| ຍູ້ແຮງການແລກປ່ຽນການຄ້າ ແລະ ການຊຳລະດິຈິຕອນ ຢູ່ທີ່ ງານສັບປະດາສິນຄ້າ ຫວຽດນາມ 2026 ຢູ່ ໄທ ຟອງຍາ - ແກ່ບ່າງ ໄດ້ຮັບສອງລາງວັນຈາກ World Travel Awards 2026 |
ເວທີປາໄສຄາດວ່າຈະມີການນຳພັກ, ລັດ; ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ; ບັນດາອົງການຕາງໜ້າການທູດ, ອົງການສາກົນປະຈຳຫວຽດນາມ; ຊ່ຽວຊານ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ; ວິສາຫະກິດ ແລະ ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
![]() |
| ເວທີປາໄສທະເລຫວຽດນາມ 2026 ຄາດວ່າຈະມີຜູ້ແທນພາຍໃນ ແລະ ສາກົນຫຼາຍກວ່າ 200 ຄົນເຂົ້າຮ່ວມ. |
ເຊື່ອມໂຍງແຫຼ່ງກຳລັງສາກົນ ເພື່ອວິໄສທັດໃໝ່ກ່ຽວກັບທະເລ
ວັນທີ 28/7/2026, ທີ່ກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ຄະນະບໍລິຫານງານສູນກາງໄດ້ອອກມະຕິເລກທີ 20-NQ/TW ກ່ຽວກັບການສ້າງ ແລະ ພັດທະນາຫວຽດນາມໃຫ້ກາຍເປັນປະເທດທາງທະເລທີ່ເຂັ້ມແຂງ.
ມະຕິໄດ້ກຳນົດວ່າ ນີ້ແມ່ນໜ້າທີ່ຍຸດທະສາດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ທົ່ວລະບົບການເມືອງ; ເຊີດຊູບົດບາດໃຈກາງຂອງປະຊາຊົນ ແລະ ວິສາຫະກິດ; ພ້ອມທັງວາງເປົ້າໝາຍເຖິງປີ 2030, ວິໄສທັດເຖິງປີ 2045 ພ້ອມດ້ວຍ 9 ກຸ່ມໜ້າທີ່ ແລະ ວິທີແກ້ໄຂ.
ຈຸດທີ່ໜ້າສົນໃຈຂອງມະຕິແມ່ນການຫັນປ່ຽນແນວຄິດການພັດທະນາ: ຈາກການຂຸດຄົ້ນທະເລໄປສູ່ການບໍລິຫານທະເລ; ຈາກການພັດທະນາເສດຖະກິດແຄມທະເລໄປສູ່ການສ້າງປະເທດທາງທະເລທີ່ເຂັ້ມແຂງ; ຈາກການຄຸ້ມຄອງຕາມຂະແໜງການ ໄປສູ່ການບໍລິຫານແບບລວມສູນ, ເປັນເອກະພາບໃນພື້ນທີ່ທະເລແຫ່ງຊາດ.
ຕາມທິດທາງນີ້, ທະເລ, ໝູ່ເກາະ ບໍ່ພຽງແຕ່ຕິດພັນກັບອະທິປະໄຕອັນສັກສິດເທົ່ານັ້ນ ຫາກຍັງເປັນພື້ນທີ່ແຫ່ງການດຳລົງຢູ່ ແລະ ການພັດທະນາຂອງປະເທດ, ເປັນປະຕູແຫ່ງການແລກປ່ຽນກັບສາກົນ ແລະ ເປັນພື້ນຖານສຳຄັນຂອງກຳລັງແຮງສັງລວມແຫ່ງຊາດ. ການພັດທະນາເສດຖະກິດທະເລທີ່ທັນສະໄໝ ຕ້ອງດຳເນີນຄຽງຄູ່ກັບການປົກປ້ອງລະບົບນິເວດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັກສາອະທິປະໄຕ, ສິດອະທິປະໄຕ, ສິດອຳນາດຕັດສິນ ແລະ ຜົນປະໂຫຍດແຫ່ງຊາດຢູ່ທະເລໃຫ້ໝັ້ນຄົງ.
ໃນສະພາບການທີ່ໂລກພວມຫັນປ່ຽນຢ່າງວ່ອງໄວໄປສູ່ເສດຖະກິດທະເລສີຂຽວ, ພະລັງງານນອກຝັ່ງ, ການຂົນສົ່ງທາງທະເລທີ່ປ່ອຍອາຍພິດຕ່ຳ, ການລ້ຽງສັດນ້ຳໃນທະເລດ້ວຍເຕັກໂນໂລຊີສູງ, ການບໍລິຫານມະຫາສະໝຸດໂດຍອີງໃສ່ຂໍ້ມູນ ແລະ ການອະນຸລັກລະບົບນິເວດ, ຄວາມສາມາດເຂົ້າເຖິງຂໍ້ມູນ, ຄວາມຮູ້, ເຕັກໂນໂລຊີ, ມາດຕະຖານ ແລະ ບົດຮຽນສາກົນ ນັບມື້ນັບກາຍເປັນແຫຼ່ງກຳລັງສຳຄັນຕໍ່ການພັດທະນາປະເທດ.
ບັນດາການປ່ຽນແປງດ້ານນະໂຍບາຍ, ຕະຫຼາດ, ວິທະຍາສາດ - ເຕັກໂນໂລຊີ ແລະ ການບໍລິຫານທະເລໃນໂລກ ທັງເປີດໂອກາດໃໝ່ ແລະ ວາງຂໍ້ຮຽກຮ້ອງໃຫ້ຫວຽດນາມຕ້ອງປັບປຸງຂໍ້ມູນ, ວິເຄາະ ແລະ ເປັນເຈົ້າການຄັດເລືອກຮູບແບບການພັດທະນາທີ່ເໝາະສົມຢ່າງເປັນປະຈຳ.
ດ້ວຍຫົວຂໍ້ “ການຮ່ວມມື ແລະ ການເຊື່ອມໂຍງສາກົນໃນການສ້າງຫວຽດນາມໃຫ້ກາຍເປັນປະເທດທາງທະເລທີ່ເຂັ້ມແຂງ”, ເວທີປາໄສທະເລຫວຽດນາມ 2026 ຖືກຈັດຂຶ້ນໃນສະພາບການທີ່ຫວຽດນາມພວມຫັນວິໄສທັດໃໝ່ກ່ຽວກັບການພັດທະນາທະເລໃຫ້ເປັນຮູບປະທຳ ດ້ວຍບັນດາໂຄງການ ແລະ ການກະທຳທີ່ເປັນຮູບປະທຳ.
ເວທີປາໄສແມ່ນໂອກາດເພື່ອລະດົມບັນດາສາຍພົວພັນຄູ່ຮ່ວມ, ແຫຼ່ງກຳລັງ ແລະ ຄວາມຮູ້ສາກົນ ເພື່ອໜູນຊ່ວຍທິດທາງຍຸດທະສາດໃໝ່ໃນການພັດທະນາທະເລ; ເຊື່ອມຕໍ່ການຮ່ວມມື, ການລົງທຶນ ແລະ ການແລກປ່ຽນຄວາມຮູ້ ກັບບັນດາບູລິມະສິດຂອງຫວຽດນາມ; ພ້ອມທັງປະກອບສ່ວນຍົກສູງບົດບາດຂອງຫວຽດນາມໃນການຮ່ວມມື ແລະ ການບໍລິຫານມະຫາສະໝຸດຢູ່ພາກພື້ນ ແລະ ໃນໂລກ.
ສຸມໃສ່ບັນດາບັນຫາຂ້າມຂະແໜງການ, ກຳນົດທິດນະໂຍບາຍ
ເນື້ອໃນຂອງເວທີປາໄສທະເລຫວຽດນາມ 2026 ໄດ້ຮັບການອອກແບບຕາມທິດທາງສັງລວມ, ຂ້າມຂະແໜງການ ແລະ ຕິດແໜ້ນກັບບັນດາກຸ່ມໜ້າທີ່, ວິທີແກ້ໄຂຂອງມະຕິເລກທີ 20-NQ/TW.
ບັນດາເນື້ອໃນສົນທະນາສຸມໃສ່ການລະດົມການເງິນ ແລະ ການລົງທຶນ; ໂຄງລ່າງທາງທະເລ; ວິທະຍາສາດ - ເຕັກໂນໂລຊີ ແລະ ຂໍ້ມູນ; ການບໍລິຫານແບບສັງລວມ ແລະ ການວາງແຜນພື້ນທີ່ທະເລ; ສິ່ງແວດລ້ອມ, ລະບົບນິເວດ, ດິນຟ້າອາກາດ; ຊັບພະຍາກອນມະນຸດ ແລະ ວັດທະນະທຳທາງທະເລ.
ໂຄງການປະກອບມີ ພາກເປີດ, ພາກກຳນົດທິດລະດັບສູງ, 3 ພາກສະເພາະດ້ານທີ່ຈັດຂະໜານກັນ, ພາກສະຫຼຸບລວມຜົນຂອງ 3 ພາກຂະໜານ ແລະ ພາກປິດ.
ທີ່ພາກກຳນົດທິດລະດັບສູງ, ບັນດາຜູ້ແທນຄາດວ່າຈະສຸມໃສ່ການກຳນົດເປົ້າໝາຍ, ຄວາມຕ້ອງການຮ່ວມມືສາກົນ, ບັນດາຈຸດອຸດຕັນ ແລະ ວິທີແກ້ໄຂໃນການປະສານສົມທົບ ເພື່ອຜັນຂະຫຍາຍບັນດາໜ້າທີ່ຂອງມະຕິເລກທີ 20-NQ/TW ຢ່າງມີປະສິດທິຜົນ.
ຜ່ານເວທີປາໄສ, ຫວຽດນາມບໍ່ພຽງແຕ່ສື່ສານວິໄສທັດໃໝ່ກ່ຽວກັບການສ້າງ ແລະ ພັດທະນາປະເທດທາງທະເລທີ່ເຂັ້ມແຂງ, ໃນນັ້ນ ເນັ້ນໜັກບົດບາດຂອງການຮ່ວມມືສາກົນໃນການລະດົມແຫຼ່ງກຳລັງເພື່ອຜັນຂະຫຍາຍມະຕິເທົ່ານັ້ນ, ຫາກຍັງສະແດງເຖິງຈິດໃຈກຽມພ້ອມຮ່ວມກັບປະຊາຄົມສາກົນ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ເຂົ້າໃນການບໍລິຫານທະເລ ແລະ ມະຫາສະໝຸດແບບຍືນຍົງ.
ຍສໝ - ແຕ່ວັນທີ 1-4/10/2026 ຢູ່ພະລາຊະວັງຫຼວງທັງລອງ, ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ຈະຈັດຂຶ້ນພາຍໃຕ້ຫົວຂໍ້ “ໂຮມມໍລະດົກ - ສ້າງສັນອະນາຄົດ”, ໂດຍມີເກືອບ 50 ປະເທດ, ອົງການສາກົນ ແລະ ວິສາຫະກິດເຂົ້າຮ່ວມ, ເນື່ອງໃນໂອກາດລະນຶກ 50 ປີ ຫວຽດນາມເຂົ້າຮ່ວມ UNESCO. |
ຍສໝ - ແຕ່ວັນທີ 17-20/9 ຢູ່ Frankfurt, ຄ້າຍພັກຮ້ອນພອນສະຫວັນຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ - SiviCamp 2026 ໄດ້ເຕົ້າໂຮມຊາວໜຸ່ມ, ນັກສຶກສາຫວຽດນາມຫຼາຍກວ່າ 200 ຄົນ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ເຢຍລະມັນ ແລະ ຫຼາຍປະເທດໃນເອີຣົບ, ດ້ວຍບັນດາກິດຈະກຳທີ່ສຸມໃສ່ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາທັກສະ ແລະ ການຮັກສາເອກະລັກວັດທະນະທຳ. |
ຄຳສີ
