| ທ່ານ ຟານແອັງເຊີນ ໄດ້ຮັບເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031 6 ໜ້າທີ່ຈຸດສຸມຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄລຍະ 2026 - 2031 |
![]() |
| ທ່ານ Ko Tae Yeon, ປະທານສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳຫວຽດນາມ (KOCHAM). |
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈັດຂຶ້ນໃນເດືອນມັງກອນ 2026 ຖືວ່າເປັນຂີດໝາຍສຳຄັນ, ທັງທົບທວນຄືນບັນດາຜົນສຳເລັດທີ່ບັນລຸມາໄດ້ ແລະ ກຳນົດທິດທາງຍຸດທະສາດສຳລັບການພັດທະນາປະເທດໃນອະນາຄົດ. ນັບແຕ່ປະຕິບັດນະໂຍບາຍປ່ຽນໃໝ່ ແລະ ເປີດກວ້າງ, ຫວຽດນາມໄດ້ຫຼາກຫຼາຍໂຄງສ້າງເສດຖະກິດ ຈາກເສດຖະກິດທີ່ອີງໃສ່ກະສິກຳເປັນຫຼັກ ໄປສູ່ອຸດສາຫະກຳປຸງແຕ່ງ, ຜະລິດ ແລະ ບໍລິການ, ພ້ອມກັນນັ້ນ ກໍເປັນເຈົ້າການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ຢືນຢັນຄວາມສາມາດແຂ່ງຂັນໃນເວທີສາກົນ.
ໂດຍສະເພາະ, ຂ້າພະເຈົ້າເຫັນວ່າ ບັນດາວິສາຫະກິດ ສ.ເກົາຫຼີ ໄດ້ຖືຫວຽດນາມເປັນຄູ່ຮ່ວມສາກົນທີ່ຮ່ວມເດີນທາງ ແລະ ເປັນເຈົ້າການຮ່ວມມື, ຜ່ານນັ້ນ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດຂອງທັງສອງປະເທດ. ສິ່ງນີ້ໄດ້ປະກອບສ່ວນສຳຄັນ ເຮັດໃຫ້ຫວຽດນາມຖືກຕີລາຄາວ່າ ເປັນໜຶ່ງໃນຕົວຢ່າງການພັດທະນາທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ໃນບັນດາປະເທດພວມພັດທະນາ. ຂ້າພະເຈົ້າຄາດຫວັງວ່າ ກອງປະຊຸມໃຫຍ່ພັກ ຄັ້ງທີ XIV ຈະປັບປຸງບັນດາຜົນສຳເລັດທີ່ບັນລຸມາໄດ້, ຫັນບັນດາແນວຄິດຍຸດທະສາດໃໝ່ໃຫ້ເປັນນະໂຍບາຍສະເພາະ ແລະ ສ້າງແຮງຂັບເຄື່ອນອັນແຮງກ້າ ໃຫ້ແກ່ການເຕີບໂຕໄລຍະຍາວ, ຍືນຍົງ ແລະ ທົ່ວເຖິງຂອງປະເທດ.
![]() |
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ປຶກສາຫາລືບັນດາເອກະສານຂອງກອງປະຊຸມໃຫຍ່ ຢູ່ຫໍປະຊຸມ. |
ຂ້າພະເຈົ້າເຫັນວ່າ ສະພາບການເມືອງທີ່ໝັ້ນຄົງ, ແຫຼ່ງແຮງງານທີ່ອຸດົມສົມບູນ, ບັນດານະໂຍບາຍທີ່ເອື້ອອຳນວຍຕໍ່ການລົງທຶນ ພ້ອມກັບການລົງນາມສັນຍາການຄ້າເສລີ (FTA) ຫຼາຍສະບັບ ແມ່ນບັນດາປັດໄຈຫຼັກທີ່ຊຸກຍູ້ບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມ. ໂດຍສຸມໃສ່ຂົງເຂດການຜະລິດ, ປັດຈຸບັນ ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ທີ່ສຸດໃນຫວຽດນາມ ດ້ວຍຍອດທຶນລົງທຶນສະສົມປະມານ 95 ຕື້ USD. ໃນໄລຍະຕໍ່ໄປ, ພວກເຮົາປາຖະໜາສືບຕໍ່ຂະຫຍາຍການຮ່ວມມື ແລະ ການລົງທຶນ ໃນບັນດາຂົງເຂດເຕັກໂນໂລຊີສູງ, ດິຈິຕອນ, ພະລັງງານ ແລະ ໂຄງລ່າງ, ພ້ອມທັງສືບຕໍ່ມີບົດບາດເປັນນັກລົງທຶນຫຼັກ ທີ່ປະກອບສ່ວນໃຫ້ແກ່ການພັດທະນາຢ່າງຍືນຍົງ.
ປັດຈຸບັນ, ໂດຍຖືເອົາກອງປະຊຸມໃຫຍ່ພັກ ຄັ້ງທີ XIV ປີ 2026 ເປັນຂີດໝາຍ, ເສດຖະກິດຫວຽດນາມພວມກ້າວເຂົ້າສູ່ໄລຍະຫັນປ່ຽນໃໝ່ ມຸ່ງໄປສູ່ການເຕີບໂຕທີ່ມີຄຸນນະພາບ ແລະ ຍືນຍົງ. ໃນສະພາບການທີ່ບັນດາຂົງເຂດອຸດສາຫະກຳກ້າວໜ້າ ເຊັ່ນ ເສດຖະກິດດິຈິຕອນ, ພະລັງງານສີຂຽວ ແລະ ການກໍ່ສ້າງໂຄງລ່າງ ພວມກາຍເປັນເສົາຄ້ຳສຳຄັນສຳລັບການພັດທະນາປະເທດ, ຂ້າພະເຈົ້າຂໍສະເໜີຢ່າງເຄົາລົບຕໍ່ລັດຖະບານຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ບາງເນື້ອໃນດັ່ງຕໍ່ໄປນີ້, ແນໃສ່ຊ່ວຍໃຫ້ປະສົບການ ແລະ ຄວາມຮູ້ຄວາມຊຳນານດ້ານເຕັກໂນໂລຊີຂອງນັກລົງທຶນ ສ.ເກົາຫຼີ ຝັງຮາກເລິກຍິ່ງຂຶ້ນໃນການພັດທະນາເສດຖະກິດຂອງຫວຽດນາມ.
ກ່ອນອື່ນໝົດ, ຈຳເປັນຕ້ອງກຳນົດໃຫ້ລະອຽດຍິ່ງຂຶ້ນ ບັນດານະໂຍບາຍສະໜັບສະໜູນ ແລະ ກົນໄກສຳລັບຂົງເຂດອຸດສາຫະກຳກ້າວໜ້າ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ທິດທາງນະໂຍບາຍຂອງລັດຖະບານ ໃນການສຸມໃສ່ພັດທະນາບັນດາຂະແໜງອຸດສາຫະກຳແຫ່ງອະນາຄົດ ເຊັ່ນ ເສດຖະກິດດິຈິຕອນ, ພະລັງງານສີຂຽວ, ການຜະລິດອັດສະລິຍະ ແລະ ການພັດທະນາໂຄງລ່າງ ແມ່ນທັນເວລາຫຼາຍ ແລະ ໜ້າຊື່ນຊົມ. ພ້ອມກັນນັ້ນ, ພວກເຮົາສະເໜີໃຫ້ລັດຖະບານກຳນົດໃຫ້ລະອຽດ ແລະ ເພີ່ມທະວີບັນດາການສະໜັບສະໜູນດ້ານກົນໄກທີ່ເປັນຮູບປະທຳ ເຊັ່ນ ຂະຫຍາຍບັນດາສິດພິເສດທີ່ກ່ຽວຂ້ອງ, ຫຼຸດຜ່ອນຂັ້ນຕອນບໍລິຫານ, ຜ່ອນຄາຍລະບຽບການ ແລະ ຊ່ວຍເຫຼືອດ້ານການເງິນ - ສິນເຊື່ອ, ເພື່ອໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ສາມາດນຳໃຊ້ຈຸດແຂງດ້ານເຕັກໂນໂລຊີ IT ທີ່ກ້າວໜ້າ, ວິທີແກ້ໄຂພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການກໍ່ສ້າງໂຮງງານອັດສະລິຍະ ໄດ້ຢ່າງສູງສຸດ.
![]() |
| ກຸ່ມບໍລິສັດ Samsung ຢູ່ບັກນິງ, ຫວຽດນາມ. |
ສອງ, ຈຳເປັນຕ້ອງຮັບປະກັນໃຫ້ການປັບປຸງກົດໝາຍ ແລະ ກົນໄກ ເພື່ອພັດທະນາໂຄງລ່າງທີ່ຍືນຍົງ ແລະ ປັບປຸງສະພາບແວດລ້ອມການລົງທຶນ ຖືກນຳໄປຜັນຂະຫຍາຍໃນຕົວຈິງຢ່າງວ່ອງໄວ. ດ້ວຍຄວາມສາມາດດ້ານການກໍ່ສ້າງ ແລະ ວິສະວະກຳທີ່ໂດດເດັ່ນ, ບັນດາວິສາຫະກິດ ສ.ເກົາຫຼີ ສາມາດມີບົດບາດສຳຄັນ ບໍ່ພຽງແຕ່ໃນການກໍ່ສ້າງໂຄງລ່າງທີ່ໝັ້ນຄົງ ແລະ ທັນສະໄໝ, ແຕ່ຍັງຢູ່ໃນບັນດາໂຄງການໂຄງລ່າງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການພັດທະນານະຄອນອັດສະລິຍະ. ປັດໄຈສຳຄັນທີ່ສຸດໃນການດຶງດູດການລົງທຶນຕ່າງປະເທດ ແມ່ນຄວາມໂປ່ງໃສ ແລະ ຄວາມໜ້າເຊື່ອຖື.
ສາມ, ຈຳເປັນຢ່າງຍິ່ງທີ່ຈະຕ້ອງມີຄວາມພະຍາຍາມຮ່ວມ ເພື່ອພັດທະນາບຸກຄະລາກອນທີ່ມີຄວາມສາມາດ ແລະ ຍົກສູງຄວາມສາມາດຂອງຊັບພະຍາກອນມະນຸດດ້ານອຸດສາຫະກຳ. ຫວຽດນາມມີແຫຼ່ງແຮງງານໜຸ່ມ ແລະ ອຸດົມສົມບູນ, ແຕ່ຂ້າພະເຈົ້າເຫັນວ່າ ການຝຶກອົບຮົມບຸກຄະລາກອນເຕັກນິກລະດັບສູງ ແລະ ຊ່ຽວຊານບໍລິຫານ ຈຳເປັນຕ້ອງຂະຫຍາຍຍິ່ງຂຶ້ນໃນໄລຍະຕໍ່ໄປ. ບັນດາວິສາຫະກິດ ສ.ເກົາຫຼີ ພວມລົງທຶນຢ່າງຕໍ່ເນື່ອງ ໃນການຝຶກອົບຮົມ ແລະ ຝຶກອົບຮົມຄືນໃໝ່ໃຫ້ແກ່ແຮງງານຢູ່ຫວຽດນາມ, ນຳໃຊ້ການຜະລິດອັດສະລິຍະຢູ່ບັນດາຮາກຖານການຜະລິດໃນທ້ອງຖິ່ນ ແລະ ຖ່າຍທອດຄວາມຮູ້ຄວາມຊຳນານດ້ານນະວັດຕະກຳການບໍລິຫານ. ເພື່ອໃຫ້ບັນດາຄວາມພະຍາຍາມນີ້ ບັນລຸປະສິດທິຜົນສູງຍິ່ງຂຶ້ນ, ພວກເຮົາປາຖະໜາໃຫ້ລັດຖະບານເພີ່ມທະວີການຮ່ວມມືດ້ານນະໂຍບາຍການສຶກສາ ແລະ ວາງອອກບັນດາແຜນການປະຕິບັດສະເພາະ ເພື່ອສ້າງຜົນສຳເລັດຕັ້ງໜ້າຍິ່ງຂຶ້ນ.
ສີ່, ຈຳເປັນຕ້ອງຍົກສູງປະສິດທິຜົນຂອງນະໂຍບາຍຫັນເປັນພາຍໃນປະເທດ ເພື່ອຂະຫຍາຍການເຂົ້າຮ່ວມຂອງວິສາຫະກິດພາຍໃນປະເທດ ໃນຕ່ອງໂສ້ມູນຄ່າໂລກ (GVC). ເພື່ອເຮັດໄດ້ແນວນັ້ນ, ຈຳເປັນຕ້ອງກຳນົດນິຍາມຄືນໃໝ່ຂອງແນວຄິດການຫັນເປັນພາຍໃນປະເທດ, ນັ້ນຄື ຊຸກຍູ້ກິດຈະກຳເສດຖະກິດຂອງວິສາຫະກິດທັງໝົດທີ່ລັດຖະບານຫວຽດນາມອະນຸຍາດ ຕາມຫຼັກການ “ການຫັນເປັນພາຍໃນປະເທດ ບໍ່ອີງຕາມສັນຊາດ ແຕ່ອີງຕາມສະຖານທີ່ຕັ້ງສຳນັກງານ” (Localization not by nationality, but by location). ສຳລັບບັນຫາການຖ່າຍທອດເຕັກໂນໂລຊີ, ຂ້າພະເຈົ້າເຫັນວ່າ ກໍຈຳເປັນຕ້ອງຄ່ອຍໆສ້າງທິດທາງການຖ່າຍທອດທີ່ມີປະສິດທິຜົນ ຈາກມຸມມອງໄລຍະຍາວ. ເຫັນວ່າ ຈຳເປັນຕ້ອງສ້າງຜົນສຳເລັດຕົວຈິງ ຜ່ານການເຂົ້າຮ່ວມຢ່າງມີປະສິດທິຜົນຂອງທຸກຝ່າຍທີ່ກ່ຽວຂ້ອງ.
ສຸດທ້າຍ, ຈຳເປັນຕ້ອງສະແດງການຮ່ວມເດີນທາງພັດທະນາໄປກັບສັງຄົມຫວຽດນາມ ຜ່ານການສ້າງການບໍລິຫານ ESG (ສິ່ງແວດລ້ອມ, ສັງຄົມ ແລະ ການບໍລິຫານ) ແລະ ການລົງທຶນຢ່າງຍືນຍົງ. ຂ້າພະເຈົ້າເຫັນວ່າ ເພື່ອແກ້ໄຂບັນດາບັນຫາໃນໄລຍະຫຼ້າສຸດຢ່າງຮອບດ້ານ ເຊັ່ນ ພາສີເພີ່ມເຕີມຕາມມາດຕາ 301 ຂອງກົດໝາຍການຄ້າສະຫະລັດອາເມລິກາ, ຂະບວນການຫັນປ່ຽນໄປສູ່ພະລັງງານສີຂຽວທີ່ພວມເລັ່ງຄວາມໄວ ແລະ ການຂະຫຍາຍການປະກອບສ່ວນຕໍ່ສັງຄົມຂອງວິສາຫະກິດ, ນະໂຍບາຍ ແລະ ການບໍລິຫານ ESG ໃນປັດຈຸບັນ ແມ່ນໜຶ່ງໃນບັນດາວິທີແກ້ໄຂທີ່ເປັນລະບົບຫຼາຍທີ່ສຸດ.
ຖ້າບັນດາຂໍ້ສະເໜີກ່ຽວກັບການປັບປຸງນະໂຍບາຍ ແລະ ກົນໄກ ທີ່ກ່າວມາຂ້າງເທິງ ໄດ້ຮັບການຮັບເອົາຢ່າງຕັ້ງໜ້າ ແລະ ຜັນຂະຫຍາຍຢ່າງເປັນເຈົ້າການ, ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດານັກລົງທຶນຈະຂະຫຍາຍການລົງທຶນໄດ້ຢ່າງໝັ້ນຄົງ ແລະ ມີຍຸດທະສາດຍິ່ງຂຶ້ນ, ຜ່ານນັ້ນ ເຮັດໃຫ້ສາຍພົວພັນຮ່ວມມືເສດຖະກິດລະຫວ່າງສອງປະເທດ ເລິກເຊິ່ງຍິ່ງຂຶ້ນ. ບົນພື້ນຖານຄວາມໄວ້ວາງໃຈ ແລະ ການຮ່ວມມືເຊິ່ງກັນແລະກັນ, ຂ້າພະເຈົ້າປາຖະໜາວ່າ ບັນດາວິສາຫະກິດ ສ.ເກົາຫຼີ ຈະກາຍເປັນຜູ້ຮ່ວມເດີນທາງທີ່ໜັກແໜ້ນ, ປະກອບສ່ວນຊ່ວຍໃຫ້ຫວຽດນາມນັບມື້ພັດທະນາ ແລະ ກາຍເປັນສູນກາງເສດຖະກິດສຳຄັນແຫ່ງໜຶ່ງຂອງໂລກ.
ຍສໝ - ວັນທີ 14/9 ຢູ່ຮ່າໂນ້ຍ ຈັດຂຶ້ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ກອງປະຊຸມໃຫຍ່ຈະຕີລາຄາຜົນການດຳເນີນວຽກງານໄລຍະ 2019-2026, ກຳນົດທິດທາງ ແລະ ໜ້າທີ່ສຳລັບອາຍຸການໃໝ່ ໃນສະພາບການທີ່ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່. |
ຍສໝ - ໃນວາລະທີໜຶ່ງ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. |
ມິງດຶກ


