ຫວນຄືນຮູບພາບວັນປົດປ່ອຍນະຄອນຫຼວງ ວັນທີ 10 ຕຸລາ 1954
ຍສໝ - ວັນທີ 10 ຕຸລາ 1954 ໄດ້ສ້າງຂີດໝາຍທີ່ມີຄວາມໝາຍສຳຄັນ, ເປີດສະໄໝໃໝ່ທີ່ສະຫງ່າອົງອາດໃນປະຫວັດສາດອະລິຍະທຳນັບພັນປີຂອງທັງລອງ - ໂດງໂດ - ຮ່າໂນ້ຍ. ເຖິງວ່າ 66 ປີຜ່ານໄປແລ້ວກໍ່ຕາມ ແຕ່ບັນດາຈຸດເວລາທີ່ອົງອາດກະຫານນັ້ນ ຍັງຄົງຕົວຢູ່ໃນຫົວໃຈຂອງຊາວຮ່າໂນ້ຍຕະຫຼອດການ.
ວັນປົດປ່ອຍນະຄອນຫຼວງ ຄືວັນທີ 10 ຕຸລາ 1954 ແມ່ນວັນ ຊາວຮ່າໂນ້ຍ ຮູ້ສຶກເບີດບານມ່ວນຊື່ມ ເມື່ອໄດ້ຕ້ອນຮັບທະຫານມຸ່ງໄປສູ່ນະຄອນຫຼວງເພື່ອຮັບເອົາ ແລະ ບໍລິຫານຮ່າໂນ້ຍ. ຄະນະທະຫານທີ່ໄດ້ຕໍ່ສູ້ຢ່າງພິລາອາດຫານ ແລະ ຢຸດຕິການປົກຄອງຂອງຊາວຝລັ່ງຢູ່ດິນແດນນີ້.
 |
ຕາມຊາວຮ່າໂນ້ຍ ເຊິ່ງເປັນຜູ້ທີ່ມີໜ້າໃນຈຸດເວລາປະຫວັດສາດນັ້ນໃຫ້ຮູ້ວ່າ ນັ້ນແມ່ນລະດູໃບໄມ້ຫຼົ່ນງາມທີ່ສຸດໃນຊີວິດ |
 |
ກົງກອງພັນໃຫຍ່ນະຄອນຫຼວງດ້ວຍທຸງຊາດ ຂອງປະທານໂຮ່ຈີມິນ ໃນວັນທີ 10 ຕຸລາ 1954 |
 |
ປະຊາຊົນຕົບແຕ່ງປະດັບປະດາດອກໄມ້, ໂຄມໄຟ, ທຸງຊາດເພື່ອຕ້ອນຮັບວັນປົດປ່ອຍໃນຖະໜົນຮ່າໄຄ ໃນວັນທີ 10 ຕຸລາ 1954. |
 |
ນັກສຶກສາຮ່າໂນ້ຍຕ້ອນຮັບທະຫານເມື່ອມາຮັບເອົາ ແລະ ບໍລິຫານນະຄອນຫຼວງ ໃນວັນທີ 10 ຕຸລາ 1954 |
 |
ບັນດານັກຮົບກັບມາຮັບເອົາ ແລະ ບໍລິຫານນະຄອນຫຼວງ |
 |
ຜູ້ຍິງຮ່າໂນ້ຍໄດ້ເດີນຂະບວນໃນວັນຕ້ອນຮັບປະທານໂຮ່ຈີມິນ, ລັດຖະບານກັບມານະຄອນຫຼວງ ໃນວັນທີ 10 ຕຸລາ 1954 |
 |
ຄວາມເບີກບານມ່ວນຊື່ນໃນວັນທີ ຮ່າໂນ້ຍກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ວັນທີ 10 ຕຸລາ 1954 |
| ວັນທີ 05 ຕຸລາ 2020: ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃນວັນທີ 5 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ. |
| ວັນທີ 9 ສິງຫາ ຈະນຳພົນລະເມືອງຫວຽດນາມຈາກຢູແກຼນຜູ້ທີ່ປາດຖະໜາຢາກກັບຄືນປະເທດ ຍສໝ - ສະຖານທູດຫວຽດນາມປະຈຳ ຢູແກຼນ ໃຫ້ຮູ້ວ່າລັດຖະບານຫວຽດນາມຈະຈັດຕັ້ງຖ້ຽວບິນເພື່ອນໍາສົ່ງພົນລະເມືອງຫວຽດນາມ ຢູ່ ຢູແກຼນ ຜູ້ທີ່ປາດຖະໜາຢາກກັບຄືນປະເທດ. |
| ບັນດາຮູບພາບທີ່ບໍ່ອາດລືມໄດ້ໃນວັນປົດປ່ອຍພາກໃຕ້ ຫວຽດນາມ ວັນທີ 30/4/1975 ຍສໝ - ໃນບັນຍາກາດເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ (30 ເມສາ 1975 - 30 ເມສາ 2020), ພວກເຮົາມາເບິ່ງຮູບພາບທີ່ແທ້ຈິງ, ຫາຍາກກ່ຽວກັບໄຊຊະນະປະຫວັດສາດທີ່ບໍ່ສາມາດລືມໄດ້ນີ້. |
ບຸນຄົງ