ADB: ເສດຖະກິດລາວ ຄາດວ່າຈະຟື້ນຕົວ ແລະ ເຕີບໃຫຍ່ໃນປີ 2021

08:12 | 21/09/2020

ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 18 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍທາງດ້ານເສດຖະກິດທີ່ເກີດຈາກການແຜ່ລະບາດພະຍາດ ໂຄວິດ-19.

adb ເສດຖະກ ດລາວ ຄາດວ າຈະຟ ນຕ ວ ແລະ ເຕ ບໃຫຍ ໃນປ 2021 ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021
adb ເສດຖະກ ດລາວ ຄາດວ າຈະຟ ນຕ ວ ແລະ ເຕ ບໃຫຍ ໃນປ 2021 ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື

ຂະນະທີ່ ບົດລາຍງານການ ພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າ ຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະບາດຂອງພະຍາດທີ່ອາດຈະຫລຸດລົງຢ່າງຊ້າໆ.

ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າ ADB ປະຈຳ ສປປ.ລາວ ໃຫ້ຮູ້ວ່າ: ການແຜ່ລະບາດພະຍາດ ໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດໃນປີ 2020 ຫລຸດລົງເທົ່ານັ້ນແຕ່ມັນຍັງເປັນການກີດຂວາງຄວາມຄາດຫວັງຂອງລັດຖະບານ ໃນການຈັດເກັບລາຍຮັບຊຶ່ງສະຖານະການນີ້ ຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ການຊໍາລະໜີ້ສາທາລະນະ.

adb ເສດຖະກ ດລາວ ຄາດວ າຈະຟ ນຕ ວ ແລະ ເຕ ບໃຫຍ ໃນປ 2021
ADB: ເສດຖະກິດລາວ ຄາດວ່າຈະຟື້ນຕົວ ແລະ ເຕີບໃຫຍ່ໃນປີ 2021. (ພາບ: vientianemai.la)

ແຕ່ບາດກ້າວຕໍ່ໄປ, ລັດຖະບານຈຳເປັນຕ້ອງປັບປຸງຂອບງົບປະມານມະຫາພາກ ແລະ ເລັ່ງລັດການປັບປຸງການເງິນພາກລັດ ເພື່ອສ້າງຊ່ອງທາງການຈັດເກັບງົບປະມານໃຫ້ໄດ້ຫລາຍຂຶ້ນ ເພື່ອຮອງຮັບກັບສະຖານນະການທີ່ເກີດຂຶ້ນຢ່າງກະທັນຫັນ.”

ສຳລັບຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ຊຶ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ ໃນເດືອນເມສາເນື່ອງຈາກປະລິມານນໍ້າຝົນຫນ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວ ຂອງຂະແໜງອຸດສາຫະກຳ ຄາດວ່າຢູ່ທີ່ 1,4% ໝົດປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວທີ່ເຂົ້າມາຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິການເຂົ້າມາທັງໝົດ ແລະ ມີການຫົດຕົວ ຂອງຂະແໜງການຄ້າ ທັງຂາຍສົ່ງ ແລະຂາຍຍ່ອຍ, ການຂົນສົ່ງພ້ອມທັງສະຖານທີ່ ໃຫ້ບໍລິການຕ່າງໆ.

ກະແສຂອງການລົງທຶນ ໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງ ຈະກະທົບໃຫ້ແກ່ການລົງທຶນ ທັງໝົດໃນປະເທດຫລຸດລົງ 17,5%. ອັດຕາເງິນເຟີ້ຂອງ ສປປ ລາວ ໃນປີນີ້ຄາດວ່າຈະຢູ່ທີ່ 5,5%, ຍ້ອນລາຄາອາຫານທີ່ສູງຂຶ້ນ ແລະ ການຫລຸດລົງຂອງຄ່າເງິນກີບ. ໃນ 6 ເດືອນຕົ້ນປີ, ອັດຕາແລກປ່ຽນເງິນກີບຫລຸດລົງ 1,6% ເມື່ອທຽບໃສ່ກັບຄ່າເງິນໂດລາສະຫະລັດ ໃນອັດຕາທະນາຄານ ແລະ ເທົ່າກັບ 5,7% ເມື່ອທຽບກັບອັດຕາຂອງຕະຫລາດທົ່ວໄປ. ຊ່ອງວ່າງ ລະຫວ່າງສອງຕະຫລາດ ສະທ້ອນໃຫ້ເຫັນເຖິງ ການຂາດແຄນເງິນຕາຕ່າງປະເທດ. ສ່ວນອັດຕາເງິນເຟີ້ສຳລັບປີ 2021 ຄາດວ່າຈະຢູ່ໃນລະດັບ 4,5%, ຍ້ອນວ່າລາຄາອາຫານ ຄາດວ່າຈະຫລຸດລົງຍ້ອນຜົນເກັບກ່ຽວໄດ້ດີຂຶ້ນ.

ການຂາດດຸນບັນຊີເດີນສະພັດ ຄາດວ່າຈະຫລຸດລົງໃນປີນີ້ ຊຶ່ງຫລຸດລົງຫລາຍກ່ວາ ທີ່ໄດ້ຄາດຄະເນໄວ້ກ່ອນໜ້ານີ້ ຍ້ອນວ່າລາຄານໍ້າມັນຕໍ່າລົງ ແລະ ປະລິມານຄວາມຕ້ອງການ ຂອງການນຳເຂົ້າຫລຸດລົງ ປະກອບ ກັບການສົ່ງອອກ ກະແສໄຟຟ້າມີສູງຂຶ້ນ, ແຕ່ການຂາດດຸນບັນຊີ ເດີນສະພັດຈະເພີ່ມຂຶ້ນອີກ ໃນປີ 2021.

ຄວາມສ່ຽງຕໍ່ການຄາດຄະເນ ສ່ວນໃຫຍ່ແມ່ນດ້ານອ່ອນ ຂອງສະພາບພາຍນອກ ເນື່ອງຈາກປະລິມານຄັງສໍາຮອງ ທີ່ເປັນເງິນຕາສາກົນມີບໍ່ພຽງພໍ ແລະ ໜີ້ສາທາລະນະທີ່ເພີ່ມຂຶ້ນ, ຜົນເສຍຫາຍທີ່ຕິດພັນກັບ ພະຍາດລະບາດຢ່າງຕໍ່ເນື່ອງ ແລະ ການປະເຊີນກັບ ອັນຕະລາຍຈາກ ໄພທຳມະຊາດ. ADB ມຸ່ງໝັ້ນເພື່ອບັນລຸເປົ້າໝາຍ ເຮັດໃຫ້ພາກພື້ນອາຊີ ແລະ ປາຊີຟິກ ມີຄວາມຮຸ່ງເຮືອງສີວິໄລ, ທົ່ວເຖິງ, ພ້ອມຮັບມືກັບການປ່ຽນແປງ ແລະ ສາມາດຍືນຍົງ ໄປພ້ອມກັບ ການຮັກສາຄວາມ ພະຍາຍາມຂອງຕົນ ເພື່ອລົບລ້າງຄວາມທຸກຍາກ.

adb ເສດຖະກ ດລາວ ຄາດວ າຈະຟ ນຕ ວ ແລະ ເຕ ບໃຫຍ ໃນປ 2021 ປີນີ້ເສດຖະກິດ ລາວ ຈະຕິດລົບເປັນເທື່ອທໍາໃນຮອບ 30 ປີ

ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 15 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍ ທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດ ພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການ ພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ...

adb ເສດຖະກ ດລາວ ຄາດວ າຈະຟ ນຕ ວ ແລະ ເຕ ບໃຫຍ ໃນປ 2021 ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

adb ເສດຖະກ ດລາວ ຄາດວ າຈະຟ ນຕ ວ ແລະ ເຕ ບໃຫຍ ໃນປ 2021 ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເປີດກ້ວາງທີ່ສຸດໃນໂລກ

ຍ​ສ​ໝ - ບົດຂຽນຊີ້ແຈ້ງວ່າການ​ພົວ​ພັນ​ດ້ານການຄ້າສາກົນ ແລະ FDI ໃນ 30 ປີທີ່ຜ່ານມາໄດ້ຊ່ວຍໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເປີດກວ້າງທີ່ສຸດໃນໂລກ. ຢູ່ອາຊີ, ຫວຽດນາມຢືນອັນດັບທີ 2 ໃນເຂດບໍລິຫານພິເສດຮົງກົງ (ຈີນ), ສິງກະໂປ. ກະແສການລົງທືນ FDI ປະຈຳປີຂອງຫວຽດນາມແມ່ນເທົ່າກັບ 6,3% ຂອງ GDP, ເປັນອັນດັບທີ 4 ຂອງອາຊີຕາເວັນອອກສ່ຽງໃຕ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.