ການຮ່ວມມືທ້ອງຖິ່ນ ສ້າງແຮງຂັບເຄື່ອນໃໝ່ໃຫ້ສາຍພົວພັນຫວຽດນາມ - ລາວ

17:35 | 04/08/2026

ຍສໝ - ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລາຊະທູດຫວຽດນາມປະຈຳລາວ, ຢືນຢັນວ່າ ການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນພວມກາຍເປັນແຮງຂັບເຄື່ອນສຳຄັນ ທີ່ຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການແລກປ່ຽນລະຫວ່າງຫວຽດນາມ ແລະ ລາວ ໃຫ້ມີຄວາມເລິກເຊິ່ງ, ເປັນຮູບປະທຳ ແລະ ເກີດປະສິດທິຜົນຍິ່ງຂຶ້ນ.

ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ການຮ່ວມມືລະຫວ່າງບັນດາທ້ອງຖິ່ນນັບມື້ນັບສະແດງບົດບາດເປັນໜຶ່ງໃນບັນດາແຮງຂັບເຄື່ອນສຳຄັນ ທີ່ຊ່ວຍນຳສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງຮອບດ້ານ. ເນື່ອງໃນໂອກາດກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດຄັ້ງທີ 22, ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລາຊະທູດຫວຽດນາມປະຈຳລາວ, ໃຫ້ຮູ້ວ່າ ສະຖານທູດຈະສືບຕໍ່ຖືເອົາວິສາຫະກິດ ແລະ ທ້ອງຖິ່ນເປັນໃຈກາງໃນວຽກງານການທູດເສດຖະກິດ, ເພື່ອຄ່ອຍໆຫັນເນື້ອໃນ “ການເຊື່ອມໂຍງຍຸດທະສາດ” ລະຫວ່າງສອງປະເທດໃຫ້ກາຍເປັນຜົນສຳເລັດຕົວຈິງ.

ການຮ່ວມມືທ້ອງຖິ່ນ ສ້າງແຮງຂັບເຄື່ອນໃໝ່ໃຫ້ສາຍພົວພັນຫວຽດນາມ - ລາວ
ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ.

ຄຽງຄູ່ທ້ອງຖິ່ນ ແລະ ວິສາຫະກິດ

ຕາມທ່ານ ຫງວຽນ ມິງ ເຕິມ ແລ້ວ, ໃນໄລຍະ 6 ເດືອນຕົ້ນປີ 2026, ສະຖານເອກອັກຄະລາຊະທູດຫວຽດນາມປະຈຳລາວ ໄດ້ສຸມໃສ່ດຳເນີນຫຼາຍກິດຈະກຳການທູດເສດຖະກິດ, ໂດຍມຸ່ງເນັ້ນການຊຸກຍູ້ການລົງທຶນ, ການຄ້າ, ການຊ່ວຍເຫຼືອວິສາຫະກິດ ແລະ ການຂະຫຍາຍສາຍພົວພັນລະຫວ່າງທ້ອງຖິ່ນສອງຝ່າຍ. ບັນດາກິດຈະກຳນີ້ມີບົດບາດສຳຄັນໃນການນຳເອົາຂໍ້ຕົກລົງລະດັບສູງຂອງຫວຽດນາມ ແລະ ລາວ ໄປຜັນຂະຫຍາຍໃນພາກປະຕິບັດ, ສ້າງຮາກຖານໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງ ແລະ ໄດ້ຜົນດີຍິ່ງຂຶ້ນ.

ເພື່ອຊຸກຍູ້ການປະຕິບັດບັນດາສົນທິສັນຍາ ແລະ ຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດ, ສະຖານທູດໄດ້ຮັກສາການພົບປະແລກປ່ຽນກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງລາວຢ່າງສະໝ່ຳສະເໝີ. ພ້ອມກັນນັ້ນ, ຍັງປະສານງານຕິດຕາມ ແລະ ກວດກາບັນດາໂຄງການຮ່ວມມື, ແກ້ໄຂຂໍ້ຫຍຸ້ງຍາກທີ່ເກີດຂຶ້ນໃຫ້ທັນການ ເພື່ອຮັບປະກັນທັງຄວາມຄືບໜ້າ ແລະ ປະສິດທິຜົນຂອງການດຳເນີນງານ.

ວຽກງານຊຸກຍູ້ການລົງທຶນ ແລະ ຊ່ວຍເຫຼືອວິສາຫະກິດກໍໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ໃນ 6 ເດືອນຕົ້ນປີ, ສະຖານທູດໄດ້ສະໜັບສະໜູນວິສາຫະກິດຫວຽດນາມສຳຫຼວດໂອກາດລົງທຶນຢູ່ລາວໃນຫຼາຍຂົງເຂດ, ປະກອບມີ ພະລັງງານ, ບໍ່ແຮ່, ກະສິກຳ, ການຜະລິດລົດໄຟຟ້າ ແລະ ເຕັກໂນໂລຊີຊີວະພາບທາງການແພດ. ນອກຈາກນັ້ນ, ຍັງຊ່ວຍປະສານໃຫ້ວິສາຫະກິດ ແລະ ກຸ່ມບໍລິສັດຫຼາຍແຫ່ງໄດ້ສຳຫຼວດຂົງເຂດການຮ່ວມມືໃໝ່ ທີ່ກ່ຽວພັນກັບການຫັນປ່ຽນສີຂຽວ, ການຫັນປ່ຽນດິຈິຕອນ ແລະ ການພັດທະນາຢ່າງຍືນຍົງ.

ທ່ານ ຫງວຽນ ມິງ ເຕິມ ເນັ້ນວ່າ: “ສິ່ງທີ່ໜ້າຍິນດີທີ່ສຸດ ແມ່ນການເພີ່ມຂຶ້ນຂອງການລົງທຶນ, ການຄ້າ ແລະ ຈຳນວນໂຄງການທີ່ໄດ້ຮັບການແກ້ໄຂບັນຫາ. ນີ້ແມ່ນພື້ນຖານສຳຄັນ ໃຫ້ການຮ່ວມມືເສດຖະກິດ ຫວຽດນາມ - ລາວ ຫັນຈາກການຮ່ວມມືແບບດັ້ງເດີມ ໄປສູ່ການເຊື່ອມໂຍງການພັດທະນາທີ່ເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ”.

ນອກເໜືອຈາກການທູດເສດຖະກິດແລ້ວ, ການຮ່ວມມືລະຫວ່າງທ້ອງຖິ່ນຍັງເປັນອີກໜຶ່ງຊ່ອງທາງສຳຄັນໃນການຊຸກຍູ້ສາຍພົວພັນສອງປະເທດ. ສະຖານທູດໄດ້ສົ່ງເສີມບັນດາໂຄງການຮ່ວມມືລະຫວ່າງທ້ອງຖິ່ນຫວຽດນາມ ແລະ ລາວ ໃນຂົງເຂດການສຶກສາ, ສາທາລະນະສຸກ, ວັດທະນະທຳ, ຊົນລະປະທານ, ການພັດທະນາໂຄງລ່າງພື້ນຖານ ແລະ ສະຫວັດດີການສັງຄົມ. ຄຽງຄູ່ກັນນັ້ນ, ຍັງປະສານງານກັບບັນດາອົງການຂອງລາວ ແລະ ສະມາຄົມນັກທຸລະກິດຫວຽດນາມປະຈຳລາວ ເພື່ອແນະນຳທ່າແຮງ, ຈຸດແຂງ ແລະ ຜະລິດຕະພັນສົ່ງອອກຂອງບັນດາທ້ອງຖິ່ນ, ຜ່ານນັ້ນຂະຫຍາຍການເຊື່ອມໂຍງວິສາຫະກິດ ແລະ ການຮ່ວມມືທາງເສດຖະກິດສອງຝ່າຍ.

ຫັນ “ການເຊື່ອມໂຍງຍຸດທະສາດ” ໃຫ້ເປັນຮູບປະທຳ

ກ່ຽວກັບບັນດາໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2026, ທ່ານເອກອັກຄະລາຊະທູດ ຫງວຽນ ມິງ ເຕິມ ໃຫ້ຮູ້ວ່າ ສະຖານທູດຈະສືບຕໍ່ດຳເນີນວຽກງານຢ່າງຕັ້ງໜ້າ, ເນັ້ນຄວາມເປັນຮູບປະທຳ ແລະ ປະສິດທິຜົນຍິ່ງຂຶ້ນ. ໜ້າທີ່ສຳຄັນແມ່ນການເລັ່ງຜັນຂະຫຍາຍບັນດາຂໍ້ຕົກລົງລະດັບສູງຂອງສອງປະເທດ, ເສີມສ້າງການປະສານງານລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ພ້ອມທັງຫັນບັນດາຄຳໝັ້ນສັນຍາໃຫ້ເປັນຜົນການຮ່ວມມືທີ່ຈັບຕ້ອງໄດ້.

ທ່ານ ຫງວຽນ ມິງ ເຕິມ ຢືນຢັນວ່າ: “ສະຖານເອກອັກຄະລາຊະທູດ ຈະສືບຕໍ່ຜັນຂະຫຍາຍກິດຈະກຳຕາມທິດທາງທີ່ຕັ້ງໜ້າ, ຄຽງຄູ່, ເປັນຮູບປະທຳ ແລະ ມີປະສິດທິຜົນ, ໂດຍຖືເອົາວິສາຫະກິດ ແລະ ທ້ອງຖິ່ນ ເປັນສູນກາງໃນການບໍລິການ”.

ຕາມທິດທາງດັ່ງກ່າວ, ສະຖານທູດຈະຮັກສາການພົບປະແລກປ່ຽນກັບຊຸມຊົນວິສາຫະກິດຫວຽດນາມຢູ່ລາວຢ່າງເປັນປະຈຳ, ພ້ອມທັງເພີ່ມທະວີການປະສານງານກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງລາວ ເພື່ອແກ້ໄຂຂໍ້ຫຍຸ້ງຍາກ ແລະ ອຸປະສັກໃຫ້ທັນການ. ນອກຈາກນັ້ນ, ຈະສົ່ງເສີມການຈັດເວທີພົບປະວິສາຫະກິດ, ກອງປະຊຸມຊຸກຍູ້ການລົງທຶນ ແລະ ບັນດາໂຄງການເຊື່ອມໂຍງທາງການຄ້າ.

ທ່ານເອກອັກຄະລາຊະທູດໃຫ້ຮູ້ຕື່ມວ່າ ການຊຸກຍູ້ບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານຍຸດທະສາດລະຫວ່າງສອງປະເທດຈະເປັນໜຶ່ງໃນບັນດາບຸລິມະສິດສຳຄັນ, ເພາະນີ້ແມ່ນເສົາຄ້ຳຫຼັກຂອງເນື້ອໃນ “ການເຊື່ອມໂຍງຍຸດທະສາດ”. ຄຽງຄູ່ກັນນັ້ນ, ຈະຂະຫຍາຍການຮ່ວມມືໄປສູ່ຂົງເຂດໃໝ່ໆ ປະກອບມີ ເສດຖະກິດດິຈິຕອນ, ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ, ພະລັງງານທົດແທນ, ນະວັດຕະກຳ ແລະ ການພັດທະນາບຸກຄະລາກອນຄຸນນະພາບສູງ.

ໃນດ້ານການຮ່ວມມືລະຫວ່າງທ້ອງຖິ່ນ, ສະຖານທູດຈະສືບຕໍ່ສະໜັບສະໜູນບັນດາທ້ອງຖິ່ນຂອງສອງປະເທດ, ໂດຍສະເພາະແຂວງຊາຍແດນ ແລະ ທ້ອງຖິ່ນທີ່ມີສາຍພົວພັນຈັບຄູ່ຮ່ວມມືກັນ. ບັນດາກິດຈະກຳຈະສຸມໃສ່ການແລກປ່ຽນຄະນະຜູ້ແທນ, ການເຊື່ອມໂຍງວິສາຫະກິດ, ການແນະນຳສັກກະຍະພາບຂອງທ້ອງຖິ່ນ ແລະ ການສ້າງໂຄງການຮ່ວມມືທີ່ເລິກເຊິ່ງໃນຂົງເຂດກະສິກຳເຕັກໂນໂລຊີສູງ, ການແປຮູບເລິກ, ໂລຈິສຕິກ, ການທ່ອງທ່ຽວ, ເສດຖະກິດສີຂຽວ, ການຫັນປ່ຽນດິຈິຕອນ ແລະ ການພັດທະນາບຸກຄະລາກອນ.

ທ່ານ ຫງວຽນ ມິງ ເຕິມ ເນັ້ນວ່າ: “ໂດຍສະເພາະ, ບັນດາແຂວງຊາຍແດນ ຄວນໄດ້ຮັບຄວາມສົນໃຈຫຼາຍຍິ່ງຂຶ້ນ ເພື່ອກາຍເປັນຂົ້ວການເຕີບໂຕໃໝ່ ແລະ ສູນກາງເຊື່ອມໂຍງເສດຖະກິດລະຫວ່າງສອງປະເທດ”.

ຕາມທ່ານເອກອັກຄະລາຊະທູດແລ້ວ, ນອກຈາກຈະຊຸກຍູ້ບັນດາໂຄງການຊ່ວຍເຫຼືອ ແລະ ກິດຈະການກໍ່ສ້າງທີ່ເປັນສັນຍາລັກຂອງມິດຕະພາບຫວຽດນາມ - ລາວແລ້ວ, ສະຖານທູດຍັງຈະສືບຕໍ່ເຮັດໜ້າທີ່ເປັນຂົວເຊື່ອມ, ໃຫ້ຄຳປຶກສາທາງຍຸດທະສາດ ແລະ ຄຽງຄູ່ກັບວິສາຫະກິດ ແລະ ທ້ອງຖິ່ນ. ຜ່ານນັ້ນ, ປະກອບສ່ວນນຳເອົາບັນດາຂໍ້ຕົກລົງລະດັບສູງເຂົ້າສູ່ຊີວິດຕົວຈິງ, ຫັນເນື້ອໃນ “ການເຊື່ອມໂຍງຍຸດທະສາດ” ໃຫ້ເປັນຮູບປະທຳ ແລະ ຮັກສາບົດບາດຂອງການຮ່ວມມືເສດຖະກິດໃຫ້ເປັນໜຶ່ງໃນເສົາຄ້ຳສຳຄັນຂອງສາຍພົວພັນຫວຽດນາມ - ລາວ ໃນໄລຍະພັດທະນາໃໝ່.

ເສັ້ນທາງຮູ້ບຸນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຂອງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ເສັ້ນທາງຮູ້ບຸນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຂອງ ສະມາຄົມມິດຕະພາບ ຫວຽດນາມ - ລາວ
ຍສໝ - ວັນທີ 25/7, ສະມາຄົມມິດຕະພາບ ຫວຽດນາມ - ລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທະຫານເສຍອັງຄານ, ທະຫານເຈັບປ່ວຍ, ອະດີດເຍົາວະຊົນກອງອາສາສະໝັກ ແລະ ເລີ່ມດຳເນີນການກໍ່ສ້າງ “ເຮືອນແຫ່ງຄວາມຮັກແພງ” ໃຫ້ແກ່ຄອບຄົວເປົ້າໝາຍນໂຍບາຍ ຢູ່ທີ່ ແຂວງ ເຫງະອານ.
ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ