| ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ ປະຊາຄົມຊາວຫວຽດນາມຮ່ວມແຮງສ້າງສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ຢູ່ Kyushu-Okinawa |
![]() |
| ໃນການຕ້ອນຮັບ, ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະ, ການປະສານງານລະຫວ່າງບັນດາຄະນະກຳມະການວິຊາສະເພາະ, ກຸ່ມສະມາຊິກສະພາມິດຕະພາບ ແລະ ຢູ່ບັນດາເວທີປາໄສຫຼາຍຝ່າຍ; ພ້ອມທັງຊຸກຍູ້ການເຊື່ອມຈອດລະຫວ່າງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ດຳເນີນການຄົ້ນຄວ້າຮ່ວມໃນບັນດາຂົງເຂດປາຍແຫຼມ. ທ່ານນາງສະເໜີໃຫ້ຍີ່ປຸ່ນຊ່ວຍໜູນຫວຽດນາມແກ້ໄຂບັນດາຂໍ້ຕິດຂັດດ້ານກົດໝາຍກ່ຽວກັບການຖ່າຍທອດເຕັກໂນໂລຊີ, ການປົກປ້ອງສິດຊັບສິນທາງປັນຍາ, ເພີ່ມທຶນການສຶກສາໃຫ້ນັກສຶກສາ ແລະ ນັກຄົ້ນຄວ້າຫວຽດນາມໃນຂົງເຂດເຕັກໂນໂລຊີສູງ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ຍີ່ປຸ່ນ. ເຫັນດີກັບບັນດາຂໍ້ສະເໜີດັ່ງກ່າວ, ທ່ານ Saito Hiroaki ເຫັນວ່າ ສອງປະເທດຍັງມີທ່າແຮງຫຼາຍໃນການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ປັນຍາປະດິດ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ແລະ ພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ, ພ້ອມທັງປາຖະໜາຢາກເພີ່ມທະວີການປະສານງານລະຫວ່າງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາຂອງສອງປະເທດ. |
ຍສໝ - ວັນທີ 18 ກໍລະກົດ, ສູນຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ແລະ ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ໄດ້ເປີດໂຕຫ້ອງການຜູ້ຕາງໜ້າຢູ່ທີ່ຮາໂນ້ຍ ຢ່າງເປັນທາງການ, ເຊິ່ງເປັນການເປີດສາກໄລຍະໃໝ່ ພາຍໃນການເຄື່ອນໄຫວເຊື່ອມຕໍ່ທາງດ້ານການສຶກສາ, ວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. |
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026. |
ມິງດຶກ
