ລາວອວຍພອນວັນຊາດຫວຽດນາມ ຢືນຢັນສາຍພົວພັນພິເສດສອງປະເທດ

09:53 | 28/08/2026

ຍສໝ - ເນື່ອງໃນໂອກາດລະນຶກ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ 2 ກັນຍາ, ວັນທີ 27 ສິງຫາ, ທ່ານ ຫງວຽນ ແມ້ງ ເກື່ອງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ໄດ້ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ, ພ້ອມຄະນະພະນັກງານສະຖານທູດລາວ ທີ່ເດີນທາງມາອວຍພອນຢູ່ສຳນັກງານກະຊວງການຕ່າງປະເທດ.

ຊາວໜຸ່ມຫວຽດນາມ - ລາວ ຮ່ວມກັນສ້າງອາຊີບ, ຮັກສາຄວາມສະຫງົບ ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030
ລາວອວຍພອນວັນຊາດຫວຽດນາມ ຢືນຢັນສາຍພົວພັນພິເສດສອງປະເທດ
ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ພ້ອມດ້ວຍຄະນະພະນັກງານສະຖານທູດລາວ ທີ່ມາອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ.

ໃນການຕ້ອນຮັບ, ທ່ານ ຫງວຽນ ແມ້ງ ເກື່ອງ, ກຳມະການສູນກາງພັກ, ຮອງເລຂາປະຈຳຄະນະພັກກະຊວງ, ຮອງລັດຖະມົນຕີການຕ່າງປະເທດ, ໄດ້ສະແດງຄວາມຍິນດີ ແລະ ຂອບໃຈທ່ານນາງເອກອັກຄະລັດຖະທູດ ພ້ອມຄະນະພະນັກງານ ແລະ ເຈົ້າໜ້າທີ່ສະຖານທູດລາວ ສຳລັບນ້ຳໃຈອັນອົບອຸ່ນ ແລະ ຄຳອວຍພອນທີ່ມອບໃຫ້ຫວຽດນາມ. ທ່ານຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄຸນຄ່າຕໍ່ການສະໜັບສະໜູນອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນລາວ, ພ້ອມເນັ້ນວ່າ ສາຍພົວພັນຫວຽດນາມ - ລາວ ແມ່ນສາຍພົວພັນພິເສດທີ່ຊື່ສັດໝັ້ນຄົງ, ຜູກພັນແໜ້ນແຟ້ນ ແລະ ນັບມື້ນັບພັດທະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນທຸກຂົງເຂດ.

ທ່ານຮອງລັດຖະມົນຕີຕີລາຄາສູງການປະສານງານຢ່າງໃກ້ຊິດລະຫວ່າງສະຖານທູດລາວ ກັບຄະນະພັກກະຊວງ ແລະ ກະຊວງການຕ່າງປະເທດຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ແລະ ຜົນການພົບປະຂອງການນຳຂັ້ນສູງສອງພັກ, ສອງລັດ. ທ່ານສະເໜີໃຫ້ທ່ານນາງ ຄຳເພົາ ເອີນທະວັນ ສືບຕໍ່ປະສານງານກັບບັນດາອົງການຫວຽດນາມ ໃນການກະກຽມການຢ້ຽມຢາມ ແລະ ກິດຈະກຳການຕ່າງປະເທດຂັ້ນສູງ, ພ້ອມທັງຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ. ພິເສດ, ປີ 2027 ຈະເປັນປີລະນຶກ 65 ປີແຫ່ງວັນສ້າງຕັ້ງການພົວພັນການທູດ (5 ກັນຍາ 1962 - 5 ກັນຍາ 2027) ແລະ 50 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2027). ຫວຽດນາມປາດຖະໜາໃຫ້ສອງຝ່າຍຮ່ວມກັນກະກຽມກິດຈະກຳລະນຶກຢ່າງຮອບຄອບ, ເພື່ອສືບທອດມູນເຊື້ອສາມັກຄີ ແລະ ມິດຕະພາບພິເສດໃຫ້ແກ່ຄົນຮຸ່ນໜຸ່ມສອງປະເທດ.

ທາງດ້ານທ່ານນາງ ຄຳເພົາ ເອີນທະວັນ ໄດ້ສົ່ງຄຳອວຍພອນອັນດີງາມເຖິງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດລະນຶກ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ພ້ອມອວຍພອນໃຫ້ຫວຽດນາມສືບຕໍ່ປະສົບຜົນສຳເລັດໃນພາລະກິດສ້າງສາ ແລະ ພັດທະນາປະເທດ. ທ່ານນາງຢືນຢັນວ່າ ສະຖານທູດລາວຈະສືບຕໍ່ປະສານງານກັບຄະນະພັກກະຊວງ, ກະຊວງການຕ່າງປະເທດ ແລະ ບັນດາອົງການຂອງຫວຽດນາມ ເພື່ອຮ່ວມກັນທະນຸຖະໜອມ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງ, ຍືນຍົງ ແລະ ມີປະສິດທິຜົນ.

ລາວມອບຫຼຽນໄຊໃຫ້ 2 ຄະນະ ແລະ 8 ບຸກຄົນຂອງແຂວງດ້ຽນບຽນ ລາວມອບຫຼຽນໄຊໃຫ້ 2 ຄະນະ ແລະ 8 ບຸກຄົນຂອງແຂວງດ້ຽນບຽນ
ຍສໝ - ຕອນບ່າຍວັນທີ 21/8, ຢູ່ແຂວງດ້ຽນບຽນ, ລັດລາວໄດ້ມອບຫຼຽນໄຊອັນສູງສົ່ງໃຫ້ 2 ຄະນະ ແລະ 8 ບຸກຄົນຂອງແຂວງດ້ຽນບຽນ, ເພື່ອຮັບຮູ້ບັນດາການປະກອບສ່ວນໃນການທະນຸຖະໜອມ ແລະ ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງທ້ອງຖິ່ນ, ສອງປະເທດ ຫວຽດນາມ - ລາວ.
ເຊື່ອມຕໍ່ຜູ້ນຳຮຸ່ນໜຸ່ມຫວຽດນາມ - ລາວ - ກຳປູເຈຍ ເຊື່ອມຕໍ່ຜູ້ນຳຮຸ່ນໜຸ່ມຫວຽດນາມ - ລາວ - ກຳປູເຈຍ
ຍສໝ - ຕອນບ່າຍວັນທີ 22/8, ຢູ່ຮ່າໂນ້ຍ, ທ່ານ ດວ່ານມິງຮ໊ວນ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຕາງໜ້າການນຳພັກ, ລັດ ໄດ້ຕ້ອນຮັບຄະນະຜູ້ນຳຮຸ່ນໜຸ່ມຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ. ທ່ານໄດ້ເນັ້ນໜັກເຖິງບົດບາດຂອງພະນັກງານຮຸ່ນໜຸ່ມໃນການສືບທອດ, ຮັກສາ ແລະ ເສີມສ້າງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສາມປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ