| ປະຊາຄົມຊາວຫວຽດນາມ ປະກອບສ່ວນທະນຸຖະໜອມສາຍພົວພັນ ຫວຽດນາມ - ບຣູໄນ ເຜີຍແຜ່ມໍລະດົກຂອງປະທານໂຮ່ຈິມິນ ກ່ຽວກັບສັນຕິພາບ ແລະ ມິດຕະພາບຢູ່ສ.ເຊັກໂກ |
ເຂົ້າຮ່ວມພິທີມີບັນດານັກການເມືອງ, ນັກວິຊາການຂອງຕັງຊານີ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າການທູດ, ອົງການສາກົນປະຈຳຕັງຊານີ, ຜູ້ຕາງໜ້າວິສາຫະກິດ, ຄູ່ຮ່ວມມື, ກົງສຸນກິດຕິມະສັກຫວຽດນາມປະຈຳພາກພື້ນ ພ້ອມດ້ວຍປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຕັງຊານີ.
ໂຄງການຍັງໄດ້ຮັບການຮ່ວມເດີນທາງ ແລະ ສະໜັບສະໜູນຈາກບໍລິສັດ Halotel-Tanzania, Lumitel-Burundi ແລະ ບັນດາຄູ່ຮ່ວມມືຂອງສະຖານທູດ.
ກ່າວຄຳປາໄສທີ່ພິທີ, ທ່ານນາງ ຫວູແທງຮວ່ຽນ, ເອກອັກຄະລັດຖະທູດຫວຽດນາມປະຈຳຕັງຊານີ ເນັ້ນໜັກເຖິງຄວາມໝາຍພິເສດຂອງວັນຊາດ 2/9, ເຊິ່ງເປັນຂີດໝາຍອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດ, ເປີດສັກກະຫຼາດແຫ່ງເອກະລາດ, ເສລີພາບ ແລະ ເສັ້ນທາງພັດທະນາປະເທດ.
ທ່ານນາງເອກອັກຄະລັດຖະທູດ ໄດ້ຫວນຄືນບັນດາຜົນສຳເລັດພົ້ນເດັ່ນຂອງຫວຽດນາມໃນພາລະກິດສ້າງສາ ແລະ ພັດທະນາປະເທດ, ພ້ອມທັງເນັ້ນໜັກບັນດາຜົນງານອັນຕັ້ງໜ້າໃນວຽກງານການຕ່າງປະເທດ, ການເຊື່ອມໂຍງສາກົນ ແລະ ການເພີ່ມທະວີສາຍພົວພັນກັບບັນດາຄູ່ຮ່ວມມື, ໃນນັ້ນມີບັນດາປະເທດອາຟຣິກາ ແລະ ພາກພື້ນອາຟຣິກາຕາເວັນອອກ.
![]() |
| ທ່ານນາງ ຫວູແທງຮວ່ຽນ, ເອກອັກຄະລັດຖະທູດຫວຽດນາມປະຈຳ ຕັງຊານີ; ທ່ານ Fekadu Beyene Ayana, ເອກອັກຄະລັດຖະທູດເອທິໂອປີປະຈຳ ຕັງຊານີ ພ້ອມດ້ວຍບັນດາຜູ້ແທນ ຍົກຈອກອວຍພອນ 81 ປີແຫ່ງວັນຊາດຫວຽດນາມ ແລະ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ເອທິໂອປີ. |
ທ່ານນາງ ຫວູແທງຮວ່ຽນ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດອາຟຣິກາ, ໃນນັ້ນ ເອທິໂອປີ ແມ່ນຄູ່ຮ່ວມມືສຳຄັນ. ຜ່ານໄລຍະ 50 ປີ ນັບແຕ່ສ້າງຕັ້ງສາຍພົວພັນການທູດໃນປີ 1976, ສາຍພົວພັນ ຫວຽດນາມ - ເອທິໂອປີ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຫວຽດນາມ ໃຫ້ຄວາມສຳຄັນຕໍ່ການຮ່ວມເດີນທາງ ແລະ ການສະໜັບສະໜູນຂອງບັນດາຄູ່ຮ່ວມມືຢູ່ອາຟຣິກາຕາເວັນອອກ, ພ້ອມທັງປາດຖະໜາຢາກສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືໃຫ້ເປັນຮູບປະທຳ, ມີປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໃນໄລຍະຕໍ່ໜ້າ.
ກ່າວຄຳປາໄສອວຍພອນທີ່ພິທີ, ທ່ານ Fekadu Beyene Ayana, ເອກອັກຄະລັດຖະທູດເອທິໂອປີ ໄດ້ສົ່ງຄຳອວຍພອນເຖິງລັດຖະບານ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນຊາດ 2/9, ພ້ອມທັງຕີລາຄາສູງບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ໃນຂະບວນການພັດທະນາປະເທດ ແລະ ຍົກສູງບົດບາດ, ຖານະບົດບາດຢູ່ໃນເວທີສາກົນ.
ທ່ານເອກອັກຄະລັດຖະທູດເອທິໂອປີ ໄດ້ເນັ້ນໜັກເປັນພິເສດເຖິງຄວາມໝາຍຂອງຂີດໝາຍ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ເອທິໂອປີ (1976 - 2026), ຢືນຢັນວ່າ ນີ້ແມ່ນໄລຍະທາງອັນສຳຄັນ ທີ່ສະທ້ອນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານລະຫວ່າງສອງປະເທດ.
ທ່ານສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນ ຫວຽດນາມ - ເອທິໂອປີ ຈະສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນລະຫວ່າງຫວຽດນາມກັບພາກພື້ນອາຟຣິກາ.
ພິທີດຳເນີນໄປໃນບັນຍາກາດອັນສະຫງ່າງາມ, ມິດຕະພາບ ແລະ ເປີດກວ້າງ, ເປັນໂອກາດໃຫ້ບັນດາຜູ້ແທນຫວນຄືນບັນດາຂີດໝາຍສຳຄັນໃນປະຫວັດສາດຫວຽດນາມ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດ, ປະຊາຊົນ ແລະ ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ.
ການເຂົ້າຮ່ວມຂອງບັນດານັກການເມືອງ, ນັກວິຊາການຕັງຊານີ ແລະ ຜູ້ຕາງໜ້າບັນດາອົງການການທູດປະຈຳຕັງຊານີ ປະກອບສ່ວນສະແດງເຖິງຄວາມສົນໃຈ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນຕໍ່ຫວຽດນາມ, ພ້ອມທັງສ້າງໂອກາດໃຫ້ສະຖານທູດຫວຽດນາມ ເພີ່ມທະວີການເຊື່ອມຕໍ່, ເປີດກວ້າງສາຍພົວພັນກັບບັນດາຄູ່ຮ່ວມມືຢູ່ຕັງຊານີ ແລະ ພາກພື້ນອາຟຣິກາຕາເວັນອອກ.
ການຮ່ວມເດີນທາງຂອງ Halotel-Tanzania, Lumitel-Burundi, ກົງສຸນກິດຕິມະສັກຫວຽດນາມປະຈຳພາກພື້ນ ແລະ ປະຊາຄົມຊາວຫວຽດນາມຢູ່ຕັງຊານີ ຍັງສະແດງເຖິງຈິດໃຈແຫ່ງການປະສານສົມທົບ, ຄວາມຜູກພັນ ແລະ ຄວາມຮັບຜິດຊອບຂອງບັນດາວິສາຫະກິດ, ອົງການ, ຈັດຕັ້ງ ແລະ ປະຊາຄົມຊາວຫວຽດນາມ ໃນການໂຄສະນາພາບພົດຂອງປະເທດ, ປະຊາຊົນຫວຽດນາມ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດອາຟຣິກາ.
ຜ່ານເຫດການຄັ້ງນີ້, ສະຖານທູດຫວຽດນາມປະຈຳຕັງຊານີ ປາດຖະໜາຢາກສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມຕໍ່, ເພີ່ມທະວີການແລກປ່ຽນປະຊາຊົນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ແລະ ບັນດາຂົງເຂດທີ່ສອງຝ່າຍຕ່າງສົນໃຈ ລະຫວ່າງຫວຽດນາມກັບຕັງຊານີ, ເອທິໂອປີ ແລະ ບັນດາປະເທດອາຟຣິກາຕາເວັນອອກ, ປະກອບສ່ວນນຳສາຍພົວພັນ ຫວຽດນາມ - ອາຟຣິກາ ໃຫ້ນັບມື້ນັບເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນ.
ຍສໝ - ນັບແຕ່ການຮັກສາພາສາຫວຽດນາມ, ວັດທະນະທຳຂອງຊາດ ຈົນເຖິງການເຊື່ອມຕໍ່ການແລກປ່ຽນປະຊາຊົນ, ປະຊາຄົມຊາວຫວຽດນາມຢູ່ໄທ ພວມປະກອບສ່ວນຢ່າງແທດຈິງເຂົ້າໃນການທະນຸຖະໜອມສາຍພົວພັນ ຫວຽດນາມ - ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ເປັນຮູບປະທຳ. |
ຍສໝ - ໂດຍກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດແມ່ນໜຶ່ງໃນແຫຼ່ງກຳລັງຍຸດທະສາດທີ່ສຳຄັນຂອງປະເທດ, ມະຕິເລກທີ 23-NQ/TW ໄດ້ເປີດບາດກ້າວຫັນປ່ຽນຈາກການຂົນຂວາຍ, ເອົາໃຈໃສ່ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງ. ຈິດໃຈດັ່ງກ່າວ ໄດ້ວາງຄວາມຮຽກຮ້ອງໃຫ້ຫັນບັນດານະໂຍບາຍເປັນອັນລະອຽດ, ສ້າງກົນໄກເຊື່ອມຕໍ່ທີ່ແທດຈິງ ເພື່ອໃຫ້ພູມປັນຍາ, ເຕັກໂນໂລຊີ, ເຄືອຂ່າຍ ແລະ ປະສົບການຂອງຊາວຫວຽດນາມຢູ່ຕ່າງປະເທດກວ່າ 6,5 ລ້ານຄົນ ໄດ້ຮັບການສົ່ງເສີມຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດ. |
ມິງດຶກ
