| ຫວຽດນາມ - ຕິມໍແລັດສະເຕ ຂະຫຍາຍການຮ່ວມມືຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ແຫຼ່ງທຶນມະນຸດ ອາຫານຫວຽດນາມເຊື່ອມໂຍງຊຸມຊົນຢູ່ ສ.ເກົາຫຼີ |
ໃນການພົບປະເຮັດວຽກ, ທ່ານ Duílio da Silva ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ໃນການພັດທະນາເສດຖະກິດ ແລະ ການດຶງດູດທຶນລົງທຶນຈາກຕ່າງປະເທດ. ທ່ານໃຫ້ຮູ້ວ່າ ລັດຖະບານ ຕິມໍແລັດສະເຕ ພວມໃຫ້ບູລິມະສິດແກ່ການຫັນໂຄງປະກອບເສດຖະກິດໃຫ້ມີຄວາມຫຼາກຫຼາຍ ແລະ ຊຸກຍູ້ພາກເອກະຊົນ. ທ່ານສະແດງຄວາມປາຖະໜາວ່າ ຜ່ານສະຖານທູດຫວຽດນາມ, TradeInvest ຈະໄດ້ເພີ່ມທະວີສາຍພົວພັນກັບບັນດາອົງການຄູ່ຮ່ວມມືຂອງຫວຽດນາມ, ແລກປ່ຽນປະສົບການໃນການປັບປຸງສະພາບແວດລ້ອມການລົງທຶນ ແລະ ຍົກສູງຂີດຄວາມສາມາດໃນການໜູນຊ່ວຍວິສາຫະກິດ.
ຜູ້ຕາງໜ້າ TradeInvest ຍັງໄດ້ຢືນຢັນວ່າ ຕິມໍແລັດສະເຕ ພ້ອມທີ່ຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດຫວຽດນາມເຂົ້າໄປສຳຫຼວດ, ຊອກຫາໂອກາດດຳເນີນທຸລະກິດ ແລະ ລົງທຶນໃນຕະຫຼາດແຫ່ງນີ້.
![]() |
| ທ່ານ ຟ້າມ ບິ່ງ ດ່າມ, ເອກອັກຄະລັດຖະທູດຫວຽດນາມປະຈຳຕິມໍແລັດສະເຕ ແລກປ່ຽນກັບທ່ານ Duílio Marino Gusmão Araújo da Silva, ຜູ້ອຳນວຍການບໍລິຫານອົງການສົ່ງເສີມການລົງທຶນ ແລະ ການສົ່ງອອກຕິມໍແລັດສະເຕ (TradeInvest) ໃນການພົບປະເຮັດວຽກ. |
ໃນການແລກປ່ຽນກ່ຽວກັບຂະບວນການເປີດກວ້າງ ແລະ ເຊື່ອມໂຍງເສດຖະກິດເຂົ້າສາກົນຂອງຫວຽດນາມ, ທ່ານ ຟ້າມ ບິ່ງ ດ່າມ, ເອກອັກຄະລັດຖະທູດ ເຫັນວ່າ ການສືບຕໍ່ປະຕິຮູບ, ປັບປຸງລະບົບສະຖາບັນໃຫ້ສົມບູນ ແລະ ຮັບຟັງຄຳສະທ້ອນຈາກຊຸມຊົນວິສາຫະກິດຢ່າງສະໝ່ຳສະເໝີ ມີຄວາມໝາຍສຳຄັນໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດທີ່ເກີດຂຶ້ນ.
ທ່ານເອກອັກຄະລັດຖະທູດເຫັນວ່າ ການເຂົ້າຮ່ວມອາຊຽນ (ASEAN) ແລະ ອົງການການຄ້າໂລກ (WTO) ຈະຊ່ວຍໃຫ້ ຕິມໍແລັດສະເຕ ຂະຫຍາຍໂອກາດໃນການເຂົ້າເຖິງຕະຫຼາດ, ດຶງດູດບັນດາແຫຼ່ງຊັບພະຍາກອນເພື່ອການພັດທະນາ, ພ້ອມທັງສ້າງແຮງຜັກດັນໃຫ້ເລັ່ງລັດການປະຕິຮູບ ແລະ ຍົກສູງຂີດຄວາມສາມາດໃນການປະຕິບັດພັນທະສັນຍາສາກົນ. ຫວຽດນາມພ້ອມທີ່ຈະແລກປ່ຽນປະສົບການ ແລະ ໜູນຊ່ວຍການເຊື່ອມໂຍງບັນດາອົງການວິຊາສະເພາະຂອງສອງປະເທດ ບົນພື້ນຖານຄວາມຕ້ອງການຮ່ວມມືຈາກຝ່າຍຕິມໍແລັດສະເຕ.
ຈາກປະສົບການດຶງດູດການລົງທຶນຂອງຫວຽດນາມ, ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສະພາບແວດລ້ອມທຸລະກິດທີ່ເປີດກວ້າງ ແລະ ຄ່ອງຕົວ, ລະບຽບຂັ້ນຕອນທີ່ໂປ່ງໃສ, ນະໂຍບາຍສິດທິພິເສດທີ່ເໝາະສົມ ແລະ ຕົ້ນທຶນທີ່ສາມາດແຂ່ງຂັນໄດ້. ນອກຈາກນັ້ນ, ການເລັ່ງລັດນຳໃຊ້ເຕັກໂນໂລຊີດິຈິຕອນໃນການຈົດທະບຽນ ແລະ ອອກໃບອະນຸຍາດລົງທຶນ; ຍົກສູງປະສິດທິຜົນການປະສານສົມທົບລະຫວ່າງຂະແໜງການຕາມກົນໄກປະຕູດຽວ; ສ້າງຄວາມສະດວກດ້ານວີຊາ, ແຮງງານ ແລະ ທີ່ດິນ ຈະປະກອບສ່ວນເພີ່ມທະວີຄວາມເຊື່ອໝັ້ນຂອງບັນດານັກລົງທຶນ.
ກ່ຽວກັບໂຄງການຈັບ ແລະ ປຸງແຕ່ງອາຫານທະເລຂອງນັກລົງທຶນຫວຽດນາມຢູ່ຕິມໍແລັດສະເຕ, ທ່ານ ຟ້າມ ບິ່ງ ດ່າມ ໄດ້ສະເໜີໃຫ້ບັນດາອົງການທ້ອງຖິ່ນໜູນຊ່ວຍເລັ່ງລັດການພິຈາລະນາ ແລະ ອອກໃບອະນຸຍາດ. ຝ່າຍ TradeInvest ໃຫ້ຮູ້ວ່າ ຄາດວ່າຈະຈັດການປະຊຸມດ້ານເຕັກນິກກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອແນະນຳນັກລົງທຶນ ແລະ ແລກປ່ຽນທິດທາງແກ້ໄຂສຳລັບແຕ່ລະລະບຽບຂັ້ນຕອນ.
TradeInvest ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍວິສາຫະກິດໃນຂະບວນການປະຕິບັດ ແລະ ດຳເນີນໂຄງການ, ພ້ອມທັງປະສານສົມທົບກັບບັນດາອົງການທີ່ມີອຳນາດໜ້າທີ່ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກທີ່ເກີດຂຶ້ນຢ່າງທັນການ.
ສອງຝ່າຍເຫັນດີທີ່ຈະແລກປ່ຽນກ່ຽວກັບຄວາມເປັນໄປໄດ້ໃນການປະສານສົມທົບຈັດບັນດາເວທີປາໄສ ແລະ ໂຄງການແລກປ່ຽນຄະນະຜູ້ແທນວິສາຫະກິດ ເພື່ອສຳຫຼວດຕະຫຼາດ, ຊອກຫາຄູ່ຮ່ວມມື ແລະ ຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ມຸ່ງສູ່ການລະນຶກຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ – ຕິມໍແລັດສະເຕ (28/7/2002 – 28/7/2027).
ຍສໝ - ເນື່ອງໃນໂອກາດວັນແມ່ຍິງຫວຽດນາມ 20/10, ສະມາຄົມແມ່ຍິງຫວຽດນາມຢູ່ໂຮນລັງ ໄດ້ຈັດງານບຸນແລກປ່ຽນວັດທະນະທຳຫວຽດນາມ - ໂຮນລັງ ທີ່ສະຖານທູດຫວຽດນາມ, ເປີດໂອກາດໃຫ້ຊຸມຊົນຊາວຫວຽດນາມ ແລະ ເພື່ອນມິດທ້ອງຖິ່ນໄດ້ແລກປ່ຽນ, ຮຽນຮູ້ບັນດາເອກະລັກອັນໂດດເດັ່ນຂອງວັດທະນະທຳຫວຽດນາມ. |
ຍສໝ - ວັນທີ 17/10, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ໄດ້ຈັດລາຍການ “ການພົບປະແລກປ່ຽນລະຫວ່າງນັກທຸລະກິດ ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວຫວຽດນາມ - ບຸນກາຣີ”, ເປີດໂອກາດໃຫ້ວິສາຫະກິດຂອງສອງປະເທດໄດ້ເຊື່ອມໂຍງ, ຊອກຫາຄູ່ຮ່ວມມື ແລະ ຂະຫຍາຍການຮ່ວມມືພາຍໃຕ້ຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດ. |
ຄຳສີ
