| ສະມາຄົມມິດຕະພາບຫວຽດນາມ - ກູບາ ໃນການເດີນທາງອັນສະຫງ່າລາສີ ຄົບຮອບ 75 ປີຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫວຽດນາມ - ກູບາ ເພີ່ມພູນຄູນສ້າງສາຍພົວພັນພິເສດ ຈາກຈິດໃຈ Giron |
![]() |
| ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (ຜູ້ທີ 5 ຈາກຊ້າຍ) ຕ້ອນຮັບຄະນະຜູ້ແທນສະຖາບັນກູບາມິດຕະພາບກັບບັນດາຊົນຊາດ ຢູ່ຮ່າໂນ້ຍ, ເດືອນ 9/2025. (ພາບ: ດິງຮວ່າ) |
ທ່ານ Fernando González Llort, ປະທານ ICAP, ໃຫ້ຮູ້ວ່າ ສານດັ່ງກ່າວໄດ້ສົ່ງມາໃນປີທີ່ກູບາສະເຫຼີມລະນຶກ 100 ປີແຫ່ງວັນເກີດຂອງທ່ານຜູ້ບັນຊາການສູງສຸດ Fidel Castro Ruz, ຜູ້ນຳປະຫວັດສາດຂອງການປະຕິວັດກູບາ ແລະ ເພື່ອນສະໜິດຂອງປະຊາຊົນຫວຽດນາມ.
ປະທານ ICAP ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ນ້ຳໃຈສາມັກຄີທີ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມອບໃຫ້ແກ່ກູບາ, ໂດຍສະເພາະ ICAP.
![]() |
| ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ມອບສັນຍະລັກເງິນຈຳນວນ 1,2 ຕື້ດົ່ງ ເພື່ອສະໜັບສະໜູນປະຊາຊົນກູບາ ໃຫ້ແກ່ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ ຢູ່ຮ່າໂນ້ຍ, ເດືອນ 7/2026. (ພາບ: ດິງຮວ່າ) |
ຕາມ ICAP, ການເຂົ້າຮ່ວມຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນບັນດາເຫດການຢູ່ພາກພື້ນ ໄດ້ສະແດງເຖິງນ້ຳໃຈສາມັກຄີກັບກູບາ, ພ້ອມທັງສະແດງໃຫ້ເຫັນບັນດາຄວາມພະຍາຍາມຂອງສະຫະພັນ ໃນການຊຸກຍູ້ການຮ່ວມມືກັບບັນດາປະເທດ, ເພີ່ມທະວີສາຍພົວພັນສອງຝ່າຍ ແລະ ພັດທະນາການຕ່າງປະເທດປະຊາຊົນ.
ICAP ສະແດງຄວາມເຊື່ອໝັ້ນວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະບັນລຸບັນດາລະດັບສູງໃໝ່ ໃນການປະຕິບັດພາລະກຳເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບກັບປະຊາຊົນບັນດາປະເທດໃນໂລກ; ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ; ພ້ອມທັງປະກອບສ່ວນຢ່າງສຳຄັນໃນການປົກປ້ອງບັນດາພາລະກິດອັນຊອບທຳ, ຄວາມຖືກຕ້ອງໃນສາກົນ ແລະ ສິດໃນການດຳລົງຊີວິດຢ່າງສັນຕິຂອງບັນດາຊົນຊາດ.
ພ້ອມກັນນັ້ນ, ICAP ອວຍພອນໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ, ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະວາງອອກບັນດາເປົ້າໝາຍໃໝ່ສຳລັບໄລຍະຕໍ່ໄປ; ພ້ອມຢືນຢັນວ່າ ສອງອົງການຈະ “ຮ່ວມກັນເຮັດວຽກເພື່ອປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມື”.
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031 ຈະຈັດຂຶ້ນໃນວັນທີ 14/9/2026 ຢູ່ຮ່າໂນ້ຍ, ເພື່ອສະຫຼຸບ, ປະເມີນຢ່າງຮອບດ້ານບັນດາໝາກຜົນຂອງການປະຕິບັດມະຕິກອງປະຊຸມໃຫຍ່ອາຍຸການ 2019-2026; ກຳນົດທິດທາງ, ໜ້າທີ່ວຽກງານສຳລັບອາຍຸການ 2026-2031 ແລະ ບູລະນະດ້ານບຸກຄະລາກອນ ແລະ ໂຄງຮ່າງການຈັດຕັ້ງ. |
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ສະຖານກົງສູນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ກູບາ ແລະ ຫວຽດນາມ (2 ທັນວາ 1960 - 2 ທັນວາ 2024). |
ຍສໝ - ການພົບປະແລກປ່ຽນມິດຕະພາບຫວຽດນາມ - ກູບາ: 65 ປີແຫ່ງຄວາມສາມັກຄີແບບພິເສດອ້າຍນ້ອງຕອນຄ່ຳວັນທີ 13 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ Caracas, ສະຖານທູດ ຫວຽດນາມ ແລະ ສະຖານທູດ ກູບາ ປະຈຳ ເວເນຊູເອລາ ໄດ້ສົມທົບກັນຈັດຕັ້ງການພົບປະ, ແລກປ່ຽນມິດຕະພາບ ເພື່ອສະເຫຼີມສະຫຼອງ “ປີມິດຕະພາບ ຫວຽດນາມ - ກູບາ”, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (ວັນທີ 2 ທັນວາ 1960 – 25 ທັນວາ) ແລະ 52 ປີແຫ່ງການຢ້ຽມຢາມຫວຽດນາມຄັ້ງປະຫວັດສາດຂອງຜູ້ນຳປະຕິວັດກູບາ Fidel Castro (ເດືອນກັນຍາ 1973 ຫາເດືອນກັນຍາ 2025). |
ມິງດຶກ

