| ຄະນະກູ້ໄພກູ້ຊີບ ຫວຽດນາມ ກັບຄືນປະເທດ, ສຳເລັດການປະຕິບັດໜ້າທີ່ຢູ່ ເວເນຊູເອລາ ນຳເລື່ອງລາວຫວຽດນາມເຂົ້າໃກ້ປະຊາຊົນເວເນຊູເອລາຍິ່ງຂຶ້ນ |
![]() |
| ຕອນເຊົ້າວັນທີ 3 ກໍລະກົດ, ເພື່ອຕອບສະໜອງຄຳຮຽກຮ້ອງຂອງສະພາກາແດງເວເນຊູເອລາ, ບັນດາພະນັກງານ ແລະ ເຈົ້າໜ້າທີ່ສະຖານທູດຫວຽດນາມປະຈຳເວເນຊູເອລາ ໄດ້ເຂົ້າຮ່ວມບໍລິຈາກເລືອດເພື່ອມະນຸດສະທຳ ແນໃສ່ຊ່ວຍເຫຼືອຜູ້ປະສົບໄພຈາກເຫດການແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 24 ມິຖຸນາ. ທ່ານ ຫວູ ຈຸງ ໝີ, ເອກອັກຄະລັດຖະທູດຫວຽດນາມ ກໍໄດ້ເຂົ້າຮ່ວມບໍລິຈາກເລືອດໂດຍກົງ, ສະແດງເຖິງນ້ຳໃຈແຫ່ງການແບ່ງປັນກັບປະຊາຊົນປະເທດເພື່ອນມິດໃນຊ່ວງເວລາທີ່ຫຍຸ້ງຍາກ. ກິດຈະກຳດັ່ງກ່າວສະທ້ອນໃຫ້ເຫັນຈິດໃຈແຫ່ງການຊ່ວຍເຫຼືອເກື້ອກູນກັນຂອງຊາວຫວຽດນາມ ແລະ ຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມ ກັບ ເວເນຊູເອລາ. ເລືອດທີ່ບໍລິຈາກໄດ້ປະກອບສ່ວນຊ່ວຍເຫຼືອວຽກງານປິ່ນປົວຜູ້ບາດເຈັບພາຍຫຼັງໄພພິບັດທຳມະຊາດ, ພ້ອມທັງເຜີຍແຜ່ສານແຫ່ງຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສອງຊາດ. |
ຍສໝ - ໃນການຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ ວັນທີ 25 ມິຖຸນາ, ທ່ານນາງ ຟ້າມ ທູ ຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ໃຫ້ຮູ້ວ່າ ຫວຽດນາມໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງລັດຖະບານ ແລະ ປະຊາຊົນເວເນຊູເອລາ ພາຍຫຼັງເກີດແຜ່ນດິນໄຫວຮ້າຍແຮງ, ພ້ອມທັງຢືນຢັນຄວາມພ້ອມໃນການໃຫ້ການຊ່ວຍເຫຼືອທີ່ເໝາະສົມ ເພື່ອຮ່ວມກັບປະເທດເພື່ອນມິດແກ້ໄຂຜົນກະທົບຈາກໄພທຳມະຊາດ. |
ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ ຕາມເວລາທ້ອງຖິ່ນ, ໂດຍໄດ້ຮັບການມອບສິດຈາກລັດຖະບານ ເວເນຊູເອລາ, ພັນໂທ ຣາອູນ Raúl Serrano Chacón ສັງກັດກອງບັນຊາການທະຫານຮັກສາການປະທານາທິບໍດີ - ຜູ້ປະສານງານຄະນະກູ້ໄພກູ້ຊີບ ຫວຽດນາມ - ໄດ້ເປັນປະທານພິທີມອບຫຼຽນໄຊ “ວີລະຊົນ ເວເນຊູເອລາ” ຊັ້ນໜຶ່ງ ໃຫ້ແກ່ ຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ຊັ້ນສອງ ໃຫ້ແກ່ບັນດາສະມາຊິກພາຍໃນຄະນະ. |
ມິງດຶກ
