| ສະມາຄົມມິດຕະພາບຫວຽດນາມ - ລາວ ສົ່ງຄຳອວຍພອນເຖິງການນຳສະມາຄົມຝ່າຍລາວ ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ |
ພິທີລະນຶກວັນຊາດສາທາລະນະລັດປະຊາທິປະໄຕປະຊາຊົນອານເຊຣີ ຄົບຮອບ 72 ປີ (1 ພະຈິກ 1954 - 1 ພະຈິກ 2026) ມີຜູ້ຕາງໜ້າຈາກບັນດາກະຊວງ, ຄະນະ, ຂະແໜງການ, ອົງການສູນກາງ, ອົງການການທູດ, ອົງການສາກົນ ແລະ ເພື່ອນມິດຂອງສອງປະເທດຈຳນວນຫຼາຍເຂົ້າຮ່ວມ.
![]() |
| ບັນດາຜູ້ແທນຖ່າຍຮູບຮ່ວມກັນ. |
ກ່າວປາໄສໃນພິທີ, ທ່ານ ເລ ແອງ ຕວັນ ໄດ້ສົ່ງຄຳອວຍພອນເຖິງລັດຖະບານ ແລະ ປະຊາຊົນອານເຊຣີ; ສະແດງຄວາມເຄົາລົບ ແລະ ເຫັນຄຸນຄ່າຕໍ່ນ້ຳໃຈສາມັກຄີ ແລະ ການສະໜັບສະໜູນທີ່ປະຊາຊົນອານເຊຣີມີໃຫ້ແກ່ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ຕະຫຼອດຮອດພາລະກິດການກໍ່ສ້າງ ແລະ ພັດທະນາປະເທດໃນປັດຈຸບັນ.
ທ່ານຮອງລັດຖະມົນຕີ ຢືນຢັນວ່າ ສາຍພົວພັນຫວຽດນາມ - ອານເຊຣີ ມີຮາກຖານມາຈາກຄວາມເຫັນອົກເຫັນໃຈຮ່ວມກັນໃນປະຫວັດສາດການຕໍ່ສູ້ເພື່ອຍາດເອກະລາດ ແລະ ໄດ້ຮັບການທະນຸບຳລຸງມາຕະຫຼອດກວ່າ 6 ທົດສະວັດ. ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອານເຊຣີໃນດ້ານເສດຖະກິດ - ສັງຄົມ, ຄວາມໝັ້ນຄົງທາງການເມືອງ ແລະ ຖານະບົດບາດໃນເວທີສາກົນ; ພ້ອມທັງຕີລາຄາວ່າ ການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2025 ໄດ້ເປີດກວ້າງໂອກາດໃໝ່ໃຫ້ແກ່ການຮ່ວມມື.
ຫວຽດນາມປາຖະໜາທີ່ຈະຍູ້ແຮງການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ພະລັງງານ, ນ້ຳມັນ ແລະ ອາຍແກັສ, ກະສິກຳ, ອຸດສາຫະກຳ, ວິທະຍາສາດ - ເຕັກໂນໂລຊີ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ທ່ານ Azeddine Beckha, ເອກອັກຄະລັດຖະທູດອານເຊຣີປະຈຳຫວຽດນາມ ໄດ້ຢືນຢັນວ່າ ອານເຊຣີໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບມູນເຊື້ອ, ຕີລາຄາສູງຜົນສຳເລັດ ແລະ ຖານະບົດບາດຂອງຫວຽດນາມ; ພ້ອມທັງຫວັງວ່າ ສອງປະເທດຈະປະຕິບັດຂອບການຮ່ວມມືຄູ່ຮ່ວມຍຸດທະສາດຢ່າງມີປະສິດທິຜົນ.
ທ່ານເຫັນວ່າ ສອງຝ່າຍຍັງມີໂອກາດຮ່ວມມືອີກຫຼາຍໃນຂົງເຂດພະລັງງານ, ກະສິກຳ, ອຸດສາຫະກຳ, ການຄ້າ, ການລົງທຶນ, ການສຶກສາ ແລະ ການຫັນເປັນດິຈິຕອນ; ພ້ອມທັງຊຸກຍູ້ໃຫ້ບັນດາວິສາຫະກິດເພີ່ມທະວີການພົບປະ, ແລກປ່ຽນຂໍ້ມູນ ແລະ ຊອກຫາໂຄງການຮ່ວມກັນ.
ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງບົດບາດຂອງການແລກປ່ຽນວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ໂດຍສະເພາະໃນການຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈປະຫວັດສາດ, ວັດທະນະທຳ ແລະ ມູນເຊື້ອຂອງກັນ ແລະ ກັນ. ທ່ານໄດ້ສະແດງຄວາມຍິນດີຕໍ່ສາຍພົວພັນເມືອງແຮກສ່ຽວລະຫວ່າງນະຄອນ Batna ແລະ ດ້ຽນບຽນ ພ້ອມທັງໂຮງຮຽນມິດຕະພາບຫວຽດນາມ - ອານເຊຣີ ຢູ່ຮ່າໂນ້ຍ, ໂດຍຖືວ່າ ສິ່ງເຫຼົ່ານີ້ເປັນຫຼັກຖານສະແດງເຖິງຄວາມຜູກພັນທາງປະຫວັດສາດທີ່ແໜ້ນແຟ້ນ ແລະ ຍືນຍົງລະຫວ່າງປະຊາຊົນສອງປະເທດ.
ຍສໝ - ໃນຕອນແລງວັນທີ 9 ພະຈິກ, ທີ່ນະຄອນຫຼວງວຽງຈັນ (ລາວ), ບໍລິສັດຮຸ້ນສ່ວນການເດີນທາງສີຂຽວ ແລະ ອັດສະລິຍະ (Green SM) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຕັ້ງພັນທະມິດການຫັນປ່ຽນສີຂຽວລາວ, ພ້ອມທັງສະຫຼອງຄົບຮອບ 3 ປີ ແຫ່ງການດຳເນີນທຸລະກິດໃນຕະຫຼາດລາວ. ເຫດການດັ່ງກ່າວໄດ້ເປີດໂອກາດໃໝ່ໃນການຮ່ວມມືດ້ານການຂົນສົ່ງສີຂຽວ, ເຕັກໂນໂລຊີດິຈິຕອນ ແລະ ການບໍລິການ ລະຫວ່າງວິສາຫະກິດຫວຽດນາມກັບບັນດາຄູ່ຮ່ວມມືລາວ. |
ຍສໝ - ວັນທີ 9 ພະຈິກ, ທີ່ຮ່າໂນ້ຍ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ຈັດການສົນທະນານະໂຍບາຍປ້ອງກັນຊາດຄັ້ງທີ 9, ເພື່ອແລກປ່ຽນບັນດາມາດຕະການຜັນຂະຫຍາຍການຮ່ວມມືສອງຝ່າຍ, ໃນນັ້ນມີການຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ການແກ້ໄຂຜົນກະທົບຈາກສົງຄາມ. |
ຄຳສີ
