ຕະຫລາດແຮງງານ ໂອກາດດີສໍາລັບຜູ້ຕ້ອງການວຽກເຮັດງານທໍາ

00:54 | 15/05/2019

ການຈັດງານໃນຄັ້ງນີ້ ຄາດຄະເນວ່າ ຈະມີນັກສຶກສາ ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ ແລະ ຄາດວ່າປີນີ້ຈະມີຕໍາ ແໜ່ງງານ 200 ກວ່າຕໍາແໜ່ງ ຈາກ 30 ກວ່າບໍລິສັດ ທີ່ເຂົ້າ ຮ່ວມງານ.

ຕະຫລາດແຮງງານ ໂອກາດດີສໍາລັບຜູ້ຕ້ອງການວຽກເຮັດງານທໍາ

ຕະຫລາດແຮງງານ ໂອກາດດີສໍາລັບຜູ້ຕ້ອງການວຽກເຮັດງານທໍາ

ນັບວ່າເປັນໂອກາດດີ ສຳລັບຜູ້ທີ່ກຳລັງຊອກຫາວຽກ ເຮັດງານທຳ ເມື່ອສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດ ຮ່ວມກັບຄະນະວິສາວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດຈະຈັດງານຕະຫຼາດນັດແຮງງານຂຶ້ນໃນເດືອນພຶດສະພາຈະມາເຖິງ ເພື່ອສ້າງເງື່ອນໄຂໃຫ້ ນັກສຶກສາ ຫຼື ຜູ້ທີ່ກຳລັງຊອກຫາ ວຽກເຮັດງານທຳ ໄດ້ມາຮູ້ຈັກ ກັບບັນດາຫົວໜ່ວຍທຸລະກິດ ແລະ ຫົວໜ່ວຍທຸລະກິດກໍ ຈະໄດ້ແຮງງານຕາມຄວາມ ຕ້ອງການຂອງຕຳແໜ່ງງານ. ພິທີຖະແຫຼງຂ່າວກ່ຽວກັບ ການຈັດງານດັ່ງກ່າວ ໄດ້ມີຂຶ້ນ ໃນວັນທີ 20 ມີນາ ຜ່ານມາ ທີ່ ຄວສ (ໂຊກປ່າຫຼວງ) ໂດຍມີ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານວິມານພູມະວົງ ຮອງຄະນະບໍດີຄະນະວິສະວະກໍາ ສາດ(ຄວສ)ມະຫາວິທະຍາໄລແຫ່ງຊາດກ່າວວ່າ: ງານຕະຫຼາດນັດແຮງງານຄັ້ງທີ 8 ຈະຈັດຂຶ້ນໃນວັນທີ 10 ພຶດສະພາ 2019 ທີ່ຄະນະວິສາວະກຳສາດມະຫາວິທະຍາໄລແຫ່ງຊາດ, ການຈັດງານຄັ້ງນີ້, ເພື່ອສ້າງ ໂອກາດໃຫ້ບັນດານັກສຶກສາ ໄດ້ພົບປະແລກປ່ຽນບົດຮຽນ ກັບບັນດາຫົວໜ່ວຍທຸລະກິດ, ບັນດາຫົວໜ່ວຍທຸລະກິດກໍຈະໄດ້ຊອກຫາເພື່ອນຮ່ວມງານທີ່ ຖືກຕ້ອງກັບຄວາມຕ້ອງການ ຂອງການພັດທະນາທຸລະກິດ ທັງເປັນການສ້າງສາຍພົວພັນທີ່ດີລະຫວ່າງບັນດາບໍລິສັດ ແລະ ມະຫາວິທະຍາໄລ, ສະຖາບັນການສຶກສາຕ່າງໆ ໃຫ້ສາມາດ ຕອບສະໜອງແຮງງານໃຫ້ ຖືກຕ້ອງຕາມຄວາມຮຽກຮ້ອງ ຕ້ອງການຂອງຕະຫຼາດແຮງງານໃນອະນາຄົດ.

ນອກຈາກນີ້ຍັງເປັນການ ອໍານວຍຄວາມສະດວກໃນການຊອກວຽກເຮັດງານທໍາທີ່ ຫຼາກຫຼາຍໃຫ້ບັນດານັກສຶກສາ ເພື່ອສ້າງໂອກາດໃຫ້ນັກສຶກສາ ໄດ້ພົບກັບຫົວໜ່ວຍທຸລະກິດ ໃນການແລກປ່ຽນບົດຮຽນດ້ານ ການພັດທະນາແຮງງານ, ອໍາ ນວຍຄວາມສະດວກໃນການ ຊອກວຽກເຮັດງານທໍາ ແລະ ສົ່ງເສີມການສ້າງວຽກເຮັດງານທໍາ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ- ສັງຄົມຂອງປະເທດໃຫ້ນັບມື້ ດີຂຶ້ນ. ການຈັດງານໃນຄັ້ງນີ້ ຄາດຄະເນວ່າ ຈະມີນັກສຶກສາ ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ ແລະ ຄາດວ່າປີນີ້ຈະມີຕໍາ ແໜ່ງງານ 200 ກວ່າຕໍາແໜ່ງ ຈາກ 30 ກວ່າບໍລິສັດ ທີ່ເຂົ້າ ຮ່ວມງານ. ຄວສ ເປັນໜຶ່ງໃນ 13 ຄະ ນະທີ່ຂຶ້ນກັບມະຫາວິທະຍາໄລ ແຫ່ງຊາດ, ມີ 9 ພາກວິຊາ, ມາ ເຖິງປັດຈຸບັນ ຄວສ ໄດ້ສ້າງ ນັກສຶກສາ ອອກຮັບໃຊ້ການ ພັດທະນາເສດຖະກິດ-ສັງຄົມ ໃນລະດັບປະລິນຍາຕີ16 ຮຸ່ນ, ປະລິນຍາໂທ 8 ຮຸ່ນ ແລະ ແຕ່ລະປີຄວສ ໄດ້ຜະລິດນັກ ວິສະວະກອນອອກຮັບໃຊ້ການ ພັດທະນາເສດຖະກິດ-ສັງຄົມ ປະມານ 1.100 ຫາ 1.400 ຄົນ ຕໍ່ປີ, ໃນຂະນະທີ່ການຮັບ ເອົານັກສຶກສາ ແຕ່ລະສົກຮຽນ ປະມານ1.200ຫາ 1.500ຄົນ ໃນທຸກສາຂາວິຊາ.

ໃນຊຸມປີຜ່ານມານີ້ເກີດ ມີປະກົດການແຮງງານເຫຼືອບໍ່ ພໍ, ບໍລິສັດຕ້ອງການແຮງງານ ສູງ ແຕ່ກົງກັນຂ້າມ ພັດມີຄົນ ລາວວ່າງງານເປັນຈໍານວນບໍ່ ໜ້ອຍ. ຜ່ານມາ, ກິດຈະກໍາ ການຊອກຫາແຮງງານ ຂອງ ບັນດາບໍລິສັດ ກໍຄືກິດຈະກໍາ ການຊອກຫາວຽກເຮັດງານ ທໍາຂອງຄົນລາວ ນັບວ່າ ເປັນ ກິດຈະກໍາໜຶ່ງ ທີ່ມີຄວາມສະ ລັບສັບຊ້ອນ, ຫຍຸ້ງຍາກ, ໃຊ້ ເວລາ,ໃຊ້ເງິນຫຼາຍ ແຕ່ສຸດ ທ້າຍກໍບໍ່ສາມາດຊອກຫາແຮງ ງານຕາມຄວາມຕ້ອງການໄດ້ ແລະ ບັນດາສະຖາບັນການ ສຶກສາທັງພາກລັດແລະເອກະ ຊົນກໍມີຫຼາກຫຼາຍສາຂາວິຊາ ຮຽນ, ບາງສາຂາວິຊາຮຽນ ມີ ນັກຮຽນ ມປ ສະໝັກຮຽນຢ່າງ ລົ້ນເຫຼືອ ແຕ່ບາງສາຂາວິຊາ ຮຽນ ພັດບໍ່ມີຄົນຕ້ອງການຢາກ ຮຽນ ແຕ່ກົງກັນຂ້າມ ຄວາມ ຕ້ອງການແຮງງານ ໃນສາຂາ ນັ້ນໆ ພັດມີສູງ ແລະ ບັນຫາ ອື່ນໆ ດັ່ງນັ້ນ, ຕະຫຼາດນັດແຮງ ງານ ແລະ ຕະຫຼາດນັດການ ສຶກສາ ຈຶ່ງເປັນທາງເລືອກທີ່ສໍາ ຄັນໜຶ່ງທີ່ຈະຊ່ວຍແກ້ໄຂບັນຫາ ດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.