ຫວຽດນາມ - ໄທ ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈາກພື້ນຖານຄວາມຜູກພັນລະຫວ່າງປະຊາຊົນ

14:28 | 16/09/2026

ຍສໝ - ຕອນເຊົ້າວັນທີ 15/9/2026 ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ເຈລະຈາກັບພະມະຫາກະສັດໄທ Maha Vajiralongkorn Phra Vajiraklaochaoyuhua ໃນຂອບເຂດການສະເດັດຢ້ຽມຢາມຫວຽດນາມລະດັບລັດ. ຜູ້ນຳທັງສອງເຫັນດີຖືເອົາຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ ເປັນພື້ນຖານສຳຄັນເພື່ອປັບປຸງສາຍພົວພັນ ຫວຽດນາມ - ໄທ ແລະ ຊຸກຍູ້ມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.

ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ ອ່າວຢາຍຫວຽດນາມ ເຊື່ອມໂຍງວັດທະນະທຳ ຫວຽດນາມ - ໄທ

ທີ່ການເຈລະຈາ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕ້ອນຮັບພະມະຫາກະສັດ, ພະລາຊິນີ ພ້ອມດ້ວຍຄະນະຜູ້ແທນລາຊະວົງໄທ ທີ່ສະເດັດຢ້ຽມຢາມຫວຽດນາມລະດັບລັດ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນການສະເດັດຢ້ຽມຢາມຫວຽດນາມຄັ້ງທຳອິດຂອງພະມະຫາກະສັດໄທ ໃນຮອບ 50 ປີ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດໃນປີ 1976. ການຢ້ຽມຢາມຄັ້ງນີ້ ຖືກຕີລາຄາວ່າມີຄວາມໝາຍທາງປະຫວັດສາດ, ເປັນຂີດໝາຍສຳຄັນໃນສາຍພົວພັນມິດຕະພາບດັ້ງເດີມ ຫວຽດນາມ - ໄທ, ໂດຍສະເພາະ ພາຍຫຼັງສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2025.

ຫວຽດນາມ - ໄທ ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈາກພື້ນຖານຄວາມຜູກພັນລະຫວ່າງປະຊາຊົນ
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ພະມະຫາກະສັດໄທ Maha Vajiralongkorn Phra Vajiraklaochaoyuhua ແລະ ພະລາຊິນີ.

ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຂອບໃຈພະມະຫາກະສັດ ແລະ ພະລາຊິນີ ທີ່ໄດ້ໃຫ້ການຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງສົມກຽດ, ຮອບຄອບ ແລະ ເປັ່ງປະກາຍດ້ວຍມິດຕະພາບ ໃນໂອກາດຢ້ຽມຢາມໄທຢ່າງເປັນທາງການ ໃນເດືອນ 5/2026.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ອວຍພອນບັນດາຜົນສຳເລັດການພັດທະນາຂອງໄທ ໃນການຮັກສາສະຖຽນລະພາບ, ພັດທະນາເສດຖະກິດ - ສັງຄົມ, ພ້ອມທັງຕີລາຄາສູງບົດບາດຂອງພະມະຫາກະສັດ ແລະ ລາຊະວົງ ໃນການປັບປຸງຄວາມສາມັກຄີທົ່ວຊາດ, ພັດທະນາຊຸມຊົນ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນເພື່ອນບ້ານມິດຕະພາບ, ການຮ່ວມມືຮອບດ້ານກັບໄທ, ປາຖະໜາໃຫ້ສອງປະເທດສືບຕໍ່ຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການພັດທະນາ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.

ພະມະຫາກະສັດໄທ ສະແດງຄວາມຍິນດີທີ່ໄດ້ສະເດັດກັບຄືນມາຫວຽດນາມ, ຕີລາຄາສູງບັນດາບາດກ້າວຂອງຫວຽດນາມ ໃນການພັດທະນາປະເທດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ພະມະຫາກະສັດ ຂອບໃຈການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພ້ອມທັງຖືວ່າ ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດໃຫ້ສອງປະເທດສືບຕໍ່ຮັດແໜ້ນສາຍພົວພັນ ແລະ ຂະຫຍາຍການຮ່ວມມື.

ພະມະຫາກະສັດ ຢືນຢັນວ່າ ລາຊະວົງໄທຍາມໃດກໍໃຫ້ຄວາມສົນໃຈ ແລະ ສະໜັບສະໜູນການເພີ່ມທະວີສາຍໃຈມິດຕະພາບລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດ, ກໍຄື ປັບປຸງການຮ່ວມມື ຫວຽດນາມ - ໄທ ໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຮ່ວມໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

ຜູ້ນຳທັງສອງ ຕີລາຄາສູງບັນດາບາດກ້າວພັດທະນາຂອງສາຍພົວພັນ ຫວຽດນາມ - ໄທ ໃນໄລຍະ 50 ປີຜ່ານມາ, ຈາກສາຍພົວພັນເພື່ອນບ້ານມິດຕະພາບ ກາຍເປັນຄູ່ຮ່ວມຍຸດທະສາດໃນປີ 2013 ແລະ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2025.

ສອງຝ່າຍເຫັນດີສືບຕໍ່ປັບປຸງຄວາມໄວ້ວາງໃຈທາງການເມືອງ ຜ່ານການຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ສົ່ງເສີມປະສິດທິຜົນຂອງບັນດາກົນໄກຮ່ວມມື ແລະ ຜັນຂະຫຍາຍຂອບເຂດຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ໄທ ຢ່າງເປັນຮູບປະທຳ.

ບົນພື້ນຖານຄວາມຮູ້ສຶກອັນດີງາມທີ່ປະຊາຊົນສອງປະເທດມີໃຫ້ແກ່ກັນ ພ້ອມດ້ວຍຫຼາຍຈຸດຄ້າຍຄືກັນດ້ານວັດທະນະທຳ ແລະ ປະເພນີ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພະມະຫາກະສັດໄທ ເຫັນດີວ່າ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ ແມ່ນພື້ນຖານທີ່ສຳຄັນເປັນພິເສດ ຕໍ່ການພັດທະນາໄລຍະຍາວຂອງສາຍພົວພັນສອງຝ່າຍ ແລະ ເປັນແຮງຂັບເຄື່ອນຊຸກຍູ້ມິດຕະພາບ ຫວຽດນາມ - ໄທ.

ຜູ້ນຳທັງສອງ ເຫັນດີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ຕາມທິດເຊື່ອມໂຍງ ແລະ ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນປະຊາຊົນ, ການຮ່ວມມືດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການເຊື່ອມຕໍ່ຄົມມະນາຄົມ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຜ່ານນັ້ນ ສ້າງເພີ່ມບັນດາການເຊື່ອມໂຍງທີ່ເປັນຮູບປະທຳ ແລະ ນຳສາຍພົວພັນສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ.

ຫວຽດນາມ - ໄທ ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈາກພື້ນຖານຄວາມຜູກພັນລະຫວ່າງປະຊາຊົນ
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພະມະຫາກະສັດໄທ ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າ ໃນສາຍພົວພັນ ຫວຽດນາມ - ໄທ ຕະຫຼອດ 50 ປີຜ່ານມາ.

ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຕີລາຄາສູງບັນດາກິດຈະກຳ, ໂຄງການ ທີ່ລາຊະວົງໄທໃຫ້ການອຸປະຖຳ ໃນຂົງເຂດການສຶກສາ ແລະ ພັດທະນາຊຸມຊົນຢູ່ຫວຽດນາມ, ຢືນຢັນວ່າ ຫວຽດນາມຈະສືບຕໍ່ປະສານງານ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາກິດຈະກຳເຫຼົ່ານີ້ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຍັງຂອບໃຈພະມະຫາກະສັດ ແລະ ລາຊະວົງໄທ ທີ່ໄດ້ມີຄວາມຮູ້ສຶກອັນດີງາມຕໍ່ຫວຽດນາມ, ໃນນັ້ນ ມີການໃຫ້ຄວາມສົນໃຈຕໍ່ຊຸມຊົນຊາວຫວຽດນາມຢູ່ໄທ ແລະ ການອະນຸລັກບັນດາເຂດຮ່ອງຮອຍປະຫວັດສາດປະທານໂຮ່ຈິມິນ - ບັນດາສັນຍາລັກທີ່ມີຄວາມໝາຍດ້ານປະຫວັດສາດ, ການແລກປ່ຽນວັດທະນະທຳ ແລະ ມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ຜູ້ນຳທັງສອງ ຕີລາຄາສູງການປະສານງານລະຫວ່າງຫວຽດນາມ ແລະ ໄທ ຢູ່ບັນດາເວທີຫຼາຍຝ່າຍ, ກົນໄກຮ່ວມມືລະດັບພາກພື້ນ ແລະ ອະນຸພາກພື້ນ, ພ້ອມທັງເຫັນດີສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ບົດບາດໃຈກາງຂອງ ASEAN.

ຜູ້ນຳທັງສອງ ສະແດງຄວາມເຊື່ອໝັ້ນວ່າ ການສະເດັດຢ້ຽມຢາມຫວຽດນາມລະດັບລັດ ຂອງພະມະຫາກະສັດໄທ ແລະ ພະລາຊິນີ ຈະສືບຕໍ່ປັບປຸງມິດຕະພາບ, ຄວາມໄວ້ວາງໃຈທາງການເມືອງ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ສ້າງແຮງຂັບເຄື່ອນໃໝ່ ເພື່ອໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ໄທ ພັດທະນາຢ່າງເລິກເຊິ່ງ, ເປັນຮູບປະທຳ, ມີປະສິດທິຜົນ ແລະ ຍືນຍົງ, ປະກອບສ່ວນສ້າງສາຍພົວພັນຮ່ວມມືແບບຢ່າງລະຫວ່າງສອງປະເທດ.

ສິລະປະຈິດຕະກຳເຊື່ອມສາຍສຳພັນມິດຕະພາບ ຫວຽດນາມ - ໄທ ສິລະປະຈິດຕະກຳເຊື່ອມສາຍສຳພັນມິດຕະພາບ ຫວຽດນາມ - ໄທ
ຍສໝ - ຜົນງານຈິດຕະກຳ 100 ຜົນງານຂອງບັນດາຈິດຕະກອນຫວຽດນາມ ແລະ ໄທ ໄດ້ຮັບການນຳສະເໜີທີ່ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ ເຊິ່ງຈັດຂຶ້ນແຕ່ວັນທີ 18-30/8 ຢູ່ຫໍພິພິທະພັນສິລະປະ, ມະຫາວິທະຍາໄລຂອນແກ່ນ, ພາກຕາເວັນອອກສຽງເໜືອຂອງໄທ, ປະກອບສ່ວນສ້າງຂົວເຊື່ອມການແລກປ່ຽນວັດທະນະທຳອີກແຫ່ງໜຶ່ງລະຫວ່າງປະຊາຊົນສອງປະເທດ.
ເຄິ່ງສະຕະວັດແຫ່ງການສ້າງສາສາຍພົວພັນ ຫວຽດນາມ - ໄທ ເຄິ່ງສະຕະວັດແຫ່ງການສ້າງສາສາຍພົວພັນ ຫວຽດນາມ - ໄທ
ຍສໝ - ຜູ້ແທນ ແລະ ແຂກຖືກເຊີນປະມານ 1.000 ຄົນ ໄດ້ເຂົ້າຮ່ວມງານລ້ຽງຮັບຮອງລະນຶກຄົບຮອບ 81 ປີ ແຫ່ງການປະຕິວັດເດືອນສິງຫາ, ວັນຊາດ 2/9 ແລະ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ທີ່ຈັດໂດຍສະຖານທູດຫວຽດນາມປະຈຳໄທ ໃນຕອນຄ່ຳວັນທີ 18/8 ຢູ່ໂຮງແຮມ The Ritz-Carlton Bangkok.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ