ຍ້ອນແມ່ນຄົນລຸ້ນທີສອງ ທີ່ຮັບຜົນກະທົບຈາກໂສກນາດຕະກຳລະເບີດປະລະມານູ, ຮິໂຣຊິມາ ໃນຄວາມຄິດຂອງ ທ່ານ ໂອນາກາ ຊິນອິຈິ ບໍ່ພຽງແຕ່ແມ່ນໜ້າປະວັດສາດ ເທົ່ານັ້ນ ແຕ່ແມ່ນບາດແຜ ແລະ ປະສົບການຕົວຈິງ ຂອງຊີວິດທ່ານເອງ. ໂດຍເຂົ້າໃຈຢ່າງຈະແຈ້ງ ເຖິງຄວາມໂຫດຮ້າຍຂອງສົງຄາມ ດ້ວຍຄວາມຊົງຈຳເລືອດເນື້ອ, ທ່ານ ໄດ້ເຂົ້າຮ່ວມຢ່າງແຂງແຮງ ໃນຂະບວນການຕ້ານອາວຸດນິວເຄຼຍ (A ແລະ H) ຢູ່ບ້ານເກີດເມືອງນອນ, ພ້ອມກັນນັ້ນ ກໍ່ຫັນຄວາມເຈັບປວດສ່ວນຕົວ ໃຫ້ເປັນການກະທຳຕໍ່ສູ້ ເພື່ອຊີວິດການເປັນຢູ່. ຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງ ຕໍ່ກັບບັນດາຊະຕາກຳ ທີ່ມີຄວາມເຈັບປວດຫຼັງສົງຄາມຄືກັນ ໄດ້ເປັນບ່ອນອີງ ໃຫ້ແກ່ໄມຕີຈິດມິດຕະພາບ ເປັນພິເສດ ທີ່ທ່ານໄດ້ສະຫງວນໃຫ້ແກ່ ປະເທດຊາດ ແລະ ປະຊາຊົນ ຫວຽດນາມ.
![]() |
| ໃນເດືອນ 3/2011, ທ່ານ ໂອນາກາ ຊິນອິຈິ ໄດ້ຮັບເກຽດຕິຮັບ ຫຼຽນກາລະນຶກ "ເພື່ອສັນຕິພາບ, ມິດຕະພາບ ລະຫວ່າງ ບັນດາຊາດ" ໂດຍ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບໃຫ້ ຢູ່ທີ່ ນະຄອນ ໂຮ່ຈີມິນ |
ຕະຫຼອດຫຼາຍປີຜ່ານມາ, ທ່ານ ໄດ້ຮັບບົດບາດເປັນຂົວຕໍ່ຢ່າງທົນທານ, ອຸທິດຕົນ ໃນການຈັດຕັ້ງ ແລະ ນຳພາ ຄະນະຜູ້ຕາງໜ້າຢ່າງຫຼວງຫຼາຍ ຈາກ ຮິໂຣຊິມາ ມາຢ້ຽມຢາມ ຫວຽດນາມ. ພາຍໃຕ້ການຮ່ວມມືຂອງທ່ານ, ບັນດາເພື່ອນມິດ ຍີ່ປຸ່ນ ໄດ້ມີໂອກາດເຫັນກັບຕາ ບັນດາຮ່ອງຮອຍປະວັດສາດ ຢູ່ທີ່ ຫໍພິພິທະພັນຮ່ອງຮອຍສົງຄາມ, ກໍ່ຄືການເຂົ້າຢ້ຽມຢາມ, ແບ່ງປັນ ໂດຍກົງ ຕໍ່ກັບບັນດາເດັກນ້ອຍຜູ້ເຄາະລ້າຍ, ບັນດານັກຮົບ ແລະ ປະຊາຊົນ ທີ່ຖືກເຄາະລ້າຍຈາກສານເຄມີສີສົ້ມ/ໄດໂອຊິນ ຢູ່ ໝູ່ບ້ານເດັກນ້ອຍ SOS ແລະ ໝູ່ບ້ານ ສັນຕິພາບ ຢູ່ ນະຄອນ ໂຮ່ຈີມິນ. ແຕ່ລະບາດກ້າວການຢ້ຽມຢາມ ບໍ່ພຽງແຕ່ແມ່ນກິດຈະກຳການຕ່າງປະເທດທຳມະດາ ເທົ່ານັ້ນ ແຕ່ຍັງແມ່ນການເຊື່ອມໂຍງຢ່າງອັດສະຈັນ ລະຫວ່າງ ບັນດາຄົນທີ່ຖືບາດແຜຂອງລະເບີດປະລະມານູ ແລະ ຜົນກະທົບຈາກສານເຄມີສີສົ້ມ, ເພື່ອພ້ອມກັນມຸ່ງໄປສູ່ ອະນາຄົດ ທີ່ບໍ່ມີສຽງປືນອີກຕໍ່ໄປ.
![]() |
| ທ່ານ ໂອນາກາ ຊິນອິຈິ (ແຖວຫຼັງ, ທີ 5 ຈາກຂວາຫາຊ້າຍ) ພ້ອມດ້ວຍຄະນະ GENSUIKYO ເຂົ້າຮ່ວມພິທີໄຂການວາງສະແດງຮູບພາບ ກ່ຽວກັບຜູ້ເຄາະລ້າຍຈາກລະເບີດປະລະມານູ ແລະ ສານເຄມີສີສົ້ມ ຢູ່ ຫໍພິພິທະພັນຮ່ອງຮອຍສົງຄາມ ໃນວັນທີ 22/11/2019 |
ບໍ່ພຽງແຕ່ພະຍາຍາມນຳເອົາເພື່ອນມິດລະຫວ່າງຊາດ ມາສູ່ ຫວຽດນາມ ເທົ່ານັ້ນ, ທ່ານ ໂອນາກາ ຊິນອິຈິ ຍັງແມ່ນແນວຫຼັງຢ່າງແຂງແຮງ ໃຫ້ແກ່ບັນດາຄະນະຜູ້ຕາງໜ້າຂອງປະເທດເຮົາ ທຸກໆຄັ້ງທີ່ໄປ ຍີ່ປຸ່ນ. ຕັ້ງແຕ່ຊຸມປີ 2000 ຈົນເຖິງຊຸມປີປະຈຸບັນ, ຢູ່ທີ່ບັນດາກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ລະເບີດຮີໂດຣແຊນ, ທ່ານ ຍາມໃດກໍ່ຄອຍຊ່ວຍເຫຼືອຢ່າງສຸດອົກສຸດໃຈ, ຊ່ວຍໃຫ້ຄະນະ ຫວຽດນາມ ເຊື່ອມໂຍງຢ່າງກວ້າງຂວາງ ຢູ່ ຮິໂຣຊິມາ ພ້ອມດ້ວຍຫຼາຍທ້ອງຖິ່ນອື່ນໆ. ຄວາມຮັກແພງຂອງທ່ານ ຍັງໄດ້ຖືກກະຈາຍອອກ ໂດຍຜ່ານບັນດາການກະທຳຕົວຈິງ ເຊັ່ນ: ການມອບປຶ້ມໃຫ້ແກ່ບັນດາມະຫາວິທະຍາໄລ, ຍາມໃດກໍ່ເອົາໃຈໃສ່ ແລະ ຊ່ວຍເຫຼືອ ບັນດາລຸ້ນນັກຮຽນນັກສຶກສາ ກໍ່ຄື ສັງຄົມຄົນ ຫວຽດນາມ ທີ່ກຳລັງອາໄສ, ຮ່ຳຮຽນ ຢູ່ ປະເທດຊາກຸຣະ.
![]() |
| ຮູບພາບຄວາມໃກ້ຊິດຂອງ ທ່ານ ໂອນາກາ ຊິນອິຈິ (ນອກສຸດທາງຊ້າຍ) ຄຽງຄູ່ກັບບັນດາຜູ້ຕາງໜ້າ ຫວຽດນາມ ໃນຂອບເຂດ ກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ລະເບີດຮີໂດຣແຊນ ປີ 2015 ຢູ່ ຍີ່ປຸ່ນ |
ບັນດາການອຸທິດຕົນຢ່າງທົນທານຂອງທ່ານ ໄດ້ຖືກ ຫວຽດນາມ ເຄົາລົບຮັບຮອງ ດ້ວຍ ຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບ ລະຫວ່າງ ບັນດາຊາດ” ໃນເດືອນ 3/2011. ເຖິງຢ່າງໃດກໍ່ຕາມ, ໃນຄວາມຊົງຈຳຂອງບັນດາຜູ້ທີ່ຢູ່ເບື້ອງຫຼັງ, ມໍລະດົກໃຫຍ່ທີ່ສຸດຂອງທ່ານ ບໍ່ໄດ້ຢູ່ທີ່ບັນດາຮາງວັນ, ແຕ່ປະກົດມີ ໂດຍຜ່ານຮູບພາບຂອງຜູ້ຊາຍໃຈດີ, ງ່າຍດາຍ ແລະ ຍາມໃດກໍ່ພ້ອມທີ່ຈະຍື່ນມືຊ່ວຍເຫຼືອເພື່ອນມິດ ຫວຽດນາມ. ຊີວິດຂອງທ່ານ ແມ່ນຫຼັກຖານໃຫ້ແກ່ການບໍ່ປ່ອຍໃຫ້ຄວາມຊົງຈຳ ຮິໂຣຊິມາ ກາຍເປັນຄວາມເຄັ່ງແຄ້ນ, ແຕ່ໄດ້ຫັນມັນໃຫ້ເປັນຄວາມມຸ່ງຫວັງໃນການປົກປັກຮັກສາສັນຕິພາບ.
ການຈາກໄປຂອງທ່ານ ໄດ້ອັດລົງ ເສັ້ນທາງທີ່ມີຄວາມນິຍົມມະນຸດສະທຳ, ແຕ່ຂ່າວສານຕົ້ນຕໍ ທີ່ທ່ານໄດ້ຮັກສາໄວ້ຕະຫຼອດຊີວິດ ກ່ຽວກັບ ໂລກທີ່ບໍ່ມີສົງຄາມ, ບໍ່ມີອາວຸດນິວເຄຼຍ, ບໍ່ປ່ອຍໃຫ້ໂສກນາດຕະກຳ ຮິໂຣຊິມາ ເກີດຂຶ້ນຊ້ຳອີກ ແລະ ຮັບປະກັນວ່າ ເດັກນ້ອຍ ບໍ່ຕ້ອງຮັບຜົນກະທົບຄວາມເຈັບປວດ ຈະຍັງຄົງຢູ່ຕະຫຼອດໄປ. ບັນດາຂົວຕໍ່ມິດຕະພາບ ເຊື່ອມໂຍງ ຮິໂຣຊິມາ ແລະ ນະຄອນ ໂຮ່ຈີມິນ ທີ່ທ່ານໄດ້ສຸມໃສ່ສ້າງສາ ຈະສືບຕໍ່ຖືກບັນດາລຸ້ນຫຼັງ ຮັກສາ ແລະ ຂະຫຍາຍອອກຢ່າງແນ່ນອນ.
ຍສໝ - ການສ້າງເງື່ອນໄຂສະດວກໃຫ້ພົນລະເມືອງໃນການເຂົ້າ - ອອກປະເທດ, ພັກອາໄສ, ຮ່ຳຮຽນ, ເຮັດວຽກ ແລະ ເພີ່ມທະວີການປະສານງານໃນການປົກປ້ອງພົນລະເມືອງ ແມ່ນບັນດາເນື້ອໃນຈຸດສຸມທີ່ກອງປະຊຸມປຶກສາຫາລືດ້ານກົງສຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 9, ຈັດຂຶ້ນໃນວັນທີ 25 ສິງຫາ ຢູ່ຮ່າໂນ້ຍ. |
ຍສໝ - ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ ຢູ່ Fukuoka ແມ່ນໂອກາດເພື່ອປັບປຸງການຜູກພັນກັບອຳນາດການປົກຄອງ ແລະ ເພື່ອນມິດຍີ່ປຸ່ນ, ພ້ອມທັງຢືນຢັນບົດບາດຂົວເຊື່ອມຂອງປະຊາຄົມຊາວຫວຽດນາມຢູ່ Kyushu-Okinawa ໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. |
ແທັງຮັ່ງ


