ນຳພາ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງ

20:25 | 03/08/2026

ຍສໝ - ໃນນາມຄະນະບໍລິຫານງານສູນກາງພັກ, ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ລົງນາມປະກາດໃຊ້ມະຕິຂອງກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ວ່າດ້ວຍການກໍ່ສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດທະເລທີ່ເຂັ້ມແຂງ (ມະຕິເລກທີ 20-NQ/TW ລົງວັນທີ 28 ກໍລະກົດ 2026).

ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I ເຊື່ອມໂຍງເຍົາວະຊົນ ຫວຽດນາມ ຢູ່ຕ່າງປະເທດ ກັບທະເລ, ໝູເກາະ ບ້ານເກີດເມືອງນອນ

ມະຕິເລກທີ 20-NQ/TW (ມະຕິ) ລະບຸຢ່າງຊັດເຈນວ່າ ສະພາບການສາກົນ ແລະ ພາຍໃນປະເທດ ພ້ອມກັບບົດບາດ ແລະ ທີ່ຕັ້ງອັນສຳຄັນພິເສດຂອງທະເລ ແລະ ມະຫາສະໝຸດ ໄດ້ວາງຂໍ້ກຳນົດໃຫ້ຕ້ອງສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດທະເລທີ່ເຂັ້ມແຂງ. ມະຕິຢືນຢັນວ່າ ທະເລ ແລະ ໝູ່ເກາະ ຫວຽດນາມ ຜູກພັນຢ່າງແຍກບໍ່ອອກກັບອະທິປະໄຕ, ພື້ນທີ່ດຳລົງຊີວິດ ແລະ ພື້ນທີ່ການພັດທະນາຂອງປະເທດ; ການສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ເປັນປະເທດທະເລທີ່ເຂັ້ມແຂງ ແມ່ນຍຸດທະສາດການພັດທະນາປະເທດໃນໄລຍະຍາວ ທີ່ຜູກພັນຢ່າງແໜ້ນແຟ້ນກັບພາລະກິດການກໍ່ສ້າງ ແລະ ປົກປ້ອງປະເທດຊາດ. ນີ້ແມ່ນໜ້າທີ່ຍຸດທະສາດຂອງພັກທັງໝົດ, ປະຊາຊົນທັງໝົດ, ກອງທັບທັງໝົດ ແລະ ລະບົບການເມືອງທັງໝົດ.

ຕາມມະຕິ, ເປົ້າໝາຍຮອດປີ 2030 ແມ່ນສ້າງລະບົບການຄຸ້ມຄອງທະເລແຫ່ງຊາດທີ່ທັນສະໄໝ, ເປັນເອກະພາບ ແລະ ປະສານສອດຄ່ອງ. ເສດຖະກິດທະເລພັດທະນາຢ່າງທັນສະໄໝ ແລະ ມີຄວາມສາມາດແຂ່ງຂັນສູງ. ຍອດຜະລິດຕະພັນພາຍໃນພາກພື້ນ (GRDP) ຂອງບັນດາແຂວງ ແລະ ນະຄອນຕາມແຄມທະເລ ປະກອບສ່ວນຫຼາຍກວ່າ 70% ຂອງ GDP ທົ່ວປະເທດ. ລາຍຮັບສະເລ່ຍຕໍ່ຫົວຄົນຂອງບັນດາແຂວງ ແລະ ນະຄອນແຄມທະເລ ສູງກວ່າລະດັບສະເລ່ຍຂອງປະເທດ 1,2-1,3 ເທົ່າ. ອັດຕາເຕີບໂຕ GRDP ສະເລ່ຍຂອງບັນດາທ້ອງຖິ່ນແຄມທະເລ ບັນລຸຫຼາຍກວ່າ 11% ຕໍ່ປີ. ສ້າງຕັ້ງ 3 ເຂດເສດຖະກິດພິເສດ. ດັດຊະນີການພັດທະນາມະນຸດ (HDI) ສູງກວ່າລະດັບສະເລ່ຍຂອງປະເທດ. ວິໄສທັດຮອດປີ 2045 ແມ່ນໃຫ້ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງ, ຮັ່ງມີຈາກທະເລ ແລະ ພັດທະນາຢ່າງຍືນຍົງບົນພື້ນຖານຂອງທະເລ; ມີລະບົບການຄຸ້ມຄອງທະເລທີ່ທັນສະໄໝ ພ້ອມວິທະຍາສາດ-ເຕັກໂນໂລຊີທາງທະເລທີ່ກ້າວໜ້າ.

ນຳພາ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງ
ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ກ່າວຄຳຊີ້ນຳໃນກອງປະຊຸມແຫ່ງຊາດເພື່ອຄົ້ນຄວ້າ, ຮ່ຳຮຽນ, ເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. (ພາບ: ເຈິ່ນຫາຍ)

ເພື່ອບັນລຸບັນດາເປົ້າໝາຍທີ່ວາງໄວ້ຢ່າງສຳເລັດຜົນ, ມະຕິໄດ້ກຳນົດ 9 ກຸ່ມໜ້າທີ່ ແລະ ມາດຕະການສຳຄັນ. ມະຕິເນັ້ນໜັກເຖິງການເສີມສ້າງການນຳພາຂອງພັກ, ປັບປ່ຽນແນວຄິດ, ວິໄສທັດ ແລະ ການຮັບຮູ້ກ່ຽວກັບການພັດທະນາ ຫວຽດນາມ ໃຫ້ເປັນປະເທດທະເລທີ່ເຂັ້ມແຂງ; ຍົກສູງປະສິດທິຜົນວຽກງານໂຄສະນາ ແລະ ຂໍ້ມູນຂ່າວສານຕ່າງປະເທດກ່ຽວກັບທະເລ ແລະ ໝູ່ເກາະ. ປ່ຽນຈາກແນວຄິດທີ່ສຸມໃສ່ພຽງການຂຸດຄົ້ນຊັບພະຍາກອນ ແລະ ພັດທະນາເສດຖະກິດທະເລ ມາເປັນການພັດທະນາພື້ນທີ່ທະເລແຫ່ງຊາດຢ່າງຮອບດ້ານ; ຈາກການຄຸ້ມຄອງຕາມຂະແໜງການ ສູ່ຮູບແບບການບໍລິຫານທັນສະໄໝ, ບູລະນາການ ແລະ ເປັນເອກະພາບ ບົນພື້ນຖານຂໍ້ມູນດິຈິຕອນ ແລະ ການວາງຜັງພື້ນທີ່ທະເລ. ພ້ອມທັງຮີບຮ້ອນທົບທວນ ແລະ ປັບປຸງລະບົບກົດໝາຍກ່ຽວກັບທະເລ, ໝູ່ເກາະ ແລະ ຂົງເຂດທີ່ກ່ຽວຂ້ອງ.

ມະຕິຍັງກຳນົດໃຫ້ປັບປຸງກົນໄກໃນການລະດົມ, ຈັດສັນ ແລະ ນຳໃຊ້ແຫຼ່ງທຶນຢ່າງມີປະສິດທິຜົນ ເພື່ອການພັດທະນາປະເທດທະເລທີ່ເຂັ້ມແຂງ. ສ້າງຕັ້ງກຸ່ມບໍລິສັດ ແລະ ວິສາຫະກິດຂອງລັດ ແລະ ເອກະຊົນຂະໜາດໃຫຍ່ ທີ່ມີຄວາມສາມາດແຂ່ງຂັນໃນລະດັບສາກົນ ໃນບັນດາຂົງເຂດສຳຄັນທາງທະເລ. ເພີ່ມທະວີການລົງທຶນສຳລັບການຄົ້ນຄວ້າ, ພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳດ້ານທະເລ. ສ້າງບາດກ້າວໃນການພັດທະນາບັນດາຂະແໜງເສດຖະກິດທະເລທີ່ທັນສະໄໝ, ສີຂຽວ, ສະຫຼາດ ແລະ ຂົງເຂດທະເລໃໝ່ໆ; ພັດທະນາລະບົບນິເວດເສດຖະກິດທະເລທີ່ທັນສະໄໝ.

ພັດທະນາໂຄງລ່າງພື້ນຖານທາງທະເລຢ່າງສອດຄ່ອງ, ຂະຫຍາຍພື້ນທີ່ການພັດທະນາຂອງປະເທດ, ສ້າງຕັ້ງສູນກາງເສດຖະກິດທະເລທີ່ເຂັ້ມແຂງໃນລະດັບຊາດ ແລະ ພາກພື້ນ. ສ້າງເຂດເຕີບໂຕ, ແລວພັດທະນາ ແລະ ເຂດແຮງຂັບເຄື່ອນທີ່ມີຄວາມສາມາດແຂ່ງຂັນສູງ ເຊື່ອມໂຍງຢ່າງໃກ້ຊິດກັບເຄືອຂ່າຍນະຄອນຂອງປະເທດ. ປົກປ້ອງຄວາມຫຼາກຫຼາຍທາງຊີວະນາໆພັນ, ລະບົບນິເວດທະເລ, ໝູ່ເກາະ ແລະ ເຂດຊາຍຝັ່ງ ຄວບຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງຍືນຍົງ ແລະ ພັດທະນາເສດຖະກິດທະເລສີຂຽວ. ຮັບມືຢ່າງຫ້າວຫັນກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ລະດັບນ້ຳທະເລສູງຂຶ້ນ; ຍົກສູງຄວາມສາມາດຮັບມື, ປ້ອງກັນໄພພິບັດ ແລະ ຫຼຸດຜ່ອນຄວາມສ່ຽງ.

ສ້າງວັດທະນະທຳທະເລ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ສົ່ງເສີມພະລັງຂອງຊຸມຊົນປະຊາຊົນເຂດທະເລ ໃນການກໍ່ສ້າງ ແລະ ປົກປ້ອງປະເທດ. ອະນຸລັກ, ບູລະນະ ແລະ ເສີມຂະຫຍາຍຄຸນຄ່າທາງວັດທະນະທຳ, ປະຫວັດສາດ ແລະ ມໍລະດົກທາງທະເລ ແລະ ໝູ່ເກາະ ຄວບຄູ່ກັບການສ້າງເອກະລັກວັດທະນະທຳທະເລ ຫວຽດນາມ. ເພີ່ມທະວີນະໂຍບາຍສະຫວັດດີການສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ, ໂດຍໃຫ້ຄວາມສຳຄັນເປັນພິເສດແກ່ເຂດໝູ່ເກາະຫ່າງໄກຝັ່ງ ແລະ ເຂດທຸກຍາກ. ຍົກສູງປະສິດທິຜົນການບູລະນາການສາກົນ, ວຽກງານການຕ່າງປະເທດ ແລະ ຂໍ້ມູນຂ່າວສານຕ່າງປະເທດກ່ຽວກັບທະເລ ແລະ ໝູ່ເກາະ. ຍຶດໝັ້ນຊຸກຍູ້ການແກ້ໄຂບັນຫາທີ່ເກີດຂຶ້ນໃນທະເລ ດ້ວຍມາດຕະການສັນຕິວິທີ ບົນພື້ນຖານຂອງກົດໝາຍສາກົນ.

ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ
ຍສໝ - ວັນທີ 18 ມິຖຸນາ, ພາຍໃດຂອບເຂດກອງປະຊຸມຄັ້ງທີ 36 ຂອງບັນດາປະເທດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ສະຫະປະຊາຊາດນະຄອນນິວຢອກ (ອາເມລິກາ), ຮອງສາດສະດາຈານ ປະລິນຍາເອກ ຫງວຽນທິລານແອງ, ຮອງຜູ້ນຳສະຖາບັນການຕ່າງປະເທດ ຫວຽດນາມ, ຜູ້ສະໝັກຮັບເລືອກຕັ້ງຂອງຫວຽດນາມ, ໄດ້ຮັບການເລືອກຕັ້ງເຂົ້າດຳລົງຕຳແໜ່ງເປັນຜູ້ພິພາກສາສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026–2035 ດ້ວຍຄະແນນສຽງສູງທີ່ສຸດພາຍໃດເຂດພາກພື້ນ ອາຊີ - ປາຊີຟິກ.
ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດຂົນສົ່ງທາງທະເລ ຊັ້ນນຳຂອງໂລກ ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດຂົນສົ່ງທາງທະເລ ຊັ້ນນຳຂອງໂລກ
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມ ຢາ ຕຸກ ມຸ່ງຫວັງວ່າ Maersk ຈະຮ່ວມເດີນທາງກັບ ຫວຽດນາມ ໃນຂະບວນການຫັນປ່ຽນເປັນສີຂຽວ, ພັດທະນາພະລັງງານສະອາດ ແລະ ສ້າງລະບົບໂລຈິສຕິກ (Logistics) ທີ່ຍືນຍົງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ