ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ

10:08 | 15/09/2026

ຍສໝ - ເກືອບໜຶ່ງປີກ່ອນ, ພວກເຮົາ, ນັກຂ່າວວາລະສານ ຍຸກສະໄໝ ມີໂອກາດໄດ້ພົບກັບທ່ານ Alisher Mukhamedov, ປະທານສະມາຄົມມິດຕະພາບ ອຸສເບກິສະຖານ - ຫວຽດນາມ. ໃນການສົນທະນາຄັ້ງນັ້ນ, ທ່ານໄດ້ແບ່ງປັນຫຼາຍເລື່ອງກ່ຽວກັບອຸສເບກິສະຖານ, ກ່ຽວກັບຄວາມຮັກແພງທີ່ທ່ານມີຕໍ່ຫວຽດນາມ. ເມື່ອຫວນຄິດເຖິງບັນດາເລື່ອງລາວທີ່ຍັງເວົ້າບໍ່ຈົບໃນຄັ້ງນັ້ນ, ພວກເຮົາຈຶ່ງສົ່ງຈົດໝາຍຖາມຂ່າວຄາວໄປຫາທ່ານ. ບໍ່ກີ່ມື້ຕໍ່ມາ, ທ່ານໄດ້ເລົ່າວ່າ:

6 ໜ້າທີ່ຈຸດສຸມຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄລຍະ 2026 - 2031 ຫວຽດນາມພວມມຸ່ງໄປສູ່ການເຕີບໂຕທີ່ມີຄຸນນະພາບ ແລະ ຍືນຍົງ

ແຕ່ລະຄົນລ້ວນມີການພົບພໍ້ຄັ້ງໜຶ່ງທີ່ປ່ຽນແປງຊີວິດທັງໝົດຂອງຕົນ. ສຳລັບຂ້າພະເຈົ້າ, ການພົບພໍ້ນັ້ນ ເລີ່ມຕົ້ນຕັ້ງແຕ່ຍັງເປັນເດັກນ້ອຍ, ຜ່ານເລື່ອງລາວທີ່ພໍ່ເລົ່າກ່ຽວກັບຫວຽດນາມ.

ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ
ທ່ານ Rustam Mukhamedov, ບິດາຂອງທ່ານ Alisher Mukhamedov (ໃສ່ສູດສີດຳ) ພ້ອມຄະນະນັກກົດໝາຍອຸສເບກິສະຖານ ຢ້ຽມຊົມອ່າວຮ້າລອງ ໃນປີ 1963.

ພໍ່ຂອງຂ້າພະເຈົ້າຄື Rustam Mukhamedov, ເປັນນັກກົດໝາຍ. ໃນປີ 1963, ທ່ານໄດ້ເດີນທາງມາຢ້ຽມຢາມຫວຽດນາມ. ຫຼັງຈາກການເດີນທາງຄັ້ງນັ້ນ, ທ່ານເວົ້າເຖິງປະທານ ໂຮ່ຈິມິນ ຢູ່ເລື້ອຍໆດ້ວຍຄວາມເຄົາລົບເປັນພິເສດ. ແຕ່ສິ່ງທີ່ສະເທືອນໃຈຂ້າພະເຈົ້າ - ເດັກນ້ອຍຄົນໜຶ່ງຢູ່ Tashkent ໃນເວລານັ້ນ - ຫຼາຍທີ່ສຸດ ກໍຄືເລື່ອງລາວກ່ຽວກັບບັນດາຄົນທຳມະດາສາມັນ.

ພໍ່ເລົ່າເຖິງປະຊາຊົນທີ່ຍັງຄົງອອກແຮງງານທຸກມື້, ໄຖຫວ່ານ, ສິດສອນ, ສ້າງສາປະເທດ ທ່າມກາງລະເບີດ ແລະ ລູກປືນຂອງສົງຄາມ, ແຕ່ບໍ່ເຄີຍສູນເສຍສັກສີ, ຄວາມເຊື່ອໝັ້ນ ແລະ ຄວາມເມດຕາ. ມີຄຳເວົ້າປະໂຫຍກໜຶ່ງຂອງພໍ່ ທີ່ຂ້າພະເຈົ້າຍັງຈື່ຈຳໄດ້ຈົນຮອດທຸກມື້ນີ້: “ຄົນເຮົາອາດເອົາຊະນະກອງທັບໜຶ່ງໄດ້, ແຕ່ບໍ່ສາມາດເອົາຊະນະຊາດໜຶ່ງທີ່ຮັກປິຕຸພູມຫຼາຍກວ່າຊີວິດຂອງຕົນເອງ”.

ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ
ທ່ານ Alisher ເຂົ້າຮ່ວມບັນດາກິດຈະກຳຢູ່ຮ້ານວາງສະແດງຂອງຫວຽດນາມ ໃນເຫດການວັດທະນະທຳແຫ່ງໜຶ່ງ ຢູ່ນະຄອນຫຼວງ Tashkent.

ບາງທີ ຈາກເລື່ອງລາວເຫຼົ່ານັ້ນ, ໃນຫົວໃຈຂອງເດັກນ້ອຍ Alisher ຈຶ່ງຄ່ອຍໆກໍ່ເກີດຄວາມຊື່ນຊົມເປັນພິເສດຕໍ່ຫວຽດນາມ. ໃນເວລານັ້ນ, ຂ້າພະເຈົ້າບໍ່ເຄີຍຄິດເລີຍວ່າ ມື້ໜຶ່ງຕົນຈະມີໂອກາດໄດ້ຢຽບລົງເທິງຜືນແຜ່ນດິນນີ້. ຫວຽດນາມສຳລັບຂ້າພະເຈົ້າໃນຕອນນັ້ນ ເປັນພຽງຄວາມຝັນທີ່ຢູ່ໄກຫຼາຍ.

ນັບແຕ່ນັ້ນມາ, ຫວຽດນາມໄດ້ກາຍເປັນຄວາມຝັນອັນຫ່າງໄກຂອງຂ້າພະເຈົ້າ. ຖ້າມີໂອກາດກັບໄປພົບເດັກນ້ອຍ Alisher ໃນປີນັ້ນ, ຂ້າພະເຈົ້າຈະບອກລາວວ່າ: “ຈົ່ງຮັກສາຄວາມຝັນນັ້ນໄວ້”. ເພາະວ່າ ກໍແມ່ນຄວາມຝັນນັ້ນເອງທີ່ພາຂ້າພະເຈົ້າມາຫາຫວຽດນາມ, ຊ່ວຍໃຫ້ຂ້າພະເຈົ້າຂຽນປຶ້ມ, ເຮັດວຽກດ້ານການຕ່າງປະເທດ ແລະ ອຸທິດຊີວິດທັງໝົດເພື່ອສ້າງສົມມິດຕະພາບລະຫວ່າງອຸສເບກິສະຖານ ແລະ ຫວຽດນາມ.

ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ
ທ່ານ Alisher Mukhamedov ເຂົ້າຮ່ວມບັນດາເຫດການການທູດ ແລະ ວັດທະນະທຳກັບຫວຽດນາມ.

ຂ້າພະເຈົ້າຈະເລົ່າໃຫ້ລາວຟັງວ່າ: “ມື້ໜຶ່ງ ເມື່ອໄດ້ເຫັນຫວຽດນາມດ້ວຍຕາຂອງຕົນເອງ, ເຈົ້າຈະຮູ້ວ່າ ພໍ່ຍັງເລົ່າບໍ່ໝົດກ່ຽວກັບປະເທດນີ້. ຫວຽດນາມໃນຊີວິດຈິງ ຍັງສວຍງາມກວ່າ, ສະຫງົບອ່ອນໂຍນກວ່າ ແລະ ເຕັມໄປດ້ວຍນ້ຳໃຈເມດຕາຫຼາຍກວ່າທີ່ເຈົ້າຈະສາມາດຈິນຕະນາການໄດ້ຫຼາຍ”.

ນັບແຕ່ນັ້ນມາຈົນຮອດປັດຈຸບັນ, ຂ້າພະເຈົ້າໄດ້ມີໂອກາດກັບຄືນມາຫວຽດນາມຫຼາຍຄັ້ງ. ມີຊ່ວງເວລາໜຶ່ງທີ່ຂ້າພະເຈົ້າພົບວ່າ ຕົນບໍ່ໄດ້ເບິ່ງປະເທດນີ້ດ້ວຍສາຍຕາຂອງນັກທ່ອງທ່ຽວອີກຕໍ່ໄປ.

ທຸກຄັ້ງທີ່ເຮືອບິນເລີ່ມຫຼຸດລະດັບເພື່ອລົງຈອດຢູ່ຮ່າໂນ້ຍ, ຂ້າພະເຈົ້າລ້ວນມີຄວາມຮູ້ສຶກຄືກຳລັງກັບມາພົບຄົນໃນຄອບຄົວ. ສິ່ງທີ່ຂ້າພະເຈົ້າລໍຄອຍຫຼາຍທີ່ສຸດໃນແຕ່ລະຄັ້ງທີ່ມາຫວຽດນາມ ບໍ່ແມ່ນພຽງບັນດາສະຖານທີ່ທ່ອງທ່ຽວຊື່ດັງ, ແຕ່ແມ່ນການໄດ້ພົບມິດສະຫາຍເກົ່າອີກຄັ້ງ, ຖາມຂ່າວຄາວຄອບຄົວຂອງພວກເຂົາ, ຮ່ວມກັນຫວນຄືນຄວາມຊົງຈຳ ແລະ ແບ່ງປັນແຜນການໃໝ່ໆ.

ຂ້າພະເຈົ້າມັກຍາມເຊົ້າຂອງຮ່າໂນ້ຍ. ຂ້າພະເຈົ້າຍ່າງຫຼິ້ນຜ່ານເຂດເມືອງເກົ່າ, ນັ່ງຢູ່ຮ້ານກາເຟນ້ອຍໆແຄມທາງ, ນັ່ງຟັງຈັງຫວະຊີວິດຄ່ອຍໆເລີ່ມຕົ້ນ. ຂ້າພະເຈົ້າແວ່ວັນມ໋ຽວ, ໄປຈະຕຸລັດບາດິ່ງ ເພື່ອລະນຶກເຖິງປະທານ ໂຮ່ຈິມິນ. ນອກເໜືອຈາກເຂົ້າປຸ້ນເຝີຮ້ອນໆໜຶ່ງຖ້ວຍ ຫຼື ຊາຂຽວໜຶ່ງຈອກ, ສິ່ງທີ່ຂ້າພະເຈົ້າຈື່ຈຳຫຼາຍທີ່ສຸດ ຄືຮອຍຍິ້ມອັນເປັນມິດ.

ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ
ທ່ານ Alisher Mukhamedov ໃນບັນດາການເດີນທາງມາປະຕິບັດວຽກຢູ່ຫວຽດນາມ.

“ທ່ານແມ່ນແຂກທີ່ໄດ້ຮັບການຕ້ອນຮັບສະເໝີຢູ່ຫວຽດນາມ. ຢູ່ທີ່ນີ້, ທ່ານມີບັນດາມິດສະຫາຍ”.

ຂ້າພະເຈົ້າຄິດຮອດບັນດາມິດສະຫາຍຫວຽດນາມ, ຄິດຮອດບັນດາອະດີດນັກສຶກສາຫວຽດນາມທີ່ເຄີຍຮ່ຳຮຽນຢູ່ Tashkent ແລະ ຍັງຈື່ຊື່ອາຈານແຕ່ລະຄົນ, ຫໍພັກແຕ່ລະແຫ່ງ, ຄອບຄົວອຸສເບກິສະຖານແຕ່ລະຄອບຄົວທີ່ເຄີຍໃຫ້ການປົກປ້ອງດູແລພວກເຂົາ. ສຳລັບຂ້າພະເຈົ້າ, ມິດຕະພາບລະຫວ່າງບັນດາຊາດ ບໍ່ໄດ້ສ້າງຂຶ້ນພຽງດ້ວຍເອກະສານ ຫຼື ການຢ້ຽມຢາມລະດັບສູງ, ແຕ່ຍັງຖືກຮັກສາໄວ້ດ້ວຍຄວາມຊົງຈຳ, ຄວາມຮູ້ບຸນຄຸນ ແລະ ຄວາມຈິງໃຈລະຫວ່າງຄົນກັບຄົນ.

ຕະຫຼອດເສັ້ນທາງທີ່ຜູກພັນກັບຫວຽດນາມ, ຂ້າພະເຈົ້າໄດ້ພົບບັນດາມິດສະຫາຍທີ່ໜ້າຮັກແພງຫຼາຍຄົນ. ນັ້ນຄືບັນດາເພື່ອນຮ່ວມງານຢູ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ບັນດານັກຂ່າວ, ນັກວິທະຍາສາດ, ອາຈານມະຫາວິທະຍາໄລ, ນັກທຸລະກິດ ແລະ ໂດຍສະເພາະ ແມ່ນມິດສະຫາຍ, ສະຫາຍຂອງຂ້າພະເຈົ້າ - ທ່ານ ເລືອງຟານກື່, ອະດີດປະທານສະມາຄົມມິດຕະພາບ ຫວຽດນາມ - ອຸສເບກິສະຖານ. ພວກເຮົາສອງຄົນລ້ວນມີຄວາມຄິດຮ່ວມກັນວ່າ ມິດຕະພາບລະຫວ່າງບັນດາຊາດ ລ້ວນເລີ່ມຕົ້ນຈາກຄວາມໄວ້ວາງໃຈລະຫວ່າງຄົນກັບຄົນ.

ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ
ທ່ານ Alisher Rustamovich Mukhamedov (ຂວາ) ຮັບຫຼຽນໄຊມິດຕະພາບ ໃນງານ “ພົບປະສະແດງຄວາມຮູ້ບຸນຄຸນຕໍ່ມິດສະຫາຍສາກົນ ເນື່ອງໃນໂອກາດລະນຶກ 80 ປີ ແຫ່ງວັນຊາດ ສາທາລະນະລັດສັງຄົມນິຍົມຫວຽດນາມ”.

ເດືອນກັນຍາ 2025, ໃນບັນຍາກາດຊື່ນຊົມຍິນດີສະຫຼອງ 80 ປີ ແຫ່ງວັນຊາດຫວຽດນາມ, ຂ້າພະເຈົ້າມີໂອກາດກັບມາຮ່າໂນ້ຍອີກຄັ້ງ ຕາມຄຳເຊີນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ທ່າມກາງຈະຕຸລັດບາດິ່ງ, ທ່າມກາງຝູງຊົນທີ່ພວກທ່ານພວມຮ່ວມແບ່ງປັນຄວາມພາກພູມໃຈແຫ່ງຊາດ, ຂ້າພະເຈົ້າຍິ່ງສຳຜັດໄດ້ຢ່າງຈະແຈ້ງເຖິງກຳລັງແຮງຂອງຄວາມສາມັກຄີ ແລະ ຄວາມຮັກປະເທດຂອງປະຊາຊົນຫວຽດນາມ.

ໃນໂອກາດນີ້ເຊັ່ນກັນ, ຂ້າພະເຈົ້າໄດ້ຮັບຫຼຽນໄຊມິດຕະພາບ ທີ່ປະທານປະເທດຫວຽດນາມມອບໃຫ້. ສຳລັບຂ້າພະເຈົ້າ, ລາງວັນນັ້ນ ແມ່ນການຮັບຮອງຕໍ່ບັນດາການປະກອບສ່ວນເຂົ້າໃນສາຍພົວພັນມິດຕະພາບ ຫວຽດນາມ - ອຸສເບກິສະຖານ, ຕໍ່ຄວາມຮັກທີ່ຖືກຫຼໍ່ລ້ຽງມາຈາກເລື່ອງລາວຂອງພໍ່.

ມື້ນີ້, ເມື່ອຂຽນບັນດາຂໍ້ຄວາມເຫຼົ່ານີ້, ຂ້າພະເຈົ້າພຽງຢາກສົ່ງຄຳຂອບໃຈໄປຫາຫວຽດນາມ.

ຂອບໃຈທີ່ໄດ້ມອບມິດສະຫາຍໃຫ້ຂ້າພະເຈົ້າ. ຂອບໃຈທີ່ໄດ້ໃຫ້ຫວຽດນາມກາຍເປັນສ່ວນໜຶ່ງໃນຊີວິດຂອງຂ້າພະເຈົ້າ.

ຂໍຂອບໃຈບັນດາມິດສະຫາຍຫວຽດນາມຂອງຂ້າພະເຈົ້າ. ກໍເປັນເພາະພວກທ່ານນັ້ນເອງ ທີ່ສອງຄຳ “ຫວຽດນາມ” ສຳລັບຂ້າພະເຈົ້າ ບໍ່ໄດ້ເປັນພຽງຊື່ເອີ້ນ, ແຕ່ແມ່ນພາບຂອງບັນດາຄົນທີ່ມີເມດຕາ, ຈິງໃຈ, ດຸໝັ່ນ ແລະ ເຕັມໄປດ້ວຍນ້ຳໃຈຮັກແພງ.

ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ
ທ່ານ Alisher Mukhamedov (ກາງ) ນຳພາຄະນະຫວຽດນາມໄປປະຕິບັດວຽກຢູ່ນະຄອນຫຼວງ Tashkent, ອຸສເບກິສະຖານ.

ຂອບໃຈຫວຽດນາມສຳລັບບົດຮຽນແຫ່ງຄວາມກ້າຫານ. ຊາດຫວຽດນາມໄດ້ຜ່ານໄລຍະເວລາແຫ່ງໄຟສົງຄາມ, ແຕ່ຍັງຄົງຮັກສາສັກສີ ແລະ ຄວາມຊື່ສັດຕໍ່ບັນດາຄຸນຄ່າດ້ານຄຸນນະທຳອັນດີງາມໄວ້ຢ່າງຄົບຖ້ວນ. ຫວຽດນາມໄດ້ພິສູດວ່າ ຊາດໜຶ່ງທີ່ຮັກປິຕຸພູມດ້ວຍທັງຫົວໃຈ ສາມາດຜ່ານຜ່າຄວາມຫຍຸ້ງຍາກທຸກປະການໄດ້.

ຂ້າພະເຈົ້າດີໃຈຢ່າງແທ້ຈິງຕໍ່ບັນດາຜົນສຳເລັດຂອງຫວຽດນາມ. ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາປະເທດທີ່ພັດທະນາຢ່າງຄຶກຄື້ນທີ່ສຸດໃນອາຊີ, ແຕ່ຍັງຄົງຮັກສາອັດຕະລັກແຫ່ງຊາດ, ຄວາມເຄົາລົບຕໍ່ປະຫວັດສາດ ແລະ ຄວາມຊື່ສັດຕໍ່ບັນດາຄຸນຄ່າດ້ານຄຸນນະທຳອັນດີງາມໄວ້ໄດ້. ຂ້າພະເຈົ້າເຊື່ອວ່າ ໄລຍະພັດທະນາຍຸດທະສາດໃນປັດຈຸບັນ ຈະເປີດອອກໂອກາດທີ່ກວ້າງໃຫຍ່ຍິ່ງຂຶ້ນໃຫ້ແກ່ຫວຽດນາມ, ພ້ອມກັນນັ້ນ ກໍສືບຕໍ່ຍົກສູງຖານະ ແລະ ກຽດສັກສີຂອງປະເທດໃນເວທີສາກົນ.

ຂ້າພະເຈົ້າປາຖະໜາວ່າ ມິດຕະພາບລະຫວ່າງປະຊາຊົນສອງປະເທດຂອງພວກເຮົາ ຈະນັບມື້ນັບແໜ້ນແຟ້ນຂຶ້ນຕາມການເວລາ. ຂໍໃຫ້ມີຊາວໜຸ່ມອຸສເບກິສະຖານຫຼາຍຂຶ້ນມາຫາຫວຽດນາມ ແລະ ຊາວໜຸ່ມຫວຽດນາມຫຼາຍຂຶ້ນໄດ້ໄປຄົ້ນຫາອຸສເບກິສະຖານ. ຂໍໃຫ້ລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ຄົນຮຸ່ນໜຸ່ມຂອງສອງປະເທດ ມີຫຼາຍໂຄງການຮ່ວມມືໃໝ່ໆເພີ່ມຂຶ້ນ. ກໍຈາກບັນດາການເຊື່ອມຕໍ່ເຫຼົ່ານັ້ນເອງ ທີ່ຄວາມເຂົ້າໃຈຊຶ່ງກັນແລະກັນລະຫວ່າງບັນດາຊາດຄ່ອຍໆກໍ່ຮູບຂຶ້ນ, ໂດຍບໍ່ຖືກຄອບງຳຈາກເວລາ ຫຼື ບັນດາການຜັນແປຂອງໂລກ.

ຕາບໃດທີ່ຄວາມຮູ້ສຶກນັ້ນຍັງຖືກຮັກສາໄວ້, ມິດຕະພາບລະຫວ່າງປະຊາຊົນອຸສເບກິສະຖານ ແລະ ຫວຽດນາມ ຈະຖືກສືບຕໍ່ຂຽນໂດຍຄົນຮຸ່ນຫຼັງອີກຫຼາຍຮຸ່ນ.

ພົບກັນໃໝ່, ຫວຽດນາມທີ່ຮັກ. ຂ້າພະເຈົ້າມີຄວາມສຸກສະເໝີ ທຸກຄັ້ງທີ່ໄດ້ກັບຄືນມາທີ່ນີ້!

ດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ
ຍສໝ - ໃນວາລະທີໜຶ່ງ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ທ່ານ ຟານແອັງເຊີນ ໄດ້ຮັບເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031 ທ່ານ ຟານແອັງເຊີນ ໄດ້ຮັບເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031
ຍສໝ - ວັນທີ 14/9 ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສຳເລັດລົງຢ່າງຈົບງາມ. ທ່ານ ຟານແອັງເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI, ໄດ້ຮັບຄວາມໄວ້ວາງໃຈເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ