ຫວຽດນາມ - ອິນເດຍ ຂະຫຍາຍເຄືອຂ່າຍການແລກປ່ຽນປະຊາຊົນ

08:55 | 02/10/2026

ຍສໝ - ວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບທ່ານ Tshering Wangchuk Sherpa, ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ, ແລກປ່ຽນກ່ຽວກັບການເພີ່ມທະວີການແລກປ່ຽນປະຊາຊົນ ແລະ ຂະຫຍາຍເຄືອຂ່າຍການຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ - ອິນເດຍ ຂະຫຍາຍການຮ່ວມມື, ວາງເປົ້າໝາຍການຄ້າ 25 ຕື້ USD ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ
ຫວຽດນາມ - ອິນເດຍ ຂະຫຍາຍເຄືອຂ່າຍການແລກປ່ຽນປະຊາຊົນ
ສອງຝ່າຍເຫັນດີຊຸກຍູ້ການແລກປ່ຽນຄະນະ, ການຮ່ວມມືດ້ານວິຊາການ, ວັດທະນະທຳ, ເສດຖະກິດ, ການຄ້າ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ທ້ອງຖິ່ນ. ທ່ານ Tshering Wangchuk Sherpa ຢືນຢັນວ່າ ສະຖານທູດອິນເດຍພ້ອມປະສານສົມທົບ, ໜູນຊ່ວຍຂະຫຍາຍການເຊື່ອມຕໍ່ກັບບັນດາຄູ່ຮ່ວມ. ທ່ານ ຟານແອັງເຊີນ ເນັ້ນໜັກວ່າ ການແລກປ່ຽນປະຊາຊົນແມ່ນພື້ນຖານສຳຄັນເພື່ອປັບປຸງສາຍພົວພັນມິດຕະພາບ. ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບຄວາມສາມາດໃນການຈັດສຳມະນາ, ກອງສົນທະນາ ແລະ ຮັກສາການປະສານສົມທົບຢ່າງເປັນປະຈຳໃນໄລຍະຕໍ່ໜ້າ.
ພຸດທະສາສະໜາ - ຂົວຕໍ່ເຊື່ອມສາຍພົວພັນຫວຽດນາມ - ອິນເດຍ ພຸດທະສາສະໜາ - ຂົວຕໍ່ເຊື່ອມສາຍພົວພັນຫວຽດນາມ - ອິນເດຍ
ຍສໝ​ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດອິນເດຍ (15/8), ວາລະສານ ເທີ່ຍດ້າຍ ຂໍແນະນຳບົດຂຽນຂອງທ່ານ Tshering W. Sherpa, ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ, ແບ່ງປັນກ່ຽວກັບບັນດາບາດກ້າວພັດທະນາຂອງອິນເດຍ, ກໍຄືຄວາມຕັ້ງໃຈຂອງອິນເດຍ ແລະ ຫວຽດນາມ ໃນການເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຂັ້ມແຂງຍິ່ງຂຶ້ນ.
ຊອກຫາແຮງຊຸກຍູ້ໃໝ່ໃຫ້ການພົວພັນ ຫວຽດນາມ - ອິນເດຍ ຊອກຫາແຮງຊຸກຍູ້ໃໝ່ໃຫ້ການພົວພັນ ຫວຽດນາມ - ອິນເດຍ
ຍສໝ - ເສດຖະກິດດິຈິຕອນ, ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ການຫັນປ່ຽນສີຂຽວ, ພະລັງງານທົດແທນ ແລະ ການເຊື່ອມຕໍ່ໂຄງລ່າງ ໄດ້ຖືກກຳນົດເປັນບັນດາແຮງຊຸກຍູ້ໃໝ່ ເພື່ອນຳການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ ຫວຽດນາມ - ອິນເດຍ ເຂົ້າສູ່ລວງເລິກ, ແທດຈິງ ແລະ ຍືນຍົງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ