ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 350 ຄົນຈາກປະເທດການາດາ ແລະ ສ.ເກົາຫຼີ ກັບບ້ານຢ່າງປອດໄພ

18:48 | 26/10/2020

ຍສໝ - ວັນທີ 23 - 24 ຕຸລາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາສຳນັກງານຕາງໜ້າຫວຽດນາມ ຢູ່ການາດາ ແລະ ສ.ເກົາຫຼີ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 350 ຄົນໄດ້ກັບຄືນປະເທດດ້ວຍຄວາມປອດໄພ.

ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 880 ຄົນຈາກຟີລິບປິນ, ສ.ເກົາຫຼີ, ສະຫະລັດອາເມລິກາ ແລະ ເອີຣົບກັບຄືນບ້ານຢ່າງປອດໄພ
ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 39,15 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 1.102.412 ຄົນ

ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງ ຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 350 ຄົນຈາກປະເທດການາດາ ແລະ ສ.ເກົາຫຼີ ກັບບ້ານຢ່າງປອດໄພ
ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 350 ຄົນຈາກປະເທດການາດາ ແລະ ເກົາຫຼີກັບບ້ານຢ່າງປອດໄພ. (ພາບ: TTXVN)

ເພື່ອຈັດຕັ້ງຖ້ຽວບິນດັ່ງກ່າວ ທີ່ໄດ້ວາງແຜນຢ່າງສຳເລັດຜົນ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາສຳນັກງານຕາງໜ້າຫວຽດນາມ ໄດ້ຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອສະໜັບສະໜູນຂັ້ນຕອນ ແລະ ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ ໃນການຍ້າຍໄປສະໜາມບິນທີ່ Vancouver, ການາດາ ແລະ ເຊອຸນ, ສ.ເກົາຫຼີ. ສະຖານທູດຫວຽດນາມ ໄດ້ສົ່ງພະນັກງານໂດຍກົງໄປຊ່ວຍພົນລະເມືອງ ຢູ່ສະໜາມບິນໃນຂັ້ນຕອນຂຶ້ນບິນ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເວີນໂດນ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ລາວ: ສຸມໃສ່ການຊຸກຍູ້ເສດຖະກິດໃນໄລຍະການລະບາດຂອງ Covid-19

ກອງປະຊຸມເປັນເອກະພາບ ຕໍ່ບັນດາທິ​ດທາງ ມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງ ເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະ ທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດ ໂຄວິດ-19 ​ໄດ້ພະຍາຍາມປັບປຸງ ສະພາບແວດລ້ອມຂອງການລົງທຶນ ໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດ ເປັນສິນຄ້າຕາມທ່າແຮງ ຂອງແຕ່ລະຂະແໜງການ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ, ມີການປັບປຸງ​ການຄຸ້ມຄອງ ແລະ ສົ່ງ​ເສີມການຜະລິດສິນຄ້າ​ ເພື່ອ​ຊົມ​ໃຊ້​ພາຍ​ໃນ ​ແລະ ສົ່ງອອກ ...

ລາວ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ

ລາວ ແລະ ຣັດເຊຍ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ.

ໜັງສືພິມເຢຍລະມັນ ຍ້ອງຍໍຊົມເຊີຍຮູບແບບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງຫວຽດນາມ

ຍສໝ - ບົດຂຽນກ່າວເຖິງການທົບທວນຄືນວ່າ ເຢຍລະມັນຕ້ອງການ ຖືຫວຽດນາມເປັນປະເທດທີ່ມີປະສິດທິຜົນຂອງຄວາມພະຍາຍາມໃນການແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ເຊິ່ງທີ່ຫວຽດນາມ ໄດ້ກຳຈັດການລະບາດຂອງພະຍາດ ແລະ ມີຜູ້ເສຍຊີວິດພຽງແຕ່ 35 ຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.