ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ສ.ເກົາຫລີ ຄົບຮອບ 25 ປີ

09:54 | 27/10/2020

ຍສໝ - ໃນຕອນຄໍ່າວັນທີ  23 ຕຸລາ 2020 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ສະຖານເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ.ລາວ ແລະ ກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີຄົບຮອບ 25 ປີຂຶ້ນ.

ສະເຫລ ມສະຫລອງວ ນສ າງຕ ງສາຍພ ວພ ນການທ ດ ລາວ ສ ເກ າຫລ ຄ ບຮອບ 25 ປ ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ
ສະເຫລ ມສະຫລອງວ ນສ າງຕ ງສາຍພ ວພ ນການທ ດ ລາວ ສ ເກ າຫລ ຄ ບຮອບ 25 ປ ປູກຕົ້ນໄມ້ ເພື່ອມິດຕະພາບ ລາວ-ອິນເດຍ ໃນໂອກາດ ວັນສ້າງຕັ້ງສາຍພົວພັນການການທູດ ຄົບຮອບ 65 ປີ

ພິທີສະເຫລີມສະຫລອງດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ ແລະ ທ່ານ ຊິນຊອງຊຸນ - ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ.ເກົາຫລີ ປະຈໍາ ສປປ.ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ ແລະ ທູຕານຸທູດປະຈໍາ ສປປ ລາວ ເຂົ້າຮ່ວມ.

ລາວ ແລະ ສ.ເກົາຫລີ ໄດ້ສ້າງຕັ້ງສາຍພົວພັການທູດນໍາກັນ ໃນວັນທີ 25 ຕຸລາ 1995, ເຊິ່ງນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ມາເປັນເວລາຫລາຍກວ່າ 2 ທົດສະຫວັດເຄິ່ງ, ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວເປັນກ້າວໆ.

ສະເຫລ ມສະຫລອງວ ນສ າງຕ ງສາຍພ ວພ ນການທ ດ ລາວ ສ ເກ າຫລ ຄ ບຮອບ 25 ປ
ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ. (ພາບ: KPL)

ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ຊິນຊອງຊຸນ ໄດ້ກ່າວຊົມເຊີຍຜົນສໍາເລັດ ໃນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ກໍຄືແຜນການຮ່ວມມືໃນຕໍ່ໜ້າ ເພື່ອສືບຕໍ່ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ສປປ ລາວ ແລະ ສ.ເກົາຫລີ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ.

ພ້ອມດຽວກັນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືທາງດ້ານການເມືອງ, ດ້ານເສດຖະກິດ, ການຄ້າ-ການລົງທຶນ, ຄວາມໝັ້ນຄົງ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆທີ່ມີການຂະຫຍາຍຕົວສູງ ລວມທັງການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ແລະ ດ້ານອື່ນໆໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍ ຍັງໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນລະຫວ່າງການນໍາຂັ້ນສູງ, ກໍຄື ຄະນະຜູ້ແທນ ໃນລະດັບຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ, ເຊິ່ງໄດ້ປະກອບສ່ວນ ໃນການສົ່ງເສີມຄວາມເຂົ້າໃຈອັນດີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຜົນສໍາເລັດສູງ ລະຫວ່າງ ສອງປະເທດ.

ສະເຫລ ມສະຫລອງວ ນສ າງຕ ງສາຍພ ວພ ນການທ ດ ລາວ ສ ເກ າຫລ ຄ ບຮອບ 25 ປ

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫລືອຂອງ ສ.ເກົາຫລີ ໃຫ້ແກ່ ສປປ ລາວ ຕະຫລອດ ໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ຊຶ່ງພິເສດ ແມ່ນໂຄງການພັດທະນາຊົນນະບົດ (ແຊ່ມາອຶນອຸ່ນດົງ Saemaul Undong), ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ການເກັບກູ້ລະເບີດບໍ່ທັນແຕກ ໃຫ້ແກ່ສປປ ລາວ ລວມທັງ ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ. ນອກນີ້, ສອງຝ່າຍຍັງໄດ້ສະແດງ ຄວາມຕັ້ງໃຈທີ່ຈະສືບຕໍ່ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຊຸມປີຕໍ່ໜ້າ ເພື່ອສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວຂຶ້ນສູ່ລະດັບໃໝ່.

ສະເຫລ ມສະຫລອງວ ນສ າງຕ ງສາຍພ ວພ ນການທ ດ ລາວ ສ ເກ າຫລ ຄ ບຮອບ 25 ປ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຫວັງ​ວ່າ ສ.ເກົາຫຼີ​ ຈະຫຼຸດ​ຜ່ອນ ແລະ ມຸ່ງ​ໄປ​ສູ່​ການ​ລົບ​ລ້າງ​ບັນ​ດາ​ເງື່ອນ​ໄຂ​ບັງ​ຄັບ​ຕໍ່​ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ, ກູ້​ຢຶມ​ບຸ​ລິ​ມະ​ສິດ, ເປີດ​ກ້​ວາງ​ບັນ​ດາ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່​ຫວຽດ​ນາມ, ເພີ່​ມ​ທະ​ວີ​ການ​ຕ້ອນ​ຮັບ​ແຮງ​ງານ​ຫວຽດ​ນາມ, ໜູນ​ຊ່ວຍ​ປະ​ຊາ​ຄົມ​ຫວຽດາມ​ອາ​ໄສ​ຢູ່ ສ.ເກົາຫຼີ​ໃຫ້ຫຼາຍ​ກ່​ວາ​ອີກ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຄື​ໃນ​ປັດ​ຈຸ​ບັນ.

ສະເຫລ ມສະຫລອງວ ນສ າງຕ ງສາຍພ ວພ ນການທ ດ ລາວ ສ ເກ າຫລ ຄ ບຮອບ 25 ປ ຈະເປີດຖ້ຽວບິນການຄ້າໂດຍກົງໄປ ຍີ່ປຸ່ນ ແລະ ສ.ເກົາຫລີ

ຍສໝ - ຫວຽດນາມ ຄາດວ່າ ຈະມີຜູ້ໂດຍສານປະມານ 2.500-3.000 ຄົນທີ່ເດີນທາງເຂົ້າປະເທດ ໂດຍຖ້ຽວບິນດັ່ງກ່າວນີ້ໃນແຕ່ລະອາທິດນອກຈາກຖ້ຽວບິນເພື່ອສົ່ງໂຕກັບປະເທດ ແລະຖ້ຽວບິນເຊົ່າເໝົາ.

ສະເຫລ ມສະຫລອງວ ນສ າງຕ ງສາຍພ ວພ ນການທ ດ ລາວ ສ ເກ າຫລ ຄ ບຮອບ 25 ປ ສ.ສ ຫວຽດນາມ - ລາວ ຕັ້ງເປົ້າຫມາຍບຸກທະລຸ ເພີ່ມມູນຄ່າການຄ້າ 10% ພາຍໃນປີ 2019.

ຍສໝ - ໃນກອງປະຊຸມ ກຳມະການຮ່ວມມື ຫວຽດນາມ - ລາວ ຄັ້ງທີ 41, ທັງສອງຝ່າຍຈະສູ້ຊົນເພີ່ມມູນຄ່າການຄ້າ ສອງຝ່າຍ ບໍ່ໃຫ້ຫຼຸດ 10% ໃນປີ 2019.

kpl.gov.la

ເຫດການ
302 Found

Found

The document has moved here.