| ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນ ກ່ຽວກັບການຄຸ້ມຄອງຊັບພະຍາກອນ ທຳມະຊາດ ຫວຽດນາມຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ເພື່ອແກ້ໄຂຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທີ່ເກີດຈາກຄວາມຂັດແຍ່ງ |
ຕາມກະຊວງສຶກສາທິການ ແລະ ຝຶກອົບຮົມແລ້ວ, ບົດບັນທຶກຄວາມເຂົ້າໃຈ (MOU) ທັງ 24 ສະບັບ ປະກອບມີ ເອກະສານລະດັບລັດຖະບານ 1 ສະບັບ ລະຫວ່າງຫວຽດນາມ ແລະ ສະຫະລາຊະອານາຈັກ, ເອກະສານລະດັບກົມ 6 ສະບັບ ແລະ ຂໍ້ຕົກລົງ 17 ສະບັບ ລະຫວ່າງບັນດາສະຖາບັນການສຶກສາ, ອົງການ ແລະ ວິສາຫະກິດຫວຽດນາມ ກັບຄູ່ຮ່ວມມືຕ່າງປະເທດ. ບັນດາເອກະສານດັ່ງກ່າວສ້າງພື້ນຖານເພື່ອເພີ່ມທະວີການແລກປ່ຽນດ້ານວິຊາການ, ເຊື່ອມຕໍ່ແຫຼ່ງກຳລັງ ແລະ ເປີດກວ້າງການຮ່ວມມືດ້ານການສຶກສາສາກົນ.
ສິ່ງທີ່ໜ້າສົນໃຈແມ່ນ ທ່ານ ຟ້າມ ກວາງ ຮຶງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ຝຶກອົບຮົມ ແລະ ທ່ານນາງ ບາໂຣເນສ Smith ແຫ່ງ Malvern, ລັດຖະມົນຕີປະຈຳກະຊວງສຶກສາທິການສະຫະລາຊະອານາຈັກ ຮັບຜິດຊອບດ້ານທັກສະ, ໄດ້ຕາງໜ້າລັດຖະບານສອງປະເທດລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສຶກສາ ຫວຽດນາມ - ສະຫະລາຊະອານາຈັກ.
ເອກະສານດັ່ງກ່າວໄດ້ປັບປຸງຂອບການຮ່ວມມືທີ່ມີມາແຕ່ປີ 2019, ເພີ່ມເຕີມເນື້ອໃນກ່ຽວກັບການສຶກສາດ້ານເຕັກນິກ, ການສຶກສາວິຊາຊີບ ແລະ ການຝຶກອົບຮົມທັກສະ (TVET), ຄຽງຄູ່ກັບບັນດາຂົງເຂດການສຶກສາຊັ້ນສູງ, ພາສາອັງກິດ, ເຕັກໂນໂລຊີການສຶກສາ, ການສຶກສາສາມັນ ແລະ ການສຶກສາກ່ອນໄວຮຽນ.
ສຳລັບການສຶກສາຊັ້ນສູງ, ສອງຝ່າຍຊຸກຍູ້ການເປີດກວ້າງບັນດາໂຄງການຮ່ວມມືຝຶກອົບຮົມລະດັບປະລິນຍາຕີ ແລະ ຫຼັງປະລິນຍາຕີ, ພ້ອມທັງສຶກສາຄວາມເປັນໄປໄດ້ໃນການສ້າງສາຂາສາກົນຂອງບັນດາມະຫາວິທະຍາໄລອັງກິດຢູ່ຫວຽດນາມ.
![]() |
| ຜູ້ຕາງໜ້າລັດຖະບານຫວຽດນາມ ແລະ ລັດຖະບານສະຫະລາຊະອານາຈັກອັງກິດໃຫຍ່ ແລະ ໄອແລນເໜືອ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດການສຶກສາ. |
ໃນຂົງເຂດການສຶກສາວິຊາຊີບ, ການຮ່ວມມືສຸມໃສ່ການແລກປ່ຽນນະໂຍບາຍ, ຍົກສູງຄຸນນະພາບການຝຶກອົບຮົມ ແລະ ເພີ່ມທະວີການເຂົ້າຮ່ວມຂອງວິສາຫະກິດ. ເນື້ອໃນອື່ນໆປະກອບມີ ການບຳລຸງສ້າງຄູອາຈານ ແລະ ພະນັກງານບໍລິຫານ, ການພັດທະນາທັກສະດິຈິຕອນ, ທັກສະສີຂຽວ, ວິທີການຮຽນແບບປະສົມປະສານ, ຫຼັກສູດການຝຶກອົບຮົມ, ລະບົບໜ່ວຍກິດ, ໃບຢັ້ງຢືນທັກສະສະເພາະຂະໜາດນ້ອຍ ແລະ ກິດຈະກຳຮັບປະກັນ ແລະ ປະເມີນຮັບຮອງຄຸນນະພາບ.
ສອງປະເທດຍັງມຸ່ງໄປສູ່ການຍົກສູງຄວາມສາມາດດ້ານພາສາອັງກິດຢູ່ຫວຽດນາມ ຜ່ານການພັດທະນາຫຼັກສູດ, ປ່ຽນໃໝ່ວິທີການສິດສອນ ແລະ ບຳລຸງສ້າງຄູອາຈານ. ການຮ່ວມມືດ້ານການສຶກສາກ່ອນໄວຮຽນ, ການນຳໃຊ້ເຕັກໂນໂລຊີໃນໂຮງຮຽນສາມັນ ແລະ ການເຊື່ອມຕໍ່ບັນດາອົງການ ແລະ ນັກລົງທຶນດ້ານການສຶກສາຂອງອັງກິດຢູ່ຫວຽດນາມ ຍັງຄົງໄດ້ຮັບການໃຫ້ຄວາມສຳຄັນ ບົນພື້ນຖານການປະຕິບັດຕາມກົດໝາຍ.
ບົດບັນທຶກຄວາມເຂົ້າໃຈຍັງໄດ້ກຳນົດໃຫ້ສ້າງຕັ້ງຄະນະເຮັດວຽກຮ່ວມ ເພື່ອຄັດເລືອກບັນດາເນື້ອໃນບູລິມະສິດ ແລະ ສ້າງແຜນການປະຕິບັດ.
ໃນຂົງເຂດການສຶກສາຊັ້ນສູງ ແລະ ການຄົ້ນຄວ້າວິທະຍາສາດ, ບັນດາຂໍ້ຕົກລົງມີການເຂົ້າຮ່ວມຂອງມະຫາວິທະຍາໄລ Chosun (ສ.ເກົາຫຼີ), ມະຫາວິທະຍາໄລ RMIT ຫວຽດນາມ, ມະຫາວິທະຍາໄລ Concordia (ການາດາ) ແລະ ມະຫາວິທະຍາໄລ Newcastle (ອົດສະຕຣາລີ). ໃນນັ້ນ, ບັນດາເອກະສານລະຫວ່າງກົມຮ່ວມມືສາກົນກັບມະຫາວິທະຍາໄລ Concordia ແລະ ມະຫາວິທະຍາໄລ Newcastle ໄດ້ກ່າວເຖິງການຊ່ວຍເຫຼືອຝຶກອົບຮົມລະດັບປະລິນຍາເອກຕາມໂຄງການ 89 ພ້ອມດ້ວຍບັນດາກິດຈະກຳຮ່ວມມືດ້ານວິຊາການ.
ສຳລັບການສຶກສາວິຊາຊີບ, ສະຖາບັນຍຸດທະສາດ ແລະ ນະໂຍບາຍການສຶກສາ ສັງກັດກະຊວງສຶກສາທິການ ແລະ ຝຶກອົບຮົມ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບສະຖາບັນການສຶກສາວິຊາຊີບແຫ່ງລັດຖະບານກາງເຢຍລະມັນ ແລະ ອົງການຮ່ວມມືສາກົນເຢຍລະມັນ (GIZ), ໂດຍສຸມໃສ່ຊຸກຍູ້ການຮ່ວມມື ແລະ ແລກປ່ຽນປະສົບການດ້ານວິຊາການ.
ນອກຈາກນັ້ນ, ບັນດາສະຖາບັນການຝຶກອົບຮົມ ແລະ ວິສາຫະກິດຫວຽດນາມ ຍັງໄດ້ສ້າງຂໍ້ຕົກລົງກັບສະຖາບັນນັກບັນຊີຮັບອະນຸຍາດແຫ່ງອັງກິດ ແລະ ເວລສ໌ (ICAEW), ມະຫາວິທະຍາໄລ City St George’s, ມະຫາວິທະຍາໄລ London ແລະ ຄູ່ຮ່ວມມືອື່ນໆອີກຫຼາຍແຫ່ງ.
ເອກະສານບາງສະບັບມີການເຂົ້າຮ່ວມຂອງ Vietnam Foundation, Switch4Schools, DB Engineering and Consulting ພ້ອມດ້ວຍບັນດາຫົວໜ່ວຍພາຍໃນປະເທດ, ແນໃສ່ຊ່ວຍເຫຼືອຜູ້ຮຽນ, ພັດທະນາການສຶກສາຢູ່ທ້ອງຖິ່ນ ແລະ ນຳໃຊ້ເຕັກໂນໂລຊີໃນໂຮງຮຽນ.
ຕາມກະຊວງສຶກສາທິການ ແລະ ຝຶກອົບຮົມແລ້ວ, ບັນດາຂໍ້ຕົກລົງແມ່ນພື້ນຖານໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຜັນຂະຫຍາຍກິດຈະກຳຮ່ວມມືຢ່າງເປັນຮູບປະທຳ ໃນດ້ານການຝຶກອົບຮົມ, ການແລກປ່ຽນທາງວິຊາການ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາຊັບພະຍາກອນມະນຸດໃນໄລຍະຕໍ່ໜ້າ.
ຍສໝ - ວັນທີ 25 ມິຖຸນາ, ຢູ່ພາຍໃນເຂດຂົວຊາຍແດນ ດ່ານສາກົນ ແທັງຖຸຍ - ທຽນປາວ, ຄ້າຍທະຫານຊາຍແດນດ່ານສາກົນ ແທັງຖຸຍ (ຫວຽດນາມ) ໄດ້ສົມທົບກັບ ກອງຮ້ອຍຄຸ້ມຄອງຊາຍແດນ Malypho/ ກອງພັນນ້ອຍຄຸ້ມຄອງຊາຍແດນ ເວີນເຊີນ ຈັດຕັ້ງກິດຈະກຳໂຄສະນາ, ເຜີຍແຜ່ກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ ໃຫ້ແກ່ປະຊາຊົນເຂດຊາຍແດນ. |
ຍສໝ - ແຕ່ວັນທີ 19-29 ກໍລະກົດ, ຢູ່ທີ່ນະຄອນ ປູຊານ, ສ.ເກົາຫຼີ ໄດ້ຈັດກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ໂດຍມີຜູ້ແທນເຂົ້າຮ່ວມເກືອບ 3.000 ທ່ານ ທີ່ມາຈາກ 21 ປະເທດສະມາຊິກຄະນະກຳມະການ ແລະ ຜູ້ສັງເກດການຫຼາຍກວ່າ 100 ທ່ານ. ທ່ານ ໂງ ເລ ວັນ (Ngô Lê Văn), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. |
ມິງດຶກ
