| ປັບປຸງວຽກງານການຕ່າງປະເທດປະຊາຊົນຢ່າງເຂັ້ມແຂງ ເພື່ອການພັດທະນາ “ຢືນຢັນຖານະ” ບົດບາດຂອງການຕ່າງປະເທດປະຊາຊົນ |
![]() |
| ແຂກຢ້ຽມຊົມຊອກຮູ້ກ່ຽວກັບກິດຈະກຳແກ້ໄຂຜົນຮ້າຍຈາກລະເບີດ ແລະ ທຸ່ນລະເບີດ ໃນໂຄງການແລກປ່ຽນມິດຕະພາບ ຫວຽດນາມ - ສະຫະລັດອາເມລິກາ ຢູ່ຮ່າໂນ້ຍ, ວັນທີ 23/11/2025. (ພາບ: ດິງຮວ່າ) |
ມີເປົ້າໝາຍທີ່ລະອຽດ
ທັດສະນະຂອງພັກກ່ຽວກັບການເຊື່ອມໂຍງສາກົນ ສືບຕໍ່ໄດ້ຮັບການຫັນເປັນລະອຽດໃນມະຕິເລກທີ 59-NQ/TW ລົງວັນທີ 24/01/2025 ຂອງກົມການເມືອງ. ເອກະສານສຳຄັນສະບັບນີ້ ກຳນົດວ່າ ການເຊື່ອມໂຍງສາກົນແມ່ນພາລະກິດຂອງປະຊາຊົນທັງປວງ ແລະ ທົ່ວລະບົບການເມືອງ. ໃນນັ້ນ, ປະຊາຊົນ ແລະ ວິສາຫະກິດ ມີບົດບາດເປັນໃຈກາງ, ເປັນເຈົ້າການ ແລະ ເປັນແຮງຂັບເຄື່ອນຂອງຂະບວນການເຊື່ອມໂຍງ.
ດ້ວຍເຫດນັ້ນ, ການຕ່າງປະເທດປະຊາຊົນ ຈຶ່ງມີບົດບາດເຊື່ອມໂຍງໂດຍກົງກັບຊີວິດ ແລະ ການພັດທະນາຂອງປະຊາຊົນ. ແຕ່ລະໂຄງການມິດຕະພາບ ຕ້ອງໄດ້ຮັບການປະເມີນຈາກບັນດາການປະກອບສ່ວນທີ່ເປັນຮູບປະທຳ ຕໍ່ຜົນປະໂຫຍດຂອງປະເທດ ແລະ ປະຊາຄົມ. ຕ້ອງເສີມສ້າງຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈຂອງສາກົນ ເພື່ອປົກປ້ອງປິຕຸພູມແຕ່ຫົວທີ, ແຕ່ໄກ. ຄວາມເຫັນດີ, ການສະໜັບສະໜູນ ແລະ ຄວາມໄວ້ວາງໃຈຂອງເພື່ອນມິດສາກົນ ປະກອບສ່ວນສ້າງສະພາບແວດລ້ອມທີ່ສະດວກ ເພື່ອໃຫ້ຫວຽດນາມແກ້ໄຂບັນດາສິ່ງທ້າທາຍ ແລະ ຊຸກຍູ້ການຮ່ວມມື.
![]() |
| ສຳຫຼວດໂຄງການນ້ຳສະອາດ ທີ່ຂຶ້ນກັບໂຄງການຂອງ World Vision International ຢູ່ກວາງຫງາຍ, ປີ 2025. |
ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມແຫ່ງຊາດຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ກໍຮຽກຮ້ອງໃຫ້ຫັນຈຸດສຸມຈາກການແລກປ່ຽນພຽງຢ່າງດຽວ ໄປສູ່ການເປັນເຈົ້າການຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມມືທີ່ເປັນຮູບປະທຳ. ຄວາມຮຽກຮ້ອງຂອງໄລຍະໃໝ່ ແມ່ນເຮັດໃຫ້ພື້ນຖານຄວາມຮູ້ສຶກມິດຕະພາບເລິກເຊິ່ງຍິ່ງຂຶ້ນ ດ້ວຍບັນດາຄຸນຄ່າຕົວຈິງ. ຄວາມຮູ້ສຶກມິດຕະພາບທີ່ໄດ້ຮັບການເສີມສ້າງຜ່ານຫຼາຍລຸ້ນຄົນ ຈະເປີດກວ້າງພື້ນທີ່ການພັດທະນາໃໝ່. ການຕ່າງປະເທດປະຊາຊົນ ຕ້ອງຮັບໃຊ້ໂດຍກົງໃຫ້ແກ່ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ໃນຍຸກໃໝ່.
![]() |
| ທ່ານ Kawaji Takashi, ປະທານສະພາສົ່ງເສີມສັນຕິພາບ ແລະ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ (JVPF), ມອບທຶນການສຶກສາໃຫ້ນັກຮຽນທີ່ມີສະພາບຄວາມເປັນຢູ່ຫຍຸ້ງຍາກ ຢູ່ຕາແສງ ຫຼຸກເຊີນ, ແຂວງບັກນິງ. |
ລະບົບທັດສະນະການພັດທະນາໃໝ່ ຮຽກຮ້ອງໃຫ້ມີການປ່ຽນໃໝ່ຢ່າງແຂງແຮງດ້ານຮູບແບບການເຄື່ອນໄຫວ. ການຕ່າງປະເທດປະຊາຊົນ ບໍ່ສາມາດແຍກອອກຈາກບັນດາເປົ້າໝາຍການເຕີບໂຕສີຂຽວ ແລະ ການຫັນປ່ຽນດິຈິຕອນຂອງປະເທດ. ພວກເຮົາສ້າງ ກຳລັງແຮງທາງດ້ານຈິດໃຈຂອງຊາດ ຜ່ານຄວາມຈິງໃຈ ແລະ ຄວາມຮັບຜິດຊອບຕໍ່ໂລກ. ເພື່ອນມິດແຕ່ລະຄົນທີ່ເຂົ້າໃຈ ແລະ ຮ່ວມເດີນທາງກັບຫວຽດນາມ ລ້ວນແຕ່ປະກອບສ່ວນຍົກສູງກຽດສັກສີຂອງປະເທດ. ເອກະລັກອັນສີວິໄລ ແລະ ບັນດາຄຸນຄ່າມະນຸດສະທຳຂອງຫວຽດນາມ ຈຳເປັນຕ້ອງໄດ້ຮັບການເຜີຍແຜ່ຢ່າງແຂງແຮງຍິ່ງຂຶ້ນ. ນີ້ແມ່ນພື້ນຖານເພື່ອເປີດກວ້າງພື້ນທີ່ການຮ່ວມມື ແລະ ຍົກສູງຖານະຂອງຫວຽດນາມໃນເວທີສາກົນ.
ສົ່ງເສີມບົດບາດແກນຫຼັກ, ນຳພາ
ສະຫະພັນບັນດາອົງການມິດຕະພາບຫວຽດນາມ ກຳນົດວ່າ ອາຍຸການ 2026-2031 ຈະສືບຕໍ່ເປັນໄລຍະແຫ່ງການປ່ຽນໃໝ່ຢ່າງແຂງແຮງຂອງທົ່ວລະບົບ ເພື່ອສົ່ງເສີມບົດບາດແກນຫຼັກຢ່າງແທ້ຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ໃນວຽກງານການຕ່າງປະເທດປະຊາຊົນ.
ບົດບາດດັ່ງກ່າວ ກ່ອນອື່ນໝົດ ຢູ່ທີ່ຄວາມສາມາດເຕົ້າໂຮມກຳລັງ, ເຊື່ອມຕໍ່ເຄືອຂ່າຍ ແລະ ຊຸກຍູ້ການປະສານງານໃນທົ່ວລະບົບ.
ແຕ່ລະອົງການສະມາຊິກ, ທ້ອງຖິ່ນ, ຂະແໜງການ, ວົງການ ແລະ ປະຊາຄົມ ລ້ວນແຕ່ມີເຄືອຂ່າຍ, ປະສົບການ ແລະ ຈຸດແຂງສະເພາະຂອງຕົນ. ເມື່ອໄດ້ຮັບການເຊື່ອມໂຍງພາຍໃຕ້ທິດທາງລວມ, ບັນດາແຫຼ່ງກຳລັງເຫຼົ່ານັ້ນ ສາມາດເສີມໜູນເຊິ່ງກັນ ແລະ ກັນ, ເປີດກວ້າງຄວາມສາມາດເຂົ້າເຖິງຄູ່ຮ່ວມ ແລະ ສ້າງກຳລັງແຮງສັງລວມ.
![]() |
| ການແລກປ່ຽນມິດຕະພາບ “ສີສັນວັດທະນະທຳ ASEAN ປີ 2026” ຢູ່ຮ່າໂນ້ຍ, ວັນທີ 19/8/2026. (ພາບ: ດິງຮວ່າ) |
ຈຸດແຂງສະເພາະຂອງການຕ່າງປະເທດປະຊາຊົນ ແມ່ນຄວາມສາມາດເຊື່ອມໂຍງໂດຍກົງຈາກຄົນສູ່ຄົນ. ສາຍພົວພັນກັບບັນດາອົງການປະຊາຊົນ, ອົງການສັງຄົມ, ນັກວິຊາການ, ມະຫາວິທະຍາໄລ, ວິສາຫະກິດ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ສາມາດສ້າງພື້ນຖານທາງສັງຄົມທີ່ໝັ້ນຄົງຍືນຍົງ ໃຫ້ແກ່ສາຍພົວພັນລະຫວ່າງຫວຽດນາມກັບບັນດາປະເທດ.
ເປົ້າໝາຍສຳຄັນທີ່ວາງອອກ ແມ່ນສ້າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ກາຍເປັນສູນກາງເຊື່ອມໂຍງປະຊາຊົນສາກົນທີ່ມີຊື່ສຽງ ແລະ ຄວາມໜ້າເຊື່ອຖື.
ຄວາມໜ້າເຊື່ອຖືນັ້ນ ບໍ່ໄດ້ວັດແທກພຽງແຕ່ດ້ວຍຈຳນວນຄູ່ຮ່ວມ ຫຼື ຂະໜາດຂອງເຄືອຂ່າຍເທົ່ານັ້ນ, ຫາກຍັງວັດແທກດ້ວຍຄວາມໄວ້ວາງໃຈ, ຄວາມສາມາດໃນການຮັກສາສາຍພົວພັນໃນໄລຍະຍາວ ແລະ ບັນດາຄຸນຄ່າທີ່ເປັນຮູບປະທຳ ຊຶ່ງສ້າງຂຶ້ນຈາກແຕ່ລະການເຊື່ອມໂຍງ.
ຄູ່ຮ່ວມໃໝ່ໜຶ່ງລາຍ ອາດເປີດທາງໃຫ້ແກ່ໂຄງການຮ່ວມມືໜຶ່ງ. ເຄືອຂ່າຍເພື່ອນມິດໜຶ່ງເຄືອຂ່າຍ ອາດສ້າງໂອກາດແລກປ່ຽນເພີ່ມຕື່ມ. ສາຍພົວພັນໜຶ່ງທີ່ໄດ້ຮັບການທະນຸຖະໜອມມາຫຼາຍປີ ອາດກາຍເປັນພື້ນຖານສຳລັບການຮ່ວມເດີນທາງກັນໃນບັນດາຊ່ວງເວລາສຳຄັນ.
ໃນຄວາມໝາຍດັ່ງກ່າວ, ແຕ່ລະການເຊື່ອມໂຍງປະຊາຊົນ ລ້ວນແຕ່ສາມາດປະກອບສ່ວນເສີມສ້າງພື້ນຖານທາງສັງຄົມຂອງສາຍພົວພັນຕ່າງປະເທດໃຫ້ໜັກແໜ້ນຍິ່ງຂຶ້ນ ແລະ ເສີມສ້າງ ກຳລັງແຮງທາງດ້ານຈິດໃຈຂອງປະເທດ.
ເປັນເຈົ້າການຍິ່ງຂຶ້ນ, ເປັນຮູບປະທຳຍິ່ງຂຶ້ນ
ທັດສະນະຊີ້ນຳການພັດທະນາໃນອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແມ່ນສ້າງການຕ່າງປະເທດປະຊາຊົນທີ່ເປັນເຈົ້າການ, ທັນສະໄໝ ແລະ ເປັນມືອາຊີບ. ນີ້ທັງເປັນຄວາມຮຽກຮ້ອງຕໍ່ທົ່ວລະບົບ ແລະ ເປັນມາດຕະຖານຂອງຂະບວນການປ່ຽນໃໝ່.
ຄວາມເປັນເຈົ້າການ ສະແດງອອກຢູ່ຄວາມສາມາດຄົ້ນພົບໂອກາດ ແລະ ສິ່ງທ້າທາຍແຕ່ຫົວທີ, ສະເໜີບັນດາຂໍ້ລິເລີ່ມຮ່ວມມືທີ່ສອດຄ່ອງກັບຜົນປະໂຫຍດຂອງຫວຽດນາມ; ຫັນຈາກການເຂົ້າຮ່ວມ ໄປສູ່ການປະກອບສ່ວນ, ຈາກການຮັກສາສາຍພົວພັນ ໄປສູ່ການສ້າງຄວາມເລິກເຊິ່ງ ແລະ ຄຸນຄ່າເພີ່ມຕື່ມໃຫ້ແກ່ສາຍພົວພັນ.
![]() |
| ສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຢູ່ນະຄອນ Sakai (ຍີ່ປຸ່ນ) ສຳຫຼວດການກໍ່ສ້າງຮູບແບບທ່າເຮືອຫາປາສະຫຼາດ ຢູ່ທ່າເຮືອຫາປາ ຕາມກວານ (ຢາລາຍ), ວັນທີ 28/1/2026. |
ຄວາມທັນສະໄໝ ແລະ ຄວາມເປັນມືອາຊີບ ຮຽກຮ້ອງໃຫ້ກິດຈະກຳການຕ່າງປະເທດປະຊາຊົນ ກ້າວທັນການປ່ຽນແປງຂອງບັນດາພາກສ່ວນ, ພື້ນທີ່ ແລະ ຮູບແບບການພົວພັນສາກົນ; ພ້ອມທັງຮັບປະກັນຄວາມເປັນເອກະພາບ ນັບແຕ່ການກຳນົດທິດທາງ, ການຈັດຕັ້ງປະຕິບັດ ຈົນເຖິງການປະເມີນຜົນ. ຄຸນນະພາບຂອງຖັນແຖວພະນັກງານ, ຄວາມສາມາດໃນການຄົ້ນຄວ້າສະເໜີແນະ, ຄວາມເຂົ້າໃຈຄູ່ຮ່ວມ ແລະ ຄວາມສາມາດຮັກສາສາຍພົວພັນໃນໄລຍະຍາວ ເປັນປັດໄຈຕັດສິນໂດຍກົງຕໍ່ຄວາມເລິກເຊິ່ງຂອງກິດຈະກຳ. ແຕ່ການປ່ຽນໃໝ່ຮູບແບບການເຄື່ອນໄຫວ ຈະມີຄວາມໝາຍກໍຕໍ່ເມື່ອສາມາດສ້າງປະສິດທິຜົນຕົວຈິງ.
ບັນດາຄວາມຮຽກຮ້ອງດັ່ງກ່າວ ໄດ້ຖືກສະຫຼຸບໄວ້ໃນຄຳຂວັນຂອງອາຍຸການໃໝ່ວ່າ: “ເປັນເຈົ້າການປັບຕົວ, ບຸກທະລຸດ້ານນະວັດຕະກຳ, ເປັນຮູບປະທຳ, ມີປະສິດທິຜົນ”. ນັ້ນແມ່ນຄວາມເປັນເຈົ້າການ ແຕ່ບໍ່ປະໝາດ; ຄ່ອງຕົວ ແຕ່ຍັງຍຶດໝັ້ນຫຼັກການ; ປ່ຽນໃໝ່ ແຕ່ຕ້ອງສ້າງຄຸນຄ່າທີ່ເປັນຮູບປະທຳໃຫ້ແກ່ປະເທດ, ທ້ອງຖິ່ນ ແລະ ປະຊາຊົນ.
![]() |
| ການຝຶກອົບຮົມວຽກງານການຕ່າງປະເທດປະຊາຊົນ ແລະ ວຽກງານ NGO ຕ່າງປະເທດ ຢູ່ກ່າເມົາ, ວັນທີ 9/7/2026. |
ປະສິດທິຜົນສາມາດເຫັນໄດ້ຜ່ານບັນດາໂຄງການຮ່ວມມື, ບັນດາແຫຼ່ງກຳລັງທີ່ໄດ້ຮັບການເຊື່ອມໂຍງ, ຜະລິດຕະພັນການຄົ້ນຄວ້າ, ກິດຈະກຳຊ່ວຍເຫຼືອທ້ອງຖິ່ນ ຫຼື ໂອກາດຕ່າງໆທີ່ມອບໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ກໍມີບັນດາຄຸນຄ່າທີ່ຕ້ອງໃຊ້ເວລາຍາວນານກວ່າຈຶ່ງຈະເຫັນໄດ້ ເຊັ່ນ: ຄວາມໄວ້ວາງໃຈ, ຄວາມຮູ້ສຶກທີ່ດີ, ຄວາມເຂົ້າໃຈ ແລະ ເຄືອຂ່າຍເພື່ອນມິດສາກົນ.
ນີ້ແມ່ນບັນດາຄຸນຄ່າທີ່ຍາກຈະວັດແທກໄດ້ທັນທີດ້ວຍຕົວເລກ, ແຕ່ພັດເປັນປັດໄຈສ້າງຄວາມໝັ້ນຄົງຍືນຍົງໃຫ້ແກ່ສາຍພົວພັນລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດ.
ທິດທາງການພັດທະນາໃນອາຍຸການໃໝ່ ສືບທອດບາດກ້າວຫັນປ່ຽນທີ່ໄດ້ກໍ່ຮ່າງຂຶ້ນໃນໄລຍະ 2019-2026: ຈາກ “ການແລກປ່ຽນມິດຕະພາບ” ໄປສູ່ “ການສ້າງສັນການພັດທະນາ”; ຈາກ “ການຮັບການຊ່ວຍເຫຼືອ” ໄປສູ່ “ການເປັນເຈົ້າການເຊື່ອມໂຍງ, ສ້າງສັນການຮ່ວມມືເພື່ອການພັດທະນາ”.
ໃນບາດກ້າວຫັນປ່ຽນດັ່ງກ່າວ, ມິດຕະພາບຍັງຄົງເປັນພື້ນຖານ. ແຕ່ບົນພື້ນຖານນັ້ນ, ບັນດາການເຊື່ອມໂຍງຈຳເປັນຕ້ອງຫັນເປັນການຮ່ວມມືທີ່ເປັນຮູບປະທຳ, ແທດຈິງ ແລະ ຍາວນານ.
ຈຸດໝາຍສຸດທ້າຍ ກໍຄືຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ.
ຍສໝ - ມະຕິສະບັບເລກທີ 06-NQ/TW ລົງວັນທີ 19 ພຶດສະພາ 2026 ຂອງກົມການເມືອງ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ວາງເປົ້າໝາຍພັດທະນາການຕ່າງປະເທດພາຍໃນຍຸກສະໄໝໃໝ່ ໃຫ້ສົມຄູ່ກັບລະດັບຄວາມສູງທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທີ່ຕັ້ງຂອງປະເທດຊາດ. |
ຍສໝ - ມຸ່ງໜ້າໄປເຖິງ ກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມການຕ່າງປະເທດທົ່ວປະເທດ ຄັ້ງທີ 22 ທີ່ກຳລັງຈະມາເຖິງ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ໄດ້ມີບົດຂຽນ ກ່ຽວກັບວຽກງານການຕ່າງປະເທດປະຊາຊົນ: “ນະວັດຕະກຳວຽກງານການຕ່າງປະເທດປະຊາຊົນ, ປະກອບສ່ວນສ້າງສັນພະລັງແຮງລວມ ຂອງພື້ນຖານການທູດ ຫວຽດນາມ”. |
ມິງດຶກ





