ADB ຄາດເສດຖະກິດລາວ ສືບຕໍ່ຂະຫຍາຍຕົວລະດັບ 6,5%

15:45 | 05/04/2019

ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ຂອງ​ລາວ ຄາດ​ວ່າ​ຈະ​ໝັ້ນ​ທ່ຽງ​ສຳ­ລັບ​ປີ​ນີ້ ແລະ ປີ​ຕໍ່​ໄປ ໂດຍ​ໄດ້​ຮັບ​ແຮງ​ສະ­ໜັບ­ສະ­ໜູນ​ຈາກ ການ​ຂະ­ຫຍາຍ­ຕົວ​ຂອງ​ຂະ­ແໜງ​ກະ­ສິ­ກຳ ຂະ­ແໜງ​ພະ­ລັງ­ງານ ຂະ­ແໜງ​ອຸດສາຫະກໍາ ແລະ ຂະ­ແໜງ​ບໍ­ລິ­ການ.

ADB ຄາດເສດຖະກິດລາວ ສືບຕໍ່ຂະຫຍາຍຕົວລະດັບ 6,5%

ພາບປະກອບ

ກອງ​ປະ­ຊຸມ​ເຜີຍ­ແຜ່​ບົດ​ລາຍ​ງານ ການ​ຄາດ​ຄະ­ເນ​ການ​ພັດ­ທະ­ນາ​ຂອງ​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ (ADB) ປະ­ຈຳ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 3 ເມ­ສາ 2019 ໂດຍ​ມີ​ທ່ານ ຢາ​ຊຸ​ຊິ ເນ​ກິ​ຊິ ຜູ້­ຕາງ­ໜ້າ ADB ປະ­ຈຳ​ລາວ ພ້ອມ​ດ້ວຍ​ນັກ​ເສດຖະສາດ​ຂອງ​ທະ­ນາ­ຄານ​ດັ່ງ­ກ່າວ​ໃຫ້​ຮູ້​ວ່າ: ບົດ​ລາຍ​ງານ​ຂອງ ADB ປະ­ຈຳ​ປີ 2019 ໄດ້​ຄາດ​ຄະ­ເນ​ວ່າ​ອັດ­ຕາ​ການ​ຂະຫຍາຍຕົວ​ຂອງ​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ຂອງ​ລາວ ຍັງ​ຢູ່​ທີ່ 6,5% ສຳ­ລັບ​ປີ 2019 ແລະ ປີ 2020 ການ​ຂະ­ຫຍາຍ­ຕົວ​ຂອງ​ຂະ­ແໜງ​ກະ­ສິ­ກຳ ຄາດ​ວ່າ​ຈະ​ສູງ​ຂຶ້ນ​ເລັກ​ໜ້ອຍ​ໃນ​ອັດ­ຕາ 8,1% ໃນ​ປີ 2019 ເພີ່ມ​ຂຶ້ນ​ຈາກ 8% ໃນ​ປີ 2018 ຍ້ອນ​ການ​ສືບ­ຕໍ່​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ພ້ອມ​ທັງ​ການ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ທີ່​ເພີ່ມ​ຂຶ້ນ ຂະ­ແໜງ​ກະ­ສິ­ກຳ​ຄາດ​ວ່າ​ຈະ​ຂະ­ຫຍາຍ­ຕົວ​ໃນ​ອັດ­ຕາ 2,5% ສຳ­ລັບ​ປີ 2019 ແລະ 2020 ຂະ­ແໜງ​ບໍລິການ​ຄາດ​ວ່າ​ຈະ​ຂະ­ຫຍາຍ­ຕົວ​ໃນ​ອັດ­ຕາ 6,7% ຍ້ອນ​ຄວາມ​ພະ­ຍາ­ຍາມ​ຂອງ​ພັກ-ລັດ­ຖະ­ບານ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ ສປ ຈີນ ແລະ ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ.

ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ລາວຍັງ​ຄົງ​ແຂງ­ແຮງຍ້ອນ​ມີ​ການ​ຟື້ນ​ໂຕ​ຂອງ​ການ​ຜະ­ລິດ​ກະ­ສິ­ກຳພ້ອມ​ທັງ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ແຂງແຮງ​ໃນ​ການ​ຜະ­ລິດ​ໄຟ­ຟ້າ ການ​ກໍ່­ສ້າງ ແລະ ການ​ບໍ­ລິ­ການ​ຕ່າງໆ ທີ່​ຕິດ​ພັນ​ກັບ​ການ­ທ່ອງທ່ຽວ ເພື່ອ​ຮັກ­ສາ​ສະ­ຖຽນ​ລະ​ພາບ​ດ້ານ​ເສດ­ຖະ­ກິດ​ມະຫາ​ພາກ ແລະ ບັນ­ລຸ​ການ​ຈະ­ເລີນ​ເຕີບ​ໂຕ​ຢ່າງ​ທົ່ວ​ເຖິງ ແລະ ຍືນ​ຍົງ ລັດ­ຖະ­ບານ​ລາວ ຄວນ​ສືບ­ຕໍ່​ຫຼຸດ­ຜ່ອນ​ລະ­ດັບ​ໜີ້​ສິນ​ພາກ​ລັດ ປັບປຸງ​ການ​ຄຸ້ມ​ຄອງ​ການ​ເງິນ​ພາກ​ລັດ ດ້ວຍ​ການ​ເພີ່ມ​ການ​ເກັບ​ລາຍ​ຮັບ ແລະ ການ​ຄຸ້ມ​ຄອງ​ໜີ້​ສິນ​ໃຫ້​ດີ​ຂຶ້ນ ແລະ ການ​ຂາດ​ດຸນ​ງົບປະມານ​ໃນ​ຊຸມ​ປີ​ຕໍ່­ໜ້າ.

ສຳ­ລັບ​ອັດ­ຕາ​ເງິນ​ເຟີ້ ຄາດ​ວ່າ​ຈະ​ຢູ່​ລະ­ດັບ 2% ສຳ­ລັບ​ປີ 2019 ແລະ 2020 ຍ້ອນ​ລາ­ຄາ​ນ້ຳ­ມັນ​ໃນ​ຕະ­ຫຼາດ​ໂລກ ຄາດ​ວ່າ​ຈະ​ຫຼຸດ​ຕ່ຳ​ລົງ​ກວ່າ​ປີ 2018 ຂະ­ນະ​ທີ່​ລາ­ຄາ​ອາ­ຫານ​ຄາດ​ວ່າ​ຈະ​ບໍ່​ມີ​ການ​ເໜັງ​ຕີງ ເນື່ອງ​ຈາກ​ມີ​ການ​ຟື້ນ​ໂຕ​ຂອງ​ຜົນ​ຜະ­ລິດ​ກະ­ສິ­ກຳ ແລະ ການ​ຂາດ​ດຸນ​ບັນ­ຊີ​ເດີນ​ສະ­ພັດ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ໃນ​ອັດ­ຕາ 9,5% ຂອງ GDP ໃນ​ປີ 2019 ແລະ 10% ໃນ​ປີ 2020.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.