ຫວຽດນາມ - ການາດາ ຍັງມີຫຼາຍທ່າແຮງໃນການເປີດກວ້າງການເຊື່ອມໂຍງເສດຖະກິດ

14:55 | 24/09/2026

ຍສໝ - ສາຍພົວພັນເສດຖະກິດ, ການຄ້າ ຫວຽດນາມ - ການາດາ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ, ໃນຂະນະທີ່ບັນດາການປ່ຽນແປງດ້ານນະໂຍບາຍການຄ້າ, ຕ່ອງໂສ້ສະໜອງ ແລະ ຄວາມຕ້ອງການຕະຫຼາດ ພວມເປີດໂອກາດເພີ່ມຕື່ມໃຫ້ສອງປະເທດຊຸກຍູ້ການລົງທຶນ, ເຊື່ອມໂຍງການຜະລິດ ແລະ ຂຸດຄົ້ນນຳໃຊ້ສັນຍາ CPTPP ໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ

ນັບແຕ່ສັນຍາຄູ່ຮ່ວມຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດ, ສາຍພົວພັນເສດຖະກິດ, ການຄ້າ ຫວຽດນາມ - ການາດາ ໄດ້ມີບາດກ້າວພັດທະນາຢ່າງສຳຄັນ.

ການາດາ, ພ້ອມກັບເມັກຊິໂກ ແລະ ເປຣູ, ແມ່ນບັນດາຄູ່ຮ່ວມ CPTPP ທີ່ຫວຽດນາມມີສາຍພົວພັນ FTA ເປັນຄັ້ງທຳອິດ. ພາຍຫຼັງສັນຍາມີຜົນສັກສິດ, ການສົ່ງອອກຂອງຫວຽດນາມໄປການາດາເພີ່ມຂຶ້ນແຮງ, ການຄ້າສອງຝ່າຍໃນຫຼາຍປີຮັກສາລະດັບເຕີບໂຕສອງຕົວເລກ ແລະ ຫວຽດນາມສືບຕໍ່ເກີນດຸນການຄ້າກັບຕະຫຼາດນີ້.

ຕາມຂໍ້ມູນຂອງພາສີຫວຽດນາມແລ້ວ, ປີ 2025, ມູນຄ່າການຄ້າ ຫວຽດນາມ - ການາດາ ບັນລຸ 8,6 ຕື້ USD, ເພີ່ມຂຶ້ນ 18,8% ທຽບໃສ່ປີ 2024.

ໃນນັ້ນ, ການສົ່ງອອກຂອງຫວຽດນາມໄປການາດາ ເປັນຄັ້ງທຳອິດທີ່ເກີນ 7,5 ຕື້ USD, ເພີ່ມຂຶ້ນ 18,2%; ການນຳເຂົ້າຈາກການາດາ ກໍເປັນຄັ້ງທຳອິດທີ່ເກີນ 1 ຕື້ USD, ເພີ່ມຂຶ້ນ 23,7%.

ທ່າເຕີບໂຕດັ່ງກ່າວ ສືບຕໍ່ໄດ້ຮັບການຮັກສາໃນປີ 2026. ໃນ 7 ເດືອນຕົ້ນປີ, ການຄ້າສອງຝ່າຍບັນລຸ 5,9 ຕື້ USD, ເພີ່ມຂຶ້ນ 24,1% ທຽບໃສ່ໄລຍະດຽວກັນ. ຫວຽດນາມສົ່ງອອກໄປການາດາ 5,1 ຕື້ USD, ເພີ່ມຂຶ້ນ 20,4%; ໃນຂະນະທີ່ການສົ່ງອອກຂອງການາດາໄປຫວຽດນາມ ບັນລຸ 876,7 ລ້ານ USD, ເພີ່ມຂຶ້ນ 50,6%.

ປັດຈຸບັນ ຫວຽດນາມແມ່ນຄູ່ຮ່ວມນຳເຂົ້າໃຫຍ່ອັນດັບທີ 6 ຂອງການາດາໃນໂລກ ແລະ ຢືນອັນດັບໜຶ່ງໃນ ASEAN, ກວມ 43,6% ຂອງຍອດມູນຄ່ານຳເຂົ້າຂອງການາດາຈາກພາກພື້ນ.

ໂຄງສ້າງການຄ້າລະຫວ່າງສອງປະເທດ ສະແດງໃຫ້ເຫັນລັກສະນະເສີມກັນຂ້ອນຂ້າງຈະແຈ້ງ. ຫວຽດນາມສົ່ງອອກໄປການາດາ ຕົ້ນຕໍແມ່ນເຄື່ອງຈັກ, ອຸປະກອນ, ສິນຄ້າເອເລັກໂຕຣນິກ, ແຜ່ນແພ, ເກີບໜັງ, ເຟີນີເຈີໄມ້, ເຄື່ອງຫຼິ້ນ, ສິນໃນນ້ຳ, ຜະລິດຕະພັນພລາສຕິກ ແລະ ສິນຄ້າກະສິກຳບາງປະເພດ ເຊັ່ນ: ຜັກ, ແກ່ນພືດ, ກາເຟ, ໝາກພິກໄທ, ເຂົ້າ.

ໃນທິດກົງກັນຂ້າມ, ການາດາ ສະໜອງໃຫ້ຫວຽດນາມຫຼາຍສິນຄ້າວັດຖຸດິບເພື່ອຮັບໃຊ້ການຜະລິດ ເຊັ່ນ: ແຮ່ ແລະ ແຮ່ທາດ, ເຂົ້າສາລີ, ອາຫານສັດ, ຝຸ່ນ ແລະ ສິນໃນນ້ຳ.

ໃນໄລຍະຜ່ານມາ, ການເຊື່ອມໂຍງລະຫວ່າງສອງເສດຖະກິດ ຍັງມີແນວໂນ້ມຫັນຈາກການແລກປ່ຽນສິນຄ້າ ໄປສູ່ການເຊື່ອມໂຍງການຜະລິດທີ່ຈະແຈ້ງຍິ່ງຂຶ້ນ, ດ້ວຍການເພີ່ມຂຶ້ນຂອງບັນດາຜະລິດຕະພັນປັດໄຈນຳເຂົ້າ ແລະ ຜະລິດຕະພັນຂັ້ນກາງຮັບໃຊ້ອຸດສາຫະກຳ ແທນການເນັ້ນຕົ້ນຕໍໃສ່ສິນຄ້າກະສິກຳ ແລະ ສິນຄ້າບໍລິໂພກສຳເລັດຮູບ.

ຫວຽດນາມ - ການາດາ ຍັງມີຫຼາຍທ່າແຮງໃນການເປີດກວ້າງການເຊື່ອມໂຍງເສດຖະກິດ
ສາຍພົວພັນເສດຖະກິດ, ການຄ້າ ຫວຽດນາມ - ການາດາ ສືບຕໍ່ບັນທຶກທ່າເຕີບໂຕຢ່າງຕັ້ງໜ້າ.

ທ່າແຮງຈາກ CPTPP ຍັງມີຫຼາຍ

ໃນບໍລິບົດທີ່ການາດາປັບຍຸດທະສາດພັດທະນາ, ຜົນປະໂຫຍດ ແລະ ຂົງເຂດບຸລິມະສິດຮ່ວມມືຂອງສອງປະເທດ ນັບມື້ນັບມີຫຼາຍຈຸດຄ້າຍຄືກັນ.

ຕາມສຳນັກງານການຄ້າຫວຽດນາມປະຈຳການາດາແລ້ວ, ດ້ວຍຕຳແໜ່ງໃຈກາງ ASEAN, ເຄືອຂ່າຍບັນດາສັນຍາການຄ້າເສລີ, ຂະໜາດຕະຫຼາດ ແລະ ໂຄງລ່າງການຂົນສົ່ງຂ້າມອາຊີ, ຫວຽດນາມສາມາດກາຍເປັນປະຕູໃຫ້ວິສາຫະກິດ ແລະ ສິນຄ້າການາດາເຂົ້າເຖິງພາກພື້ນ.

ໃນທິດກົງກັນຂ້າມ, ການາດາ ນັບມື້ນັບມີບົດບາດສຳຄັນຕໍ່ຫວຽດນາມ ໃນດ້ານຕະຫຼາດ, ເຕັກໂນໂລຊີ ແລະ ພະລັງງານ. ດ້ວຍຂໍ້ໄດ້ປຽບດ້ານເຕັກໂນໂລຊີ, ການເງິນ, ເຄືອຂ່າຍຄູ່ຮ່ວມ ແລະ logistics ຢູ່ທະວີບອາເມລິກາ, ການາດາ ສາມາດສ້າງໂອກາດເພີ່ມຕື່ມໃຫ້ວິສາຫະກິດຫວຽດນາມ ເປີດກວ້າງຂະໜາດ ແລະ ກ້າວອອກສູ່ຕະຫຼາດສາກົນ.

ແນວໃດກໍຕາມ, ຕາມການວິເຄາະຂອງ ປອ. ທ່ານນາງ ເຈິ່ນທູກວິ່ງ, ທີ່ປຶກສາການຄ້າ, ຫົວໜ້າສຳນັກງານການຄ້າຫວຽດນາມປະຈຳການາດາແລ້ວ, ບັນດາຜົນປະໂຫຍດຈາກ CPTPP ຍັງບໍ່ທັນໄດ້ຮັບການຂຸດຄົ້ນນຳໃຊ້ຢ່າງເຕັມທີ່.

ເຖິງແມ່ນວ່າການສົ່ງອອກຂອງຫວຽດນາມໄປການາດາເພີ່ມຂຶ້ນແຮງ, ແຕ່ອັດຕາການນຳໃຊ້ສິດພິເສດ CPTPP ປັບປຸງຂ້ອນຂ້າງຊ້າ. ຕາມການຄິດໄລ່ຂອງສຳນັກງານການຄ້າຫວຽດນາມປະຈຳການາດາແລ້ວ, ອັດຕາການນຳໃຊ້ສິດພິເສດ ເພີ່ມຈາກ 13,8% ໃນປີ 2019 ຂຶ້ນເປັນ 18,2% ໃນປີ 2022 ແລະ 18,4% ໃນປີ 2025.

ຕາມທ່ານນາງ ເຈິ່ນທູກວິ່ງ ແລ້ວ, ໜຶ່ງໃນຊ່ອງຫວ່າງໃນປັດຈຸບັນ ແມ່ນຢູ່ລະຫວ່າງ “ການເຊື່ອມໂຍງການຄ້າ” ແລະ “ການເຊື່ອມໂຍງການຜະລິດ”. ວິສາຫະກິດສອງປະເທດສ່ວນໃຫຍ່ ຍັງຖືກັນເປັນຕະຫຼາດຈຳໜ່າຍ ຫຼື ແຫຼ່ງສະໜອງປັດໄຈນຳເຂົ້າ, ແທນທີ່ຈະກາຍເປັນບັນດາຂໍ້ຕໍ່ໃນຕ່ອງໂສ້ມູນຄ່າດຽວກັນ.

ດັ່ງນັ້ນ, ການຮ່ວມມືໃນໄລຍະຕໍ່ໄປ ສາມາດເປີດກວ້າງໄປໃນທິດທາງທີ່ກ້າວຂ້າມການຊື້ - ຂາຍສິນຄ້າ. ວິສາຫະກິດຫວຽດນາມ ສາມາດຫັນຈາກແນວຄິດ “ຂາຍສິນຄ້າເຂົ້າການາດາ” ໄປສູ່ການເປັນເຈົ້າການສະເໜີບັນດາຮູບແບບຮ່ວມທຶນ, ການລົງທຶນສອງທິດທາງ, ການເຊື່ອມໂຍງການຜະລິດອີງໃສ່ການສະສົມແຫຼ່ງກຳເນີດ, ການຄ້າ R&D, ເພີ່ມທະວີການເຊື່ອມໂຍງ logistics, ພະລັງງານ ແລະ ການຄ້າບໍລິການ.

ການລົງທຶນຍັງບໍ່ທັນກ້າວຕາມທ່າເຕີບໂຕຂອງການຄ້າ

ໃນຂະນະທີ່ການຄ້າສອງຝ່າຍເຕີບໂຕໄວ, ການລົງທຶນລະຫວ່າງຫວຽດນາມ ແລະ ການາດາ ຍັງມີໄລຍະຫ່າງຫຼາຍ ທຽບໃສ່ທ່າແຮງ.

ຕາມຂໍ້ມູນຂອງກົມພັດທະນາຕະຫຼາດຕ່າງປະເທດ ແລະ ການຄ້າຫຼາຍຝ່າຍແລ້ວ, ປັດຈຸບັນ ການາດາ ຢືນອັນດັບທີ 14 ໃນບັນຊີລາຍຊື່ບັນດານັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຢູ່ຫວຽດນາມ ດ້ວຍ 306 ໂຄງການ, ຍອດທຶນຈົດທະບຽນປະມານ 4,9 ຕື້ USD.

ໜ້າສັງເກດວ່າ, ພາຍຫຼັງກວ່າໜຶ່ງທົດສະວັດ, ຍອດຂະໜາດທຶນລົງທຶນຂອງການາດາເຂົ້າຫວຽດນາມ ເກືອບບໍ່ມີການປ່ຽນແປງໃຫຍ່. ປີ 2013, ການາດາມີ 131 ໂຄງການ ດ້ວຍຍອດທຶນປະມານ 4,7 ຕື້ USD. ປີ 2015, ທຶນລົງທຶນເຄີຍບັນລຸເກືອບ 5,3 ຕື້ USD ດ້ວຍ 147 ໂຄງການ.

ການລົງທຶນຂອງການາດາຢູ່ຫວຽດນາມ ຍັງຈຳກັດໃນຂົງເຂດປຸງແຕ່ງ, ຜະລິດ ແລະ ຍັງບໍ່ທັນມຸ່ງແຮງໄປສູ່ການຂຸດຄົ້ນນຳໃຊ້ CPTPP ເພື່ອສ້າງຕ່ອງໂສ້ສະໜອງ, ຕ່ອງໂສ້ການຜະລິດລະຫວ່າງສອງປະເທດ.

ຂະໜາດຂອງໂຄງການສ່ວນໃຫຍ່ຍັງນ້ອຍ. ນອກຈາກໂຄງການ ໂຮ່ຈ່າມ ທີ່ມີຂະໜາດ 4,26 ຕື້ USD ໄດ້ຜັນຂະຫຍາຍມາແຕ່ຫຼາຍປີກ່ອນ, ມີໜ້ອຍໂຄງການທີ່ມີຂະໜາດເກີນ 200 ລ້ານ USD.

ເປີດກວ້າງພື້ນທີ່ຮ່ວມມືໃໝ່

ບັນດາການປ່ຽນແປງໃນຄວາມຕ້ອງການຕະຫຼາດ ແລະ ທິດທາງພັດທະນາຂອງການາດາ ພວມເປີດທ່າແຮງເພີ່ມຕື່ມໃຫ້ວິສາຫະກິດສອງປະເທດ.

ຕາມ ປອ. ທ່ານນາງ ເຈິ່ນທູກວິ່ງ ແລ້ວ, ຄວາມຕ້ອງການຫຼາກຫຼາຍແຫຼ່ງສະໜອງຂອງການາດາ ສາມາດສ້າງໂອກາດເພີ່ມຕື່ມໃຫ້ສິນຄ້າບໍລິໂພກ, ແຜ່ນແພ, ເກີບໜັງ ແລະ ເຟີນີເຈີຂອງຫວຽດນາມ. ຂະບວນການຫັນອຸດສາຫະກຳຄືນໃໝ່ ຍັງເຮັດໃຫ້ຄວາມຕ້ອງການຕໍ່ຊິ້ນສ່ວນກົນຈັກ, ພລາສຕິກວິສະວະກຳ, ເຄື່ອງຈັກ ແລະ ອຸປະກອນເອເລັກໂຕຣນິກ ເພີ່ມຂຶ້ນ.

ຄຽງຄູ່ກັນນັ້ນ, ເຕັກໂນໂລຊີສີຂຽວ, ແຮ່ທາດປຸງແຕ່ງເລິກ, ແບັດເຕີຣີກັກເກັບພະລັງງານ, ແບັດເຕີຣີລົດໄຟຟ້າ ແລະ ອຸດສາຫະກຳປ້ອງກັນຊາດແບບສອງການນຳໃຊ້ ກໍແມ່ນບັນດາຂົງເຂດທີ່ມີທ່າແຮງຮ່ວມມື.

ພະລັງງານ ແມ່ນຂົງເຂດໜຶ່ງທີ່ມີລັກສະນະເສີມກັນສູງລະຫວ່າງສອງເສດຖະກິດ. ການາດາ ມີຂໍ້ໄດ້ປຽບດ້ານນ້ຳມັນດິບ, ອາຍແກັສທຳມະຊາດແຫຼວ (LNG), ອາຍແກັສປິໂຕຣລຽມແຫຼວ (LPG), ຢູເຣນຽມ, ພ້ອມດ້ວຍເຕັກໂນໂລຊີ, ທຶນ ແລະ ປະສົບການຄຸ້ມຄອງລະບົບພະລັງງານ.

ໃນຂະນະທີ່ຫວຽດນາມ ມີຄວາມຕ້ອງການພະລັງງານນັບມື້ນັບເພີ່ມຂຶ້ນ, ມີທ່າແຮງດ້ານພະລັງງານທົດແທນ, ແຫຼ່ງວັດຖຸດິບຊີວະພາບ, ໂຄງລ່າງທ່າເຮືອ ແລະ ຄວາມສາມາດປຸງແຕ່ງ, ຜະລິດກົນຈັກ.

ບັນດາຂໍ້ໄດ້ປຽບນີ້ ເປີດຄວາມສາມາດຮ່ວມມືດ້ານການຄ້າພະລັງງານ ກໍຄືການລົງທຶນໃນໄຟຟ້າລົມນອກຝັ່ງ, ໄຮໂດຣເຈນສີຂຽວ, ນ້ຳມັນເຊື້ອໄຟການບິນທີ່ຍືນຍົງ ແລະ ການປຸງແຕ່ງແຮ່ທາດຈຳເປັນ.

ຕາມ ປອ. ທ່ານນາງ ເຈິ່ນທູກວິ່ງ ແລ້ວ, CPTPP ຍັງມີຫຼາຍທ່າແຮງໃຫ້ສອງປະເທດຂຸດຄົ້ນນຳໃຊ້ໃຫ້ມີປະສິດທິຜົນຍິ່ງຂຶ້ນ, ບໍ່ພຽງແຕ່ໃນການຄ້າ ແຕ່ຍັງລວມເຖິງເຄືອຂ່າຍຈັດຊື້, logistics ແລະ ກະແສທຶນລົງທຶນ. ຜ່ານນັ້ນ, ບັນດາທ່າແຮງໃນປັດຈຸບັນ ສາມາດຫັນເປັນບັນດາການເຊື່ອມໂຍງເສດຖະກິດທີ່ເລິກເຊິ່ງຍິ່ງຂຶ້ນ ລະຫວ່າງວິສາຫະກິດຫວຽດນາມ ແລະ ການາດາ.

ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງຫວຽດນາມ - ການາດາ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງຫວຽດນາມ - ການາດາ
ຍສໝ - ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ທິດ​ທາງ, ໜ້າທີ່​ປີ 2025 ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກາ​ນາ​ດາ (ສະມາຄົມ) ​ໄດ້​ເປັນເອກະພາບ​ນຳ​ບັນດາ​ສະມາຊິກສະມາຄົມ​ໃນກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2024 ​ແລະ ທິດ​ທາງ​ວຽກ​ງານ​ປີ 2025 ​ໃນ​ວັນ​ທີ 16 ມັງກອນ ຢູ່​ຮ່າ​ໂນ້ຍ.
ຫວຽດນາມ - ການາດາ ຊຸກຍູ້ການຮ່ວມມືວ່າດ້ວຍການປະຕິຮູບລະບົບຍຸຕິທຳ ຫວຽດນາມ - ການາດາ ຊຸກຍູ້ການຮ່ວມມືວ່າດ້ວຍການປະຕິຮູບລະບົບຍຸຕິທຳ
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈີນສີແທັງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ