ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ໄທ ກັບຄືນປະເທດ

16:32 | 13/09/2020

ໃນວັນທີ 10 ກັນຍາ 2020 ຢູ່ຂົວມິດຕິພາບລາວ-ໄທ ແຫ່ງທີ 4 ແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບແຮງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ຈຳນວນ 27 ຄົນ, ຍິງ 09  ຄົນກັບຄືນປະເທດ. ໃນນີ້, ແຮງງານຢູ່ແຂວງບໍ່ແກ້ວ 21 ຄົນ, ແຂວງຈຳປາສັກ, ອຸດົມໄຊ ແລະ ຫລວງພະບາງ ແຂວງລະ 2 ຄົນ. ຈາກນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວາມຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ຈະໄດ້ນຳສົ່ງໄປຈຳກັດບໍລິເວນ ຢູ່ສູນບ້ານມົກກະຕອກ ເມືອງຫ້ວຍຊາຍ ແລະ ໃນວັນດຽວກັນ ຄະນະ ສະເພາະກິດແຂວງ ກໍໄດ້ນຳເອົາແຮງງານ ຈາກ ສປ ຈີນ ທີ່ມາສືບຕໍ່ແກ້ໄຂວຽກ ທີ່ຍັງຄ້າງຢູ່ແຂວງ ບໍ່ແກ້ວ ຈຳນວນ 12 ຄົນ ເຂົ້າມາຈໍາກັດບໍລິເວນ ຢູ່ສູນດັ່ງກ່າວເຊັ່ນດຽວກັນ.

ມອບ ຮ ບແຮງງານລາວ 27 ຄ ນທ ໄປເຮ ດວຽກຢ ໄທ ກ ບຄ ນປະເທດ ທົ່ວໂລກໄດ້ຢັ້ງຢືນ ມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 28,6 ລ້ານຄົນ

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຫລາຍກ່ວາໝູ່ໃນໂລກ.

ມອບ ຮ ບແຮງງານລາວ 27 ຄ ນທ ໄປເຮ ດວຽກຢ ໄທ ກ ບຄ ນປະເທດ ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ສະໜັບສະໜູນເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ ບັນດາໂຮງຮຽນ ຢູ່ ແຂວງຫາຍເຢືອງ

ຍສໝ - ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ແລະບັນດາຜູ້ອາສາສະໝັກ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳເພື່ອສະໜັບສະໜູນໃນການກໍ່ສ້າງໂຮງຮຽນຢູ່ບັນດາທ້ອງຖິ່ນເຊັ່ນ: ດົ່ງນາຍ, ຫາຍເຢືອງ.

ມອບ ຮ ບແຮງງານລາວ 27 ຄ ນທ ໄປເຮ ດວຽກຢ ໄທ ກ ບຄ ນປະເທດ
ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ໄທ ກັບຄືນປະເທດ ລາວ.

ທ່ານ ນາງ ຈັນທອນ ໄຊຍະວົງ ຜູ້ຮັບຜິດຊອບສູນຈຳກັດ ບໍລິເວນພະຍາດ ໂຄວິດ-19 ແຈ້ງໃຫ້ຮູ້ວ່າ: ມາຮອດປັດຈຸບັນ ມີແຮງງານເຂົ້າມາຈຳກັດ ບໍລິເວນຢູ່ສູນດັ່ງກ່າວທັງໝົດ 263 ຄົນ, ຍິງ 130 ຄົນ ແລະ ໄດ້ອອກໃບຢັ້ງຢືນ ຕິດຕາມສຸຂະພາບຄົບ 14 ວັນ ຈໍານວນ 237 ຄົນ. ໃນໄລຍະຈຳກັດບໍລິເວນ 14 ວັນນັ້ນ, ຜູ້ຖືກຈຳກັດບໍລິເວນ ໄດ້ປະຕິບັດຕາມມາດຕະການ ຄື: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ມີແພດເຝົ້າຕິດຕາມ ອາການໃນແຕ່ລະວັນ, ມີການວັດອຸນຫະພູມເຊົ້າ-ແລງ, ເກັບຕົວຢ່າງມາກວດຫາ ເຊື້ອໂຄວິດ-19 ພາຍຫລັງຄົບ 14 ວັນ ຖ້າບໍ່ພົບເຊື້ອ ທາງຄະນະສູນຈະອອກໃບ ຢັ້ງຢືນໃຫ້ ແລະ ນຳສົ່ງກັບຄືນຫາຄອບຄົວ ເພື່ອໃຊ້ຊິດວິດເປັນປົກກະຕິ.

ໂອກາດນີ້, ທ່ານ ນາງ ຈັນທອນ ໄຊຍະວົງ ຍັງຮຽກຮ້ອງມາຍັງ ແຮງງານລາວ ຜູ້ໄປເຮັດວຽກຢູຕ່າງປະເທດ ທີ່ມີຈຸດປະສົ່ງຈະກັບຄືນປະເທດ ໃຫ້ກັບມາແບບຖືກຕ້ອງ ຕາມລະບຽບກົດໝາຍ, ຖ້າບຸກຄົນໃດຫາກຝາຝືນ ໜ່ວຍສະເພາະກິດກວດພົບເຫັນ ແມ່ນຈະປະຕິບັດຕາມ ຂັ້ນຕອນຂອງກົດໝາຍ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ພ້ອມນີ້, ຍັງໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນສັງຄົນ ຜູ້ທີ່ມີເງື່ອນໄຂໃນການ ຊ່ວຍເຫລືອເຄື່ອງ ອຸປະໂພກ-ບໍລິໂພກ, ເຂົ້າສານອາຫານແຫ້ງ ໃຫ້ແກ່ສູນຈຳກັດບໍລິເວນ ບ້ານມົກກະຕອກ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ກໍສາມາດຕິດຕໍ່ນຳຄະນະ ຮັບຜິດຊອບໄດ້ ຫລື ຕິດຕໍ່ຜ່ານໂທລະສັບໝາຍເລກ: 020 55683638 ຫລື 030 4766510. ເນື່ອງຈາກວ່າອາຫານການກິນ ແລະ ເຄື່ອງໃຊ້ສອຍຕ່າງໆສຳລັບ ຜູ້ຈຳກັດບໍລິເວນ ແມ່ນຍັງ ບໍ່ພຽງພໍ.

ມອບ ຮ ບແຮງງານລາວ 27 ຄ ນທ ໄປເຮ ດວຽກຢ ໄທ ກ ບຄ ນປະເທດ ຫວຽດນາມ: ສ້າງກາລະໂອກາດແລກປ່ຽນການຄ້າຫຼາຍຢ່າງກວ່າໃຫ້ແກ່ບັນດາວິສາຫະກິດຜະລິດສົ່ງອອກ

ຍສໝ - ທ່ານ ຫງວຽນຢຸຍຮົ່ງ ຮອງຜູ້ອໍານວຍການບໍລິສັດຫຸ້ນສ່ວນ Smartlog ມາດຕະການລະບົບສະໜອງ (ຮ່າໂນ້ຍ) ຕີລາຄາວ່າ ຢູ່ພາຍໃນປະເທດ, ກົນໄກປະຕູດຽວເຊື່ອມຕໍ່ລະຫວ່າງບັນດາກະຊວງ, ຂະແໜງການໄດ້ນຳເອົາຜົນປະໂຫຍດສະດວກຫຼາຍຢ່າງມາໃຫ້ວິສາຫະກິດ; ສ່ວນຢູ່ພາກພື້ນ, ກົນໄກປະຕູດຽວອາຊຽນ ແມ່ນຂໍ້ລິເລີ່ມໜູນຊ່ວຍການແລກປ່ຽນການຄ້າໃນສະພາບການເຊື່ອມໂຍງເຂົ້າກັບສາກົນ.

ມອບ ຮ ບແຮງງານລາວ 27 ຄ ນທ ໄປເຮ ດວຽກຢ ໄທ ກ ບຄ ນປະເທດ ຊຸກຍູ້ການພົວພັນເສດຖະກິດຫວຽດນາມ-ອິນເດຍ ໃນຂົງເຂດຕໍ່າແຜ່ນຕັດຫຍິບ ແລະສາທາລະນະສຸກ

ຍສໝ - ອິນເດຍມີຂະແໜງອຸດສາຫະກໍາຕັດຫຍິບມາແຕ່ດົນນານ, ດ້ວຍທ່າແຮງແມ່ນອີງໃສ່ພື້ນຖານການຜະລິດຈາກເສັ້ນທໍາມະຊາດປະເພດຕ່າງໆ, ຄື: ຝ້າຍ, ປໍ, ຜ້າໄໝ... ທ່າແຮງນີ້ຈະແມ່ນການເພີ່ມເຕີ່ມໃຫ້ແກ່ຫວຽດນາມ, ເຊິ່ງແມ່ນປະເທດທີ່ອີງໃສ່ການນໍາເຂົ້າແຫຼ່ງວັດຖຸດິບໃຫ້ແກ່ຂະແໜງຕໍ່າແຜ່ນຕັດຫຍິບ.

ມອບ ຮ ບແຮງງານລາວ 27 ຄ ນທ ໄປເຮ ດວຽກຢ ໄທ ກ ບຄ ນປະເທດ ສະມາຄົມມິດຕະພາບຫວຽດນາມ - ອັງກິດ ໄດ້ປະສານສົມທົບກັບສະຖານທູດອັງກິດ ຈັດຕັ້ງປະຕິບັດວຽກງານຕ່າງໆເພື່ອຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ

ຍສໝ - ການເພີ່ມທະວີການແລກປ່ຽນດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ການສຶກສາ ລະຫວ່າງສອງປະເທດພ້ອມດ້ວຍການຮ່ວມມືນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນໃນບັນດາບັນຫາສາກົນ ແລະ ພາກພື້ນ ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດເຂົ້າສູ່ລວງເລິກ.

kpl.gov.la

ເຫດການ
302 Found

Found

The document has moved here.