| ດານັງ - ເຊກອງ ເພີ່ມທະວີການຮ່ວມມືພັດທະນາການເກສັດ ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch ໄດ້ຮັບຫຼຽນໄຊມິດຕະພາບ |
ໃນການພົບປະ, ທ່ານ Paul ເລ ໃຫ້ຮູ້ວ່າ Central Retail ພວມປະສານງານກະກຽມຈັດງານສັບປະດາສິນຄ້າຫວຽດນາມຢູ່ໄທ ຄັ້ງທີ 8, ຄາດວ່າຈະຈັດຂຶ້ນໃນກາງເດືອນກັນຍາ 2026 ທີ່ສູນການຄ້າ CentralWorld, ບາງກອກ.
ໃນຖານະເປັນກິດຈະກຳສົ່ງເສີມການຄ້າປະຈຳປີ, ງານສັບປະດາສິນຄ້າຫວຽດນາມຢູ່ໄທ ມີເປົ້າໝາຍແນະນຳພາບລັກ, ເຄື່ອງໝາຍການຄ້າ ແລະ ຄຸນນະພາບຜະລິດຕະພັນຫວຽດນາມໃຫ້ຜູ້ບໍລິໂພກໄທໄດ້ຮູ້ຈັກ. ພ້ອມກັນນັ້ນ, ກິດຈະກຳຍັງສ້າງໂອກາດໃຫ້ວິສາຫະກິດຫວຽດນາມເຂົ້າເຖິງຕະຫຼາດ, ຊອກຫາຄູ່ຮ່ວມມື ແລະ ຄ່ອຍໆ ຂະຫຍາຍເຄືອຂ່າຍຈຳໜ່າຍຢູ່ໄທ.
![]() |
| ທ່ານນາງ ຟານທິຖັງ ຮອງຣັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ທີສອງຈາກຂວາຫາຊ້າຍ) ຕ້ອນຮັບທ່ານ Paul ເລ, ຮອງປະທານຮັບຜິດຊອບວຽກງານສົ່ງເສີມການຄ້າ ແລະ ການສົ່ງອອກ ຂອງກຸ່ມບໍລິສັດ Central Retail (ທີສອງຈາກຊ້າຍຫາຂວາ). (ພາບ: tapchicongthuong.vn) |
ນອກຈາກກິດຈະກຳດັ່ງກ່າວ, Central Retail ຈະສືບຕໍ່ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ໃນການຈັດງານ Vietnam International Sourcing 2026 (VIS 2026), ເຊິ່ງມີກຳນົດຈັດຂຶ້ນແຕ່ວັນທີ 3-5 ກັນຍາ 2026 ທີ່ສູນງານມະຫາກຳ ແລະ ນິທັດສະການໄຊງ່ອນ (SECC), ນະຄອນໂຮ່ຈີມິນ.
ຜ່ານງານ VIS 2026, Central Retail ຄາດວ່າຈະເຂົ້າຮ່ວມບັນດາກິດຈະກຳເຊື່ອມໂຍງການຄ້າ ແລະ ຊອກຫາແຫຼ່ງສະໜອງສິນຄ້າ, ເພື່ອເປີດໂອກາດນຳຜະລິດຕະພັນຂອງວິສາຫະກິດຫວຽດນາມເຂົ້າສູ່ລະບົບຈຳໜ່າຍຂອງກຸ່ມບໍລິສັດ ແລະ ເຂົ້າເຖິງຕະຫຼາດສາກົນ.
ງານສັບປະດາສິນຄ້າຫວຽດນາມຢູ່ໄທ ແລະ VIS 2026 ແມ່ນສອງກິດຈະກຳສຳຄັນໃນຂອບການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ກັບ Central Retail. ທັງສອງກິດຈະກຳຖືກຄາດຫວັງວ່າຈະຊ່ວຍເພີ່ມທະວີການໂຄສະນາສິນຄ້າຫວຽດນາມ, ສະໜັບສະໜູນວິສາຫະກິດຂະຫຍາຍຕະຫຼາດສົ່ງອອກ ແລະ ເຊື່ອມໂຍງໂດຍກົງກັບບັນດາຜູ້ຈັດຊື້ສາກົນ.
ໃນໂອກາດນີ້, ທ່ານ Paul ເລ ຍັງໄດ້ແບ່ງປັນທິດທາງພັດທະນາຂອງ Central Retail ຢູ່ຫວຽດນາມ ພາຍໃຕ້ເປົ້າໝາຍ “ເພື່ອຫວຽດນາມທີ່ຮັ່ງມີຍິ່ງຂຶ້ນ”. ຕາມທິດທາງດັ່ງກ່າວ, ກຸ່ມບໍລິສັດຈະສືບຕໍ່ຂະຫຍາຍການລົງທຶນ, ພັດທະນາລະບົບສູນການຄ້າ ແລະ ຊຸບເປີມາເກັດທັນສະໄໝຢູ່ຫຼາຍທ້ອງຖິ່ນ.
ນອກຈາກປະກອບສ່ວນພັດທະນາໂຄງລ່າງພື້ນຖານດ້ານການຄ້າ ແລະ ສ້າງວຽກເຮັດງານທຳແລ້ວ, Central Retail ຍັງຈະສືບຕໍ່ຊ່ວຍເຫຼືອຊາວກະສິກອນ, ສະຫະກອນ ແລະ ວິສາຫະກິດຫວຽດນາມ ໃນການນຳຜະລິດຕະພັນເຂົ້າສູ່ລະບົບຈຳໜ່າຍ, ປະກອບສ່ວນຍົກສູງມູນຄ່າ ແລະ ຄວາມສາມາດແຂ່ງຂັນຂອງສິນຄ້າຫວຽດນາມທັງໃນຕະຫຼາດພາຍໃນ ແລະ ສາກົນ.
ທ່ານນາງ ຟານ ທິ ຖັງ ໄດ້ຕີລາຄາສູງການຮ່ວມມື ແລະ ບັນດາການປະກອບສ່ວນຂອງ Central Retail ໃນການປະສານງານກັບກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອດຳເນີນບັນດາໂຄງການສົ່ງເສີມການຄ້າ ແລະ ຊຸກຍູ້ການຈຳໜ່າຍສິນຄ້າຫວຽດນາມໃນໄລຍະຜ່ານມາ.
ທ່ານນາງຮອງລັດຖະມົນຕີສະເໜີໃຫ້ Central Retail ສືບຕໍ່ຄົ້ນຄວ້າ ແລະ ດຳເນີນບັນດາຂໍ້ລິເລີ່ມໃໝ່ໆ ເພື່ອເພີ່ມທະວີການໂຄສະນາ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແກ່ບັນດາກຸ່ມສິນຄ້າຫວຽດນາມທີ່ມີທ່າແຮງໃນຕະຫຼາດໂລກ.
ທ່ານນາງ ຟານ ທິ ຖັງ ຍັງສະແດງຄວາມເຊື່ອໝັ້ນວ່າ ກະຊວງອຸດສາຫະກຳ ແລະ ການຄ້າ ກັບ Central Retail ຈະສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອຈັດງານສັບປະດາສິນຄ້າຫວຽດນາມຢູ່ໄທ ຄັ້ງທີ 8 ແລະ VIS 2026 ໃຫ້ປະສົບຜົນສຳເລັດ. ຜ່ານນັ້ນ, ສອງຝ່າຍຈະປະກອບສ່ວນຊຸກຍູ້ການສົ່ງອອກ, ຍົກສູງຖານະຂອງສິນຄ້າຫວຽດນາມໃນຕະຫຼາດສາກົນ ແລະ ເສີມສ້າງການເຊື່ອມໂຍງດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືຕ່າງປະເທດ.
ຍສໝ - ຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ ໃນປັດຈຸບັນ ມີຊາວຫວຽດນາມຫຼາຍກວ່າ 350.000 ຄົນ ພວມດຳລົງຊີວິດ, ເຮັດວຽກ ແລະ ສຶກສາຮໍ່າຮຽນຢູ່ແຫ່ງນີ້, ພາຍໃນນັ້ນ ມີແມ່ຍິງຫວຽດນາມ (ເຈົ້າສາວຫວຽດ) ເກືອບ 100.000 ຄົນ ຢູ່ໃນບັນດາຄອບຄົວຫຼາຍວັດທະນະທຳ ແລະ ມີນັກສຶກສາຕ່າງປະເທດຫຼາຍກວ່າ 100.000 ຄົນ.
|
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມໃນຂໍ້ຕົກລົງສະບັບເລກທີ 1306/QĐ-TTg ອະນຸມັດຍຸດທະສາດວັດທະນະທຳຕ່າງປະເທດ ຮອດປີ 2030, ວິໄສທັດ ຮອດປີ 2045. ຍຸດທະສາດໄດ້ວາງເປົ້າໝາຍເສີມຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມ, ຍົກສູງກຳລັງແຮງອ່ອນ (Soft Power) ຂອງຊາດ, ເພີ່ມທະວີການໂຄສະນາພາບພົດປະເທດຊາດ, ຄົນຫວຽດນາມ ອອກສູ່ໂລກ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນທາງດ້ານວັດທະນະທຳ.
|
ມິງດຶກ
