ລາວກາຍ - ບໍ່ແກ້ວ ລົງນາມຮ່ວມມືປີ 2026

16:54 | 04/08/2026

ຍສໝ - ແຂວງລາວກາຍຂອງຫວຽດນາມ ແລະ ແຂວງບໍ່ແກ້ວຂອງລາວ ໄດ້ລົງນາມບົດຕົກລົງຮ່ວມມືປີ 2026, ໂດຍເນັ້ນການຊ່ວຍເຫຼືອກໍ່ສ້າງໂຮງຮຽນ, ຮັບນັກຮຽນລາວເຂົ້າສຶກສາ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດ, ປ້ອງກັນຊາດ ແລະ ການແລກປ່ຽນປະຊາຊົນ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການລົງນາມໃນກອງປະຊຸມຫາລືລະຫວ່າງສອງແຂວງທີ່ຈັດຂຶ້ນຢູ່ຫຼວງພະບາງ.

ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ ຖະຫວາຍທູບທຽນລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ

ເສີມສ້າງສາຍພົວພັນຈາກຈຸດແຂງຂອງສອງແຂວງ

ເມື່ອບໍ່ດົນມານີ້, ຢູ່ແຂວງຫຼວງພະບາງ ທາງພາກເໜືອຂອງລາວ, ຄະນະຜູ້ແທນແຂວງລາວກາຍ ປະເທດຫວຽດນາມ ແລະ ແຂວງບໍ່ແກ້ວ ປະເທດລາວ ໄດ້ພົບປະຫາລືກັນ ເພື່ອຕີລາຄາຜົນການຮ່ວມມື ແລະ ກຳນົດທິດທາງການພົວພັນໃນໄລຍະຕໍ່ໄປ.

ຄະນະຜູ້ແທນແຂວງລາວກາຍ ນຳໂດຍສະຫາຍ ຮວ່າງຢາງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງລາວກາຍ. ສ່ວນຄະນະຜູ້ແທນແຂວງບໍ່ແກ້ວ ນຳໂດຍທ່ານພົນຈັດຕະວາ ແປນຄຳ ບຸດຈັນແພງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ. ກອງປະຊຸມຍັງມີການນຳບັນດາພະແນກ ແລະ ຂະແໜງການຂອງສອງທ້ອງຖິ່ນເຂົ້າຮ່ວມ.

ໃນການພົບປະ, ການນຳສອງແຂວງໄດ້ແລກປ່ຽນຂໍ້ມູນກ່ຽວກັບຜົນສຳເລັດດ້ານເສດຖະກິດ - ສັງຄົມຂອງແຕ່ລະຝ່າຍ, ພ້ອມທັງປຶກສາຫາລືບັນດາຂົງເຂດທີ່ສາມາດເພີ່ມທະວີການຮ່ວມມືໃນອະນາຄົດ.

ສະຫາຍ ຮວ່າງຢາງ ຢືນຢັນວ່າ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງຍຸດທະສາດຫວຽດນາມ - ລາວ ແມ່ນຜົນງານທີ່ບັນດາຮຸ່ນການນຳ ແລະ ປະຊາຊົນສອງປະເທດໄດ້ຮ່ວມກັນທະນຸບຳລຸງສ້າງສາມາຢ່າງຍາວນານ.

ບົນພື້ນຖານສາຍພົວພັນພິເສດນັ້ນ, ການຊຸກຍູ້ຄວາມຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດຈຶ່ງມີຄວາມໝາຍສຳຄັນ, ທັງໃນການຮັດແໜ້ນຄວາມຜູກພັນລະຫວ່າງສອງພັກ, ສອງລັດ ແລະ ການເປີດໂອກາດຮ່ວມມືໃໝ່ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ກໍຄືການແລກປ່ຽນປະຊາຊົນ.

ແນະນຳກ່ຽວກັບທ້ອງຖິ່ນຂອງຕົນ, ສະຫາຍ ຮວ່າງຢາງ ໃຫ້ຮູ້ວ່າ ພາຍຫຼັງການລວມແຂວງລາວກາຍກັບແຂວງອຽນບ໋າຍ ແຕ່ວັນທີ 1 ກໍລະກົດ 2025, ແຂວງລາວກາຍໃໝ່ມີເນື້ອທີ່ທຳມະຊາດກວ່າ 13.200 ກິໂລຕາແມັດ, ປະຊາກອນເກືອບ 1,8 ລ້ານຄົນ ແລະ ມີ 34 ຊົນເຜົ່າ.

ລາວກາຍ - ບໍ່ແກ້ວ ລົງນາມຮ່ວມມືປີ 2026
ການນຳຂອງສອງແຂວງ ບໍ່ແກ້ວ ແລະ ລາວກາຍ ແລກປ່ຽນບົດຕົກລົງຮ່ວມມືປີ 2026 ທີ່ຫາກໍ່ໄດ້ລົງນາມ.

ແຂວງລາວກາຍມີທີ່ຕັ້ງສຳຄັນໃນການເຊື່ອມໂຍງຫວຽດນາມກັບເຂດຕາເວັນຕົກສ່ຽງໃຕ້ຂອງຈີນ ຜ່ານແລວເສດຖະກິດ ຄຸນໝິງ - ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ. ໃນ 6 ເດືອນຕົ້ນປີ 2026, ຍອດຜະລິດຕະພັນລວມຂອງແຂວງ (GRDP) ເຕີບໂຕ 9,01%, ສ່ວນລາຍຮັບງົບປະມານລັດຄາດວ່າຈະສູງກວ່າ 11.000 ຕື້ດົ່ງ.

ເພື່ອສ້າງແຮງຂັບເຄື່ອນການພັດທະນາ, ແຂວງລາວກາຍພວມລະດົມແຫຼ່ງທຶນລົງທຶນໃສ່ບັນດາໂຄງການໂຄງລ່າງຍຸດທະສາດ ເຊັ່ນ ເສັ້ນທາງລົດໄຟລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ, ການຂະຫຍາຍທາງດ່ວນໂນ້ຍບ່າຍ - ລາວກາຍ, ສະໜາມບິນຊາປາ ແລະ ບັນດາສະຖານີຂົນສົ່ງ, ເພື່ອສ້າງທ່າແຮງໃໝ່ໃນການເຊື່ອມໂຍງກັບພາຍນອກ.

ທາງດ້ານທ່ານພົນຈັດຕະວາ ແປນຄຳ ບຸດຈັນແພງ ຢືນຢັນວ່າ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ ເປັນຊັບສິນອັນລ້ຳຄ່າທີ່ບໍ່ມີສິ່ງໃດທົດແທນ ຫຼື ແບ່ງແຍກໄດ້. ສາຍພົວພັນນີ້ໄດ້ຮັບການສືບສານມາຈາກຮຸ່ນສູ່ຮຸ່ນ, ຝັງເລິກໃນຈິດໃຈຂອງປະຊາຊົນສອງຊາດ ແລະ ນັບມື້ນັບໄດ້ຮັບການພັດທະນາໃຫ້ເຂັ້ມແຂງ.

ເລຂາພັກແຂວງບໍ່ແກ້ວຍັງໄດ້ແນະນຳສະພາບການພັດທະນາເສດຖະກິດ - ສັງຄົມ, ວຽກງານປ້ອງກັນຊາດ ແລະ ຄວາມສະຫງົບຂອງແຂວງ. ທ່ານໄດ້ຕີລາຄາສູງຜົນການປະສານງານລະຫວ່າງບັນດາອົງການວິຊາສະເພາະຂອງສອງແຂວງໃນໄລຍະຜ່ານມາ, ໂດຍສະເພາະດ້ານຄວາມສະຫງົບ, ການສຶກສາ ແລະ ການຝຶກອົບຮົມ.

ພາຍຫຼັງຮັບຟັງຂໍ້ມູນຈາກຝ່າຍບໍ່ແກ້ວ, ສະຫາຍ ຮວ່າງຢາງ ໄດ້ຕີລາຄາສູງບັນດາຜົນສຳເລັດດ້ານການພັດທະນາຂອງແຂວງບໍ່ແກ້ວ, ພ້ອມທັງຊີ້ໃຫ້ເຫັນຈຸດແຂງດ້ານທີ່ຕັ້ງພູມສາດ ແລະ ເສດຖະກິດຂອງແຂວງ ທີ່ເປັນປະຕູທາງເໜືອຂອງລາວ ເຊື່ອມຕໍ່ກັບໄທ, ມຽນມາ ແລະ ຈີນ.

ດ້ວຍທ່າແຮງດ້ານການຄ້າ, ການຂົນສົ່ງ, ກະສິກຳ, ການທ່ອງທ່ຽວ ແລະ ການຄ້າຊາຍແດນ, ບໍ່ແກ້ວມີບັນດາຈຸດແຂງທີ່ຄ້າຍຄືກັບລາວກາຍ. ນີ້ເປັນເງື່ອນໄຂອັນເອື້ອອຳນວຍໃຫ້ສອງແຂວງກຳນົດບັນດາໂຄງການຮ່ວມມືທີ່ສອດຄ່ອງກັບທ່າແຮງ ແລະ ຄວາມຕ້ອງການພັດທະນາຂອງແຕ່ລະຝ່າຍ.

ຊ່ວຍສ້າງໂຮງຮຽນ ແລະ ຮັບນັກຮຽນລາວ 15 ຄົນ

ຈຸດເດັ່ນຂອງການພົບປະຄັ້ງນີ້ແມ່ນການລົງນາມບົດຕົກລົງຮ່ວມມືປີ 2026 ລະຫວ່າງຄະນະປົກຄອງແຂວງລາວກາຍ ແລະ ຄະນະປົກຄອງແຂວງບໍ່ແກ້ວ. ຕາມບົດຕົກລົງ, ສອງຝ່າຍຈະຮັກສາການແລກປ່ຽນຄະນະຜູ້ແທນລະດັບແຂວງຢ່າງຕໍ່ເນື່ອງ, ເພື່ອເພີ່ມຄວາມເຂົ້າໃຈ, ແລກປ່ຽນປະສົບການຄຸ້ມຄອງ ແລະ ຊຸກຍູ້ການດຳເນີນໂຄງການຮ່ວມມືຕ່າງໆ.

ໃນຂົງເຂດເສດຖະກິດ, ແຂວງລາວກາຍຈະສະໜັບສະໜູນເງິນ 5 ຕື້ດົ່ງ ໃຫ້ແຂວງບໍ່ແກ້ວ ເພື່ອກໍ່ສ້າງໂຮງຮຽນມັດທະຍົມຕອນປາຍແຫ່ງໜຶ່ງຢູ່ເມືອງຫ້ວຍຊາຍ. ໂຄງການມີມູນຄ່າລົງທຶນລວມປະມານ 1 ລ້ານໂດລາສະຫະລັດ.

ເມື່ອກໍ່ສ້າງສຳເລັດ, ໂຮງຮຽນຈະໄດ້ຮັບຊື່ວ່າ “ໂຄງການຮ່ວມມືມິດຕະພາບ ລາວກາຍ - ບໍ່ແກ້ວ”, ເປັນສັນຍາລັກຂອງຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງທ້ອງຖິ່ນ.

ສຳລັບດ້ານການສຶກສາ, ໃນສົກຮຽນ 2026-2027, ແຂວງລາວກາຍຈະຮັບນັກຮຽນຈາກບໍ່ແກ້ວ 15 ຄົນ ເຂົ້າຮຽນພາສາຫວຽດນາມ ກ່ອນສືບຕໍ່ສຶກສາຢູ່ບັນດາສະຖາບັນການສຶກສາຂອງແຂວງ. ທັງສອງຝ່າຍຍັງຈະຮັກສາການຈັດກິດຈະກຳພົບປະ ແລະ ຢ້ຽມຢາມນັກຮຽນລາວ ໃນໂອກາດບຸນປີໃໝ່ປະເພນີຂອງຫວຽດນາມ ແລະ ລາວ.

ໃນຂົງເຂດປ້ອງກັນຊາດ, ສອງແຂວງເຫັນດີສືບຕໍ່ຈັດການພົບປະ ແລະ ແລກປ່ຽນປະສົບການລະຫວ່າງກອງບັນຊາການທະຫານຂອງສອງທ້ອງຖິ່ນ, ປະກອບສ່ວນຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາ.

ນອກເໜືອຈາກບັນດາເນື້ອໃນທີ່ລະບຸໃນບົດຕົກລົງແລ້ວ, ການນຳສອງແຂວງຍັງເຫັນດີຂະຫຍາຍການຮ່ວມມືໃນດ້ານການປະຕິຮູບບໍລິຫານ, ການຫັນປ່ຽນດິຈິຕອນ, ການຊັກຊວນການລົງທຶນ, ການຄ້າ, ການຂົນສົ່ງ, ກະສິກຳ, ການທ່ອງທ່ຽວ, ການພັດທະນາບຸກຄະລາກອນ, ສາທາລະນະສຸກ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງຊາວໜຸ່ມ ກໍຄືປະຊາຊົນຂອງສອງປະເທດ.

ທັງສອງຝ່າຍຢືນຢັນຈະຮັກສາກົນໄກພົບປະ ແລະ ແລກປ່ຽນຢ່າງສະໝ່ຳສະເໝີລະຫວ່າງບັນດາພະແນກວິຊາສະເພາະ, ພ້ອມທັງສົ່ງເສີມການພົວພັນລະຫວ່າງວິສາຫະກິດຂອງສອງແຂວງ ເພື່ອສ້າງແຮງຂັບເຄື່ອນໃໝ່ໃຫ້ການພັດທະນາເສດຖະກິດ - ສັງຄົມ.

ການລົງນາມບົດຕົກລົງຮ່ວມມືປີ 2026 ລະຫວ່າງລາວກາຍ ແລະ ບໍ່ແກ້ວ ໄດ້ສືບຕໍ່ຢືນຢັນມູນເຊື້ອມິດຕະພາບຂອງສອງທ້ອງຖິ່ນ ແລະ ຄວາມຕັ້ງໃຈຂອງການນຳສອງແຂວງໃນການນຳແນວທາງຮ່ວມມືລາວ - ຫວຽດນາມ ໄປສູ່ການປະຕິບັດຢ່າງເປັນຮູບປະທຳ.

ບົນພື້ນຖານນີ້, ສອງຝ່າຍຈະສາມາດນຳໃຊ້ຈຸດແຂງຂອງແຕ່ລະທ້ອງຖິ່ນໄດ້ຢ່າງມີປະສິດທິຜົນ, ຊຸກຍູ້ການເຊື່ອມໂຍງ ແລະ ການພັດທະນາ, ພ້ອມທັງປະກອບສ່ວນຮັດແໜ້ນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ ໃຫ້ຍືນຍົງຕໍ່ໄປ.

ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ
ຍສໝ - ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ເນັ້ນໜັກວ່າ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ທີ່ໄດ້ລົງນາມກັນໃນປີ 1977 ແມ່ນໄດ້ຊ່ວຍໃຫ້ສອງປະເທດຜ່ານຜ່າທຸກສິ່ງທ້າທາຍ, ທັງເປັນການສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາສາຍພົວພັນສອງຝ່າຍໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ເສັ້ນທາງຮູ້ບຸນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຂອງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ເສັ້ນທາງຮູ້ບຸນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຂອງ ສະມາຄົມມິດຕະພາບ ຫວຽດນາມ - ລາວ
ຍສໝ - ວັນທີ 25/7, ສະມາຄົມມິດຕະພາບ ຫວຽດນາມ - ລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທະຫານເສຍອັງຄານ, ທະຫານເຈັບປ່ວຍ, ອະດີດເຍົາວະຊົນກອງອາສາສະໝັກ ແລະ ເລີ່ມດຳເນີນການກໍ່ສ້າງ “ເຮືອນແຫ່ງຄວາມຮັກແພງ” ໃຫ້ແກ່ຄອບຄົວເປົ້າໝາຍນໂຍບາຍ ຢູ່ທີ່ ແຂວງ ເຫງະອານ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ