ເລີ່ມໂຄງການ ຊ່ວຍເຫຼືອ ປະເທດຫວຽດນາມ ແລະ ສປປ ລາວ ໃນການຍົກສູງຄວາມສາມາດໃນການສຶກສາ ແລະ ອົບຮົມ ວຽກງານ ລີຊາຍເຄິ້ນ ສິ່ງເສດເຫຼືອ(ຂີ້ເຫຍື້ອຍ) ປະເພດ ຢາງ

16:13 | 24/05/2018

ຍ​ສ​ໝ - ງານດັ່ງກ່າວໄດ້ຈັດຂື້ນຢູ່ທີ່ ມະຫາວິທະຍາໄລ ວິທະຍາສາດ ສັງຄົມ - ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ໂດຍການເຂົ້າຮ່ວມຂອງ ບັນດາຜູ່ຕ່າງໜ້າຂອງ ສະຫະພາບເອີລົບ(ອີຢູ), ເອກອັກຄະລັດຖະທູດ ເຢຍລະມັນ, ອ໋ອດສະເຕຼຍ,ເດັນໝາກ.

ໂຄງການນີ້ແມ່ນໂຄງການຂອງ​ຕ່າງປະເທດ ໂດຍ ເຄືອ​ຂ່າຍ ບັນ​ດາ​ປະ​ເທດ​ໃນ​ປະ​ເທດ ອາ​ຊຽນ-ເອີ​ລົບ ເປັນ​ຜູ່​ລິ​ເລີ່ມ, ໂດຍ​ການ​ເຂົ້າ​ຮ່ວມ ຂອງ 4 ມະ​ຫາ​ວິ​ທະ​ຍາ​ໄລ ທີ່ມາ​ຈາກ​ບັນ​ດາ​ປະ​ເທດ​ຄື: ເຢຍ​ລະ​ມັນ, ອ໋ອດ​ສະ​ເຕຼຍ,ເດັນ​ໝາກ ແລະ ລາວ; ມະ​ຫາວິທະຍາໄລ 2​ ແຫ່ງຂອງ​ ຫວຽດ​ນາມ​ ໄດ້​ແກ່: ມະ​ຫາວິທະຍາໄລ ວິທະຍາສາດ-ສັງ​ຄົມ ແລະ ມະ​ຫາວິທະຍາໄລ ອຸດ​ສາ​ຫະ​ກຳ ນະ​ຄອນ​ ໂຮ່​ຈີ໋​ມິງ; ນອກຈາກບັນ​ດາ ອົງ​ການ, ສະມາ​ຄົມວິ​ຊາ​ຊີບ, ນັກທຸລະກິດຈາກເອີຣົບ ແລະ ຫວຽດນາມ. ຮູ້ວ່າ 3 ເປົ້າຫມາຍຕົ້ນຕໍກ່ຽວກັບໂຄງການແມ່ນປິ່ນ​ອ້ອມ ບັນ​ດາ​ກິດ​ຈະ​ກຳ​ຂອງ ໂຄງ​ການ​ຄື: (1) ການ​ຊ່ວຍ​ເຫຼືອບັນ​ດາມະຫາວິທະຍາໄລ ຂອງ ຫວຽດນາມ ແລະ ສ​ປ​ປ ລາວ ໃນການ​ຫັນ​ເປັນ​ທັນ​ສະ​ໄໝ ແລະ ປັບປຸງການສຶກສາ ຂອງມະຫາວິທະຍາໄລ ໃນການຝຶກອົບຮົມ ລະ​ດັບ ວິສະວະກອນ(ຊ່າງ), ລະ​ດັບ​ ປະລິນຍາຕີ, ນັກວິຊາການ ໂດຍການສ້າງຕັ້ງ​ນິ​ຍາມ​ການ​ສຶກ​ສາ ກ່ຽວກັບ ການລີ​ຊາຍ​ເຄິ້ນ ຢາງ ແລະ ການຄຸ້ມຄອງສິ່ງເສດເຫຼືອ; (2)ຍົກ​ລະ​ດັບຄວາມສາມາດ ໃນການຈ້າງແຮງງານ ແລະ ຈິດໃຈເຮັດ​ທຸ​ລະ​ກິດ ຂອງນັກຮຽນທີ່ຈົບການ​ສຶກ​ສາ ແລະ ພະ​ນັກ​ງານແຕ່​ລະໂຮງຮຽນ; (3) ການເຊື່ອມໂຍງສາດ (ວິ​ທະ​ຍາ) ແລະ ອຸດສາຫະກໍາ ໃນຂົງເຂດການຄຸ້ມຄອງ ສິ່ງເສດເຫຼືອ.

ເລີ່ມໂຄງການ ຊ່ວຍເຫຼືອ ປະເທດຫວຽດນາມ ແລະ ສປປ ລາວ ໃນການຍົກສູງຄວາມສາມາດໃນການສຶກສາ ແລະ ອົບຮົມ ວຽກງານ ລີຊາຍເຄິ້ນ ສິ່ງເສດເຫຼືອ(ຂີ້ເຫຍື້ອຍ) ປະເພດ ຢາງ

ພິ​ທີ​ເຊັນ​ສັນ​ຍາ ເລີ່ມໂຄງການ ຄຸ້ມ​ຄອງ ແລະ ລີ​ຊາຍ​ເຄີ້ນ ສິ່ງ​ເສດ​ເຫຼືອ(ຂີ້​ເຫື້ຍອ)ປະ​ເພດ​ຢາງ.

ໂຄງການ " ການຄຸ້ມຄອງ ແລະ ການລີ​ຊາຍ​ເຄິ້ນ ຢາງ" ຈະຈັດ​ຕັ້ງ​ປະ​ຕິ​ບັດ ໃນໄລຍະເວລາ 3 ປີ, ເຊິ່ງປະກອບມີ 6 ລະ​ດັບຄື: 1) ປັບປຸງ​ລະ​ບົບ​ການ​ສືກ​ສາ​ປະຈຸບັນຫັນ​ເປັນ​ທັນ​ສະ​ໄໝ ; 2) ສ້າງຕັ້ງສູນຝຶກອົບຮົມ ສໍາລັບຜູ້ທີ່ເຮັດວຽກໃນຂະ​ແໜງ ລີ​ຊາຍ​ເຄິ້ນ ຢາງ; 3)ສ້າງເຄືອຂ່າຍ ຝຶກອົບຮົມກ່ຽວກັບ ການລີ​ຊາຍ​ເຄິ້ນ ສິ່ງເສດເຫຼືອ; 4) ໂຄງ​ການຝຶກອົບຮົມພະ​ນັກ​ງານຄູອາ​ຈານ; 5) ​ນຳ​ເອົາ​ນິ​ຍາມກ່ຽວກັບ ພັດ​ທະ​ນາ​ແບບ​ຍືນ​ຍົງ​ເຂົ້າ​ສູ່ ວິ​ຊາ​ການຄຸ້ມຄອງ ສິ່ງ​ເສດ​ເຫຼືອ(ຂີ້ເຫຍື້ອ) ໃນລະ​ບົບການ ກໍ່​ສ້າງ ນັກ​ສຶກ​ສາ​ລະ​ດັບ ປະລິນຍາໂທ; 6) ຍົກ​ລະ​ດົບ​ພອນ​ສະ​ຫວັນ, ລະ​ດັບ​ຄວາມ​ສາ​ມາດ ໃຫ້ນັກວິຊາການກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອ(ຂີ້​ເຫຍື່ອ), ສົ່ງ​ມອບ ເຕັກໂນໂລຢີ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.