ນັກສຶກສາໃໝ່ 46 ຄົນ ທີ່ມີຄວາມຫຍຸ້ງຍາກ ໄດ້ຮັບທຶນການສຶກສາຈາກ GNI

15:20 | 11/11/2026

ຍສໝ - ວັນທີ 7 ພະຈິກ, ທີ່ຮ່າໂນ້ຍ, ອົງການ Good Neighbors International (GNI) ປະຈຳຫວຽດນາມ ໄດ້ມອບທຶນການສຶກສາລະດັບມະຫາວິທະຍາໄລ ແລະ ວິທະຍາໄລ ຈຳນວນ 46 ທຶນ ພາຍໃຕ້ຊື່ “ເຕີບໃຫຍ່ໄປພ້ອມກັບຂ້ອຍ 2026” ໃຫ້ແກ່ນັກສຶກສາໃໝ່ທີ່ມີສະພາບຄອບຄົວຫຍຸ້ງຍາກ, ເພື່ອຊ່ວຍໃຫ້ພວກເຂົາສືບຕໍ່ການຮຽນ ແລະ ສານຕໍ່ຄວາມໃຝ່ຝັນ.

GNI ຊ່ວຍເຫຼືອໃນການຜ່ານຜ່າຜົນກະທົບຈາກພາຍຸໝາຍເລກ 5 ທີ່ແຂວງຮາຕິ້ງ. GNI ຊ່ວຍເຫຼືອດ້ານທີ່ຢູ່ອາໄສໃຫ້ເດັກນ້ອຍໃນໂຄງການອຸປະຖຳ 5 ຄົນ ຢູ່ຕວຽນກວາງ

ທີ່ຫ້ອງການ KOCHAM ຮ່າໂນ້ຍ, GNI ໄດ້ຈັດພິທີມອບທຶນການສຶກສາ “ເຕີບໃຫຍ່ໄປພ້ອມກັບຂ້ອຍ 2026” ໃຫ້ແກ່ນັກສຶກສາໃໝ່ 46 ຄົນ ທີ່ເຄີຍໄດ້ຮັບການອຸປະຖຳຈາກອົງການໃນບັນດາເຂດດຳເນີນໂຄງການ. ໃນນັ້ນ, ມີທຶນການສຶກສາ 30 ທຶນ ສຳລັບນັກສຶກສາລະດັບມະຫາວິທະຍາໄລ, ມູນຄ່າ 12 ລ້ານດົ່ງຕໍ່ທຶນ ແລະ 16 ທຶນ ສຳລັບນັກສຶກສາລະດັບວິທະຍາໄລ, ມູນຄ່າ 8 ລ້ານດົ່ງຕໍ່ທຶນ. ມູນຄ່າລວມຂອງທຶນການສຶກສາແມ່ນ 488 ລ້ານດົ່ງ.

ນອກຈາກການຊ່ວຍເຫຼືອດ້ານການເງິນແລ້ວ, ໂຄງການຍັງສ້າງໂອກາດໃຫ້ນັກສຶກສາໃໝ່, ຄອບຄົວ, ຜູ້ຕາງໜ້າ GNI ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ພົບປະ ແລະ ແບ່ງປັນເລື່ອງລາວກ່ຽວກັບເສັ້ນທາງການຝ່າຟັນຄວາມຫຍຸ້ງຍາກໃນການຮຽນ.

ນັກສຶກສາໃໝ່ 46 ຄົນ ທີ່ມີຄວາມຫຍຸ້ງຍາກ ໄດ້ຮັບທຶນການສຶກສາຈາກ GNI
ພິທີມອບທຶນການສຶກສາ “ເຕີບໃຫຍ່ໄປພ້ອມກັບຂ້ອຍ 2026” ໃຫ້ແກ່ນັກສຶກສາໃໝ່ 46 ຄົນ ທີ່ມີສະພາບຄອບຄົວຫຍຸ້ງຍາກ.

ເພີ່ມກຳລັງໃຈໃນເສັ້ນທາງສູ່ການສຶກສາລະດັບສູງ

ຮ່າ ແອັງ ຫງອກ, ໜຶ່ງໃນເດັກນ້ອຍທີ່ໄດ້ຮັບການຊ່ວຍເຫຼືອຈາກ GNI ນັບແຕ່ປີ 2017, ປັດຈຸບັນກຳລັງສຶກສາຢູ່ວິທະຍາໄລຄູສູນກາງ, ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄອບຄົວ, ໂຮງຮຽນ ແລະ GNI ທີ່ໄດ້ເອົາໃຈໃສ່ ແລະ ຮ່ວມເດີນທາງກັບນ້ອງມາໂດຍຕະຫຼອດ.

ສຳລັບ ຫງອກ, ການໄດ້ກ້າວເຂົ້າສູ່ຮົ້ວວິທະຍາໄລແມ່ນຂີດໝາຍສຳຄັນທີ່ເປີດເສັ້ນທາງໃໝ່ໃນຊີວິດ. ນ້ອງໄດ້ເລືອກຮຽນສາຂາການສຶກສາກ່ອນໄວຮຽນ ດ້ວຍຄວາມປາຖະໜາຢາກເປັນຄູສອນ, ໄດ້ດູແລ ແລະ ຮ່ວມເດີນທາງກັບເດັກນ້ອຍໃນຊ່ວງປີທຳອິດຂອງຊີວິດ.

“ນ້ອງຫວັງວ່າ ດ້ວຍຄວາມຮູ້ ແລະ ຄວາມຮັກຄວາມເມດຕາຂອງຕົນ, ນ້ອງຈະສາມາດປະກອບສ່ວນສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ, ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຮັກໃຫ້ແກ່ເດັກນ້ອຍ”, ຫງອກ ແບ່ງປັນ.

ກ່າວຄຳເຫັນໃນພິທີ, ທ່ານ Cho Eun-Seung, ຫົວໜ້າຜູ້ຕາງໜ້າ GNI ປະຈຳຫວຽດນາມ, ໄດ້ຍ້ອງຍໍຄວາມພະຍາຍາມຂອງບັນດານັກສຶກສາໃນການຝ່າຟັນຄວາມຫຍຸ້ງຍາກເພື່ອສືບຕໍ່ການຮຽນ.

ຕາມທ່ານ, ນັກສຶກສາແຕ່ລະຄົນລ້ວນແຕ່ມີເສັ້ນທາງຊີວິດຂອງຕົນເອງ, ພ້ອມກັບບັນດາສິ່ງທ້າທາຍດ້ານເງື່ອນໄຂການຮຽນ ແລະ ສະພາບຄອບຄົວ. ຄວາມອົດທົນ ແລະ ຄວາມມຸ່ງໝັ້ນຕັ້ງໃຈນັ້ນເອງ ໄດ້ຊ່ວຍໃຫ້ພວກເຂົາຄ່ອຍໆບັນລຸຄວາມໃຝ່ຝັນຂອງຕົນ.

ທ່ານ Cho Eun-Seung ໄດ້ເນັ້ນໜັກວ່າ ທຶນການສຶກສາບໍ່ພຽງແຕ່ເປັນເງິນຊ່ວຍເຫຼືອເທົ່ານັ້ນ, ແຕ່ຍັງສະແດງເຖິງການຮັບຮູ້, ການໃຫ້ກຳລັງໃຈ ແລະ ຄວາມເຊື່ອໝັ້ນທີ່ GNI ມີຕໍ່ບັນດານັກສຶກສາ.

“ພວກເຮົາເຊື່ອໝັ້ນໃນຄວາມສາມາດຂອງພວກເຈົ້າ, ເຊື່ອໝັ້ນໃນຄວາມໃຝ່ຝັນທີ່ພວກເຈົ້າກຳລັງສານຕໍ່ ແລະ ເຊື່ອໝັ້ນໃນສິ່ງດີງາມທີ່ພວກເຈົ້າສາມາດສ້າງຂຶ້ນໄດ້ໃນອະນາຄົດ”, ທ່ານກ່າວ.

ນັກສຶກສາໃໝ່ 46 ຄົນ ທີ່ມີຄວາມຫຍຸ້ງຍາກ ໄດ້ຮັບທຶນການສຶກສາຈາກ GNI
ທ່ານ Cho Eun-Seung (ຜູ້ທີ 5 ນັບຈາກຊ້າຍ), ຫົວໜ້າຜູ້ຕາງໜ້າ GNI ປະຈຳຫວຽດນາມ, ມອບທຶນການສຶກສາໃຫ້ແກ່ບັນດານັກສຶກສາໃໝ່ທີ່ມີສະພາບຄອບຄົວຫຍຸ້ງຍາກ.

ຮ່ວມເດີນທາງກັບນັກສຶກສາທີ່ມີສະພາບຫຍຸ້ງຍາກ

ທຶນການສຶກສາ “ເຕີບໃຫຍ່ໄປພ້ອມກັບຂ້ອຍ” ໄດ້ເລີ່ມດຳເນີນມາແຕ່ປີ 2023, ເປັນໜຶ່ງໃນກິດຈະກຳຂອງໂຄງການອຸປະຖຳເດັກນ້ອຍຂອງ GNI. ໂຄງການນີ້ມຸ່ງໃສ່ບັນດາຊາວໜຸ່ມທີ່ເຄີຍໄດ້ຮັບການອຸປະຖຳຈາກ GNI ໃນບັນດາເຂດດຳເນີນໂຄງການ, ມີສະພາບຄອບຄົວຫຍຸ້ງຍາກ, ພະຍາຍາມຝ່າຟັນສິ່ງທ້າທາຍ ແລະ ສອບເສັງເຂົ້າຮຽນໄດ້ໃນບັນດາມະຫາວິທະຍາໄລ ແລະ ວິທະຍາໄລລະບົບປົກກະຕິ.

ຕາມທີມງານບໍລິການອຸປະຖຳເດັກນ້ອຍຂອງ GNI, ບັນດານັກສຶກສາທີ່ໄດ້ຮັບທຶນການສຶກສາຍັງຄົງສືບຕໍ່ການຮຽນຢ່າງສະໝ່ຳສະເໝີ; ຫຼາຍຄົນມີຜົນການຮຽນດີ ແລະ ເຂົ້າຮ່ວມບັນດາກິດຈະກຳຂອງໂຮງຮຽນ ກໍຄືຂອງອົງການຢ່າງຫ້າວຫັນ.

ນັກສຶກສາຈຳນວນໜຶ່ງໄດ້ກາຍເປັນບຸກຄົນຕົວຢ່າງ ທີ່ສ້າງແຮງບັນດານໃຈໃຫ້ແກ່ຄົນຮຸ່ນໜຸ່ມທີ່ໄດ້ຮັບການອຸປະຖຳຈາກ GNI. ຜ່ານໂຄງການນີ້, ອົງການມີຄວາມປາຖະໜາທີ່ຈະສືບຕໍ່ຮ່ວມເດີນທາງກັບເດັກນ້ອຍ, ຄອບຄົວ ແລະ ຊຸມຊົນ, ສ້າງໂອກາດເພີ່ມຂຶ້ນໃຫ້ຊາວໜຸ່ມໄດ້ພັດທະນາຄວາມສາມາດ ແລະ ມີຄວາມໝັ້ນໃຈໃນການສ້າງອະນາຄົດຂອງຕົນ.

GNI ສົມທົບເຜີຍແຜ່ຄວາມງາມຂອງຕົ້ນລະດູບານໃໝ່ຢູ່ ຕວຽນກວາງ GNI ສົມທົບເຜີຍແຜ່ຄວາມງາມຂອງຕົ້ນລະດູບານໃໝ່ຢູ່ ຕວຽນກວາງ
ຍສໝ - ວັນ​ທີ 1 ມີນາ 2025, ອົງການ GNI ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ເຊີນ​ເຢືອງ ​ໄດ້​ຈັດ​ຕັ້ງ​ງານ​ປະກວດ “ແບ້​ແຂງແຮງ - ແບ້​ງາມ - ລ້ຽງ​ແບ້​ທີ່​ມີ​ຊຳນານ” ຄັ້ງ​ທີ 3 ຢູ່​ເມືອງ ເຊີນ​ເຢືອງ, ​ແຂວງ ຕວຽນກວາງ.
GNI ປະກອບສ່ວນໃນການເຜີຍແຜ່ວັດທະນະທໍາການອ່ານໃຫ້ນັກຮຽນ GNI ປະກອບສ່ວນໃນການເຜີຍແຜ່ວັດທະນະທໍາການອ່ານໃຫ້ນັກຮຽນ
ຍສໝ - ໃນລະຫວ່າງວັນທີ 18 – 21 ເມສາ, ນັກຮຽນ, ອາຈານ ເກືອບ 5.000 ຄົນຢູ່ 13 ໂຮງຮຽນຂອງແຂວງ ຮ່ວາບິງ, ຕວຽນກວາງ ແລະ ຮ່າຢາງ ໄດ້ເຂົ້າຮ່ວມງານມະໂຫລານການອ່ານ, ເປັນການເຄື່ອນໄຫວໂດຍອົງການGood Neighbors International (GNI) ຈັດຕັ້ງ, ເພື່ອເຜີຍແຜ່ວັດທະນະທໍາການອ່ານ ແລະ ຕອບສະໜອງວັນບຸນປື້ມ ແລະ ວັດທະນະທໍາການອ່ານຫວຽດນາມ (21 ເມສາ).

ດວງດີ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ