກສາອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງສະມາຄົມຊາວຫວຽດນາມຢູ່ Hwaseong ແລະ ການປະສານສົມທົບຂອງອຳນາດການປົກຄອງທ້ອງຖິ່ນ, ພ້ອມທັງຢືນຢັນວ່າ ສະຖານທູດຈະສືບຕໍ່ຮ່ວມເດີນທາງໃນບັນດາກິດຈະກຳແລກປ່ຽນວັດທະນະທຳ, ປະກອບສ່ວນຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສ.ເກົາຫຼີ. |
ຍສໝ - ໃນຕອນຄ່ຳວັນທີ 3 ຕຸລາ, ເຫດການ “ວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2026” ໄດ້ດຳເນີນໄປຢ່າງເປັນທາງການ ຢູ່ ເຂດພິເສດ ຝູກວັກ. ນີ້ແມ່ນກິດຈະກຳຈຸດສຸມ ໂດຍແຂວງ ອານຢາງ ປະສົມປະສານກັບ ສະຖານທູດ ເກົາຫຼີ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ ແນ່ໃສ່ສ້າງຂີດໝາຍແຫ່ງຄວາມຜູກພັນມິດຕະພາບສອງຝ່າຍ ຄົບຮອບ 34 ປີ (1992 - 2026). |
ຍສໝ - ວັນທີ 8/10, ທີ່ນະຄອນໂຮ່ຈິມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດພິທີລະນຶກວັນຊາດ ສ.ເກົາຫຼີ (3/10), ໂດຍເນັ້ນໜັກບົດບາດຂອງການແລກປ່ຽນປະຊາຊົນໃນການເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ. |
ຄຳສີ
