ຍສໝ - ໃນປີ 2025, ເຖິງວ່າສະພາບການໂລກມີຄວາມຜັນຜວນ, ການຟື້ນຕົວທາງເສດຖະກິດທີ່ຊ້າ, ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ຮ້າຍແຮງຂຶ້ນເລື້ອຍໆ, ຂະແໜງກະສິກຳ ແລະ ສິ່ງແວດລ້ອມຂອງຫວຽດນາມຈະສືບຕໍ່ຢືນຢັນບົດບາດຂອງຕົນເປັນເສົາຄ້ຳຂອງເສດຖະກິດ, ປະກອບສ່ວນເຂົ້າໃນສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ຮັບປະກັນສະຫວັດດີການສັງຄົມ.
ຍສໝ - ນະຄອນຫາຍຟ່ອງ ໄດ້ບັນລຸເປົ້າໝາຍໃນການອອກໃບອະນຸຍາດຫາປາໃຫ້ແກ່ເຮືອຫາປາທີ່ມີສິດໄດ້ຮັບໃບອະນຸຍາດ 100%, ແລະ ເຮືອຫາປານອກຝັ່ງທະເລ 100% ໄດ້ຕິດຕັ້ງລະບົບຕິດຕາມກວດກາເຮືອ (VMS), ເຊິ່ງສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາທີ່ເຂັ້ມແຂງໃນການຕໍ່ສູ້ກັບການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU).
ຍສໝ - ອີງຕາມພະແນກກະສິກຳ ແລະ ສິ່ງແວດລ້ອມນະຄອນ ໂຮ່ຈິມິນ, ນະຄອນດັ່ງກ່າວຍັງສືບຕໍ່ປະຕິບັດມາດຕະການທີ່ຄົບຖ້ວນ ແລະ ເດັດຂາດເພື່ອຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU). ຜ່ານັ້ນ, ນະຄອນທີ່ບັນລຸໄດ້ຜົນໄດ້ຮັບທີ່ສຳຄັນ, ແຕ່ສິ່ງນີ້ຍັງໄດ້ນຳສະເໜີສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂໃນອະນາຄົດ.
ຍສໝ - ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ວົງເງິນສົ່ງອອກຜະລິດຕະພັນກະເສດ, ປ່າໄມ້ ແລະ ການປະມົງ ໃນເດືອນຕຸລາ 2025 ບັນລຸ 5,96 ຕື້ USD, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ເດືອນຕຸລາ 2024; ເຮັດໃຫ້ຍອດມູນຄ່າການສົ່ງອອກວົງເງີນກະສິກຳ, ປ່າໄມ້ ແລະ ການປະມົງໃນ 10 ເດືອນບັນລຸ 58,13 ຕື້ USD, ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຍສໝ - ຢູ່ເມືອງເຊໂປນ, ເປັນເມືອງພູດອຍຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ, ທາງພາກກາງຂອງລາວ, ການປະກົດຕົວຂອງບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ພື້ນຖານເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນຂະບວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳ ແລະ ພັດທະນາກະສິກຳແບບຍືນຍົງ.
ຍສໝ - ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ສະເໜີໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນໃນທົ່ວປະເທດ ເພີ່ມທະວີການຜະລິດພືດ ແລະ ເຄື່ອງປ່າຂອງດົງ ເພື່ອຍົກສູງປະລິມານການສົ່ງອອກ ແລະ ຫຼຸດຜ່ອນປະລິມານການນຳເຂົ້າ.
ຍສໝ - ຈາກລົດບັນທຸກແນວພັນປາຂ້າມພູໄປສູ່ທົ່ງນາສີຂຽວອຸ່ມທຸ່ມ, ແຂວງບັກຢາງ ໄດ້ ແລະ ພວມປະກອບສ່ວນຊ່ວຍປະຊາຊົນແຂວງໄຊສົມບູນ (ລາວ) ພັດທະນາເສດຖະກິດກະສິກຳ, ສ້າງພື້ນຖານການຫາລ້ຽງຊີບແບບຍາວນານຢ່າງໝັ້ນຄົງ.
ຍສໝ - ຫວ່າງແລ້ວນີ້, ເນື່ອງໃນໂອກາດການຢ້ຽມຢາມກຳປູເຈຍ ຂອງທ່ານປະທານສະພາແຫ່ງຊາດ ເວືອງດຶງເຫ້ວ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມີິງຮວານ ໄດ້ມີການພົບປະກັບທ່ານ Dith Tina, ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ກຳປູເຈຍ.
ໃນຊຸມປີມໍ່ໆມານີ້, ກະສິກຳສົມທົບກັບການທ່ອງທ່ຽວແບບລົງຕົວຈິງໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃຫ້ຫລາຍຫົວຫນ່ວຍ, ຊາວກະສິກອນຢູ່ບໍລິເວນແຂວງ ເຊີນລາ. ການເຂົ້າຮ່ວມໂດຍກົງຂອງຊາວກະສິກອນໄດ້ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວເປັນຫລາຍຮູບແບບ, ຊ່ວຍແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງຊາວທ້ອງຖິ່ນ ພ້ອມທັງນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ຊາວກະສິກອນ.
ຍສໝ - Agritechnica Asia Live 2022 ຈະດຳເນີນບັນດາການເຄື່ອນໄຫວຕົ້ນຕໍລວມມີ: ສະແດງຮູບແບບປະຕິບັດການຜະລິດ, ເຕັກໂນໂລຢີ ແລະກົນຈັກກະສິກຳໃນທົ່ງນາ; ວາງສະແດງ ແລະງານວາງສະແດງເຕັກໂນໂລຢີ, ເຄື່ອງຈັກ ແລະມາດຕະການປະດິດຄິດສ້າງ, ຍືນຍົງໃນບັນດາຂົງເຂດ ຄື: ປູກຝັງ, ລ້ຽງສັດ, ປູກລ້ຽງສິນໃນນ້ຳ...
ຍສໝ - FAO ພ້ອມແລ້ວທີ່ຈະໜູນຊ່ວຍກວາງນາມ ໃນການສ້າງກະສິກຳສະຫຼາດ, ຫັນຂະແໜງກະສິກຳເປັນດີຈີຕອນ, ໜູນຊ່ວຍຊີວິດການເປັນຢູ່ຂອງປະຊາຊົນເຂດຄຸ້ມຄອງອະນຸລັກຫຼາຍຮູບຫຼາຍແບບຊີວະສາດ ແລະ ຊ່ວຍປະຊາຊົນເຂດພູດອຍ ໃນການສ້າງຮູບແບບເສດຖະກິດທີ່ເໝາະສົມ ເພື່ອຫຼຸດຜ່ອນຄວາມທຸກຍາກ.
ຍສໝ - ພາຍຫຼັງ 10 ປີແຫ່ງການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ສະຫະກອນໃນປີ 2012, ບັນດາສະຫະກອນກະສິກຳແບບໃໝ່ ໄດ້ຮັບການທະວີຄູນຢ່າງມີປະສິດທິຜົນ, ຈຳນວນສະຫະກອນ ແລະ ຟາມກະສິກຳສືບຕໍ່ເພີ່ມຂຶ້ນ, ຄ່ອຍໆປັບຕົວເຂົ້າກັບກົນໄກຕະຫຼາດ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລມີງຮວານ, ທ່ານ ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈຳ ຫວຽດນາມ Gennady Stepanovich Bezdetko (ສຈ. Bezdetko) ໃຫ້ຮູ້ວ່າ ການຮ່ວມມື ລະຫວ່າງສະຫະພັນຣັດເຊຍກັບຫວຽດນາມແມ່ນມີຄວາມຫຼາກຫຼາຍ, ກະສິກຳພວມໄດ້ຮັບຄວາມສົນໃຈຫຼາຍຈາກທັງສອງຝ່າຍ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິນຮ່ວານ ໄດ້ມີການພົບປະກັບ ແລະ ເຮັດວຽກກັບ ທ່ານ David Clarinval - ລັດຖະມົນຕີກະຊວງສະຫະພາບແບນຊິກ ກ່ຽວກັບຄົນຊັ້ນກາງ, ຜູ້ປະກອບອາຊີບເສລີ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ກະສິກໍາ ເພື່ອແລກປ່ຽນປຶກສາຫາລືການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ...
ລັດຖະບານ ອິນເດຍ ໄດ້ມອບອຸປະກອນຫ້ອງທົດລອງວິໄຈດິນ ແລະ ຝຸ່ນ ພາຍໃຕ້ໂຄງ ການເຫັນຜົນໄວ ໃນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃຫ້ແກ່ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ, ກະຊວງກະສິກໍາ ແລະ ປ່າໄມ້ 22 ລາຍການ, ໂດຍມີມູນຄ່າ 50.000 ໂດລາສະຫະລັດ.
ປັດຈຸບັນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະປ່າໄມ້ ໃນຂອບເຂດທົ່ວປະເທດລາວ ແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4,2 ຕື້ໂດລາ
ຍສໝ -ຕາມນັ້ນນັກສຶກສາລາວ ແລະ ນັກຄົ້ນຄວ້າລາວ ຈຳນວນຫຼາຍກ່ວາ 20 ຄົນມ ໄດ້ປະຕິບັດການສຶກສາຕົວຈິງຢູ່ສະຫະກອນຜັກສະອາດ, ເມືອງອ່ຽນຢູ້ງ, ແຂວງບັກຢາງ ເພື່ອແນະນຳດ້ານເຕັກນິກສຳລັບການປູກຕົ້ນໝາກແຕງ, ໝາກໂມ, ໝາກອະງຸ່ນສີຂຽວໃນເຮືອນແກ້ວ.
ຍສໝ - ແຕ່ວັນທີ 27 ພຶດສະພາ ຫາວັນທີ 4 ມິຖຸນາ 2020, ປະເທດລາວ ໄດ້ຈັດຕັ້ງງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ທີ່ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ.
ໃນວັນທີ 27 ມັງກອນ 2020, ເຈົ້າໜ້າທີ່ຈາກກະຊວງກະສິກໍາ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ລວມທັງພາກສ່ວນອື່ນໆທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນ ແລະ ລະດົມຄວາມຄິດຄວາມເຫັນ ເພື່ອກະກຽມໃສ່ກອງປະຊຸມລະດັບພາກພື້ນ ອາຊີປາຊີຟິກ ຄັ້ງທີ 35 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-20 ກຸມພານີ້ ທີ່ ບູຕານ.
ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 41 ກອງປະຊຸມລັດຖະ ມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ+3 ຄັ້ງທີ 19 ກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ+ອິນເດຍ ຄັ້ງທີ 6 ແລະ ກອງປະຊຸມທີ່ກ່ຽວຂ້ອງ ວັນທີ 14-18 ຕຸລາ 2019 ຢູ່ປະເທດບຣູໄນ.