ຫວຽດນາມຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການເຄົາລົບຫຼັກນິຕິທຳຢູ່ທະເລຕາເວັນອອກ

15:36 | 02/10/2026

ຍສໝ - ໃນການແກ້ໄຂບັນຫາທະເລຕາເວັນອອກ, ຫວຽດນາມຍຶດໝັ້ນໃນການປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ, ພ້ອມທັງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ວິທີເຂົ້າຫານີ້ຖືກຜັນຂະຫຍາຍຜ່ານການເຊີດຊູກົດໝາຍສາກົນ, ຍຶດໝັ້ນແກ້ໄຂຄວາມເຫັນຕ່າງດ້ວຍການເຈລະຈາ ແລະ ຂະຫຍາຍການຮ່ວມມື ແນໃສ່ຮັບມືກັບບັນດາສິ່ງທ້າທາຍຮ່ວມຢູ່ທະເລ.

ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບເລື່ອງຈີນປະກາດຫ້າມຫາປາຢູ່ທະເລຕາເວັນອອກ ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 39

ກ່າວຄຳປາໄສທີ່ສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 22/9, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນຄືນໃໝ່ຈຸດຢືນອັນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຄື ແກ້ໄຂຂໍ້ຂັດແຍ່ງດ້ວຍມາດຕະການສັນຕິ, ປະຕິບັດຕາມກົດໝາຍສາກົນ, ໂດຍສະເພາະ ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982); ພ້ອມທັງເດັດດ່ຽວປົກປ້ອງອະທິປະໄຕ, ສິດອະທິປະໄຕ, ສິດອຳນາດຕັດສິນ ແລະ ຊຸກຍູ້ການຮ່ວມມືທາງທະເລ.

ສານນີ້ສະແດງເຖິງວິທີເຂົ້າຫາທີ່ນຳເອົາບັນດາເຄື່ອງມືດ້ານກົດໝາຍ, ການເຈລະຈາ ແລະ ການຮ່ວມມືສາກົນມາປະສົມປະສານ ແລະ ໜູນເສີມເຊິ່ງກັນແລະກັນ ໃນການແກ້ໄຂບັນດາບັນຫາຢູ່ທະເລ.

ກົດໝາຍແມ່ນພື້ນຖານຮ່ວມ

ກົດບັດສະຫະປະຊາຊາດ ກຳນົດພັນທະໃນການແກ້ໄຂບັນດາຂໍ້ຂັດແຍ່ງສາກົນດ້ວຍສັນຕິວິທີ, ພ້ອມທັງຫ້າມຂົ່ມຂູ່ ຫຼື ນຳໃຊ້ກຳລັງ. UNCLOS ສືບຕໍ່ກຳນົດຂອບກົດໝາຍຢ່າງລະອຽດກ່ຽວກັບສິດ, ພັນທະຂອງບັນດາປະເທດ ກໍຄືກົນໄກແກ້ໄຂຂໍ້ຂັດແຍ່ງຢູ່ທະເລ.

ສຳລັບທະເລຕາເວັນອອກ, UNCLOS ແມ່ນພື້ນຖານສຳລັບການປຽບທຽບບັນດາຂໍ້ຮຽກຮ້ອງ, ກຳນົດຂອບເຂດສິດ ແລະ ກຳນົດທິດທາງການປະພຶດ. ດັ່ງນັ້ນ, ການປົກປ້ອງສິດຜົນປະໂຫຍດຂອງຊາດ ຈຳເປັນຕ້ອງດຳເນີນຄຽງຄູ່ກັບການເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດອື່ນ ບົນພື້ນຖານຂອງບັນດາມາດຕະຖານຮ່ວມ.

ວັນທີ 17/7/2024, ຫວຽດນາມໄດ້ຍື່ນເອກະສານກ່ຽວກັບຂອບເຂດນອກຂອງໄຫຼ່ທະວີບຂະຫຍາຍຢູ່ທະເລຕາເວັນອອກ ຕໍ່ສະຫະປະຊາຊາດ, ຜ່ານນັ້ນສືບຕໍ່ປັບປຸງລະບົບເຂດແດນທາງທະເລແຫ່ງຊາດໃຫ້ສົມບູນ. ຫວຽດນາມຢືນຢັນວ່າ ການຍື່ນເອກະສານດັ່ງກ່າວບໍ່ກະທົບຕໍ່ການກຳນົດເຂດແດນທາງທະເລກັບບັນດາປະເທດ, ພ້ອມທັງວາງຈຸດຢືນຂອງຕົນບົນພື້ນຖານດ້ານກົດໝາຍ ແລະ ວິທະຍາສາດ.

ປີ 2021, ຫວຽດນາມ ແລະ ເຢຍລະມັນ ໄດ້ຮ່ວມກັນລິເລີ່ມກຸ່ມເພື່ອນຂອງ UNCLOS ທີ່ສະຫະປະຊາຊາດ. ຮອດເດືອນ 6/2026, ຫວຽດນາມສືບຕໍ່ເປັນປະທານກອງສົນທະນາກ່ຽວກັບຄວາມໝັ້ນຄົງ ແລະ ເສລີພາບຢູ່ທະເລ ຢູ່ນອກຂອບກອງປະຊຸມຄັ້ງທີ 36 ຂອງບັນດາລັດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (SPLOS 36).

ບັນດາກົນໄກນີ້ປະກອບສ່ວນເຊື່ອມໂຍງຈຸດຢືນຂອງຊາດກັບບັນດາຄວາມສົນໃຈຮ່ວມຂອງປະຊາຄົມສາກົນ, ມຸ່ງໄປສູ່ການຮັກສາຂອບກົດໝາຍທີ່ຄຸ້ມຄອງບັນດາກິດຈະກຳຢູ່ທະເລ.

ເຈລະຈາເພື່ອແກ້ໄຂຄວາມເຫັນຕ່າງ, ປະສານສົມທົບຄວບຄຸມຄວາມສ່ຽງ

ການນຳໃຊ້ການເຈລະຈາເພື່ອແກ້ໄຂບັນຫາການກຳນົດເຂດແດນທາງທະເລ ແມ່ນໜຶ່ງໃນວິທີທີ່ຫວຽດນາມຫັນແນວທາງແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີໃຫ້ເປັນຈິງ.

ຫວຽດນາມໄດ້ສຳເລັດການກຳນົດເຂດແດນທາງທະເລກັບໄທ ໃນປີ 1997, ກັບຈີນໃນອ່າວພາກເໜືອ ໃນປີ 2000, ກຳນົດເຂດແດນໄຫຼ່ທະວີບກັບອິນໂດເນເຊຍ ໃນປີ 2003 ແລະ ສຳເລັດການເຈລະຈາກຳນົດເຂດເສດຖະກິດຈຳເພາະກັບອິນໂດເນເຊຍ ໃນປີ 2022. ບັນດາຜົນສຳເລັດນີ້ ສ້າງພື້ນຖານດ້ານກົດໝາຍເພີ່ມເຕີມ ເພື່ອປະຕິບັດສິດອຳນາດ ແລະ ແກ້ໄຂບັນດາບັນຫາຢູ່ທະເລ.

ຄຽງຄູ່ກັບການກຳນົດເຂດແດນ, ການຄຸ້ມຄອງຄວາມສ່ຽງ ແມ່ນອີກຂໍ້ຮຽກຮ້ອງໜຶ່ງໃນການຮັກສາສະຖຽນລະພາບ. ຖ້າການກຳນົດເຂດແດນແນໃສ່ເຮັດໃຫ້ຂອບເຂດພື້ນທີ່ທະເລຈະແຈ້ງ ບັນດາກົນໄກຕິດຕໍ່ພັດຊ່ວຍໃຫ້ບັນດາຝ່າຍແລກປ່ຽນໄດ້ທັນເວລາ ເມື່ອຈຳເປັນຕ້ອງປະສານສົມທົບແກ້ໄຂສະຖານະການ.

ສຳລັບບັນດາບັນຫາທີ່ຍັງມີຄວາມເຫັນຕ່າງ, ຄວາມສາມາດກວດສອບຂໍ້ມູນຢ່າງວ່ອງໄວ ແລະ ການຮັກສາບັນດາຊ່ອງທາງແລກປ່ຽນ ມີຄວາມໝາຍສຳຄັນໃນການປ້ອງກັນຄວາມເຂົ້າໃຈຜິດ, ຈຳກັດຄວາມສ່ຽງທີ່ເຫດການຈະທະວີຄວາມຮຸນແຮງ.

ຖະແຫຼງການຮ່ວມຫວຽດນາມ - ຟີລິບປິນ ວັນທີ 1/6/2026 ເນັ້ນໜັກການເພີ່ມທະວີປ້ອງກັນ ແລະ ຄຸ້ມຄອງເຫດການຢູ່ທະເລຕາເວັນອອກ, ຊຸກຍູ້ການຮ່ວມມືລະຫວ່າງກຳລັງຕຳຫຼວດທະເລ ແລະ ຮັກສາສາຍດ່ວນ.

ກ່ອນໜ້ານັ້ນ, ເດືອນ 8/2024, ຕຳຫຼວດທະເລຂອງສອງປະເທດໄດ້ດຳເນີນການຝຶກຊ້ອມຮ່ວມກ່ຽວກັບການດັບເພີງ ແລະ ກູ້ໄພ. ຖ້າສາຍດ່ວນຮັບປະກັນຊ່ອງທາງແລກປ່ຽນຂໍ້ມູນ ການຝຶກຊ້ອມກໍຊ່ວຍໃຫ້ບັນດາກຳລັງໃນພາກສະໜາມຍົກສູງຄວາມສາມາດປະສານສົມທົບ. ຜ່ານນັ້ນ, ບັນດາຄຳໝັ້ນສັນຍາທາງການທູດ ໄດ້ຖືກຫັນເປັນຄວາມສາມາດແກ້ໄຂສະຖານະການຢ່າງເປັນຮູບປະທຳ.

ຫວຽດນາມຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການເຄົາລົບຫຼັກນິຕິທຳຢູ່ທະເລຕາເວັນອອກ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກທີ່ການສົນທະນາທະເລ ຄັ້ງທີ 15, ຈັດຂຶ້ນໃນວັນທີ 18/9 ທີ່ ຮ່າໂນ້ຍ.

ໃນລະດັບພາກພື້ນ, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໄດ້ວາງອອກບັນດາຄຳໝັ້ນສັນຍາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ, ການຢັບຢັ້ງຊັ່ງໃຈ ແລະ ການສ້າງຄວາມໄວ້ວາງໃຈ.

ເດືອນ 7/2026, ຫວຽດນາມສືບຕໍ່ຢືນຢັນຄືນໃໝ່ຄວາມຕັ້ງໃຈຊຸກຍູ້ການສ້າງປະມວນກົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ມີເນື້ອໃນແທ້ຈິງ, ມີປະສິດທິຜົນ ແລະ ສອດຄ່ອງກັບ UNCLOS. ນີ້ແມ່ນສ່ວນໜຶ່ງຂອງຂະບວນການຮ່ວມມື ASEAN - ຈີນ, ໃນນັ້ນປະສິດທິຜົນຂຶ້ນກັບການຫັນບັນດາຄຳໝັ້ນສັນຍາໃຫ້ເປັນການກະທຳຢ່າງເປັນຮູບປະທຳ.

ໃນວິທີເຂົ້າຫານີ້, ການເຈລະຈາສອງຝ່າຍສາມາດແກ້ໄຂບັນດາເຂດທີ່ທັບຊ້ອນກັນ, ໃນຂະນະທີ່ບັນດາກົນໄກຫຼາຍຝ່າຍສ້າງພື້ນທີ່ໃນການແກ້ໄຂບັນດາບັນຫາທີ່ກວ້າງກວ່າ ເຊັ່ນ ຄວາມປອດໄພທາງທະເລ, ການປົກປ້ອງສິ່ງແວດລ້ອມ ແລະ ການສ້າງກົດການປະພຶດ. ບັນດາຊ່ອງທາງຮ່ວມມືສາມາດໜູນເສີມເຊິ່ງກັນແລະກັນ ທັງໃນການແກ້ໄຂຄວາມເຫັນຕ່າງສະເພາະໜ້າ ແລະ ຮັກສາສະຖຽນລະພາບໂດຍລວມ.

ການຮ່ວມມືກໍບໍ່ຈຳເປັນຕ້ອງລໍຖ້າຈົນກວ່າບັນດາຂໍ້ຂັດແຍ່ງຈະໄດ້ຮັບການແກ້ໄຂຢ່າງສົມບູນ. DOC ໄດ້ກຳນົດບາງຂົງເຂດບູລິມະສິດ ເຊັ່ນ ການປົກປ້ອງສິ່ງແວດລ້ອມທາງທະເລ, ການຄົ້ນຄວ້າວິທະຍາສາດ, ຄວາມປອດໄພທາງທະເລ ແລະ ການກູ້ໄພ. ເມື່ອບັນລຸຄວາມເຫັນດີກ່ຽວກັບຂອບເຂດ ແລະ ຄວາມຮັບຜິດຊອບ, ບັນດາກິດຈະກຳຮ່ວມມືເຫຼົ່ານີ້ສາມາດນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ບັນດາຝ່າຍ.

ໃນລະດັບໂລກ, ວັນທີ 9/6/2025, ຫວຽດນາມໄດ້ຍື່ນເອກະສານຮັບຮອງສັນຍາວ່າດ້ວຍຊີວະນາໆພັນທາງທະເລນອກເຂດອຳນາດຕັດສິນແຫ່ງຊາດ (BBNJ). ເມື່ອສັນຍາມີຜົນສັກສິດແຕ່ວັນທີ 17/1/2026, ການເຂົ້າຮ່ວມຮຽກຮ້ອງໃຫ້ບັນດາລັດພາຄີກະກຽມຄວາມສາມາດ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ. ບັນດາປະສົບການຈາກ BBNJ ກໍສາມາດໜູນເສີມການຮ່ວມມືທາງທະເລໃນລະດັບພາກພື້ນ.

ການສົນທະນາບົນພື້ນຖານຄວາມຮູ້ ແລະ ວິທະຍາສາດ

ຊຸດກິດຈະກຳທີ່ສະຖາບັນການທູດຫວຽດນາມເປັນປະທານຈັດຂຶ້ນໃນໄລຍະຜ່ານມາ ແລະ ຈະຈັດຂຶ້ນໃນໄລຍະຕໍ່ໄປ ສະແດງໃຫ້ເຫັນຄວາມພະຍາຍາມເຊື່ອມໂຍງການຄົ້ນຄວ້າ, ນະໂຍບາຍ ແລະ ພາກປະຕິບັດ ໃນບັນດາບັນຫາກ່ຽວກັບທະເລ.

ການສົນທະນາທະເລ ຄັ້ງທີ 15, ຈັດຂຶ້ນໃນວັນທີ 18/9 ທີ່ ຮ່າໂນ້ຍ, ສຸມໃສ່ປຶກສາຫາລືການຜັນຂະຫຍາຍ BBNJ. ເມື່ອສັນຍາກ້າວເຂົ້າສູ່ໄລຍະປະຕິບັດ, ບັນດາບັນຫາເຊັ່ນ ກົນໄກການຜັນຂະຫຍາຍ ແລະ ແຫຼ່ງກຳລັງ ກາຍເປັນຈຸດປະສານລະຫວ່າງການຄົ້ນຄວ້າວິຊາການ ແລະ ການວາງນະໂຍບາຍ, ປະກອບສ່ວນນຳບັນດາຂໍ້ກຳນົດດ້ານກົດໝາຍເຂົ້າສູ່ພາກປະຕິບັດ.

ວັນທີ 23/9, ສະຖາບັນການທູດຫວຽດນາມ ປະສານສົມທົບກັບມູນນິທິ Konrad Adenauer (ເຢຍລະມັນ) ແລະ ສະຖານທູດສະຫະລັດອາເມລິກາປະຈຳ ຮ່າໂນ້ຍ ໄດ້ເປີດໂຄງການຄົ້ນຄວ້າ “ການທູດທາງທະເລ ມຸ່ງໄປສູ່ການຮັກສາບັນດາຄຸນຄ່າທົ່ວໂລກ”. ໂຄງການສ້າງພື້ນທີ່ເພີ່ມເຕີມໃນການເຊື່ອມໂຍງວົງການນະໂຍບາຍກັບຊ່ຽວຊານ, ລະຫວ່າງການຄົ້ນຄວ້າວິທະຍາສາດກັບຂໍ້ຮຽກຮ້ອງພາກປະຕິບັດ, ຜ່ານນັ້ນໜູນຊ່ວຍການສ້າງຄວາມສາມາດ ແລະ ແບ່ງປັນຄວາມຮູ້.

ການລະດົມແຫຼ່ງກຳລັງພາຍໃນ ແລະ ສາກົນ ກໍສືບຕໍ່ໄດ້ຮັບຄວາມສຳຄັນ. ເວທີປາໄສທະເລຫວຽດນາມ ຈັດຂຶ້ນໃນວັນທີ 2/10 ພາຍໃຕ້ຫົວຂໍ້ “ການຮ່ວມມື ແລະ ການເຊື່ອມໂຍງສາກົນໃນການສ້າງຫວຽດນາມໃຫ້ເປັນປະເທດທາງທະເລທີ່ເຂັ້ມແຂງ”, ເປີດພື້ນທີ່ເພີ່ມເຕີມໃນການເຊື່ອມຕໍ່ບັນດາແຫຼ່ງກຳລັງ ເພື່ອຮັບໃຊ້ການພັດທະນາເສດຖະກິດທະເລ ແລະ ຍົກສູງຄວາມສາມາດແຫ່ງຊາດດ້ານທະເລ.

ພາຍຫຼັງ 18 ປີແຫ່ງການຈັດຕັ້ງ, ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ສືບຕໍ່ດຶງດູດຄວາມສົນໃຈຈາກວົງການຊ່ຽວຊານສາກົນ. ນີ້ແມ່ນເວທີແລກປ່ຽນກ່ຽວກັບຫຼາຍບັນຫາທີ່ພົວພັນເຖິງທະເລຕາເວັນອອກ, ເຊື່ອມໂຍງບັນດາທັດສະນະທາງວິທະຍາສາດກັບຂໍ້ຮຽກຮ້ອງດ້ານການວາງນະໂຍບາຍ, ພ້ອມທັງປຶກສາຫາລືບັນດາມາດຕະການຄຸ້ມຄອງຂໍ້ຂັດແຍ່ງ ແລະ ຊຸກຍູ້ບັນດາວິທີແກ້ໄຂໄລຍະຍາວ.

ບັນດາພຶດຕິກຳຕົວຈິງນີ້ສະແດງໃຫ້ເຫັນວ່າ ເປົ້າໝາຍປົກປ້ອງບັນດາສິດ, ຜົນປະໂຫຍດອັນຊອບທຳ ແລະ ຮັກສາສັນຕິພາບ, ສະຖຽນລະພາບ ໄດ້ຖືກຫວຽດນາມຜັນຂະຫຍາຍໄປພ້ອມກັນ. ບັນດາຂໍ້ຕົກລົງກຳນົດເຂດແດນ ປະກອບສ່ວນເຮັດໃຫ້ຂອບເຂດທາງກົດໝາຍຈະແຈ້ງ; ບັນດາກົນໄກຄຸ້ມຄອງເຫດການຊ່ວຍຮັກສາການສົນທະນາ; ສ່ວນການຮ່ວມມືຊ່ວຍເພີ່ມທະວີຄວາມໄວ້ວາງໃຈລະຫວ່າງບັນດາຝ່າຍ.

ວິທີເຂົ້າຫາດັ່ງກ່າວ ຖືກວາງຢູ່ເທິງ 3 ພື້ນຖານທີ່ສອດຄ່ອງຕະຫຼອດມາ: ເຄົາລົບກົດໝາຍສາກົນ, ປະຕິບັດບັນດາຄຳໝັ້ນສັນຍາດ້ວຍເຈດຕະນາດີ ແລະ ເປັນເຈົ້າການຄວບຄຸມຄວາມເຫັນຕ່າງ, ພ້ອມທັງຂະຫຍາຍການຮ່ວມມື ເພື່ອຜົນປະໂຫຍດຮ່ວມຂອງພາກພື້ນ ແລະ ປະຊາຄົມສາກົນ.

ກອງປະຊຸມວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 15: ຊຸກຍູ້ຄວາມເຂົ້າໃຈຮ່ວມກັນ ກອງປະຊຸມວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 15: ຊຸກຍູ້ຄວາມເຂົ້າໃຈຮ່ວມກັນ
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ໄດ້​ຕີ​ລາຄາ​ບັນດາ​ຄຳ​ເຫັນ​ຂອງ​ບັນດາ​ນັກ​ຊ່ຽວຊານ​ສາກົນ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ​ທະ​ເລ​ຕາ​ເວັນ​ອອກ.
ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະແຫຼງການເພື່ອຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງພື້ນທີ່ທະເລ ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະແຫຼງການເພື່ອຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງພື້ນທີ່ທະເລ
ຍສໝ - ວັນ​ທີ 30 ທັນວາ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ໄດ້​ອອກ​ຖະ​ແຫຼ​ງການ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ກ່ຽວ​ກັບ​ການ​ຮັກສາ ​ແລະ ຊຸກຍູ້​ຄວາມ​ໝັ້ນຄົງພື້ນທີ່ທະ​ເລ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ