ຍົກອອກອຸປະສັກ ເພື່ອການພັດທະນາເສດຖະກິດ - ສັງຄົມ

12:44 | 31/07/2026

ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ ຮ່າໂນ້ຍ, ສະພາສັນຕິພາບ ແລະ ການພັດທະນາ ຫວຽດນາມ ໄດ້ປະສານງານກັບ ສະຖາບັນຄົ້ນຄວ້າຍຸດທະສາດເສດຖະກິດ ຈັດກອງປະຊຸມສຳມະນາ ເພື່ອຈຳແນກບັນດາຈຸດຄັບຄ້ອງໃນການພັດທະນາເສດຖະກິດ - ສັງຄົມ, ພ້ອມທັງສະເໜີບາງແນວທາງແກ້ໄຂ ແລະ ທິດທາງການພັດທະນາໃຫ້ແກ່ ຫວຽດນາມ ໃນຊຸມປີຂ້າງໜ້າ.

ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອການພັດທະນາປະເທດ ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງປັນຍາຊົນ ແລະ ນັກວິທະຍາສາດ

ກອງປະຊຸມສຳມະນາ ມີຫົວຂໍ້ “ບັນດາແນວທາງແກ້ໄຂເພື່ອຍົກອອກບັນດາຈຸດຄັບຄ້ອງໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນຊຸມປີຂ້າງໜ້າ, ປະກອບສ່ວນຜັນຂະຫຍາຍບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ພັກຄັ້ງທີ XIV ວາງອອກ”.

ກອງປະຊຸມສົນທະນາ ໄດ້ດຳເນີນໂດຍ ທ່ານ ໂດ່ນຊວນຮຶງ, ເອກອັກຄະລັດຖະທູດ, ຮອງປະທານສະພາສັນຕິພາບ ແລະ ການພັດທະນາ ຫວຽດນາມ, ຮ່ວມກັບ ທ່ານ ຮສ.ປອ. ເລໂບລິ້ງ, ປະທານສະຖາບັນຄົ້ນຄວ້າຍຸດທະສາດເສດຖະກິດ.

ຍົກອອກອຸປະສັກ ເພື່ອການພັດທະນາເສດຖະກິດ - ສັງຄົມ
ກອງປະຊຸມສຳມະນາ “ບັນດາແນວທາງແກ້ໄຂເພື່ອຍົກອອກບັນດາຈຸດຄັບຄ້ອງໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນຊຸມປີຂ້າງໜ້າ, ປະກອບສ່ວນຜັນຂະຫຍາຍບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ພັກຄັ້ງທີ XIV ວາງອອກ”. (ພາບ: ດິ່ງຮວ່າ)

ໂຄງການປະກອບດ້ວຍ 3 ບົດສະເໜີ ທີ່ເຂົ້າເຖິງບັນຫາຈາກຫຼາຍມຸມມອງ ລວມທັງດ້ານສະຖາບັນ, ກົດໝາຍ, ຮູບແບບການເຕີບໂຕ ແລະ ກິດຈະກຳຂອງຊຸມຊົນວິສາຫະກິດ.

ທ່ານ ປອ. ຫງວຽນກວັກຮວ່ານ, ຫົວໜ້າກົມວຽກງານການສ້າງກົດໝາຍ ສັງກັດກະຊວງຍຸຕິທຳ, ໄດ້ນຳສະເໜີບົດສະເໜີ ວ່າດ້ວຍການຈຳແນກບັນດາຈຸດຄັບຄ້ອງດ້ານສະຖາບັນ ແລະ ກົດໝາຍ, ຈາກນັ້ນສະເໜີບັນດາແນວທາງແກ້ໄຂ.

ໃນບົດສະເໜີ ກ່ຽວກັບບັນດາຈຸດຄັບຄ້ອງຂອງການພັດທະນາເສດຖະກິດ - ສັງຄົມ, ທ່ານ ປອ. ເລກວັກເຟືອງ, ສະຖາບັນຄົ້ນຄວ້າຍຸດທະສາດເສດຖະກິດ, ເຫັນວ່າ ບັນດາແຮງຂັບເຄື່ອນການເຕີບໂຕໃນໄລຍະສັ້ນ ກຳລັງປະສົບຄວາມຫຍຸ້ງຍາກໃນການສ້າງບາດກ້າວບຸກທະລຸ.

ຍົກອອກອຸປະສັກ ເພື່ອການພັດທະນາເສດຖະກິດ - ສັງຄົມ
ທ່ານ ປອ. ເລກວັກເຟືອງ, ສະຖາບັນຄົ້ນຄວ້າຍຸດທະສາດເສດຖະກິດ ແບ່ງປັນຄວາມເຫັນໃນກອງປະຊຸມສຳມະນາ. (ພາບ: ດິ່ງຮວ່າ)

ວິເຄາະຂົງເຂດການສົ່ງອອກ, ທ່ານ ກ່າວວ່າ ມູນຄ່າການສົ່ງອອກຂອງ ຫວຽດນາມ ຢູ່ໃນລະດັບສູງ, ຈັດອັນດັບທີ 20 ຂອງໂລກ, ແຕ່ມູນຄ່າເພີ່ມໃນສິນຄ້າສົ່ງອອກຍັງຕໍ່າ. ໃນກຸ່ມປະເທດ ASEAN-6, ຫວຽດນາມ ຢູ່ອັນດັບທີ 5, ເໜືອພຽງແຕ່ ອິນໂດເນເຊຍ ໃນດ້ານອັດຕາສ່ວນມູນຄ່າເພີ່ມໃນການສົ່ງອອກ.

ນອກຈາກນັ້ນ, ລະດັບການເພິ່ງພາການນຳເຂົ້າຂອງ ຫວຽດນາມ ສູງທີ່ສຸດໃນກຸ່ມ ASEAN-6 ເນື່ອງຈາກສິນຄ້າສົ່ງອອກສ່ວນໃຫຍ່ເປັນຜະລິດຕະພັນປະກອບ ແລະ ປຸງແຕ່ງ. ຮູບແບບການເຕີບໂຕຂອງການສົ່ງອອກທີ່ສູງ ແຕ່ມູນຄ່າເພີ່ມຕໍ່າ ຍັງແຝງໄວ້ດ້ວຍຄວາມສ່ຽງຫຼາຍປະການ ຕໍ່ຄວາມຜັນຜວນຈາກພາຍນອກ ເຊັ່ນ: ນະໂຍບາຍປົກປ້ອງການຄ້າ, ການຂາດຕອນຂອງຕ່ອງໂສ້ການສະໜອງ, ວິກິດການພູມລັດສາດ, ໄພພິບັດທຳມະຊາດ ແລະ ພະຍາດລະບາດ.

ຈາກສະພາບຕົວຈິງດັ່ງກ່າວ, ບົດສະເໜີໄດ້ສະແດງໃຫ້ເຫັນຄວາມຈຳເປັນໃນການສ້າງຮູບແບບການພັດທະນາໃໝ່ ໂດຍຖືເອົາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນໃຈກາງ; ຂະນະທີ່ການຫັນເປັນດິຈິຕອນ ແລະ ຂໍ້ມູນ ຈະກາຍເປັນໂຄງສ້າງພື້ນຖານ. ນີ້ບໍ່ແມ່ນພຽງແຕ່ວິທີແກ້ໄຂສຳລັບຂະແໜງໃດໜຶ່ງ ຫຼື ຂົງເຂດໃດໜຶ່ງເທົ່ານັ້ນ, ແຕ່ຄວນຖືກພິຈາລະນາໃນພາບລວມຂອງຂະບວນການປັບປ່ຽນຮູບແບບການເຕີບໂຕ ແລະ ຍົກສູງຄວາມສາມາດຮັບມືຂອງເສດຖະກິດ.

ຕາມ ທ່ານ ປອ. ເລກວັກເຟືອງ ແລ້ວ, ຈຳເປັນຕ້ອງສ້າງລະບົບນິເວດນະວັດຕະກຳ ທີ່ມີການເຊື່ອມໂຍງລະຫວ່າງໂຄງສ້າງພື້ນຖານ, ການເງິນ, ຂໍ້ມູນ, ມາດຕະຖານ ແລະ ຕະຫຼາດ; ໃນນັ້ນ ວິສາຫະກິດ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ແມ່ນບັນດາກຳລັງຫຼັກ.

ບົດບາດຂອງລັດ ກໍຄວນໄດ້ຮັບການເສີມຂະຫຍາຍ ຜ່ານກົນໄກການແບ່ງປັນຄວາມສ່ຽງກັບວິສາຫະກິດ ເຊັ່ນ: ການສະໜັບສະໜູນທຶນເລີ່ມຕົ້ນ, ການຮ່ວມລົງທຶນລະຫວ່າງພາກລັດ ແລະ ພາກເອກະຊົນ, ການບໍລິຫານຄວາມສ່ຽງໃນການລົງທຶນພາກລັດ ແລະ ການຄ້ຳປະກັນຄວາມສ່ຽງ.

ອີກແນວທາງໜຶ່ງທີ່ຖືກສະເໜີ ແມ່ນການສ້າງກອບກົດໝາຍທີ່ສອດຄ່ອງ ສຳລັບການຄຸ້ມຄອງຂໍ້ມູນແຫ່ງຊາດ ຄອບຄຸມທຸກຂັ້ນຕອນ ຕັ້ງແຕ່ການເກັບກຳ, ການມາດຕະຖານ, ການເຊື່ອມໂຍງ, ການແບ່ງປັນ, ການກຳນົດມູນຄ່າ, ການນຳໃຊ້ ຈົນເຖິງການຄວບຄຸມຂໍ້ມູນ. ຄຽງຄູ່ກັນນັ້ນ, ຄວນຊຸກຍູ້ການນຳໃຊ້ປັນຍາປະດິດ ໃນອຸດສາຫະກຳ, ກະສິກຳ, ການເງິນ, ການສຶກສາ, ສາທາລະນະສຸກ, logistics, ການຄ້າອອນໄລນ໌ ແລະ ການບໍລິຫານພາກລັດ.

ບົດສະເໜີ ຍັງໄດ້ກ່າວເຖິງຄວາມຈຳເປັນ ທີ່ຈະສືບຕໍ່ປັບປຸງສະພາບແວດລ້ອມທາງທຸລະກິດ, ສ້າງເງື່ອນໄຂໃຫ້ວິສາຫະກິດວິທະຍາສາດ - ເຕັກໂນໂລຊີ ພັດທະນາ; ພ້ອມກັນນັ້ນ ອອກແບບນະໂຍບາຍການເງິນພາກລັດ ໂດຍຄັດເລືອກບາງຂະແໜງ ແລະ ບາງຂົງເຂດສຳຄັນ ທີ່ສາມາດສ້າງຜົນກະທົບແຜ່ກະຈາຍດ້ານເຕັກໂນໂລຊີ ແລະ ຍົກສູງສະຖານະຂອງ ຫວຽດນາມ ໃນຕ່ອງໂສ້ມູນຄ່າລະດັບໂລກ.

ຍົກອອກອຸປະສັກ ເພື່ອການພັດທະນາເສດຖະກິດ - ສັງຄົມ
ບັນດາຜູ້ແທນ ຮ່ວມຖ່າຍຮູບເປັນທີ່ລະນຶກ. (ພາບ: ດິ່ງຮວ່າ)

ຈາກມຸມມອງຂອງຊຸມຊົນວິສາຫະກິດ, ທ່ານ ປອ. ດ່າວແອັງຕວນ, ຮອງເລຂາທິການໃຫຍ່ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໄດ້ນຳສະເໜີກ່ຽວກັບບັນດາຈຸດຄັບຄ້ອງດ້ານສະຖາບັນ, ຜົນກະທົບຕໍ່ກິດຈະກຳການຜະລິດ ແລະ ທຸລະກິດ, ພ້ອມທັງສະເໜີບັນດາແນວທາງແກ້ໄຂ.

ໃນຂອບເຂດຂອງກອງປະຊຸມສຳມະນາ, ບັນດາຜູ້ແທນ ແລະ ຜູ້ຊ່ຽວຊານ ໄດ້ແລກປ່ຽນ ແລະ ສະແດງຄວາມຄິດເຫັນ ເພື່ອເຮັດໃຫ້ບັນດາຂໍ້ສະເໜີດ້ານນະໂຍບາຍມີຄວາມຊັດເຈນຍິ່ງຂຶ້ນ ແລະ ກຳນົດບັນດາແນວທາງແກ້ໄຂທີ່ຄວນໃຫ້ຄວາມສຳຄັນໃນໄລຍະຕໍ່ໄປ.

ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານໃຫຍ່ກະຊວງປ້ອງກັນຊາດ, ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະບານ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird, ເອກອັກຄະລັດຖະທູດອົດສະຕຣາລີປະຈຳຫວຽດນາມ.
ຫວຽດນາມ - ບູຣຸນດີ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບູຣຸນດີ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານໃຫຍ່ຄະນະພັກກາງ, ທ່ານ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ປະຈຳຄະນະເລຂາທິການກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງພັກສະພາແຫ່ງຊາດເພື່ອປົກປ້ອງປະຊາທິປະໄຕ - ກອງກຳລັງປົກປ້ອງປະຊາທິປະໄຕ (CNDD-FDD) ຂອງ ບູຣຸນດີ ນຳໂດຍ ທ່ານ Révérien Ndikuriyo, ເລຂາທິການໃຫຍ່, ເນື່ອງໃນໂອກາດເດີນທາງຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27-31 ກໍລະກົດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ