ຍສໝ - ຕອນເຊົ້າວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະຫະພັນອົງການມິດຕະພາບຫວຽດນາມ ດົງຮຸຍເກື່ອງ ໄດ້ຕ້ອນຮັບທ່ານ Steven Charles Morrissey ແລະ ທ່ານນາງ Joyceleane Claire Morrissey, ພີ່ນ້ອງຂອງອະດີດນັກບິນ ອາເມລິກາ ທີ່ຫາຍສາບສູນຢູ່ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 15 ພະຈິກ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການລາຍການພົບປະ ແລະ ແລກປ່ຽນລະຫວ່າງກຸ່ມແຂວນທຸງແນວໂຮມປົດປ່ອຍຊາດພາກໃຕ້ ຫວຽດນາມ ຢູ່ຈອມວິຫານ Notre Dame Paris ໃນປີ 1969 ແລະ ຊາວໜຸ່ມນະຄອນດ້ວຍຫົວຂໍ້ “ຄວາມປາຖະໜາເພື່ອສັນຕິພາບລວມ”.
ຍສໝ - ພາຍຫຼັງເວລາທີ່ຢຸດຕິການເຄື່ອນໄຫວຍ້ອນຜົນກະທົບຈາກພະຍາດໂຄວິດ-19, ພະນັກງານ, ນັກຮົບ ກອງ K73 (ກອງບັນຊາການທະຫານລອງອານ) 50 ຄົນ ໄດ້ສືບຕໍ່ອອກເດີນທາງໄປປະຕິບັດໜ້າທີ່ຊອກຫາ ແລະ ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ ກັບຄືນປະເທດ.
ຍສໝ - ໃນໄລຍະສົງຄາມ ແລະ ຫຼັງສົງຄາມ, ທາດພິດສີສົ້ມໄດ້ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ ກໍ່ຄື ສຸຂະພາບຂອງຄົນຫວຽດນາມຫລາຍລຸ້ນຄົນ. ເຖິງຢ່າງໃດກໍ່ຕາມ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ ຍັງຄົງຢຶດໝັ້ນ, ບືນຕົວຜ່ານຜ່າສະພາບການ ເພື່ອດຳລົງຊີວິດຢ່າງມີຄວາມສຸກ ແລະ ມີອຸດົມການ, ຍິ່ງໄປກວ່ານັ້ນ ກໍ່ໄດ້ຊ່ວຍຜູ້ເຄາະຮ້າຍຄົນອື່ນນຳອີກ.
ຍສໝ - ໃນໄລຍະເວລາເກືອບ 40 ປີທີ່ຜ່ານມາ, ຜົວເມຍລຸງເຈິ່ນວັນຢຶຍ (ຕາແສງເທື້ອງລອງ, ເມືອງນາມດົ່ງ, ເທື່ອທຽນ - ເຫ້ວ) ບໍ່ມີຄືນໃດທີ່ຈະໄດ້ນອນລັບຝັນດີ ຍ້ອນລູກ 3 ຄົນຂອງລຸງຖືກຕິດແປດທາດພິດສີສົ້ມ.
ຍສໝ - ພາຍໃນປີ 2020, ສອງປະເທດ ຫວຽດນາມ ແລະ ສະຫະລັດອາເມລິກາ ມີໂອກາດທີ່ຈະຫວນຄິດເຖິງຫຼາຍເຫດການທີ່ໜ້າຈົດຈຳ ໃນສາຍພົວພັນລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ.
ຍສໝ - ເມື່ອມໍ່ໆມານີ້, ຄະນະຊີ້ນໍາ 515 ແຂວງແທັງຮວ໋າ ໄດ້ຈັດຕັ້ງການປະເມີນຜົນວຽກງານທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2019, ຄະນະຊີ້ນໍາ 515 ແຂວງເງ້ອານ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ລະດູແລ້ງປີ 2018-2019.
ຍສໄໝ - ອັດຖິກະດູກຂອງ 98 ນັກຮົບສະລະຊີວິດເພື່ອຊາດໄດ້ເກັບໂຮມຈາກ 3 ແຂວງຂອງລາວແມ່ນຊຽງຂວາງ, ໄຊສົມບູນ ແລະ ວຽງຈັນ.
ຍສໝ - ບັນດາຜູ້ແທນສາກົນລ້ວນແຕ່ມີການຕີລາຄາສູງຕໍ່ຄວາມພະຍາຍາມຂອງຫວຽດນາມໃນການຟື້ນຟູຫຼັງສົງຄາມ ແລະ ເຂົ້າຮ່ວມບັນດາກິດຈະກໍາຕ່າງໆໃນການຮັກສາສັນຕິພາບຂອງສະຫະປະຊາຊາດໃນໄລຍະເວລາທີ່ຜ່ານມາ.
ຍສໝ - ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເປັນວຽກງານທີ່ໄດ້ຮັບຄວາມບູລິມະສິດທີສຸດໃນການຮ່ວມມືລະຫວ່າງສອງປະເທດ.
ຍສໝ-ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກໍ່ສະແດງໃຫ້ເຫັນວ່າຫວຽດນາມມີຄວາມມຸ່ງຫວັງປາດຖະໜາມີການພົວພັນທີ່ມີຄວາມສະເໝີພາບ, ມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນກັບອາເມລິກາຢ່າງແທ້ຈິງ.