ເຂດທ່ອງທ່ຽວລະດັບຊາດ ໝຸຍແໜ - ຈຸດທີ່ພົ້ນເດັ່ນໃນແຜນທີ່ທ່ອງທ່ຽວ ຫວຽດນາມ

13:30 | 05/11/2020

ວັນທີ 24 ສິງຫາ ປີ 2020 ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ເຊັນຂໍ້ຕົກລົງ ວ່າດ້ວຍການຕົກລົງຮັບຮອງເຂດທ່ອງທ່ຽວ ໝຸຍແໜ ແມ່ນເຂດທ່ອງທ່ຽວລະດັບຊາດ.

ເຂດທ ອງທ ຽວລະດ ບຊາດ ໝ ຍແໜ ຈ ດທ ພ ນເດ ນໃນແຜນທ ທ ອງທ ຽວ ຫວຽດນາມ ປະຊາຄົມຊາວຫວຽດນາມ ອາໄສ ໄທ ບໍລິຈາກເງິນ ໄດ້ປະມານ 3,7 ຕື້ດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ສສ.ຫວຽດນາມ
ເຂດທ ອງທ ຽວລະດ ບຊາດ ໝ ຍແໜ ຈ ດທ ພ ນເດ ນໃນແຜນທ ທ ອງທ ຽວ ຫວຽດນາມ ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອແນໃສ່ຮັບປະກັນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະມີມະນຸດສະທຳ ຢູ່ ທະເລຕາເວັນອອກ
ເຂດທ ອງທ ຽວລະດ ບຊາດ ໝ ຍແໜ ຈ ດທ ພ ນເດ ນໃນແຜນທ ທ ອງທ ຽວ ຫວຽດນາມ
ຫາດຊາຍທະເລ ໝຸຍແໜ

ເດືອນ ສິງຫາ ປີ 2020 ເຂດທ່ອງທ່ຽວ ໝຸຍແໜ ໃນແຂວງ ບິ່ງທ້ວນ ໄດ້ຮັບການຮັບຮອງ ແມ່ນເຂດທ່ອງທ່ຽວລະດັບຊາດ. ສິ່ງນີ້ໄດ້ຮຽກຮ້ອງໃຫ້ແຂວງ ບິ່ງທ້ວນ ບໍ່ພຽງແຕ່ສຸມໃສລົງທຶນ ສ້າງລະບົບພື້ນຖານໂຄງລ່າງທ່ອງທ່ຽວໃຫ້ສົມບູນແບບ, ຕອບສະໜອງບັນດາມາດຖານ ຂອງເຂດທ່ອງທ່ຽວລະດັບຊາດເທົ່ານັ້ນ ຫາກຍັງຕ້ອງຮັບປະກັນຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ ແລະ ອະນຸລັກວັດທະນະທຳທ້ອງຖິ່ນອີກດ້ວຍ. ເຮັດໄດ້ເຊັ່ນນັ້ນ, ໝຸຍແໜ ຈຶ່ງສາມາດສ້າງຄວາມແຕກຕ່າງ ແລະ ດຶງດູດແຂກທ່ອງທ່ຽວ ສ້າງຈຸດພົ້ນເດັ່ນໃນແຜນທີ່ທ່ອງທ່ຽວ ຫວຽດນາມ.

ວັນທີ 24 ສິງຫາ ປີ 2020 ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ເຊັນຂໍ້ຕົກລົງ ວ່າດ້ວຍການຕົກລົງຮັບຮອງເຂດທ່ອງທ່ຽວ ໝຸຍແໜ ແມ່ນເຂດທ່ອງທ່ຽວລະດັບຊາດ. ນີ້ບໍ່ພຽງແຕ່ແມ່ນຂ່າວດີຂ່າວມ່ວນໃຫ້ແກ່ທ່ອງທ່ຽວແຂວງ ບິ່ງທ້ວນ, ບັນດານັກທຸລະກິດ ເຮັດວຽກງານທ່ອງທ່ຽວເທົ່ານັ້ນ ຫາກຍັງແມ່ນຂ່າວດີຂ່າວມ່ວນໃຫ້ທັງຊາວທ້ອງຖິ່ນອີກດ້ວຍ. ທ່ານນາງ ຫງວຽນລານງອກ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງທ້ວນ ໃຫ່ຮູ້ວ່າ ການຮັບຮອງນີ້ ແມ່ນກຳລັງໜູນທີ່ສຳຄັນທີ່ສຸດ ຊ່ວຍໃຫ້ຂະແໜງທ່ອງທ່ຽວ ບິ່ງທ້ວນ ນັນມື້ນັບຢັ້ງຢືນຖານະບົດບາດຂອງຕົນ ໃນແຜນທີ່ທ່ອງທ່ຽວໃນທົ່ວປະເທດ ກໍ່ຄືໃນຂົງເຂດ. ຍິ່ງກວ່ານັ້ນຕາມເປົ້າໝາຍວາງແຜນຜັງ ສັງລວມພັດທະນາເຂດທ່ອງທ່ຽວລະດັບຊາດ ໝຸຍແໜ ເຊິ່ງໄດ້ຮັບການອະນຸມັດຜ່ານຈາກນາຍົກລັດຖະມົນຕີ, ໝຸຍແໜ ຖືກກຳນົດທິດພັດທະນາກາຍເປັນສະຖານທີ່ທ່ອງທ່ຽວ ແຖວໜ້າຂອງພາກພື້ນອາຊີປາຊີຟິກ. ຈາກນັ້ນຂະແໜງທ່ອງທ່ຽວ ບິ່ງທ້ວນ ໄດ້ມີຫຼາຍໂອກາດແຕ່ກໍ່ຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ. ທ່ານນາງ ຫງວຽນລານງອກ ເວົ້າວ່າ:

“ເຂດທ່ອງທ່ຽວ ໝຸຍແໜ ໄດ້ຮັບການຮັບຮອງນັ້ນ ແມ່ນປະຖົມປັດໄຈ ເພື່ອດຶງດູດບັນດານັກລົງທຶນຍຸດທະສາດ. ເພາະວ່າເມື່ອມີນັກລົງທຶນຍຸດທະສາດເຂົ້າມາລົງທຶນນັ້ນ ຈະຊ່ວຍໃຫ້ການສ້າງບັນດາຜະລິດຕະພັນ ແລະ ການຈັດສັນເຂດ, ການກຳນົດທິດກ່ຽວກັບຕະຫຼາດແຂກທ່ອງທ່ຽວ, ກ່ຽວກັບຜະລິດຕະພັນທ່ອງທ່ຽວລະດັບສູງ ຈະບັນລຸປະສິດທິຜົນດີກວ່າເກົ່າ. ພ້ອມກັນນັ້ນ ກໍ່ແມ່ນເງື່ອນເພື່ອຈັດສັນບັນດາການເຄື່ອນໄຫວການບໍລິການ ໃນເຂດທ່ອງທ່ຽວແຫ່ງນີ້ ອີກດ້ວຍ”.

ຂອບຂະໜາດເຂດທ່ອງທ່ຽວ ໝຸຍແໜ ແມ່ນນອນໃນເຂດດິນແຄມທະເລຈາກຕາແສງ ຝູຫ໋າຍ ນະຄອນ ຟານທຽດ ຫາຕາແສງ ຮວ່າຝູ ເມືອງ ຕຸຍຟອງ ດ້ວຍເນື້ອທີ່ 14.760 ກວ່າເຮັກຕາ ໃນນັ້ນເນື້ອທີ່ເຂດແກນກາງສຸມໃສ່ພັດທະນາ ແລະ ສ້າງບັນດາເຂດທ່ອງທ່ຽວ ແມ່ນມີເນື້ອທີ່ປະມານ 1.000 ເຮັກຕາ. ທ່ານ ຫງວຽນວັນຄວາ ປະທານສະຫະສະມາຄົມທ່ອງທ່ຽວແຂວງ ບິ່ງທ້ວນ ຖືວ່າ ໃນໄລຍະທີ່ຜ່ານມາ ບັນດາວິສາຫະກິດເຄື່ອນໄຫວທ່ອງທ່ຽວຢູ່ ໝຸຍແໜ ກໍ່ໄດ້ປະຕິບັດການພັດທະນາຕາມທິດເຕີບໂຕຂຽວ, ຮັກສາສິ່ງແວດລ້ອມ. ວິສາຫະກິດຫຼາຍແຫ່ງໄດ້ຂຸດຄົ້ນ ແລະ ເສີມຂະຫຍາຍທ່າໄດ້ປຽບ ທາງດ້ານຊັບພະຍາກອນທ່ອງທ່ຽວທາງທະເລ ພ້ອມກັບຄຸນຄ່າບັນດາປູຊະນີຍະສະຖານ ວັດທະນະທຳທ້ອງຖິ່ນ ອັນໄດ້ສ້າງຈຸດທີ່ພົ້ນເດັ່ນ ທີ່ເປັນເອກະລັກສະເພາະຂອງຕົນ. ທ່ານ ຫງວຽນວັນຄວາ ເວົ້າວ່າ:

“ຊິວາແມ່ນເທວະດາສາມາດປ່ຽນໂຕໄດ້ ແຕ່ນີ້ກໍ່ແມ່ນເລື່ອງລາວກ່ຽວກັບວັດທະນະທຳທ້ອງຖິ່ນ. ທີ່ຈິງແລ້ວ, ມີພຽງແຕ່ຜູ້ມີຄວາມເຂົ້າໃຈ ເຮົາຈຶ່ງສາມາດ ເຈາະຈີ້ມເຖິງຄວາມສະຫຼອກກອກກ່ຽວກັບວັດທະນະທຳທ້ອງຖິ່ນ. ສ່ວນທາງດ້ານອາຫານການກິນ ກໍ່ມີອາຫານຫຼາຍເຍື່ອງຄື ບັ໊ນກັນ, ບັ໊ນແຊ່ວ ແລະ ອື່ນໆ ເຊິ່ງມີຄຸນຄ່າທາງດ້ານວັດທະນະທຳທີ່ສຸດ”.

ບໍ່ພຽງແຕ່ສຸມໃສ່ພັດທະນາບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກຕິດພັນກັບຫາດຊາຍທະເລງົດງາມເທົ່ານັ້ນ, ບິ່ງທ້ວນ ຍັງຮ່ວມສຳພັນຈັດຕັ້ງການເຄື່ອນໄຫວໂຄສະນາໃນສາມຫຼ່ຽມທ່ອງທ່ຽວ “ບິ່ງທ້ວນ - ເລິມດົ່ງ - ນະຄອນ ໂຮ່ຈີມິນ”. ດ້ວຍບັນດາຜະລິດຕະພັນ “ຕະຫຼາດເບ໊ນແທັ່ງ - ດອກໄມ້ດ່າຫຼາດ - ທະເລໝຸຍແໜ”. ທ່ານ ຫງວຽນດຶກຮວ່າ ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ:

“ທາງແຂວງຍັງຈະຮຽກຮ້ອງບັນດານັກລົງທຶນ ເຂົ້າມາລົງທຶນໃນຂົງເຂດຄື ກິລາທະເລ, ບັນດາເຂດລະຫຼິ້ນບັນເທີງ, ທ່າກຳປັ່ນທ່ອງທ່ຽວ, ບັນດາສູນການຄ້າ, ບັນດາຫໍປະຊຸມ ງານວາງສະແດງສາກົນ… ທາງແຂວງ ຍັງຈະສຳຫຼວດກວດຄືນບັນດາແຜນກຳນົດພາກສ່ວນ, ພິເສດແມ່ນແຜນກຳນົດລວມ ໃນປັດຈຸບັນ ພວມສ້າງເປັນແຜນກຳນົດລະອຽດ ເພື່ອສ້າງເງື່ອນໄຂສະດວກ ດຶງດູດ ຮຽກຮ້ອງນັກລົງທຶນ”.

ດ້ວຍບັນດາທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ຂະແໜງທ່ອງທ່ຽວແຂວງ ບິ່ງທ້ວນ ຄາດຄະເນວ່າ ເຖິງປີ 2025 ສາມາດ ຕ້ອນຮັບແຂກທ່ອງທ່ຽວໄດ້ປະມານ 9 ລ້ານເທື່ອຄົນ ໃນນັ້ນແຂກສາກົນ 1,5 ລ້ານເທື່ອຄົນ. ຍອດລາຍຮັບຈາກການບໍລິການທ່ອງທ່ຽວ ເຖິງປີ 2025 ອາດຈະບັນລຸປະມານ 24.000 ຕື້ດົ່ງ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານປະມານ 24.000 ຄົນ.

ເຂດທ ອງທ ຽວລະດ ບຊາດ ໝ ຍແໜ ຈ ດທ ພ ນເດ ນໃນແຜນທ ທ ອງທ ຽວ ຫວຽດນາມ 63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ

ໄລ່ຮອດຕອນບ່າຍວັນທີ 4 ພະຈິກ, ຫວຽດນາມໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ຫາຍດີ 1069/1206 ຄົນ.

ເຂດທ ອງທ ຽວລະດ ບຊາດ ໝ ຍແໜ ຈ ດທ ພ ນເດ ນໃນແຜນທ ທ ອງທ ຽວ ຫວຽດນາມ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງສຳເລັດຜົນ

ຍສໝ - ບັນດາປະເທດໄດ້ຕີລາຄາສູງຫວຽດນາມ, ເປັນປະທານອາຊຽນ, ຫວຽດນາມ ໄດ້ສະເໜີ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມໃນປີ, ບັນລຸໄດ້ໝາກຜົນຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການສ້າງປະຊາຄົມອາຊຽນ.

ເຂດທ ອງທ ຽວລະດ ບຊາດ ໝ ຍແໜ ຈ ດທ ພ ນເດ ນໃນແຜນທ ທ ອງທ ຽວ ຫວຽດນາມ ສະມາຄົມມິດຕະພາບຫວຽດນາມ - ຍິ່ປຸ່ນ ບໍລິຈາກເງິນຊ່ວຍໃຫ້ປະຊາຊົນເຂດພາກກາງ ທີ່ຖືກຮັບຜົນຮ້າຍຍ້ອນຫຼັງຈາກໄພນໍ້າຖ້ວນ

ຍສໝ - ວັນທີ 2 ພະຈິກ, ຢູ່ສຳນັກງານຄະນະສູນກາງແນວໂຮມແຫ່ງຊາດຫວຽດນາມ, ຕາງໜ້າໃຫ້ສະມາຄົມມິດຕະພາບຫວຽດນາມ - ຍິ່ປຸ່ນ, ທ່ານ ບຸຍຄັກເຊີ່ນ - ອະດິດຮອງປະທານສະຫະພັນບັນດາສະມາຄົມມິດຕະພາບຫວຽດນາມ, ຮອງປະທານປະຈຳການສະມາຄົມມິດຕະພາບຫວຽດນາມ - ຍິ່ປຸ່ນ ໄດ້ມອບຈຳນວນເງິນ 50 ລ້ານດົ່ງ ທີ່ບໍລິຈາກໃຫ້ປະຊາຊົນເຂດພາກກາງຫວຽດນາມ ທີ່ຖືກຮັບຜົນກະທົບຍ້ອນພາຍຸນໍ້າຖ້ວນ.

vovworld.vn

ເຫດການ
302 Found

Found

The document has moved here.