ຍສໝ - ນັບຕັ້ງແຕ່ວັນທີ 29 ມິຖຸນາ - 03 ກໍລະກົດ, ຢູ່ທີ່ Bandar Seri Begawan ແລະ Penanjong (Brunei Darussalam), ກອງປະຊຸມກຸ່ມຊ່ຽວຊານ ກ່ຽວກັບການຮັກສາສັນຕິພາບ ພາຍໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 22, ຮອບວຽນທີ 5 (ໄລຍະປີ 2024-2027) ໄດ້ຮັບການຈັດຕັ້ງຂຶ້ນ ພາຍໃຕ້ການຮ່ວມເປັນປະທານ ຂອງ Brunei Darussalam ແລະ ສປ ຈີນ.
ຍສໝ - ໃນວັນທີ 24 ມິຖຸນາ, ກອງປະຊຸມສໍາມະນາວິທະຍາສາດສາກົນ "ຄູ່ຮ່ວມມືພາຍໃດລາຍການຮ່ວມມືສາມຝ່າຍ" ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ, ທັງເປັນປະທານຮ່ວມກັບ UN, ລັດຖະບານ ອົດສະຕຣາລີ (Australia) ແລະ ລັດຖະບານ ຍີ່ປຸ່ນ (Japan) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ທີ່ຮ່າໂນ້ຍ.
ຍສໝ - ຖ້ຽວການເຄື່ອນໄຫວປະຕິບັດງານທາງລັດຖະການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນມີສ່ວນຊ່ວຍເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອາຊຽນ.
ຍສໝ - ພາຍຫຼັງໄລຍະເວລາ 3 ວັນແຫ່ງການປຶກສາຫາລື ໂດຍມີວາລະກອງປະຊຸມຄົບຄະນະ 6 ວາລະ ແລະ ວາລະກອງປະຊຸມວິສາມັນ 3 ວາລະ, ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23 ໄດ້ປິດສາກລົງແລ້ວ ຢູ່ທີ່ປະເທດສິງກະໂປ, ທ່າມກາງບໍລິບົດສະພາບແວດລ້ອມຄວາມໝັ້ນຄົງສາກົນ ທີ່ຍັງຄົງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາກຫຼາຍປະການ ຈາກການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມຫາອຳນາດ, ບັນດາການປະທະກັນທີ່ແກ່ຍາວ ແລະ ບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງແບບໃໝ່ (ຄວາມໝັ້ນຄົງອະທິປະໄຕທີ່ບໍ່ແມ່ນການທະຫານ) ທີ່ພວມເກີດຂຶ້ນ. ໜຶ່ງໃນບັນດາຈຸດເດັ່ນ ທີ່ບັນດານັກສັງເກດການໃຫ້ຄວາມເອົາໃຈໃສ່ເປັນພິເສດ ນັ້ນແມ່ນພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ຢູ່ທີ່ເວທີປຶກສາຫາລືດ້ານຄວາມໝັ້ນຄົງຊັ້ນນຳຂອງອາຊີໃນປີນີ້.
ຍສໝ - ກອງປະຊຸມເຄືອຂ່າຍບັນດາສູນຮັກສາສັນຕິພາບ ອາຊຽນ (APCN) ຄັ້ງທີ 10 ໄດ້ຖືກຈັດຂຶ້ນແຕ່ວັນທີ 4 - 8 ພຶດສະພາ 2026 ໃນຮູບແບບທາງໄກ (ອອນລາຍ), ເຊື່ອມຕໍ່ຈາກຈຸດເຊື່ອມຕໍ່ຫຼັກຢູ່ ຟີລິບປິນ ໄປຫາຈຸດເຊື່ອມຕໍ່ຢູ່ບັນດາປະເທດ.
ຍສໝ - ໃນຕອນບ່າຍຂອງວັນທີ 14 ເມສາ 2026, ຢູ່ທີ່ ຮ່າໂນ້ຍ, ທະນາຄານເພື່ອການລົງທຶນ ແລະ ການພັດທະນາ ຫວຽດນາມ (BIDV) ໄດ້ມີການເຮັດວຽກຮ່ວມກັບ ຄະນະກຳມະການເພື່ອສັນຕິພາບ ຫວຽດນາມ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການປະສານສົມທົບໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະໃໝ່.
ຍສໝ - ໂຄງການຍ່າງສັນຕິພາບປີ 2026, ພາຍໃຕ້ຫົວຂໍ້ "ບາດກ້າວສູ່ສັນຕິພາບ" ຈະຈັດຂຶ້ນໃນເວລາ 6:30 ໂມງເຊົ້າຂອງວັນທີ 7 ເມສາ, ທີ່ຖະໜົນຊູວັນແຮ້ງ, ຕາແສງຫງູແຮ້ງເຊີນ, ນະຄອນ ດານັງ.
ຍສໝ - ປະເຊີນໜ້າກັບຄວາມເຄັ່ງຕຶງຂຶ້ນຢູ່ຊາຍແດນໄທ - ກຳປູເຈຍ, ສະຫະປະຊາຊາດ, ອາເມລິກາ, EU ແລະ ຫຼາຍປະເທດໃນພາກພື້ນໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ, ຮຽກຮ້ອງໃຫ້ສອງຝ່າຍຈຳກັດ, ປົກປ້ອງສາມັນຊົນ ແລະ ແກ້ໄຂການຂັດແຍ້ງດ້ວຍການເຈລະຈາໂດຍສັນຕິວິທີ, ເໝາະສົມຕາມກົດໝາຍສາກົນ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ Senegal El Malick Ndiaye, ທ່ານປະທານສະພາສະພາຕ່ຳລາຊະອານາຈັກ Morocco Rachid Talbi Alami, ທ່ານປະທານສະຫະພັນລັດຖະສະພາສາກົນ (IPU) Tulia Ackson ແລະ ທ່ານເລຂາໃຫຍ່ IPU Martin Chungong, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຢ້ຽມຢາມ Senegal ແລະ Morocco ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ດຳເນີນການເຄື່ອນໄຫວສອງຝ່າຍຢູ່ສະວິດແຕ່ວັນທີ 22-30 ກໍລະກົດ 2025.
ຍສໝ - ວັນທີ 16 ກໍລະກົດ, ຄ້າຍພັກແລ້ງຫວຽດນາມ 2025 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ດັກລັກ. ຄ້າຍພັກແລ້ງ ແມ່ນເຫດການປະຈຳປີໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຕັ້ງ ເພື່ອສ້າງໂອກາດໃຫ້ລຸ້ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ຳຮຽນກ່ຽວກັບກົກເຄົ້າເຫງົ້າກໍ ແລະ ເຊື່ອມຕໍ່ບ້ານເກີດເມືອງນອນ.
ຍສໝ - ຕອນຄ່ຳວັນທີ 15 ພະຈິກ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການລາຍການພົບປະ ແລະ ແລກປ່ຽນລະຫວ່າງກຸ່ມແຂວນທຸງແນວໂຮມປົດປ່ອຍຊາດພາກໃຕ້ ຫວຽດນາມ ຢູ່ຈອມວິຫານ Notre Dame Paris ໃນປີ 1969 ແລະ ຊາວໜຸ່ມນະຄອນດ້ວຍຫົວຂໍ້ “ຄວາມປາຖະໜາເພື່ອສັນຕິພາບລວມ”.
ຍສໝ - ວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ອວງຈູ່ລືວ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມີການພົບປະກັບທ່ານ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ແລະສາມັກຄີຂອງລາວ ເນື່ອງໃນໂອກາດທີ່ຄະນະປະຕິບັດງານລາວ ໄປຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ຍສໝ - ແຫຼ່ງບັນດານໃຈຂອງທ່ານ ດັ້ງເລມິງຈີ, ຫົວໜ້າຄະນະກຳກັບລາຍການສະແດງສິລະປະໄດ້ເລີ່ມມາຈາກຂົວ ຮ່ຽນເລືອງ, ຂົວຕໍ່ສະແດງຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ຈິດໃຈຜູກພັນລະຫວ່າງ ອະດີດ ກັບ ອະນາຄົດ ໃນການເດີນທາງຂອງຜູ້ຮັກຫອມສັນຕິພາບ.
ຍສໝ - ໃນຊຸມປີທີ່ຜ່ານມາ, ຄະນະກຳມະການສັນຕິພາບນະຄອນ ຫາຍຟ່ອງ ໄດ້ມີການປ່ຽນແປງໃໝ່ໃນການເຄື່ອນໄຫວຂອງຕົນ, ຍາດແຍ່ງເອົາຄວາມເຫັນດີເຫັນພ້ອມ ແລະ ການໜູນຊ່ວຍຂອງປະຊາຊົນບັນດາປະເທດຊາດກ່ຽວກັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຂອງປະຊາຊົນ ຫວຽດນາມ ເວົ້າລວມ ແລະ ນະຄອນ ຫາຍຟ່ອງ ເວົ້າສະເພາະ. ຜ່ານນັ້ນ, ກໍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດນະໂຍບາຍການຕ່າງປະເທດຫຼາຍຝ່າຍຂອງນະຄອນໃນຂະບວນວິວັດການເຊື່ອມໂຍງເຂົ້າກັບສາກົນ, ສະໜັບສະໜູນຂະບວນການສັນຕິພາບຢູ່ໃນໂລກ.
ຍສໝ - ວັນທີ 27 ພຶດສະພາ, ຢູ່ ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 10 ປີແຫ່ງວັນມູນເຊື້ອ (ທີ 27 ພຶດສະພາ 2014 – ທີ 27 ພຶດສະພາ 2024) ແລະ ຕ້ອນຮັບຫຼຽນໄຊປ້ອງກັນປະເທດຊາດຊັ້ນ 3.
ຍສໝ - ວັນທີ 19 ພຶດສະພານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ເເຫ່ງວັນເກີດຂອງປະທານ ໂຮ່ຈິມິນ (19/5/1890 – 19/05/2024), ຢູ່ມະຫາວິທະຍາໄລ Sejong - ໂຮງຮຽນທີ່ຕັ້ງຊື່ກະສັດຜູ້ຍິ່ງໃຫຍ່ຂອງ ສ.ເກົາຫຼີ - ໄດ້ດຳເນີນກອງປະຊຸມສຳມະນາສາກົນ ເພື່ອເຊື່ອມໂຍງບັນດາປັນຍາຊົນ, ນັກສຶກສາ ແລະ ປະຊາຊົນ ຫວຽດນາມ ທີ່ອາໄສ, ໄປເຮັດວຽກ, ສຶກສາ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.
ຍສໝ - ວັນທີ 30 ເມສານີ້, ບັດດາເຈົ້າໜ້າທີ່ຂັ້ນສູງປ້ອງກັນປະເທດ ລາວ ແລະ ກຳປູເຈຍ ໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບຕາມຊາຍແດນຂອງສອງປະເທດ, ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບ ແລະ ການພັດທະນາຂອງປະຊາຊົນ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະ ແລະ ເຮັດວຽກລະຫວ່າງການນຳຂອງກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຂອງກອງທຶນ Rosa Luxemburg (RLS) ໃນຕອນເຊົ້າວັນທີ 31 ຕຸລາ ຢູ່ ຮ່າໂນ້ຍ.
ຍສໝ - ຕາມທ່ານທູດພິເສດສຳນັກຂ່າວສານຫວຽດນາມແລ້ວ, ຕອນບ່າຍວັນທີ 20 ຕຸລາ, ທ່ານປະທານປະເທດ ຫວູວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບຄືນເມືອຮ່າໂນ້ຍ ໂດຍສຳເລັດຜົນເພື່ອເຂົ້າຮ່ວມເວທີປາໄສການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ເປັນຄັ້ງທີ 3 ແຕ່ວັນທີ 17-20 ຕຸລານີ້ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ທ່ານປະທານປະເທດ Xi Jinping.
ຍສໝ - ບັນດາໝາກຜົນສຳຄັນທີ່ບັນລຸໄດ້ທີ່ CEPPP 2023 ໄດ້ປະກອບສ່ວນຢັ້ງຢືນບົດບາດ, ກຽດສັກສີ, ທີ່ຕັ້ງ ແລະ ການປະກອບສ່ວນຂອງຫວຽດນາມ ໃນກົນໄກຮ່ວມມືຫຼາຍຝ່າຍກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ.