ເວທີປາໄສປະຊາຊົນອາຊຽນ 2020: ເພື່ອປະຊາຄົມກວມລວມ, ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື

19:44 | 05/11/2020

ຍສໝ - ວັນທີ 5 ພະຈິກ, ທີ່ຮ່າໂນ້ຍ, ເວທີປາໄສປະຊາຊົນອາຊຽນ 2020 ໄດ້ຈັດຂຶ້ນໂດຍບັນດາອົງການຈັດຕັ້ງຂອງປະຊາຊົນຫວຽດນາມ ດ້ວຍຮູບການທາງອອນລາຍ.    

ເວທ ປາໄສປະຊາຊ ນອາຊຽນ 2020 ເພ ອປະຊາຊ ນກວມລວມ ສະໜ ດຕ ດພ ນ ແລະ ເປ ນເຈ າການຮ ບມ ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ
ເວທ ປາໄສປະຊາຊ ນອາຊຽນ 2020 ເພ ອປະຊາຊ ນກວມລວມ ສະໜ ດຕ ດພ ນ ແລະ ເປ ນເຈ າການຮ ບມ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ
ເວທ ປາໄສປະຊາຊ ນອາຊຽນ 2020 ເພ ອປະຊາຊ ນກວມລວມ ສະໜ ດຕ ດພ ນ ແລະ ເປ ນເຈ າການຮ ບມ
ທ່ານ ຟານແອງເຊີນ - ຮອງປະທານ VUFO, ຫົວໜ້າຄະນະການຈັດຕັ້ງ APF 2020.

ດ້ວຍຫົວຂໍ້ 'ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ສາມັກຄີ ເພື່ອປະຊາຄົມກວມລວມ, ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື', ເວທີປາໄສປະຊາຊົນອາຊຽນ 2020 (APF 2020) ໄດ້ຈັດຂື້ນດ້ວຍຄວາມປາຖະໜາທຸກຊັ້ນຄົນຂອງປະຊາຊົນໃນພາກພື້ນຈະສາມັກຄີກັນເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ມຸ່ງໄປເຖິງ ແລະກໍ່ສ້າງປະຊາຄົມອາຊຽນມຸ່ງໄປເຖິງປະຊາຊົນ.

ເຂົ້າຮ່ວມພິທີມີບັນດາການນຳກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສູນກາງສະຫະພັນຊາວໜຸ່ມຫວຽດນາມ, ພ້ອມດ້ວຍບັນດາຜູ້ຕາງໜ້າໃຫ້ແກ່ສະຖານທູດບັນດາປະເທດອາຊຽນ, ສະຫະປະຊາຊາດ ພ້ອມດ້ວຍຄະນະຜູ້ແທນຫຼາຍກ່ວາ 250 ຄົນ ທີ່ຕາງໜ້າໃຫ້ແກ່ບັນດາອົງການຈັດຕັ້ງຂອງປະຊາຊົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ຫວຽດນາມ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະຈໍາ ຫວຽດນາມ. ນອກຈາກນັ້ນ, ,ມີຜູ້ແທນກ່ວາ 500 ຄົນ ທີ່ໄດ້ຕາງໜ້າໃຫ້ແກ່ບັນດາອົງການຈັດຕັ້ງຂອງປະຊາຊົນ ແລະບັນດາອົງການບໍ່ຂຶ້ນກັບລັດຖະບານໃນ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ເຂົ້າຮ່ວມດ້ວຍຮູບການອອນລາຍ.

ກ່າວຄຳເຫັນທີ່ພິທີເປີດ APF 2020, ທ່ານ ຟານແອງເຊີນ - ຮອງປະທານ VUFO, ຫົວໜ້າຄະນະການຈັດຕັ້ງ APF 2020 ໃຫ້ຮູ້ວ່າ, ນີ້ແມ່ນຄັ້ງທຳອິດໃນປະຫວັດສາດ APF ທີ່ໄດ້ຈັດຂຶ້ນດ້ວຍຮູບການອອນລາຍ ເຊິ່ງໄດ້ສະແດງໃຫ້ເຫັນຈິດໃຈສາມັກຄີ ແລະ ການຮ່ວມມືເພື່ອເອົາຊະນະຄວາມຫຍຸ້ງຍາກຂອງການລະບາດ Covid-19. ເວທີປາໄສແມ່ນສິ່ງພິສູດໃຫ້ເຫັນວິທີການທີ່ປະຊາຊົນອາຊຽນພວມປັບຕົວເຂົ້າກັບສະພາບການໃໝ່.

ເວທ ປາໄສປະຊາຊ ນອາຊຽນ 2020 ເພ ອປະຊາຊ ນກວມລວມ ສະໜ ດຕ ດພ ນ ແລະ ເປ ນເຈ າການຮ ບມ
ບັນຍາກາດທີ່ເວທີປາໄສປະຊາຊົນອາຊຽນ 2020.

ກອງປະຊຸມ APF 2020 ຈະໄດ້ດຳເນີນແຕ່ວັນທີ 5-7 ພະຈິກ, ບັນດາຜູ້ແທນທີ່ມາຈາກບັນດາປະເທດຈະແລກປ່ຽນ ແລະປຶກສາຫາລືກ່ຽວກັບ 11 ຫົວຂໍ້. ທ່ານຮອງປະທານ VUFO ກໍ່ສະແດງຄວາມຫວັງວ່າ APF 2020 ຈະມີບັນດາການສົນທະນາທີ່ມີຄວາມໝາຍ ແລະ ມີຂໍ້ສະເໜີ ທີ່ສົມເຫດສົມຜົນສຳລັບຍຸດທະສາດຂອງລັດຖະບານ ແລະປະຊາຊົນເພື່ອຜ່ານຜ່າຄວາມຫຍຸ້ງຍາກພ້ອມທັງວາງແຜນຍຸດທະສາດການພັດທະນາໃນອະນາຄົດ. ໂດຍສະເພາະ, ຄະນະການການຈັດຕັ້ງຫວັງວ່າຈະມີການສົນທະນາທີ່ມີຄວາມສ້າງສັນ ແລະມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງຊຸມຊົນອາຊຽນທີ່ຖືປະຊາຊົນເປັນໃຈກາງ ແລະບັນດາອົງການຈັດຕັ້ງປະຊາຊົນທີ່ສາມາດຮ່ວມມືກັບອົງການຕ່າງໆຂອງລັດຖະບານ ແລະພາກສ່ວນກ່ຽວຂ້ອງ ໃນວິໄສທັດວ່າບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ກ່າວຄໍາເຫັນທີ່ພິທີ, ທ່ານ Kung Phoak ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຮັບຜິດຊອບດ້ານປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ໃຫ້ຮູ້ວ່າ, ເພື່ອໃຫ້ຄວາມພະຍາຍາມສ້າງປະຊາຄົມອາຊຽນໃຫ້ມີຄວາມສະໜິດຕິດຳພັນ ແລະ ເປັນເຈົ້າການຮັບມື, ບັນດາພາກສ່ວນກ່ຽວຂ້ອງລວມທັງ APF ມີບົດບາດສຳຄັນຫຼາຍ.

ເວທ ປາໄສປະຊາຊ ນອາຊຽນ 2020 ເພ ອປະຊາຊ ນກວມລວມ ສະໜ ດຕ ດພ ນ ແລະ ເປ ນເຈ າການຮ ບມ ເຂດທ່ອງທ່ຽວລະດັບຊາດ ໝຸຍແໜ - ຈຸດທີ່ພົ້ນເດັ່ນໃນແຜນທີ່ທ່ອງທ່ຽວ ຫວຽດນາມ

ວັນທີ 24 ສິງຫາ ປີ 2020 ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ເຊັນຂໍ້ຕົກລົງ ວ່າດ້ວຍການຕົກລົງຮັບຮອງເຂດທ່ອງທ່ຽວ ໝຸຍແໜ ແມ່ນເຂດທ່ອງທ່ຽວລະດັບຊາດ.

ເວທ ປາໄສປະຊາຊ ນອາຊຽນ 2020 ເພ ອປະຊາຊ ນກວມລວມ ສະໜ ດຕ ດພ ນ ແລະ ເປ ນເຈ າການຮ ບມ ປະຊາຄົມຊາວຫວຽດນາມ ອາໄສ ໄທ ບໍລິຈາກເງິນ ໄດ້ປະມານ 3,7 ຕື້ດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ສສ.ຫວຽດນາມ

ຍສໝ - ວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກໄທ ໄດ້ຈັດຕັ້ງພິທີຮັບເງິນບໍລິຈາກຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທີ່ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ.

ເວທ ປາໄສປະຊາຊ ນອາຊຽນ 2020 ເພ ອປະຊາຊ ນກວມລວມ ສະໜ ດຕ ດພ ນ ແລະ ເປ ນເຈ າການຮ ບມ ອັງກິດ ໃຫ້ການຊ່ວຍເຫຼືອມີມູນຄ່າ 500.000 ປອນ ໃຫ້ແກ່ປະຊາຊົນຢູ່ເຂດພາກກາງຫວຽດນາມ

ຍສໝ - ບ້ວງເງິນຊ່ວຍເຫຼືອຂອງອັງກິດ ທີ່ໄດ້ຊ່ວຍໃນການຂະຫຍາຍການຈັດແຈງທີ່ຢູ່ພັດພາອາໄສ, ສະໜອງນ້ຳສະອາດ, ອາຫານ ແລະ ການດຳລົງຊີວິດໃຫ້ປະຊາຊົນປະມານ 160.000 ຄົນ ທີ່ຖືກຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.