ການທູດເສດຖະກິດ ເປີດທາງເຂົ້າສູ່ຕ່ອງໂສ້ມູນຄ່າໂລກ

20:18 | 04/08/2026

ຍສໝ - ທ່ານ ຫງວຽນຊິງເຍິດເຕິນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນໜັກວ່າ ການທູດເສດຖະກິດຈຳເປັນຕ້ອງສືບຕໍ່ເປັນແຮງຂັບເຄື່ອນເພື່ອຮັບໃຊ້ການພັດທະນາປະເທດ, ພ້ອມທັງສະເໜີ 6 ທິດທາງສຳຄັນ ເພື່ອຍົກສູງປະສິດທິຜົນການເຊື່ອມໂຍງເສດຖະກິດສາກົນ, ເພີ່ມທະວີຂີດຄວາມສາມາດແຂ່ງຂັນ, ຄວາມສາມາດຕ້ານທານ ແລະ ຖານະບົດບາດຂອງເສດຖະກິດ ຫວຽດນາມ.

ຂະຫຍາຍຊ່ອງທາງການຈຳໜ່າຍສິນຄ້າສາກົນ ໃຫ້ແກ່ສິນຄ້າຫວຽດນາມ ຍົກອອກອຸປະສັກ ເພື່ອການພັດທະນາເສດຖະກິດ - ສັງຄົມ
ການທູດເສດຖະກິດ ເປີດທາງເຂົ້າສູ່ຕ່ອງໂສ້ມູນຄ່າໂລກ
ທ່ານ ຫງວຽນຊິງເຍິດເຕິນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ນຳສະເໜີບົດປາໄສຢູ່ທີ່ກອງປະຊຸມ. (ພາບ: ກວາງຮວ່າ)

ຕອນເຊົ້າວັນທີ 1 ສິງຫາ, ໃນພິທີເປີດກອງປະຊຸມການທູດຄັ້ງທີ 33, ທ່ານ ຫງວຽນຊິງເຍິດເຕິນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳສະເໜີບົດປາໄສ ຫົວຂໍ້ “ວຽກງານການທູດເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດສາກົນໃນໄລຍະຜ່ານມາ, ທິດທາງການຜັນຂະຫຍາຍໃນໄລຍະຕໍ່ໄປ”.

ຕາມທ່ານ ຫງວຽນຊິງເຍິດເຕິນ ແລ້ວ, ວຽກງານການທູດເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດສາກົນ ໄດ້ບັນລຸຜົນສຳເລັດສຳຄັນຫຼາຍຢ່າງໃນໄລຍະຜ່ານມາ. ເຄືອຂ່າຍການພົວພັນດ້ານເສດຖະກິດ ແລະ ການຄ້າສາກົນຂອງ ຫວຽດນາມ ສືບຕໍ່ຂະຫຍາຍ ແລະ ຍົກລະດັບຜ່ານການເຂົ້າຮ່ວມຢ່າງເລິກເຊິ່ງໃນກົນໄກການຮ່ວມມືສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ.

ປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຜັນຂະຫຍາຍ 17 ສັນຍາການຄ້າເສລີ (FTA), ພ້ອມທັງຫາກໍ່ສຳເລັດການເຈລະຈາ FTA ກັບກຸ່ມ EFTA, ສ້າງພື້ນທີ່ຕະຫຼາດອັນກວ້າງໃຫຍ່ ແລະ ກອບການຮ່ວມມືສຳຄັນ ເພື່ອຮັບໃຊ້ການພັດທະນາດ້ານເສດຖະກິດ-ການຄ້າ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ການທູດເສດຖະກິດ ນັບມື້ນັບຜູກພັນຢ່າງໃກ້ຊິດກັບກິດຈະກຳການຄ້າ, ການລົງທຶນ ແລະ ການສະໜັບສະໜູນວິສາຫະກິດ. ການປະສານງານລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ກັບກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ນັບມື້ນັບເປັນຮູບປະທຳ, ປະກອບສ່ວນສະໜອງຂໍ້ມູນຕະຫຼາດ, ເຊື່ອມຕໍ່ຄູ່ຮ່ວມມື, ສົ່ງເສີມການຄ້າ, ການລົງທຶນ ແລະ ຊ່ວຍເຫຼືອວິສາຫະກິດຂະຫຍາຍກິດຈະກຳໄປສູ່ສາກົນ.

ການເຊື່ອມໂຍງເສດຖະກິດສາກົນ ຍັງໄດ້ປະກອບສ່ວນຢ່າງຊັດເຈນຕໍ່ການເຕີບໂຕ ແລະ ຍົກສູງຖານະຂອງເສດຖະກິດ. ໃນໄລຍະ 2016-2025, ຍອດມູນຄ່າການສົ່ງອອກ ເພີ່ມຈາກ 176 ຕື້ໂດລາສະຫະລັດ ເປັນ 475 ຕື້ໂດລາສະຫະລັດ ຫຼື ເພີ່ມຂຶ້ນ 2,7 ເທົ່າ, ດ້ວຍອັດຕາເຕີບໂຕສະເລ່ຍ 11,7% ຕໍ່ປີ. ສະເພາະປີ 2025, ຍອດມູນຄ່າການນຳເຂົ້າ-ສົ່ງອອກ ບັນລຸ 930,05 ຕື້ໂດລາສະຫະລັດ, ນຳ ຫວຽດນາມ ເຂົ້າສູ່ກຸ່ມ 15 ເສດຖະກິດທີ່ມີຂະໜາດການຄ້າໃຫຍ່ທີ່ສຸດຂອງໂລກ.

ໃນ 7 ເດືອນຕົ້ນປີ 2026, ຍອດມູນຄ່າການນຳເຂົ້າ-ສົ່ງອອກ ຄາດວ່າບັນລຸ 659,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 28% ເມື່ອທຽບກັບໄລຍະດຽວກັນ; ຄາດວ່າຕະຫຼອດປີຈະເກີນ 1.000 ຕື້ໂດລາສະຫະລັດ. ຕາມທ່ານລັດຖະມົນຕີແລ້ວ, ຫວຽດນາມ ປັດຈຸບັນຢູ່ໃນກຸ່ມປະເທດທີ່ນຳໃຊ້ຜົນປະໂຫຍດຈາກ FTA ໄດ້ຢ່າງມີປະສິດທິຜົນທີ່ສຸດ, ໂດຍອັດຕາການນຳໃຊ້ສິດທິພິເສດດ້ານພາສີຂອງ FTA ຫຼາຍສະບັບ ບັນລຸ 30-50%.

ໂດຍປະເມີນວ່າ ສະພາບເສດຖະກິດໂລກໃນໄລຍະຕໍ່ໄປ ຈະສືບຕໍ່ມີຄວາມຜັນຜວນຢ່າງເລິກເຊິ່ງ, ຂະນະທີ່ຄວາມຕ້ອງການກ່ຽວກັບຄວາມສາມາດເພິ່ງພາຕົນເອງ, ຄວາມສາມາດຕ້ານທານ ແລະ ຄວາມສາມາດແຂ່ງຂັນຂອງເສດຖະກິດ ນັບມື້ນັບສູງຂຶ້ນ, ທ່ານ ຫງວຽນຊິງເຍິດເຕິນ ເຫັນວ່າ ວຽກງານການທູດເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດສາກົນ ຄວນສຸມໃສ່ 6 ທິດທາງສຳຄັນ.

ທີໜຶ່ງ, ສືບຕໍ່ປັບປຸງວຽກງານການທູດເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດສາກົນຢ່າງແຂງແຮງ ເພື່ອຮັບໃຊ້ການເຕີບໂຕ, ປະກອບສ່ວນໂດຍກົງໃນການຍົກສູງຜະລິດຕະພາບ, ຄຸນນະພາບການເຕີບໂຕ, ຄວາມສາມາດດ້ານເຕັກໂນໂລຊີ ແລະ ຖານະຂອງ ຫວຽດນາມ ໃນຕ່ອງໂສ້ມູນຄ່າໂລກ; ພ້ອມທັງນຳໃຊ້ FTA ໃຫ້ເກີດຜົນສູງສຸດ, ໂດຍສະເພາະ FTA ຮຸ່ນໃໝ່, ປ່ຽນຄຳໝັ້ນສັນຍາສາກົນໃຫ້ກາຍເປັນຂີດຄວາມສາມາດດ້ານການຜະລິດ, ເຕັກໂນໂລຊີ ແລະ ນະວັດຕະກຳພາຍໃນປະເທດ.

ທີສອງ, ຖືເອົາວິສາຫະກິດເປັນໃຈກາງຂອງວຽກງານການເຊື່ອມໂຍງ. ທຸກກິດຈະກຳການເຈລະຈາ, ການຜັນຂະຫຍາຍ FTA, ການສົ່ງເສີມການຄ້າ, ການດຶງດູດການລົງທຶນ ແລະ ການຮ່ວມມືວິທະຍາສາດ-ເຕັກໂນໂລຊີ ຕ້ອງເລີ່ມຈາກຄວາມຕ້ອງການຕົວຈິງຂອງວິສາຫະກິດ; ພ້ອມກັນນັ້ນ ສະໜັບສະໜູນວິສາຫະກິດໃຫ້ຫຼາກຫຼາຍຕະຫຼາດ, ຄູ່ຮ່ວມມື ແລະ ຕ່ອງໂສ້ສະໜອງ, ໂດຍໃນໄລຍະທັນທີ ແມ່ນຜັນຂະຫຍາຍໂຄງການ Go Global ໄລຍະ 2026-2030 ໃຫ້ມີປະສິດທິຜົນ.

ທີສາມ, ປັບປຸງກິດຈະກຳສົ່ງເສີມການຄ້າຢ່າງແຂງແຮງ ໂດຍຖືເອົາຜົນສຳເລັດຕົວຈິງເປັນມາດຖານວັດແທກ, ປະເມີນຜ່ານຈຳນວນສັນຍາ, ຄຳສັ່ງຊື້, ມູນຄ່າການຄ້າ ແລະ ສ່ວນແບ່ງຕະຫຼາດຕົວຈິງຂອງວິສາຫະກິດ ຫວຽດນາມ; ພ້ອມທັງເພີ່ມການປະສານງານລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ກັບກະຊວງການຕ່າງປະເທດ ໃນການຊີ້ນຳບັນດາຫ້ອງການການຄ້າ ແລະ ອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ໃຫ້ຕິດຕາມແຕ່ລະຕະຫຼາດ, ແຕ່ລະຂະແໜງສິນຄ້າ ແລະ ໂອກາດທຸລະກິດ ເພື່ອສະໜັບສະໜູນວິສາຫະກິດໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ທີສີ່, ພັດທະນາລະບົບນິເວດດ້ານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ດ້ານເສດຖະກິດ ແລະ ວິທະຍາສາດ-ເຕັກໂນໂລຊີ ເພື່ອດຶງດູດອົງຄວາມຮູ້, ເຕັກໂນໂລຊີ, ບຸກຄະລາກອນຄຸນນະພາບສູງ ແລະ ກະແສທຶນລົງທຶນຍຸດທະສາດ ເພື່ອຮັບໃຊ້ການພັດທະນາຂະແໜງ ແລະ ຂົງເຂດບຸລິມະສິດຂອງປະເທດ.

ທີຫ້າ, ສືບຕໍ່ປັບປຸງ ແລະ ຍົກສູງປະສິດທິຜົນການປະສານງານລະຫວ່າງຂະແໜງ ໂດຍຜູກພັນຢ່າງໃກ້ຊິດລະຫວ່າງຂົງເຂດການຕ່າງປະເທດ, ເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ການປ້ອງກັນຊາດ ແລະ ຄວາມສະຫງົບ, ໂດຍຖືເອົາການທູດເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດສາກົນ ເປັນໃຈກາງ ເພື່ອສ້າງແຮງຂັບເຄື່ອນໃຫ້ແກ່ການເຊື່ອມໂຍງໃນຂົງເຂດອື່ນໆ.

ທີຫົກ, ຍົກສູງຄວາມສາມາດໃນການບໍລິຫານປະເທດ ຕໍ່ຄວາມສ່ຽງທີ່ເກີດຈາກການເຊື່ອມໂຍງສາກົນ; ປະເມີນຜົນກະທົບລ່ວງໜ້າ, ເພີ່ມການຄຸ້ມຄອງຄວາມສ່ຽງດ້ານການຄ້າ, ການລົງທຶນ, ເຕັກໂນໂລຊີ, ພະລັງງານ ແລະ ຕ່ອງໂສ້ສະໜອງ, ຮັບປະກັນຄວາມສົມດຸນລະຫວ່າງການເຊື່ອມໂຍງຢ່າງເລິກເຊິ່ງ ກັບການຮັກສາເອກະລາດ, ຄວາມສາມາດເພິ່ງພາຕົນເອງ ແລະ ຜົນປະໂຫຍດຂອງຊາດ.

ທ່ານ ຫງວຽນຊິງເຍິດເຕິນ ເນັ້ນໜັກວ່າ ໃນສະພາບທີ່ເສດຖະກິດໂລກປ່ຽນແປງຢ່າງວ່ອງໄວ ແລະ ເລິກເຊິ່ງ, ຫວຽດນາມ ຈຳເປັນຕ້ອງລິເລີ່ມພັດທະນາພະລັງພາຍໃນ, ນຳໃຊ້ພະລັງຈາກພາຍນອກໃຫ້ເກີດຜົນສູງສຸດ, ຍົກສູງຄວາມສາມາດໃນການປັບຕົວ ແລະ ຄ່ອຍໆຢືນຢັນບົດບາດ ແລະ ຖານະໃນເສດຖະກິດໂລກ.

ຕາມທ່ານແລ້ວ, ການທູດເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດສາກົນ ຈຳເປັນຕ້ອງຜັນຂະຫຍາຍດ້ວຍແນວຄິດທີ່ລິເລີ່ມ ແລະ ເປັນຮູບປະທຳຫຼາຍຂຶ້ນ, ບໍ່ພຽງແຕ່ຂະຫຍາຍຕະຫຼາດ ແລະ ດຶງດູດແຫຼ່ງຊັບພະຍາກອນ ເທົ່ານັ້ນ, ແຕ່ຍັງປະກອບສ່ວນຍົກສູງຄວາມສາມາດເພິ່ງພາຕົນເອງ, ຄວາມສາມາດຕ້ານທານ ແລະ ຄວາມສາມາດແຂ່ງຂັນຂອງເສດຖະກິດ.

ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ປະສານງານຢ່າງໃກ້ຊິດກັບກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ແລະ ຊຸມຊົນວິສາຫະກິດ ເພື່ອໃຫ້ການທູດເສດຖະກິດ ກາຍເປັນແຮງຂັບເຄື່ອນສຳຄັນ ໃນການຮັບໃຊ້ການພັດທະນາປະເທດຢ່າງແທ້ຈິງ.

ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026 ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ນະຄອນຫຼວງ Brasília, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດຕັ້ງກອງປະຊຸມໂຕະມົນ “ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026” ພາຍໃຕ້ຮູບແບບການພົບປະໂດຍກົງ ປະສົມປະສານກັບທາງອອນລາຍ, ແນໃສ່ອັບເດດສະພາບການຮ່ວມມືດ້ານເສດຖະກິດທະວິພາຄີ, ແລກປ່ຽນກ່ຽວກັບກາລະໂອກາດທາງດ້ານຕະຫຼາດ, ໃນຂະນະດຽວກັນກໍປຶກສາຫາລືກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ທິດທາງຊຸກຍູ້ການຮ່ວມມືພາຍໃນໄລຍະເວລາຕໍ່ໜ້າ.
ຫວຽດນາມ - ປາຣາກວາຍ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ກະສິກຳ ຫວຽດນາມ - ປາຣາກວາຍ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ກະສິກຳ
ຍສໝ - ດ້ວຍມູນຄ່າການຄ້າສອງຝ່າຍບັນລຸໄດ້ປະມານ 93 ລ້ານໂດລາສະຫະລັດ ໃນປີ 2025, ຫວຽດນາມ ແລະ ປາຣາກວາຍ ພວມຢືນຢູ່ຕໍ່ໜ້າກໂອກາດອັນຫຼາກຫຼາຍ ໃນການເປີດກວ້າງການຮ່ວມມື ພາຍໃນຂົງເຂດການຄ້າ, ການລົງທຶນ ແລະ ກະສິກຳ. ການຊ່ວຍໜູນເຊິ່ງກັນແລະກັນ ລະຫວ່າງ ສອງພື້ນຖານເສດຖະກິດ ພ້ອມກັບຄວາມພະຍາຍາມຊຸກຍູ້ການເຊື່ອມຕໍ່ລະຫວ່າງວິສາຫະກິດ ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງທ່າແຮງຊຸກດັນ ໃຫ້ນຳພາສາຍພົວພັນທາງດ້ານເສດຖະກິດສອງຝ່າຍ ຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າ ໃນໄລຍະຈະມາເຖິງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ