ສປປ.ລາວ ແມ່ນຢູ່ໃນກຸ່ມປະເທດທີ່ມີຄົນຕິດພະຍາດ Covid-19 ດ້ວຍຈຳນວນໜ້ອຍ

12:55 | 15/10/2020

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໂລກ​ລະ​ບາ​ດ Covid – 19​ ກໍ່​ຜົນ​ສະ​ທ້ອນ​ເຖິງຫຼາຍ​ເປົ້າ​ໝາຍ​ຂອງ​ລາວ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ​ເຂົ້າ​ຮ່ວມ​ໂຄງ​ການ ວັກ​ຊິນ ເພື່ອປ້ອງກັນ ໂລກລະບາດ Covid – 19

ໃນວັນທີ 12 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ສປປ.ລາວ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສປປ.ລາວ ແມ່ນຢູ່ໃນກຸ່ມປະເທດທີ່ມີຄົນຕິດພະຍາດ Covid-19 ດ້ວຍຈຳນວນໜ້ອຍ
ພາບປະກອບ

ການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງຂອງ ວັນທີ 11 ຕຸລາ 2020 ມີຄົນເດີນທາງ ຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດ ມີຄົນເດີນທາງເຂົ້າມາທັງໝົດ 1.216 ຄົນ ແລະ ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຄົນທີ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ໃນວັນທີ 11 ຕຸລາ 2020 ທີ່ຜ່ານມາ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 156 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 107 ຕົວຢ່າງ, ແຮງງນໄທ 05 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 41 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 02 ຕົວຢ່າງ ແລະ ຜູ້ຕິດເຊື້ອນ້ຳເບີ 23 ມາກວດຄືນ 01 ຕົວຢ່າງ, ຜົນກວດວິເຄາະ ທັງໝົດແມ່ນ ບໍ່ພົບເຊື້ອ, ສ່ວນຜູ້ຕິດເຊື້ອນ້ຳເບີ 23 ຍັງຄົງຮັກສາຕົວຢູ່ໂຮງໝໍມິດຕະພາບ ແລະ ອາການຍັງຄົງໂຕ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 58.078 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ໄລ່ຮອດເວລາ 1 ໂມງຂອງວັນທີ 12 ຕຸລາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 37.736.120 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.081.246 ຄົນ ແລະ ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 28 ລ້ານຄົນ.ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ 7.991.999 ຄົນ, ມີຜູ້ເສຍຊີວິດ 219.695 ຄົນ. ຖັດມາແມ່ນ ອິນເດຍ ມີຜູ້ຕິດເຊືຶ້ອພະຍາດໂຄວິດ-19 ແມ່ນ 7.119.300 ຄົນ, ຜູ້ເສຍຊີວິດແມ່ນ 109.184 ຄົນ, ຖັດຈາກນັ້ນແມ່ນ ບຣາຊິນ ມີຜູ້ຕິດເຊືຶ້ອພະຍາດໂຄວິດ-19 ແມ່ນ 5.094.979 ຄົນ, ຜູ້ເສຍຊີວິດແມ່ນ 150.506 ຄົນ.

42 ມື້ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 38,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,1 ລ້ານຄົນ.

ແຂວງເລີມດົ່ງ ສສ.ຫວຽດນາມ ພວມກະຕຸ້ນດ້ານການທ່ອງທ່ຽວ ດ້ວຍຫລາຍມາດຕະການເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະະເທດ

ແຂວງ ເລີມດົ່ງ ຈະສືບຕໍ່ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ປະຊາຄົມນັກທຸລະກິດເພື່ອຜ່ານຜ່າບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19. ແຂວງ ເລີມດົ່ງ ໄດ້ຊີ້ນຳໃຫ້ບັນດາພະແນກຂະແໜງການປະຕິບັດ ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ ຢ່າງຄົບຖ້ວນ. ເພື່ອຊ່ວຍປະຊາຄົມບັນດາວິສາຫະກິດຟື້ນຟູບັນດາການເຄື່ອນໄຫວດ້ານທ່ອງທ່ຽວໃນບໍລິເວນແຂວງຄືນໃໝ່ໂດຍໄວ.

ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ

“ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ” ແມ່ນຫົວຂໍ້ກອງປະຊຸມສໍາມະນາ ໂດຍມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ສົມທົບກັບໜ່ວຍໃຫ້ຄໍາປຶກສາດ້ານເສດຖະຫິດຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 12 ຕຸລາ ຢູ່ນະຄອນໂຮ່ຈີມີນ.

vietlao.vietnam.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.