ປະຊາຄົມຊາວຫວຽດນາມ ປະກອບສ່ວນທະນຸຖະໜອມສາຍພົວພັນ ຫວຽດນາມ - ບຣູໄນ

14:50 | 31/08/2026

ຍສໝ - ວັນທີ 30/8, ສະຖານທູດຫວຽດນາມປະຈຳບຣູໄນ ດາຣູຊາລາມ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ 2/9, ໂດຍມີເພື່ອນມິດສາກົນ ແລະ ຊາວຫວຽດນາມຈຳນວນຫຼາຍທີ່ພວມດຳລົງຊີວິດຢູ່ບຣູໄນເຂົ້າຮ່ວມ.

ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ ມະຕິເລກທີ 23: ຈາກ “ການເອົາໃຈໃສ່” ສູ່ການສ້າງກົນໄກເພື່ອສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ
ປະຊາຄົມຊາວຫວຽດນາມ ປະກອບສ່ວນທະນຸຖະໜອມສາຍພົວພັນ ຫວຽດນາມ - ບຣູໄນ
ທ່ານນາງ ໂດ໊ຖຸ່ຍເຢືອງ, ເອກອັກຄະລັດຖະທູດ ພ້ອມດ້ວຍບັນດາຜູ້ແທນ ຖ່າຍຮູບທີ່ລະນຶກໃນພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ.

ຕອນເຊົ້າວັນທີ 30/8, ໃນບັນຍາກາດອັນຄຶກຄື້ນມຸ່ງສູ່ວັນຊາດ 2/9, ສະຖານທູດຫວຽດນາມປະຈຳບຣູໄນ ດາຣູຊາລາມ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026) ຢ່າງສົມກຽດ.

ເຂົ້າຮ່ວມພິທີມີ ທ່ານ ເອກອັກຄະລັດຖະທູດກຳປູເຈຍປະຈຳບຣູໄນ, ທ່ານ ອຸປະທູດສະຖານທູດລາວປະຈຳບຣູໄນ, ເພື່ອນມິດສາກົນ ພ້ອມດ້ວຍຊາວຫວຽດນາມຈຳນວນຫຼາຍທີ່ພວມດຳລົງຊີວິດຢູ່ບຣູໄນ.

ກ່າວຄຳປາໄສທີ່ພິທີ, ທ່ານນາງ ໂດ໊ຖຸ່ຍເຢືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳບຣູໄນ ໄດ້ຫວນຄືນຊ່ວງເວລາປະຫວັດສາດວັນທີ 2/9/1945, ເມື່ອປະທານໂຮ່ຈິມິນ ອ່ານຖະແຫຼງການເອກະລາດຢູ່ສະໜາມຫຼວງບາດິ່ງ, ປະກາດການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ; ພ້ອມທັງເນັ້ນໜັກເຖິງຄວາມພາກພູມໃຈຕໍ່ເສັ້ນທາງ 81 ປີແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດ.

ທ່ານນາງ ເອກອັກຄະລັດຖະທູດ ຢືນຢັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ບຣູໄນ ດາຣູຊາລາມ ສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ນັບມື້ນັບເລິກເຊິ່ງ. ໃນພາບລວມຂອງສາຍພົວພັນສອງປະເທດ, ການແລກປ່ຽນປະຊາຊົນ ແລະ ປະຊາຄົມຊາວຫວຽດນາມຢູ່ບຣູໄນ ມີບົດບາດສຳຄັນໃນການທະນຸຖະໜອມມິດຕະພາບ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງສອງປະເທດ.

ມຸ່ງສູ່ການສະເຫຼີມສະຫຼອງ 35 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ບຣູໄນ ໃນປີ 2027, ທ່ານນາງ ໂດ໊ຖຸ່ຍເຢືອງ ປາຖະໜາໃຫ້ປະຊາຄົມຊາວຫວຽດນາມຢູ່ບຣູໄນ ສືບຕໍ່ຮ່ວມເດີນທາງກັບສະຖານທູດໃນບັນດາກິດຈະກຳສະເຫຼີມສະຫຼອງ, ຕັ້ງໜ້າປະກອບຂໍ້ລິເລີ່ມ ແລະ ຈັດຕັ້ງບັນດາກິດຈະກຳທີ່ແທດຈິງ.

ຜ່ານນັ້ນ, ປະຊາຄົມຈະປະກອບສ່ວນໂຄສະນາພາບພົດຫວຽດນາມ, ຊຸກຍູ້ການແລກປ່ຽນປະຊາຊົນ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ, ຄູ່ຮ່ວມຮອບດ້ານ ຫວຽດນາມ - ບຣູໄນ ດາຣູຊາລາມ ນັບມື້ນັບເລິກເຊິ່ງ.

81 ປີແຫ່ງວັນຊາດ 2/9: ຖະແຫຼງການເອກະລາດ - ຄົບໄຟສ່ອງທາງໃຫ້ແກ່ຊາດຫວຽດນາມ 81 ປີແຫ່ງວັນຊາດ 2/9: ຖະແຫຼງການເອກະລາດ - ຄົບໄຟສ່ອງທາງໃຫ້ແກ່ຊາດຫວຽດນາມ
ຍສໝ - ວັນທີ 2/9/1945, ຢູ່ສະໜາມຫຼວງບາດິ່ງ, ຮ່າໂນ້ຍ, ຕາງໜ້າລັດຖະບານຊົ່ວຄາວ, ປະທານໂຮ່ຈິມິນ ໄດ້ອ່ານຖະແຫຼງການເອກະລາດ, ປະກາດຕໍ່ປວງຊົນຮ່ວມຊາດ ແລະ ທົ່ວໂລກ ເຖິງການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ.
ການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕ້ອງກາຍເປັນຊ່ອງທາງໜຶ່ງໃນການພັດທະນາຊັບພະຍາກອນມະນຸດ ການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕ້ອງກາຍເປັນຊ່ອງທາງໜຶ່ງໃນການພັດທະນາຊັບພະຍາກອນມະນຸດ
ຍສໝ -​ ທ່ານ ຫວູຈ໋ຽນຖັ້ງ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ແບ່ງປັນກ່ຽວກັບກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຜູ້ອອກແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ ທີ່ຫາກໍໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ, ໃນນັ້ນ ເນັ້ນໜັກວ່າ ການສົ່ງຜູ້ອອກແຮງງານໄປຕ່າງປະເທດ ຄວນໄດ້ຮັບການມອງເຫັນເປັນຊ່ອງທາງໜຶ່ງໃນການພັດທະນາຊັບພະຍາກອນມະນຸດຂອງຊາດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ