ຫວຽດນາມ ພ້ອມໃຫ້ການຊ່ວຍເຫຼືອ ເວເນຊູເອລາ ແກ້ໄຂຜົນກະທົບຈາກແຜ່ນດິນໄຫວ

11:15 | 26/06/2026

ຍສໝ - ໃນການຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ ວັນທີ 25 ມິຖຸນາ, ທ່ານນາງ ຟ້າມ ທູ ຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ໃຫ້ຮູ້ວ່າ ຫວຽດນາມໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງລັດຖະບານ ແລະ ປະຊາຊົນເວເນຊູເອລາ ພາຍຫຼັງເກີດແຜ່ນດິນໄຫວຮ້າຍແຮງ, ພ້ອມທັງຢືນຢັນຄວາມພ້ອມໃນການໃຫ້ການຊ່ວຍເຫຼືອທີ່ເໝາະສົມ ເພື່ອຮ່ວມກັບປະເທດເພື່ອນມິດແກ້ໄຂຜົນກະທົບຈາກໄພທຳມະຊາດ.

ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃນສັງກາດໃໝ່
ຄວາມເດັດດ່ຽວໜຽວແໜ້ນນຳເອົາສາຍພົວພັນ ຫວຽດນາມ - ເວເນຊູເອລາ ຂະຫຍາຍຕົວຕື່ມອີກ ພາຍໃດໄລຍະໃໝ່

ໃນການຕອບຄຳຖາມຂອງນັກຂ່າວກ່ຽວກັບທ່າທີຂອງຫວຽດນາມຕໍ່ເຫດການແຜ່ນດິນໄຫວຢູ່ເວເນຊູເອລາ, ທ່ານນາງ ຟ້າມ ທູ ຮັ່ງ ກ່າວວ່າ ທັນທີທີ່ຮັບຊາບຂ່າວສານກ່ຽວກັບໄພພິບັດຄັ້ງນີ້, ການນຳຫວຽດນາມໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວເຖິງການນຳເວເນຊູເອລາ, ໂດຍສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ຄວາມສູນເສຍດ້ານຊີວິດ ແລະ ຊັບສິນອັນເນື່ອງມາຈາກເຫດການດັ່ງກ່າວ.

ຫວຽດນາມ ພ້ອມໃຫ້ການຊ່ວຍເຫຼືອ ເວເນຊູເອລາ ແກ້ໄຂຜົນກະທົບຈາກແຜ່ນດິນໄຫວ
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ

ທ່ານນາງໂຄສົກໄດ້ຢືນຢັນວ່າ ຫວຽດນາມເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນເວເນຊູເອລາຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້ໂດຍໄວ, ຟື້ນຟູສະຖານະການໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ແກ້ໄຂຜົນກະທົບຈາກໄພທຳມະຊາດ. ຫວຽດນາມພ້ອມທີ່ຈະດຳເນີນຮູບແບບການຊ່ວຍເຫຼືອທີ່ເໝາະສົມໃຫ້ແກ່ເວເນຊູເອລາ.

ສຳລັບວຽກງານການປົກປ້ອງພົນລະເມືອງ, ທ່ານນາງ ຟ້າມ ທູ ຮັ່ງ ໃຫ້ຮູ້ວ່າ ຕາມລາຍງານຈາກສະຖານເອກອັກຄະລັດຖະທູດຫວຽດນາມປະຈຳເວເນຊູເອລາ, ມາຮອດເວລາດັ່ງກ່າວ ພົນລະເມືອງຫວຽດນາມທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ເວເນຊູເອລາ ຍັງຄົງປອດໄພ. ປັດຈຸບັນ, ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳເວເນຊູເອລາ ຍັງສືບຕໍ່ຮ່ວມມືກັບບັນດາອົງການທີ່ມີອຳນາດໜ້າທີ່ຂອງປະເທດປະຈຳຖິ່ນ ເພື່ອຕິດຕາມສະຖານະການຢ່າງໃກ້ຊິດ, ພ້ອມທັງກະກຽມມາດຕະການຊ່ວຍເຫຼືອ ແລະ ປົກປ້ອງພົນລະເມືອງໃນກໍລະນີຈຳເປັນ.

ເວເນຊູເອລາ ສະແດງຄວາມອວຍພອນ ຫວຽດນາມ ມີ​ອະ​ນາ​ຄົດ​ສັນ​ຕິ​ພາບ, ຈະເລີນຮຸ່ງ​ເຮືອງ ແລະ ມີ​ໄຊ​ຊະ​ນະ​ກວ່າ ເວເນຊູເອລາ ສະແດງຄວາມອວຍພອນ ຫວຽດນາມ ມີ​ອະ​ນາ​ຄົດ​ສັນ​ຕິ​ພາບ, ຈະເລີນຮຸ່ງ​ເຮືອງ ແລະ ມີ​ໄຊ​ຊະ​ນະ​ກວ່າ

ຍສໝ - ວັນທີ 19 ສິງຫາ, ລັດຖະບານ ເວເນຊູເອລາ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ. ​ເນື່ອງ​ໃນ​ໂອກາດ​ນີ້, ລັດຖະບານ ​ເວ​ເນ​ຊູ​ເອລາ ຢືນຢັນ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ.

ເພີ່ມທະວີນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ  ເວເນຊູເອລາ ເພີ່ມທະວີນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ເວເນຊູເອລາ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພັກ​ສັງຄົມ​ນິຍົມເອກະພາບ ເວເນຊູເອລາ (PSUV), ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ - ເວ​ເນ​ຊູ​ເອລາ ນຳ​ໜ້າ​ໂດຍ​ທ່ານ​ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ດົງຮຸຍເກືອງ ​ໄດ້​ໄປ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ເປັນ​ສັກຂີ​ພິຍານ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ທ້ອງ​ຖິ່ນຢູ່ ເວເນຊູເອລາ ແຕ່​ວັນ​ທີ 24 – 29 ພຶດສະພາ.

ຄຳສີ