ບັນດາກິດຈະກຳສະເຫລີມສະຫລອງວັນຄູແຫ່ງຊາດ ລາວ ຄົບຮອບ 26 ປີ

15:48 | 07/10/2020

ເນື່ອງໃນໂອກາດສະເຫລີມສະຫລອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2020), ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີສານອວຍພອນວັນຄູແຫ່ງຊາດ ຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົບຮອບ 26 ປີ.

ບ ນດາກ ດຈະກຳສະເຫລ ມສະຫລອງວ ນຄ ແຫ ງຊາດ ລາວ ຄ ບຮອບ 26 ປ ກະຊວງການຕ່າງປະເທດ ຈັດກິດຈະກຳ ເພື່ອສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IV ແລະ ວັນການທູດລາວ ຄົບຮອບ 75 ປີ
ບ ນດາກ ດຈະກຳສະເຫລ ມສະຫລອງວ ນຄ ແຫ ງຊາດ ລາວ ຄ ບຮອບ 26 ປ ສານຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ກ່າວໃນກອງປະຊຸມທາງໄກໃນວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ

ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 26 ປີ ໃນວັນທີ 6 ຕຸລາ 2020 ທີ່ໂຮງຮຽນດັ່ງກ່າວ. ໃນພິທີ ທ່ານ ພອນປະເສີດ ເສດຖາທິຣາດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການຮຽນ-ການສອນປີຮຽນ 2019-2020 ແລະ ທິດທາງແຜນວຽກຈຸດສຸມສົກຮຽນ 2020-2021 ຮັບຟັງການເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຄູ ຈາກທ່ານນາງ ວຽງສີ ມະນີເພັດ ຮອງອໍໍານວຍການໂຮງຮຽນ ມສ ມິດຕະພາບ ໃນຕອນທ້າຍຂອງພິທີ ໄດ້ມອບໃບຍ້ອງຍໍໃຫ້ຄູ-ອາຈານທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນສິດສອນນັກຮຽນໄລຍະ 1 ປີຜ່ານມາ ພ້ອມທັງຮັບຟັງການໂອ້ລົມຈາກຂັ້ນເທິງ.

ບ ນດາກ ດຈະກຳສະເຫລ ມສະຫລອງວ ນຄ ແຫ ງຊາດ ລາວ ຄ ບຮອບ 26 ປ
ໂຮງຮຽນປະຖົມ-ມັດທະຍົມ​ສົມບູນ ກ້າວໜ້າ ​ໄດ້ຈັດກິດຈະກຳ ສະເຫລີມສະຫລອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2020). ພາບ: ຂປລ.

ໂຮງຮຽນປະຖົມ-ມັດທະຍົມ​ສົມບູນກ້າວໜ້າ​ໄດ້ຈັດກິດຈະກຳສະເຫລີມສະຫລອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2020) ທີ່ໂຮງຮຽນດັ່ງກ່າວ, ໂດຍມີ ທ່ານ ບຸນທັນ ແສງມະນີ ຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງ​ວຽງຈັນ, ພ້ອມ​ດ້ວຍພະນັກງານ ຄູ-ອາຈານ, ນັກຮຽນ ແລະ ພໍ່ແມ່ ຜູ້ປົກຄອງນ້ອງນັກຮຽນ ເຂົ້າຮ່ວມ.

ໃນ​ໂອກາດ​ດັ່ງກ່າວ, ທ່ານ ບຸນ​ໄຫວ ຫລວງ​ລາດ ​ໄດ້​ເຫລົ່າປະຫວັດມູນເຊື້ອ ຂອງວັນຄູແຫ່ງຊາດລາວ, ໂດຍສະເພາະ ປະຫວັດຂອງນາຍຄູຄຳ, ຄູລາວຜູ້ທໍາອິດ, ຜູ້ມີນ້ຳໃຈຮັກຊາດ, ບໍ່ຍອມກົ້ມຫົວໃຫ້ຈັກກະພັດພວກລ່າເມືອງຂຶ້ນເພື່ອເປັນການລະນຶກເຖິງ ຄຸນງາມຄວາມດີຂອງຄູລາວ, ພັກ-ລັດ ຖະບານຈຶ່ງໄດ້ກຳນົດເອົາ ວັນທີ 7 ຕຸລາ ຂອງທຸກປີ ເປັນວັນຄູ​ແຫ່ງ​ຊາດ ​ແລະ ​ໄດ້​ຈັດ​ກິດຈະກຳ​ສະຫລອງ​ໃນ​ທຸກປີ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ເນື່ອງໃນໂອກາດສະເຫລີມສະຫລອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2020), ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີສານອວຍພອນວັນຄູແຫ່ງຊາດ ຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົບຮອບ 26 ປີ.

ໃນສານ, ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມ ຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ ອັນອົບອຸ່ນ ມາຍັງເພື່ອນໆ ຄູ-ອາຈານ ໃນຂອບເຂດທົ່ວປະເທດຕະຫລອດຮອດຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ. ພັກ ແລະ ລັດຖະບານເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ການສຶກສາຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ. ຄູໄດ້ມີບົດບາດສໍາຄັນ ໃນການສ້າງອະນາຄົດ ໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາ ລະກິດສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສາວະກອນ ແຫ່ງດວງວິນຍານ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ.

ບ ນດາກ ດຈະກຳສະເຫລ ມສະຫລອງວ ນຄ ແຫ ງຊາດ ລາວ ຄ ບຮອບ 26 ປ
ເນື່ອງໃນໂອກາດສະເຫລີມສະຫລອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2020), ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີສານອວຍພອນວັນຄູແຫ່ງຊາດ ຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົບຮອບ 26 ປີ. ພາບ: ຂປລ.

ເມື່ອທົບທວນເບິ່ງແລ້ວ ຈະເຫັນວ່າພາລະໜ້າທີ່ຂອງຄູ ແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫລາຍ ໃນການດໍາເນີນພາລະກິດ ການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນ ຂະຫຍາຍແຜນພັດທະນາ ການສຶກສາ ແລະ ກິລາ ໂດຍສະເພາະ ແມ່ນການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະພາບ ແລະ ປະຊາຊົນບັນດາເຜົ່າສາມາດເຂົ້າເຖິງ.

ສຳລັບ ສປປ ລາວ ຂອງພວກເຮົາ ໃນໄລຍະ 26 ປີ ທີ່ຜ່ານມາ ເຖິງວ່າສະພາບເສດຖະກິດ ໄດ້ພົບກັບຄວາມຫຍຸ້ງຍາກ ຫລາຍປະການ ສະເພາະປີນີ້ ພັດມີການລະບາດ ຂອງເຊື້ອພະຍາດໂຄວິດ-19 ຊຶ່ງມີຜົນກະທົບໂດຍກົງຕໍ່ການຈັດການຮຽນ-ການສອນ. ແຕ່ດ້ວຍຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາໄດ້ອຸທິດສະຕິປັນຍາ-ເຫື່ອແຮງ ຕໍ່ການປະຕິບັດໜ້າທີ່ການສອນ ຂອງຕົນດ້ວຍຄວາມພາກພຽນ ແລະ ມານະອົດທົນອັນໄດ້ເຮັດໃຫ້ວຽກງານພັດທະນາການສຶກສາໄດ້ຂະຫຍາຍຕົວນັບແຕ່ສູນກາງຮອດທ້ອງຖິ່ນ. ຕາໜ່າງການສຶກສາໄດ້ຂະຫຍາຍໄປທົ່ວປະເທດ, ເຂດຫ່າງໄກສອກຫລີກທຸກແຫ່ງລ້ວນແຕ່ເຂົ້າເຖິງການຮຽນ-ການສອນ. ຄູ-ອາຈານ ຫລາຍໆຄົນກາຍເປັນ ຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ, ຜູ້ຊ່ວຍອາຈານ, ອາຈານ, ຮອງສາດສະດາຈານ ແລະ ສາດສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ.

ບ ນດາກ ດຈະກຳສະເຫລ ມສະຫລອງວ ນຄ ແຫ ງຊາດ ລາວ ຄ ບຮອບ 26 ປ ກະຊວງການຕ່າງປະເທດ ຈັດກິດຈະກຳ ເພື່ອສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IV ແລະ ວັນການທູດລາວ ຄົບຮອບ 75 ປີ

ການຈັດກິດຈະກຳກິລາໃນຄັ້ງນີ້, ນອກຈາກເປັນການ ສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນສອງເຫດການ ທີ່ສຳຄັນດັ່ງກ່າວແລ້ວ, ຍັງເປັນການສ້າງຄວາມສາມັກຄີ ແລະ ຄວາມຮັກແພງ ພະນັກງານພາຍໃນ ກະຊວງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ບ ນດາກ ດຈະກຳສະເຫລ ມສະຫລອງວ ນຄ ແຫ ງຊາດ ລາວ ຄ ບຮອບ 26 ປ ສານຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ກ່າວໃນກອງປະຊຸມທາງໄກໃນວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີຜ່ານການບັນທຶກວິດີໂອ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສະຫະລັດ ອາເມຣິກາ.

ບ ນດາກ ດຈະກຳສະເຫລ ມສະຫລອງວ ນຄ ແຫ ງຊາດ ລາວ ຄ ບຮອບ 26 ປ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 26 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 872.498 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ- 19 ຈຳນວນກວ່າ 6,33 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 191.052 ຄົນ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.