ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະ ວິສາຫະກິດລາວ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນພາກກາງຫວຽດນາມ

16:16 | 21/10/2020

ຕອນເຊົ້າວັນທີ 19 ຕຸລາ, ທ່ານເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝີນ ໄດ້ຮັບເງິນ ຈຳນວນ 60.000 ໂດລາສະຫະລັດ ຈາກ ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະ ວິສາຫະກິດລາວ ຈຳນວນໜຶ່ງ ທີ່ສະໜັບສະໜູນປະຊາຊົນພາກກາງຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸ ແລະນໍ້າຖ້ວມ.

ຄະນະກຳມະການຮ ວມມ ລາວ ຫວຽດນາມ ແລະ ວ ສາຫະກ ດລາວ ແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນພາກກາງຫວຽດນາມ ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021
ຄະນະກຳມະການຮ ວມມ ລາວ ຫວຽດນາມ ແລະ ວ ສາຫະກ ດລາວ ແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນພາກກາງຫວຽດນາມ ເປັນມື້ທີ 47 ຢ່າງລຽນຕິດ, ຫວຽດນາມ ກວດບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.
ຄະນະກຳມະການຮ ວມມ ລາວ ຫວຽດນາມ ແລະ ວ ສາຫະກ ດລາວ ແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນພາກກາງຫວຽດນາມ
ວິສາຫະກິດຂອງລາວແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນພາກກາງຫວຽດນາມ

ທີ່ພິທີມອບຮັບ, ທ່ານ ຫງວຽນວັນຈູງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຕໍ່ໜ້າສະພາບນ້ຳຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກ ໃຫ້ແກ່ປະຊາຊົນ ແລະ ຊັບສິນ ຢູ່ ພາກກາງ, ດ້ວຍຈິດໃຈຮັກແພງຊ່ວຍເຫຼືອກັນ, ຄວາມສາມັກຄີພິເສດ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ, ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະ ວິສາຫະກິດລາວ ຈຳນວນໜຶ່ງ ຢູ່ລາວໄດ້ລະດົມຈຳນວນເງິນ 60.000 ໂດລາສະຫະລັດເພື່ອສົ່ງເຖິງບັນດາທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ພາຍຸ ແລະ ນ້ຳຖ້ວມ.

ໃນເຫດການທີ່ກ່ຽວຂ້ອງ, ຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາ ລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະວັດເຝິດຕິກ ວຽງຈັນ ໄດ້ສົມທົບກັນປຸກລະດົມລາຍການບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມທາງພາກກາງຫວຽດນາມ. ຄາດຄະເນວ່າ, ເວລາ 18:00 ໂມງຂອງວັນທີ 23 ຕຸລາ 2020, ຢູ່ວັດເຝິດຕິກ, ຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາ ລາວ ຈະຈັດຕັ້ງພິທີສູດໄຊຍະມຸງຄຸນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກໄພນໍ້າຖ້ວມຢູ່ພາກກາງ. ຫຼັງຈາກນັ້ນ, ຈະດໍາເນີນພິທີບໍລິຈາກເງິນຢ່າງເປັນທາງການ ແລະ ມອບເງິນ, ວັດຖຸສິ່ງຂອງຕ່າງໆທີ່ປຸກລະດົມໄດ້ໃຫ້ແກ່ອົງການຮັບຜິດຊອບຂອງຫວຽດນາມ ປະຈໍາລາວ ສົ່ງເມືອປະເທດເພື່ອຊ່ວຍເຫຼືອປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມ.

ຄະນະກຳມະການຮ ວມມ ລາວ ຫວຽດນາມ ແລະ ວ ສາຫະກ ດລາວ ແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນພາກກາງຫວຽດນາມ
ນັບແຕ່ວັນທີ 19 ຕຸລາ, ຝົກຕົກນ້ຳຖ້ວມ ຢູ່ເຂດພາກກາງ ໄດ້ແກ່ຍາວເປັນເວລາ 15 ມື້, ເຊິ່ງກໍ່ຜົນສະທ້ອນເຖິງ 6 ແຂວງລວມມີ: ຮ່າຕິ້ງ, ກ໋ວາງບິ່ງ, ກ໋ວາງຈິ, ເທື່ອທຽນ ເຫ້ວ, ດ່ານັ້ງ, ກ໋ວາງນາມ, ເຮັດໃຫ້ມີຜູ້ເສຍຊີວິດ 102 ຄົນ ແລະ ຜູ້ຖືກຫາຍສາບສູນ 26 ຄົນ, ຫຼາຍບ່ອນຍັງຖືກນ້ຳຖ້ວມ.

ຕາມຕົວເລກເບື້ອງຕົ້ນຂອງຫ້ອງວ່າການປະຈຳຄະນະຊີ້ນຳສູນກາງກ່ຽວກັບການຕ້ານ, ປ້ອງກັນໄພທຳມະຊາດ, ນັບແຕ່ວັນທີ 19 ຕຸລາ, ຝົກຕົກນ້ຳຖ້ວມ ຢູ່ເຂດພາກກາງ ໄດ້ແກ່ຍາວເປັນເວລາ 15 ມື້, ເຊິ່ງກໍ່ຜົນສະທ້ອນເຖິງ 6 ແຂວງລວມມີ: ຮ່າຕິ້ງ, ກ໋ວາງບິ່ງ, ກ໋ວາງຈິ, ເທື່ອທຽນ ເຫ້ວ, ດ່ານັ້ງ, ກ໋ວາງນາມ, ເຮັດໃຫ້ມີຜູ້ເສຍຊີວິດ 102 ຄົນ ແລະ ຜູ້ຖືກຫາຍສາບສູນ 26 ຄົນ, ຫຼາຍບ່ອນຍັງຖືກນ້ຳຖ້ວມ. ທ່ານນາຍົກລັດຖະມົນຕີ ໄດ້ສົ່ງໂທລະເລກທາງການ ແລະ ເອກະສານຊີ້ນຳຫຼາຍສະບັບ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ສົ່ງໂທລະເລກເພີ່ມທະວີການປ້ອງກັນ, ຕ້ານໄພທຳມະຊາດ, ວຽກງານຮັບມືກັບສະພາບຝົກຕົກນ້ຳຖ້ວມ, ຊອກຫາ, ກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົກຕົກນ້ຳຖ້ວມ, ຈຳກັດຜົນຮ້າຍຢ້ອນຫຼັງຈາກຝົກຕົກນ້ຳຖ້ວມໃຫ້ຢູ່ໃນລະດັບຕ່ຳສຸດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງຢ້ຽມຢາມ ເຮັດວຽກກັບ ທະຫານເຂດ 4 ຢ່າງໂດຍກົງ ເພື່ອແບ່ງປັນ, ລະດົມກຳລັງໃຈ ແລະ ຊີ້ນຳໂດຍກົງວຽກງານຮັບມືກັບສະພາບຝົກຕົກນ້ຳຖ້ວມ ແລະ ກູ້ໄພກູ້ຊີບຢ່າງທັນການ.

ຄະນະກຳມະການຮ ວມມ ລາວ ຫວຽດນາມ ແລະ ວ ສາຫະກ ດລາວ ແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນພາກກາງຫວຽດນາມ ຫວຽດນາມ ໄດ້ຫຼຽນໄຊມິດຕະພາບໃຫ້ແກ່ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ ສຳລັບການປະກອບສ່ວນໃນການພົວພັນສອງຝ່າຍ

ຍສໝ - ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ຮັບອະນຸຍາດໂດຍທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອໄດ້ມອບຫຼຽນໄຊມິດຕະພາບຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ.

ຄະນະກຳມະການຮ ວມມ ລາວ ຫວຽດນາມ ແລະ ວ ສາຫະກ ດລາວ ແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນພາກກາງຫວຽດນາມ ນາຍົກລັດຖະມົນຕີຫວຽດນາມ: ບໍ່ປະໃຫ້ປະຊາຊົນຕົກຢູ່ໃນສະພາບທຸກຍາກຂາດເຂີນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ແບ່ງປັນຕໍ່ຄວາມເສຍຫາຍ, ການເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນຢູ່ພາກກາງ, ພິເສດແມ່ນບັນດາຄອບຄົວທີີ່ມີຜູ້ປະສົບເຄາະຮ້າຍ, ພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່.

ຄະນະກຳມະການຮ ວມມ ລາວ ຫວຽດນາມ ແລະ ວ ສາຫະກ ດລາວ ແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນພາກກາງຫວຽດນາມ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

vietlao.vietnam.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.