ສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ

09:56 | 20/11/2019

ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ ຢູ່ມະຫາວິທະຍາໄລເສດຖະກິດ ແຫ່ງຊາດ.

ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ ຢູ່ມະຫາວິທະຍາໄລເສດຖະກິດ ແຫ່ງຊາດ.


ສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. (ພາບ: daibieunhandan.vn)

ໂດຍອວຍພອນ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງອາຈານ, ນັກສຶກສາ, ສຳມະນາກອນຂອງ ໂຮງຮຽນຫຼາຍລຸ້ນຄົນບັນລຸໄດ້ໃນຊຸມປີທີ່ຜ່ານມາ, ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ: ໃນສະພາບການກໍ່ສ້າງພື້ນຖານເສດຖະກິດພູມປັນຍາ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ໃນປັດຈຸບັນ, ບັນດາ ມະຫາວິທະຍາໄລຢູ່ ຫວຽດນາມໃນນັ້ນມີ ມະຫາວິທະຍາໄລ ເສດຖະກິດ ແຫ່ງຊາດ ມີບົດບາດສຳຄັນທີ່ສຸດໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ເນື່ອງໃນໂອກາດນີ້ິ້, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ທ່ານ ຟຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ກຳມະບານມະຫາວິທະຍາໄລເສດຖະກິດແຫ່ງຊາດ.

ຕອນຄ່ຳວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ກຳມະບານຂະແໜງສຶກສາຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ໂທລະພາບຫວຽດນາມ ຈັດລາຍການ “ສະແດງຄວາມຮູ້ບຸນຄຸນ” ປີ 2019 ດ້ວຍຫົວຂ້ໍວ່າ “ຄວາມມິດງຽບ” ເພື່ອແນໃສ່ເຊີດຊູ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານທີ່ໄດ້ ແລະ ພວມຜ່ານຜ່າຄວາມຫຍຸ້ງຍາກ, ອຸທິດສ່ວນໃຫ້ພາລະກິດສິດສອນ “ສ້າງຄົນ”.

ສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ.(ພາບ: giaoduc.net.vn)

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ແບ່ງປັນວ່າ: ໃນຊຸມປີຜ່ານມາ, ຂະແໜງສຶກສາ ແລະ ບຳລຸງສ້າງຫວຽດນາມ ບັນລຸໄດ້ຜົນງານທີ່ເປັນໜ້າປະທັບໃຈຫຼາຍຢ່າງ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ຄູອາຈານທຸກຄົນລ້ວນແຕ່ມານະພະຍາຍາມເພື່ອເອົາຊະນະຕົນເອງ, ສືບຕໍ່ເສີມຂະຫຍາຍຜົນງານດີເດັ່ນ, ແກ້ໄຂບັນດາສິ່ງຫຍໍ້ທໍ້, ຂໍ້ຈຳກັດທີ່ຍັງຄົງຕົວແມ່ນແນ່ນອນວ່າພາລະກິດແຫ່ງການປ່ຽນແປງໃໝ່ການສຶກສາຈະປະສົບຜົນສຳເລັດ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງປະເທດຊາດຈະນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົວຂວາຍປະຊາຊົນສູນກາງ ແລະ ທ່ານ ເລກວກຟອງ ເລຂານຸການເອກສູນກາງຊາວໜຸ່ມມອບໃບຍ້ອງຍໍຂອງສູນກາງຊາວໜຸ່ມກອມມູນິດ ຫວຽດນາມ ໃຫ້ແກ່ບັນດານາຍຄູໜຸ່ມດີເດັ່ນ. (ພາບ: TTXVN)

ຕອນຄ່ຳວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນໄດ້ຈັດຕັ້ງພິທີ ຍ້ອງຍໍຊົມເຊີຍ “ນາຍຄູດີເດັ່ນ” ຂັ້ນສູນກາງຄັ້ງທີ I, ປີ 2019. ປີ 2019 ເປັນປີທຳອິດທີ່ສູນກາງຊາວໜຸ່ມຈັດຕັ້ງການຄັດເລືອກ ແລະ ຍ້ອງຍໍຊົມເຊີຍ ບັນດານາຍຄູໜຸ່ມທີ່ດີເດັ່ນ ຂັ້ນສູນກາງ. ໃນຈຳນວນ ນາຍຄູໜຸ່ມທີ່ດີເດັ່ນ 75 ຄົນມີ 9 ຄົນເປັນນາຍຄູໜຸ່ມຊາວຊົນເຜົ່າສ່ວນໜ້ອຍ. ຄຽງຄູ່ກັບບັນດາຜົນງານທີ່ດີເດັ່ນດ້ານວິຊາການ , ນາຍຄູໜຸ່ມແຕ່ລະຄົນກໍ່ລ້ວນແຕ່ມີຄຸນສົມບັດທີ່ດີ ແລະ ອຸທິດສ່ວນໃຫ້ແກ່ພາລະກິດການສຶກສາ, ມີບັນດາຂໍ້ລິເລີ່ມທີ່ພົ້ນເດັ່ນໃນວິວັດການສິດສອນ, ຄົ້ນຄ້ວາວິທະຍາສາດ.

ສະເຫຼີມສະຫຼອງ ວັນຄູ ຫວຽດນາມ ວັນທີ 20 ພະຈິກ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງປະທານສະພາແຫ່ງຊາດ ມອບຊໍ່ດອກໄມ້ອວຍພອນວັນຄູຫວຽດນາມ.(ພາບ: vovworld.vn)

ວັນທີ 19 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງ ສະພາແຫ່ງຊາດ ໄດ້ຈັດຕັ້ງການພົບປະລະຫວ່າງ ສະມາຊິກສະພາແຫ່ງຊາດທີ່ເປັນ ນາຍຄູ, ອະດີດຄູ, ພະນັກງານຄຸ້ມຄອງ ການສຶກສາ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງສຳລັບຄູ່, ອາຈານ, ພະນັກງານຄຸ້ມຄອງ, ຜູ້ອອກແຮງງານໃນຂົງເຂດການສຶກສາ - ບຳລຸງສ້າງຫຼາຍລຸ້ນຄົນ, ອວຍພອນບັນດານາຍຄູຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດສິດສອນນັກຮຽນຂອງຕົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.